ຣັຖກອນຫຼາຍຄົນ ລາອອກ ໄປປະກອບອາຊີບອື່ນ

ອາວະຣີ
2024.02.14
ຣັຖກອນຫຼາຍຄົນ ລາອອກ ໄປປະກອບອາຊີບອື່ນ ອະດີດຣັຖກອນຄົນນຶ່ງ ທີ່ຢູ່ແຂວງນຶ່ງ ທາງພາກເໜືອຂອງລາວ ລາອອກຈາກໜ້າທີ່ ແລະຕອນນີ້ເປັນນາຍຊ່າງປຸກເຮືອນ.
ນັກຂ່າວ ພົລເມືອງ

ພະນັກງານ-ຣັຖກອນຢູ່ປະເທດລາວ ພາກັນລາອອກຈາກພັກຣັຖ ຫລາຍຂຶ້ນ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນໄທແລະເກົາຫລີໃຕ້ ຍ້ອນເງິນເດືອນພະນັກງານຢູ່ລາວ ໜ້ອຍເກີນໄປ ບໍ່ກຸ້ມກິນ ຊຶ່ງສາເຫດໃຫຍ່ ເປັນເພາະຢູ່ລາວ ເງິນເຟີ້, ເງິນກີບອ່ອນຄ່າ ແລະລາຄາສິນຄ້າແພງຂຶ້ນທຸກໆມື້, ອີງຕາມຄຳເວົ້າ ຂອງພະນັກງານລາວ ຫລາຍໆຄົນ.

ພະນັກງານຣັຖຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ຊຶ່ງໄດ້ລາອອກຈາກການເປັນຣັຖກອນ ເມື່ອເດືອນມົກກະຣາ ປີ 2024 ນີ້ ໄດ້ກ່າວກັບວິທະຍຸເອເຊັຍເສຣີ ເມື່ອຕົ້ນເດືອນກຸມພານີ້ວ່າ ນາງລາອອກຈາກການເປັນຣັຖກອນ ເພາະເງິນເດືອນຕ່ຳຫລາຍ ບໍ່ພໍຢູ່-ບໍ່ພໍກິນ ຢາກໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນເກົາຫລີໃຕ້ ທີ່ຈະໄດ້ເງິນເດືອນສູງກວ່າຢູ່ລາວ ຫລາຍເທົ່າ.

ພະນັກງານຢູ່ນະຄອນຫລວງວຽງຈັນຜູ້ນີ້ ໃຫ້ເຫດຜົນໃນການລາອອກ ຈາກການຕື່ມວ່າ:

ຍ້ອນເງິນກໍເຟີ້ ແລ້ວມີຄ່າໃຊ້ຈ່າຍຫລາຍນ່າ ແລ້ວເງິນເດືອນເຮົາບໍ່ພໍກິນນີ້ແຫລະ ເຮົາຢືມສິນເຊື່ອແດ່ເນາະ ກະບໍ່ໄຫວຫັ້ນໜາ. ເອື້ອຍກໍເລີຍຕັດສິນໃຈ ເອົາບຳເນັດຫັ້ນນ່າ ໄດ້ເງິນເດືອນນັ້ນກໍ 2 ລ້ານ 80 ພັນກີບ ນ້ຳມັນທຽວຣົຖໄປຫ້ອງການແດ່. ກິນຢູ່ແຕ່ລະມື້ແດ່ ຄ່າໃຊ້ຈ່າຍນຳລູກ ຄ່ານ້ຳຄ່າາໄຟອີ່ຫຍັງໝົດແຫລະ ເດືອນນຶ່ງຄ່າໃຊ້ຈ່າຍກະ 4 ລ້ານປາຍພຸ້ນແຫລະ. ຄັນວ່າບໍ່ໄດ້ໄປຕ່າງປະເທດ ກໍຫຍິບເຄື່ອງນີ້ສາ ມັນຈຶ່ງໄດ້ຫລາຍ.

