ເຣື້ອງທີ່ເກັບບັນທຶກໄວ້
2022-02-16
ປະເທດລາວ ຣະດົມທຶນຂາຍ ພັນທະບັດຢູ່ຕລາດ ທ້ອງຖິ່ນ ແລະ ສາກົນ ບໍ່ໄດ້ຕາມເປົ້າໝາຍ ແຕ່ ຜູ້ລົງທຶນຍັງລັງເລທີ່ຈະຊື້ ພັນທະບັດຂອງລາວ ຍ້ອນວ່າ ປະເທດລາວ ຖືກຈັດອັນດັບເປັນ ປະເທດທີ່ບໍ່ສາມາດໃຊ້ໜີ້ ໄດ້ທັນເວລາ.
2022-02-16
ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການໄທຍ ແລະ ລາວ ລວມທັງໂຕແທນບໍຣິສັດ ຜູ້ທີ່ຈະພັທນາໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ໄດ້ເຣີ່ມສຳຣວດພື້ນທີ່ ທີ່ຈະກໍ່ສ້າງເຂື່ອນດັ່ງກ່າວນັ້ນ ໃນເບື້ອງຕົ້ນແລ້ວ, ເຊິ່ງກໍມີຄວາມເປັນໄປໄດ້ວ່າ ຊາວບ້ານຈຳນວນນຶ່ງ ທີ່ຢູ່ໃກ້ໂຄງການ ຈະຕ້ອງຖືກໂຍກຍ້າຍ.
2022-02-16
ປະຊາຊົນ ບ້ານກິ່ວງິ້ວ 107 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າຫົງສາ ແລ້ວໂຍກຍ້າຍມາຢູ່ ບ້ານຈັດສັນກິ່ວງິ້ວໃໝ່ ຈະຮັບທີ່ດິນທໍາກິນ ຄອບຄົວລະ ປະມານ 3 ເຮັກຕ້າຣ໌ ແຕ່ຍັງບໍ່ຮູ້ ວັນເວລາທີ່ແນ່ນອນ ວ່າຈະໄດ້ດິນດັ່ງກ່າວນີ້ ໃນມື້ໃດແທ້.
2022-02-16
ນັກວິຊາການເວົ້າວ່າ ສາເຫດຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ເກີດຈາກເຂື່ອນຈີນ ແລະ ເຂື່ອນຕ່າງໆ ຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ເພື່ອຜລິດໄຟຟ້າ ໃນຍາມຕ້ອງການນ້ຳ ຮ່ວມດ້ວຍສະພາບ ອາກາດປ່ຽນ ໃນຂົງເຂດລຸ່ມ ແມ່ນໍ້າຂອງນໍາ.
2022-02-15
ແມ່ຍິງລາວ ທີ່ເຄີຍເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄດ້ເລົ່າເຖິງເຫດການ ທີ່ບໍ່ຄາດຄິດມາກ່ອນ ວ່າຈະເກີດຂຶ້ນ ກັບພວກເຂົາເຈົ້າ ຈຶ່ງຂໍຝາກເຕືອນ ຊາຍໜຸ່ມຍິງສາວ ຊາວລາວທຸກຄົນ ທີ່ຄິດຢາກໄປເຮັດວຽກ ຢູ່ສະຖານທີ່ດັ່ງກ່າວນີ້ ໃຫ້ຄິດຕຶກຕອງໃຫ້ດີ.
2022-02-15
ປີ 2021 ປະຊາຊົນລາວ ໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ 7 ໝື່ນປາຍຄົນ ເຮັດໃຫ້ ປະຊາຊົນ ຈຳນວນດັ່ງກ່າວນີ້ ສູນເສັຽ ເຮືອນ, ທີ່ດິນທຳການຜລິດ, ເຖິງຈະມີການຊ່ອຍ ແຕ່ກໍບໍ່ພໍ ກັບຄວາມຕ້ອງການ ແລະ ສິ່ງທີ່ໄດ້ສູນເສັຽໄປ.
2022-02-15
ແຂວງໄຊຍະບູຣີ ສັ່ງໂຈະງານບຸນຊ້າງ ປະຈຳປີ 2022 ນີ້, ໃຫ້ເຮັດແຕ່ພິທີຄອບເລົ່າ ຕັກບາດເພື່ອອຸທິດສ່ວນບຸນໃຫ້ຊ້າງ, ບໍ່ມີການແຫ່ ຂະບວນຊ້າງ, ບໍ່ມີຕະຫລາດນັດ ວາງສະແດງສິນຄ້າ ແລະກິຈກັມ ອື່ນໆເພື່ອປະຕິບັດ ມາຕການ ປ້ອງກັນການຣະບາດ ຂອງໂຄວິດ-19.
