ທະຫານຫຼາຍ 10 ນາຍ ຮັບຈ້າງເຮັດວຽກ ສວນຖົ່ວເຫຼືອງຂອງຈີນ ຢູ່ເມືອງຮຸນ

ອຸ່ນແກ້ວ
2024.02.14
ທະຫານຫຼາຍ 10 ນາຍ ຮັບຈ້າງເຮັດວຽກ ສວນຖົ່ວເຫຼືອງຂອງຈີນ ຢູ່ເມືອງຮຸນ ຮູບໂຕຢາງຮູບປະກອບ: ສວນຖົ່ວເຫຼືອງ ຂອງນັກລົງທຶນຈີນ ແຂວງນຶ່ງທາງພາກເໜືອຂອງລາວ. ເດືອນມີນາ, 2021.
ນັກຂ່າວ ພົລເມືອງ

ຊາວບບ້ານ ຢູ່ເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ມີທະຫາຈໍານວນຫຼາຍ 10 ຄົນ ໄດ້ໄປເຮັດວຽກຮັບຈ້າງຢູ່ສວນຖົ່ວເຫຼືອງ ຂອງຄົນຈີນ ຫຼາຍແຫ່ງ ໂດຍທີ່ເຂົາເຈົ້າເຮັດວຽກ ໃນວັນພັກ ແລະ ກ່ອນເວລາເຂົ້າການ.

ໃນການໄປເຮັດວຽກເກັບຖົ່ວເຫຼືອງ ເຂົາເຈົ້າ ຮັບຈ້າງຄິດໄລ່ເປັນກິໂລກະຣາມ. ຊາວບ້ານເມືອງຮຸນ ແຂວງ ອຸດົມໄຊ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:  

ທະຫານເຂົາເຈົ້າກະໄປຫຼາຍຄືກັນ ແຕ່ວ່າ ເຂົາເຈົ້າຈະໄປແຕ່ເຊົ້າໆ ເນາະ. ຄັນມື້ເຂົ້າການແລ້ວ ກໍຮອດ 7 ໂມງ ໜີມາໄປການຫັ້ນນ່າ. ເຂົາເຈົ້າຈະຕື່ນແຕ່ເຂົ້າ 2 ໂມງ ໄປຕັດແຕ່ເຊົ້າໆ ຫັ້ນນ່າ ເຮົາປິດໄດ້ຫຼາຍເຮົາກະໄດ້ເງິນຫຼາຍ ເຂົາເຈົ້າໄລ່ເປັນກະໂລ ກິໂລລະ 1,500 ກີບ.”

ສ່ວນວ່າ ຊາວບ້ານອີກທ່ານນຶ່ງ ກ່າວວ່າ ສໍາລັບທະຫານທີ່ມາຮັບຈ້າງຢູ່ສວນຖົ່ວເຫຼືອງ ເປັນພຽງຈໍານວນໜ້ອຍ ຖ້າທຽບໃສ່ຊາວບ້ານຄົນອື່ນໆ ທີ່ມາເປັນກັມມະກອນ ຮັບຈ້າງຢູ່ສວນຖົ່ວເຫຼືອງຄືກັນ ແລະ ສວນຖົ່ວເຫຼືອງຂອງຄົນຈີນ ກໍມີຫຼາຍບໍຣິສັດ ໃນເນື້ອທີ່ຫຼາຍ 100 ເຮັກຕ້າຣ໌.

ດັ່ງຊາວບ້ານທ່ານນີ້ ກ່າວວ່າ:

ກະມາຈໍານວນໜ້ອຍຊື່ໆ ເດ້ ທະຫານກໍທະຫານນີ້. ເຂົາກໍໄປປິດຂອງເຂົາເຈົ້າເນາະ ແລ້ວທັງປິດທັງຕັດ ແລ້ວກໍເກັບໃສ່ເປົ໋າ ໃສ່ກະສອບຫັ້ນນ່າ. ແລ້ວກະແບກມາຫາຣົຖ ເຂົາເຈົ້າຈະໄລ່ 1,500 ກີບ ໝາກຖົ່ວນີ້ມັນຫຼາຍເກີນ. ມີຫຼາຍບໍຣິສັດ ມີຫຼາຍໆ 100 ເຮັກຕ້າ ຊີ້ສາ.

ຕາມປົກກະຕິແລ້ວ ສ່ວນຖົ່ວເຫຼືອງຂອງຄົນຈີນ ຈະຈ້າງແຕ່ຊາວບ້ານທ້ອງຖິ່ນ ເກັບກ່ຽວ ແຕ່ເມື່ອບໍ່ດົນມານີ້ ປະກົດວ່າ ມີທະຫານຫຼາຍຄົນ ເຮັດວຽກຮັບຈ້າງນໍາດ້ວຍ.

ຊາວບ້ານໃກ້ຄຽງ ອີກທ່ານນຶ່ງ ໄດ້ກ່າວວ່າ:

ທະຫານນີ້ບໍ່ຮູ້ ສ່ວນຫຼາຍເຂົາກະຈ້າງປະຊາຊົນ ໄປເຮັດຊີ້ນ່າ. ເຫັນຄົນໄປເກັບຫຼາຍ ເຮັດຫຼາຍຢູ່ໄດ໋ ແຕ່ວ່າ ບ່ອນຫຼັກໆ ນີ້ເຫັນ 2 ບ່ອນເນາະ. ຫຼາຍຫັ້ນນ່າ ມີຢູ່ບ້ານຈັນໄຕ.