ພະນັກງານຣັຖຜູ້ນີ້ ອະທິບາຍວ່າ ເວລາເຮັດວຽກກັບຣັຖ ນາງເອງໄດ້ເງິນເດືອນ ສອງລ້ານປາຍກີບ; ເຮັດວຽກມາໄດ້ 16 ປີ ໄດ້ເງິນເດືອນເທົ່ານັ້ນ ຖືວ່າ ເປັນເງິນເດືອນທີ່ໜ້ອຍຫລາຍ ໂດຍສະເພາະໃນສະພາບເສຖກິຈປັດຈຸບັນ ຊຶ່ງຄ່າໃຊ້ຈ່າຍພາຍໃນຄອບຄົວ ຂອງນາງ ຢ່າງໜ້ອຍ 4 ລ້ານກີບຕໍ່ເດືອນ; ຜ່ານມາ ນາງຈຳເປັນຕ້ອງຢືມເງິນມາຊື້ຢູ່ຊື້ກິນ ຈ່າຍຄ່ານ້ຳຄ່າໄຟ ຄ່າເທີມລູກຮຽນໜັງສື ແລະຄ່າຮັກສາສຸກຂະພາບຫລືຄ່າໂຮງໝໍ; ປັດຈຸບັນ ນາງເປັນໜີ້ເປັນສິນຫລາຍແລ້ວ ຈຶ່ງຕັດສິນໃຈລາອອກຈາກການເປັນຣັຖກອນກັບພັກຣັຖ. ຫລັງຈາກລາອອກ ນາງກໍໄດ້ສມັກໄປເຮັດວຽກຢູ່ເກົາຫລີໃຕ້ ຊຶ່ງເປັນວຽກຕາມຣະດູການ 3 ເດືອນຫາ 5 ເດືອນ ແຕ່ຍັງບໍ່ຖືກເອີ້ນໄປເທື່ອ; ປັດຈຸບັນ ນາງອາໃສມີຣາຍໄດ້ຈາກການຫຍິບຜ້າ ສົ່ງໃຫ້ລູກຄ້າ ພໍມີຣາຍໄດ້ ຫລາຍກວ່າເງິນເດືອນພັກຣັຖ.

ກ່ອນນາງຈະລາອອກ ຢູ່ຫ້ອງການຂອງນາງ ກໍມີພະນັກງານລາອອກກ່ອນແລ້ວສອງຄົນ, ໃນເວລານາງລາອອກ ໝູ່ທີ່ເຮັດວຽກດຽວກັນ ລາອອກພ້ອມກັບນາງນຶ່ງຄົນ ແລະຫລັງຈາກນາງອອກມາແລ້ວ ກໍມີພະນັກງານອີກສາມຄົນ ວ່າຈະລາອອກໃນໄວໆນີ້.

ນອກຈາກນັ້ນ ອາດີດພະນັກງານຣັຖຜູ້ນີ້ ຍັງມີເອື້ອຍຄົນນຶ່ງ ຊຶ່ງກໍລາອອກຈາກການເປັນພະນັກງານຄຣູຄືກັນເມື່ອທ້າຍປີກາຍ ແລະປັດຈຸບັນ ໄດ້ໄປເຮັດວຽກຢູ່ໄທແລ້ວ. ຜູ້ເປັນເອື້ອຍ ກໍມີເຫດຜົນໃນການລາອອກ ຄືກັບພະນັກງານຄົນອື່ນ ຄືເງິນເດືອນບໍ່ພໍກິນນັ້ນເອງ.