2022-02-15
ມີພະນັກງານ ທີ່ເຮັດວຽກ ຢູ່ສະຖານີ ຣົຖໄຟລາວ-ຈີນ ແລະ ບຸກຄົນຈໍານວນນຶ່ງ ຊື້ປີ້ຣົຖໄຟ ເພື່ອຂາຍຕໍ່ ໃຫ້ຄົນຮູ້ຈັກກັນ ຫລືຜູ້ທີ່ຢາກໄດ້ ປີ້ຣົຖໄຟດ່ວນ ໂດຍຄິດຄ່າບໍຣິການ ເທື່ອລະ 30,000-50,000 ກີບຕໍ່ຄົນ, ເຮັດໃຫ້ຫລາຍຄົນ ທີ່ລຽນແຖວ ຖ້າຊື້ປີຣົຖໄຟ ບາງມື້ບໍ່ໄດ້ ຍ້ອນປີ້ ໝົດກ່ອນ.
2022-02-15
ນັກລົງທຶນລາວ ກຽມຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະແຮ່ຄຳ, ແຕ່ຊາວບ້ານກັງວົນ ຄ່າຊົດເຊີຍທີ່ດິນ ຫຼັງຈາກທີ່ ທາງການລາວ ໄດ້ເຊັນສັນຍາ ອະນຸມັດໃຫ້ ທາງບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ການຂຸດຄົ້ນ ບໍ່ແຮ່ດັ່ງກ່າວ.
2022-02-14
ການເຮັດນາປີ ໄດ້ກຳໄລຫລຸດລົງ ຍ້ອນ ລາຄາເຂົ້າສານຕໍ່າ ແຕ່ຕົ້ນທຶນ ທັງຄ່າແຮງງານ ຄ່າບຸກເບີກເນື້ື້ອທີ່ ທຳການຜລິຕ ແລະ ຄ່າປຸຍ ແພງຂຶ້ນກວ່າທຸກປີ ແລະລະບົບຊົລ ປະທານ ກໍເປັນອີກບັນຫານຶ່ງ ຊຶ່ງເຮັດໃຫ້ເຂົ້ານາປີ ຂາດນ້ຳ ແລະໄດ້ຜົລຜລິດ ບໍ່ສົມບູນ.
2022-02-14
ກຸ່ມຮ້ານບັນເທີງ, ຮ້ານຄາຣາໂອເກະ ປັບປ່ຽນມາເປັນ ຮ້ານອາຫານ ເພື່ອຄວາມຢູ່ລອດ ໃນຊ່ວງທີ່ໂຄວິດ-19 ຍັງຣະບາດ ຢູ່ ແລະ ທາງການລາວ ກໍຍັງສັ່ງຫ້າມ ເປີດຮ້ານບັນເທີງ ເພື່ອຄວບຄຸມ ການຣະບາດ ຂອງເຊື້ອໂຄວິດ-19.
2022-02-14
ທາງການເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວເຕືອນ ແລະແນະນໍາ ໃຫ້ຜູ້ປະກອບການ ບໍຣິການ ກິຈການຮ້ານກິນດື່ມ ແລະຂາຍເຄື່ອງ ຢູ່ແຄມແມ່ນໍ້າຊອງ ເຈົ້ານຶ່ງໃຫ້ຫຍັບຕຽງ ແລະສິ່ງກີດຂວາງອື່ນໆ ເຂົ້າຕາຝັ່ງ ພາຍຫຼັງພົບວ່າ ມີການນໍາເອົາ ຕຽງລົງນໍ້າຊອງກາຍ 5 ແມັດ.
2022-02-14
ບັນຫາ ຄົນຂັບຣົຖຊາວຈີນ ມັກແຊງຄີວ ຣົຖບັນທຸກລາວ ຢູ່ດ່ານສາກົລ ບໍ່ເຕັນ ຊຶ່ງມີເຈົ້າໜ້າທີ່ ໃຫ້ຄວາມສະດວກ ຊຶ່ງສ້າງຄວາມເດືອດຮ້ອນ ແລະ ຄວາມບໍ່ເປັນທັມ ໃຫ້ຄົນຂັບຣົຖຂົນສົ່ງ ທີ່ປະຕິບັດຕາມ ຣະບຽບ.
2022-02-14
ແມ່ຍິງລາວ 3 ຄົນ ທີ່ໄປເຮັດວຽກ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຖືກບັງຄັບ ຂາຍບໍຣິການ ທາງເພດ, ເຂົາເຈົ້າ ຕ້ອງການ ຄວາມຊ່ວຍເຫຼືອ ແລະໄດ້ພຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ ຕໍາຣວດ ສະເພາະກິຈ ຫຼາຍຄັ້ງ ເພື່ອຂໍຄວາມຊ່ອຍເຫຼືອ ແຕ່ວ່າ ບໍ່ມີເຈົ້າໜ້າທີ່ ຮັບໂທຣະສັບ ຫຼືຕອບຂໍ້ຄວາມ.
2022-02-14
ຫຼັງຈາກທີ່ ເຈົ້າສຸພານຸວົງ ແລະ ພັກພວກແນວລາວ ຖືກນໍາຕົວ ໄປຮັກສາໄວ້ ທີ່ຄ້າຍທະຫານໂພນເຄັງ, ສຖານະການ ການເມືອງ ແລະ ການທະຫານ ໃນຣາຊອານາຈັກລາວ ກໍຍິ່ງຊຸດໂຊມລົງ.