ທະຫານທີ່ໄປຮັບຈ້າງສ່ວນຫຼາຍເປັນທະຫານຢູ່ເມືອງຮຸນ ຈະມາເຮັດວຽກວັນເສົາ ແລະ ວັນທິດ ເພື່ອຫາລາຍໄດ້ເສີມ. ຊາວບ້ານອີກຄົນນຶ່ງ ໄດ້ກ່າວວ່າ:

ສ່ວນຫຼາຍທະຫານ ກໍມີແຕ່ເປັນຄົນຄອບຄົວແບບວັນເສົາ, ວັນທິດເນາະ. ເພິ່ນຢູ່ບ້ານລ້າເນາະ ເພິ່ນບໍ່ເຂົ້າການແນວນັ້ນ ໄປຫາເລີຍແຫຼະ. ສ່ວນຫຼາຍກະແມ່ນຊາວບ້ານຫຼາຍກວ່າ ມັກໄປເກັບຖົ່ວເຫຼືອງໃຫ້້ເພິ່ນຫັ້ນນ່າ.

ກ່ຽວກັບເລື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງພົນທີ 3 ເພື່ອຖາມລາຍລະອຽດເພີ່ມເຕີມ ແຕ່ເຂົ້າໜ້າທີ່ ທ່ານນຶ່ງກ່າວວ່າ ຕໍ່ເຫດການດັ່ງກ່າວນັ້ນ ບໍ່ທັນຮູ້ເທື່ອວ່າ ເປັນແນວໃດກັນແທ້ ແລະ ບໍ່ທັນໄດ້ເຫັນວີດີໂດຢ່າງຄັກແນ່ ຈຶ່ງຍັງບໍ່ສາມາດໃຫ້ຄວາມຄິດເຫັນໄດ້ເທື່ອ ແຕ່ ຈະມີການກວດການຄື່ນອີກເທື່ອນຶ່ງ  

ໃນຂະນະດຽວກັນ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການແຜນການ ແລະ ການລົງທຶນ ເມືອງຮຸນ ເພື່ອສອບຖາມຂໍ້ມູນ ຂອງບໍຣິສັດຈີນ ທີ່ເຂົ້າມາລົງທຶນເຮັດ ສວນຖົ່ວເຫຼືອງ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ ແລະ ລາຍລະອຽດໄດ້ເທື່ອ.

ທາງດ້ານອະດີດ ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ກ່າວວ່າ ລະນີທີ່ທະຫານລາວ ໄປເຮັດວຽກຢູ່ສວນຖົ່ວເຫຼືອງນັ້ນວ່າ ຖ້າເຮັດວຽກໃນເວລານອກໂມງການ ຖືວ່າ ບໍ່ຜິດວິໃນ ຍ້ອນສະພາບບັນຫາທາງດ້ານເສຖກິຈໃນເວລານີ້ ເຮັດໃຫ້ຫຼາຍອາຊີບຕ້ອງສະແຫວງຫາລາຍໄດ້ເພີ່ມຂຶ້ນ ເຖິງວ່າຈະເປັນພະນັກງານຣັຖກອນກໍຕາມ, ແຕ່ຖ້າໄປເຮັດວຽກເສີມ ໂດຍການໜີໂມງການ ກໍຖືວ່າຜິດວິໄນ.

ດັ່ງອະດີດເຈົ້າໜ້າທີ່ ທາງການລາວ ໄດ້ກ່າວວ່າ:

ໄປວ່າຈ້າງກັນຢູ່ນອກ ມັນກະຂຶ້ນຢູ່ກັບການຕົກລົງລະຫວ່າງ 2 ກໍ້າ, 2 ຝ່າຍຫັ້ນນ່າ ຕາມຈັງຫວະ ເສຖກິຈຫັ້ນນ່າແຫຼະ. ໃຜຢູ່ບໍ່ໄດ້ ອັນນັ້ນມັນເປັນວຽກສ່ວນໂຕ ກະໄດ້ອົດທົນ. ປະເທດເຮົາມັນເປັນຈ່ັງຊີ້ ຄັນວ່າ ໄປທາງການ 8 ຊົ່ວໂມງ ຫາ 12 ໂມງ. ເພນນີ້ ເຮົາຍັງໄປເຮັດວຽກເອກະຊົນຢູ່ຜິດ.

ເຖິງຢ່າງໃດກໍຕາມ, ຊາວລາວອີກຈໍານວນນຶ່ງ ທີ່ເຫັນພາບວີດີໂອ ທີ່ເຈົ້າໜ້າທີ່ທະຫານ ໄປຮັບຈ້າງ ລົງເຜີຍແຜ່ທາງສື່ ສັງຄົມອອນລາຍນ໌ ໃນວັນທີ 9 ກຸມພາ ມີການວິພາກວິຈານ ກັນໄປ ໂດຍສະເພາະ ເຈົ້າໜ້າທີ່ ທະຫານໄປເຮັດວຽກ ຮັບໃຊ້ນາຍທຶນຈີນ ມັນເປັນການລົດກຽດ ແລະ ສັກສີຂອງທະຫານລາວ ແລະ ອີກຈໍານວນນຶ່ງ ກໍເຫັນວ່າ ການທີ່ເຈົ້າໜ້າທີ່ທະຫານຊັ້ນຜູ້ນ້ອຍ ຕ້ອງໄປຮັບຈ້າງຫາວຽກນອກ ກໍຍ້ອນວ່າ ເງິນເດືອນເຂົາເຈົ້າໜ້ອຍ ແລະ ບໍ່ກຸ້ມກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.