ຜູ້ເປັນເອື້ອຍ ຍັງຈະເຮັດວຽກຢູ່ໄທສືບຕໍ່ໄປ ເພາະໄດ້ເງິນເດືອນສູງເຖິງ ນຶ່ງໝື່ນສອງພັນບາດ ຫລືປະມານ 8 ລ້ານກີບ ຫລາຍກວ່າເດືອນຄຣູຢູ່ລາວເຖິງສີ່ເທົ່າ. ສ່ວນຜູ້ເປັນນ້ອງສາວ ກໍຄິດວ່າ ໃນເວລາລໍຖ້າໄປເກົາຫລີໃຕ້ ຈະໄປເຮັດວຽກຢູ່ປະເທດໄທກ່ອນ ເພາະມີເອື້ອຍ ແລະຍາດພີ່ນ້ອງເຮັດຢູ່ໄທແລ້ວ ຫລາຍຄົນ ເຊັ່ນຜູ້ເປັນເອື້ອຍ ກໍເຮັດວຽກຢູ່ຮ້ານອາ ຫານແຫ່ງນຶ່ງ ແລະຄາດວ່າ ນາງຈະໄປແບບຖືກຕ້ອງຕາມກົດໝາຍ ໂດຍບໍ່ຜ່ານນາຍໜ້າ ເພາະມີບ່ອນເຮັດວຽກຮັບຮອງຢູ່ແລ້ວ ແລະຖ້າຄິດຮອດຄອບຄົວມື້ໃດ ກໍກັບໄປລາວໄດ້ຢ່າງສະດວກສະບາຍ.

ອະດີດພະນັກງານຣັຖຜູ້ນີ້ ກ່າວກ່ຽວກັບເຣື່ອງນີ້ຕື່ມວ່າ:

ອອກໜ້າເອື້ອຍນີ້ ກະສອງຄົນເນາະ ຊ່ວງເອື້ອຍອອກກໍ່ສອງ ແລະຍັງມີສອງສາມຄົນອີກວ່າຊິອອກ ຄືເອື້ອຍຂອງເອື້ອຍນ່າ ເພິ່ນເປັນຄຣູ ເພິ່ນກໍອອກໄປຢູ່ໄທ. ເງິນເດືອນຄຣູຢູ່ພີ້ກໍໄດ້ສອງລ້ານປາຍ ກະບໍ່ພໍກິນ ແລະເອື້ອຍກໍເລີຍຄິດວ່າຈະໄປໄທ. ເກົາຫລີນີ້ບໍ່ທັນ ເພາະວ່າມີໄທບ້ານ ໄປເຮັດຢູ່ໄທຫລາຍເດ່ ໄປເຮັດຢູ່ຮ້ານອາຫານ ເພິ່ນກໍໄດ້ເງິນເດືອນ 12,000 ບາດ ຄິດໄລ່ເງິນເຮົາມັນກໍຫລາຍ ການໄປມາກໍສະດວກ.”

ສ່ວນເມັຍຕຳຣວດຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນເຊັ່ນດຽວກັນ ກ່າວວ່າ ຜົວຂອງນາງ ທີ່ເຮັດວຽກເປັນຕຳຣວດ ກໍຄິດຈະລາອອກ ແລ້ວຈະໄປເຮັດວຽກຢູ່ຕ່າງປະເທດຄືກັນ. ຜູ້ເປັນຜົວຢາກໄປເຮັດວຽກຢູ່ເກົາຫລີໃຕ້ ເພາະເຫັນວ່າ ເຮັດວຽກພຽງ 3 ຫາ 5 ເດືອນ ກໍໄດ້ເງິນກັບບ້ານຫລາຍແລ້ວ. ຊາວລາວຫລາຍຄົນ ທີ່ໄປເກົາຫລີໃຕ້ ແລ້ວກັບມາ ກໍມີເງິນເປັນກ້ອນໃຫຍ່ເມື່ອທຽບຢູ່ລາວ. ຜົວຂອງນາງ ເປັນຕຳຣວດຊັ້ນຜູ້ນ້ອຍ ໄດ້ເງິນເດືອນພຽງແຕ່ 1 ລ້ານ 6 ແສນກີບເທົ່ານັ້ນ ແຕ່ລະເດືອນ ກໍບໍ່ພໍກິນ ຕິດລົບທຸກໆເດືອນ ແລະຕ້ອງເປັນໜີ້ສິນ ຍ້ອນເງິນເດືອນໜ້ອຍເກີນໄປ ແຕ່ຄ່າໃຊ້ຈ່າຍຊ້ຳພັດສູງ ໂດຍສະເພາະໃນຕອນນີ້ ນາງກໍມີລູກນ້ອຍອາຍຸນຶ່ງປີປາຍ ຊຶ່ງເດືອນນຶ່ງ ຣາຍຈ່າຍກໍສູງກວ່າ 4 ລ້ານກີບ ເຖິງວ່າຈະປະຫຍັດປານໃດກໍຕາມ; ສ່ວນນາງເອງ ກໍເປັນພຽງແຕ່ຄຣູອາສາສມັກ ຊຶ່ງບໍ່ມີເງິນເດືອນແລະບໍ່ມີສວັດດີການໃດໆເລີຍ. ນາງຈຶ່ງຈຳເປັນຕ້ອງດິ້ນຣົນ ຫາເງິນຊ່ວຍຜົວດ້ວຍວິທີຂາຍເຄື່ອງອອນລາຍ. ຜົວຂອງນາງ ກໍຈົ່ມທຸກມື້ວ່າ ຈະອອກການ ຈະອອກການ ແລ້ວຈະໄປເຮັດວຽກຢູ່ເກົາຫລີໃຕ້.

ຜົວບອກຊວນນ່າ ຜົວຕຳຣວດ ອອກສາບໍ່ ຊິໄປເຮັດວຽກຢູ່ເກົາຫລີ ເງິນເດືອນຜົວເພິ່ນໄດ້ລ້ານຫົກ ໜ້ອຍດຽວ. ບໍ່ພໍ ໄດ້ຕິດໜີ້ ຕິດລົບເລີຍນ່າ ເຮົາມີລູກ ແລ້ວມັນຄ່າໃຊ້ຈ່າຍກໍເພິ້ມຂຶ້ນ. ຖ້າວ່າເຂົາເຈົ້າເອົາໃຫ້ກິນນ້ຳກິນໃນກະໄດ້ ຖ້າວ່າເຂົາເຈົ້າບໍ່ໃຫ້ແບບນັ້ນກໍແລ້ວ ຄືຄຣູຍັງເປັນຄຣູອາສາ ຍັງບໍ່ໄດ້ເງິນເດືອນເທື່ອຫັ້ນນ່າ. ເຮົາອົດອອມນີ້ເນາະ ຕ່ຳສຸດກໍປະມານສີ່ລ້ານນີ້ລະ ຂາຍເຄື່ອງອອນລາຍເສີມ.”

ເມັຍຕຳຣວດຊັ້ນຜູ້ນນ້ອຍຄົນນີ້ ກ່າວຕື່ມວ່າ ເຖິງຈະຄິດຮອດລູກ ເພາະລູກຍັງໜ້ອຍ ຜົວຂອງນາງ ຢາກໄປເຮັດວຽກຢູ່ເກົາຫລີໃຕ້ ຫລາຍກວ່າ ຊຶ່ງສາມາດໄປເຮັດວຽກຕາມຣະດູການ 3-5 ເດືອນໄດ້ ແລ້ວກໍກັບມາ ມີເງິນເປັນກ້ອນ, ແຕ່ຖ້າບໍ່ມີໂອກາດໄປເກົາຫລີໃຕ້ ກໍຈະໄປໄທ; ຖ້າໄປໄທ ກໍຢາກໄປແບບຖືກຕ້ອງຕາມກົດໝາຍ ບໍ່ຢາກສ່ຽງກັບເຣື່ອງການໄປແບບຜິດກົດໝາຍ.

ເມັຍຕຳຣວດຜູ້ນີ້ ເວົ້າອີກວ່າ ນອກຈາກຕຳຣວດແລ້ວ ທະຫານລາວຊັ້ນຜູ້ນ້ອຍຫລາຍຄົນ ກໍຢາກລາອອອກຈາກວຽກງານເຊັ່ນກັນ ເພາະເງິນເດືອນຕ່ຳຫລາຍ; ຫລັງຈາກຕັດນັ້ນ-ຕັດນີ້ອອກແລ້ວ ທະຫານຫລາຍຄົນ ໄດ້ເງິນເດືອນພຽງແຕ່ 8 ແສນກີບ ບາງຄົນອາດໄດ້ນຶ່ງລ້ານກີບ.

ເມັຍຕຳຣວດຜູ້ນີ້ ກ່າວກ່ຽວກັບເຣື່ອງນີ້ຕື່ມວ່າ:

ໄດ້ຍິນແວວໆວ່າອອກ ກໍມີທະຫານຫນັ້ນນ່າເນາະ ບາງຄົນກໍເວົ້າວ່າ ເງິນເດືອນມັນໜ້ອຍເນາະ ຫລືແບບບໍ່ກຸ້ມກິນຈັງຊີ້. ເງິນເດືອນມັນຂຶ້ນຕາມຊັ້ນຂອງແຕ່ລະຄົນຫັ້ນເນາະ. ບາງຄົນນີ້ກໍໄດ້ເງິນເດືອນຢູ່ລະດັບແປດແສນ ຈັງຊີ້ນ່າເນາະ. ອອກມາເຂົາເຈົ້າກໍຕັດນັ້ນນີ້ເນາະ ເຫລືອເງິນຢູ່ໜ້ອຍ ທະຫານນ້ອຍຫັ້ນນ່າ ມັນກິນຕາມຊັ້ນເດ່. ບາງຄົນກໍລ້ານກີບເນາະ.”

ແມ້ແຕ່ເຈົ້າໜ້າທີ່ ແຮງງານໃນແຂວງວຽງຈັນທ່ານນຶ່ງ ກໍເວົ້າໃນທຳນອງດຽວກັນວ່າ ໃນຫ້ອງ ການຂອງທ່ານ ກໍມີພະນັກງານລາອອກແລ້ວສາມຄົນ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ແລະພະນັກງານຂແນງສາທາຣະນະສຸຂ ກໍລາອອກໄປຫລາຍແລ້ວເຊັ່ນດຽວກັນ.

ພະນັກງານຄົນນຶ່ງ ທີ່ລາອອກແລ້ວ ເວົ້າວ່າ ເງິນເດືອນຂອງພວກເຂົາໜ້ອຍຫລາຍ ພຽງແຕ່ນຶ່ງລ້ານແປດແສນກີບ ບໍ່ກຸ້ມກິນ. ເມື່ອສອງເດືອນກ່ອນ ພະນັກງານຄົນນີ້ ຈຳເປັນຕ້ອງຂາຍຣົຖຈັກສອງຄັນ ເພື່ອໄດ້ເງິນມາຊື້ກິນ ຊຶ່ງຖືວ່າ ເປັນເຣື່ອງທີ່ໜ້າເສົ້າໃຈ ທີ່ປະເທດລາວ ມີພະນັກງານລາອອກຫລາຍເຖິງຂນາດນີ້; ປັດຈະບັນ ເກືອບວ່າ ບໍ່ມີໃຜຢາກເຮັດວຽກຢູ່ພາຍໃນປະເທດແລ້ວ.

ເຈົ້າໜ້າທີ່ແຮງງານທ່ານນີ້ ກ່າວອີກວ່າ:

ຫ້ອງການຂ້ອຍຄືກັນ ບາງຄົນລາອອກ ຈັກວ່າລາວໄປຕ່າງປະເທດເບາະ ຫລື ບໍ່ໄປໃສບຸ. ສ່ວນຫລາຍເຂົາເຈົ້າກໍເວົ້າວ່າ ເງິນເດືອນໜ້ອຍ ເງິນເດືອນ. ເດືອນລ້ານແປດແສນເບາະ ຂາຍຣົຖຈັກສອງຄັນແລ້ວ ລາວວ່າແນວນັ້ນ. ເຂົາເຈົ້າເຫັນກັນໄປຫັ້ນນ່າເນາະ ແລ້ວມີຜູ້ຢາກໄປຢາກໄປ ເຮັດລະງັບກໍດີໂຕນີ້ນ່າ. ບໍ່ເວົ້າບໍ່ວ່າແນວໃດ ຈັກຈະເຮັດແນວໃດ.”

ເຈົ້າໜ້າທີ່ແຮງງານທ່ານນີ້ ກໍຢາກໃຫ້ພັກຣັຖ ພະຍາຍາມຢຸດຕິການລາອອກ ຂອງພະນັກງານ-ຣັຖກອນນັ້ນແດ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 15, 2024 07:46 PM

ແທ້ຈິງແລ້ວ ພະນັກງານລັດ ກໍ່ບໍ່ຢາກລາອອກດອກ ເພາະວ່າ ບາງຄົນ ກໍ່ເຮັດມາດົນແລ້ວ ອີກຢ່າງນຶ່ງ ການສັງກັດລັດ ກໍ່ຖືເປັນກຽດອີກຢ່າງນຶ່ງ ແລະ ຫວັງວ່າ ຖ້າອອກບໍານານ ກໍ່ຍັງຈະໄດ້ເງິນອີກ. ແຕ່ວ່າ ຖ້າຈະຝືນເຮັດຕໍ່ໄປ ກໍ່ບໍ່ຮູ້ວ່າ ຈະເອົາຫຍັງ ມາກິນ ເອົາຫຍັງ ມາລ້ຽງຄອບຄົວ ແລະ ກ່ອນຈະໄປເຖິງບໍານານ ກໍ່ຢ້ານອຶດຕາຍກ່ອນ. ດັ່ງນັ້ນ ຈຶ່ງໄດ້ລາອອກ ຕ້ອງເບິ່ງແຍງເລື້ອງປາກເລື້ອງທ້ອງກ່ອນ ເລື້ອງກຽດນັ້ນ ຂໍເອົາໄວ້ຂ້າງຫລັງກ່ອນ. ລູກໆ ກໍ່ນັບມື້ນັບໃຫຍ່ ການໃຊ້ຈ່າຍກໍ່ຍິ່ງມີຫລາຍ. ສໍາລັບ ພະນັກງານຜູ້ນ້ອຍ ຄືພວກເຮົານີ້ ລໍາບາກຫລາຍ ເພາະວ່າ ຄ່າຄອງຊີບນັບມື້ນັບແພງຂຶ້ນ ແຕ່ເງິນເດືອນຍັງຄືເກົ່າ ຖ້າຂຶ້ນ ກໍ່ຂຶ້ນບໍ່ຫລາຍ. ແຕ່ມາສັງເກດເບິ່ງແລ້ວ ເຈົ້າພະນັກງານ ຂັ້ນກາງແລະຂັ້ນສູງນັ້ນ ຍັງໃຊ້ຈ່າຍຟຸມເພືອຍໄດ້ຢູ່ ມີໂອກາດໄປນັ່ງກິນ ຢູ່ຮ້ານອາຫານແພງໆ ໄປໃຊ້ຈ່າຍ ຊັອບປິ້ງ ຢູ່ຕ່າງປະເທດໄດ້ຢູ່. ຜ່ານມາໄດ້ຍິນ ແຕ່ສຸພາສິດເວົ້າວ່າ ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ, ມັນເປັນແນວນີ້ເດ້. ເຖິງແມ່ນວ່າ ປະເທດຊາດທຸກຍາກ ປະຊາຊົນລໍາບາກ ແຕ່ຜູ້ນໍາລະດັບສູງ ຍັງກິນສະຫນຸກຢູ່ສະບາຍຢູ່. ເວົ້າຫຍັງ ກະບໍ່ໄດ້ແລ້ວ. ປະຊາຊົນ ຊິຫັນໄປເພິ່ງຜູ້ໃດເດ້.