ຫ້າມຕັ້ງຕຽງ ໃສ່ນ້ຳຊອງ ຫ່າງຈາກຝັ່ງ ກາຍ 5 ແມັດ
2022.02.14
ຄະນະສະເພາະກິຈ ແກ້ໄຂບັນຫາແຫຼ່ງທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວເຕືອນ ແລະແນະນໍາ ໃຫ້ຜູ້ປະກອບການບໍຣິການ ກິຈການຮ້ານກິນດື່ມ ແລະຂາຍເຄື່ອງຢູ່ແຄມຕາມແມ່ນໍ້າຊອງເຈົ້ານຶ່ງ ໃຫ້ຫຍັບຕຽງແລະສິ່ງກີດຂວາງອື່ນໆ ເຂົ້າຕາຝັ່ງ ເມື່ອວັນທີ່ 11 ກຸມພາ ທີ່ຜ່ານມາ ພາຍຫຼັງພົບວ່າ ມີການນໍາເອົາຕຽງລົງນໍ້າຊອງກາຍ 5 ແມັດ ຊຶ່ງເປັນການລະເມີດຂໍ້ຫ້າມ ແລະກີດຂວາງການລົງຫຼີ້ນນໍ້າຂອງນັກທ່ອງທ່ຽວ, ກີດຂວາງການສັນຈອນທາງນໍ້າ ຮວມທັງອາຈສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສ້າງຄວາມບໍ່ສະອາດໃຫ້ແກ່ສາຍນໍ້າຊອງນໍາ.
ໃນໄລຍະເດືອນມົກກະຣາ ຫາເດືອນມິນາຂອງທຸກປີ ຣະດັບນໍ້າໃນແມ່ນໍ້າຊອງຈະຫຼຸດລົງ ເຮັດໃຫ້ຄວາມກວ້າງຂອງນໍ້າຊອງຫຼຸດລົງນໍາດ້ວຍ ສະນັ້ນ ທາງການເມືອງວັງວຽງ ຈຶ່ງສັ່ງຫ້າມ ບໍ່ໃຫ້ຜູ້ປະກອບການຮ້ານກິນດື່ມ ຫຼືຮ້ານຂາຍເຄື່ອງ ຕິດຕັ້ງສິ່ງປຸກສ້າງຕ່າງໆ ບໍ່ວ່າຈະເປັນຕຽງຫຼືຕູບນ້ອຍນັ່ງພັກ ກາຍເຂົ້າໄປໃນແຄມນໍ້າຊອງຫຼາຍກວ່າ 5 ແມັດ ເພື່ອໃຫ້ມີພື້ນທີ່ສໍາລັບການລ່ອງເຮືອຫຼາຍກວ່າ 15 ແມັດ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງວັງວຽງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເສຣີ ໃນວັນທີ່ 14 ກຸມພາ ນີ້ວ່າ:
“ເພິ່ນກະມີມາຕການ ວ່າໄລຍະສາຍນໍ້າຊອງນີ້ ມີຄວາມກວ້າງ ສາມາດລ່ອງເຮືອໄດ້ ໃຫ້ຢູ່ໃນໄລະຍະ ແມ່ນ 15 ແມັດ ໃຫ້ສາມາດເຮືອຫາຍັກ ຫຼືວ່າລ່ອງຜ່ານແນວໃດໆ ຈາກແຄມຝັ່ງນໍ້າຊອງເນາະ ຍື່ນເຂົ້າມາສາຍນໍ້າຫັ້ນນ່າ ບໍ່ເກີນ 5 ແມັດເນາະ ແຕ່ວ່າບາງຜູ້ປະກອບການ ກໍມີການລະເມີດຫັ້ນແຫຼະເນາະ ໄລຍະນີ້ກໍເປັນໄລຍະນໍ້າແຫ້ງເນາະ ສາຍນໍ້າຊອງມັນແຄບຢູ່ແລ້ວ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສບັບເລຂທີ່ 73/ຫສນຍ ລົງວັນທີ່ 20 ມົກກະຣາ ປີ 2022 ກ່ຽວກັບການຈັດຕັ້ງປະຕິບັດ ມາຕການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະການກະຕຣຽມເປີດການທ່ອງທ່ຽວສີຂຽວ ໂດຍທາງການແຂວງວຽງຈັນ ກໍໄດ້ກໍານົດພື້ນທີ່ ການທ່ອງທ່ຽວສີຂຽວສະເພາະເມືອງວັງວຽງ ແລະອະນຸຍາດໃຫ້ຮ້ານກິນດື່ມ ແລະຮ້ານຂາຍເຄື່ອງຢູ່ແຄມນໍ້າຊອງ ໃຫ້ເປີດບໍຣິການພຽງ 4-5 ຈຸດ ເປັນຕົ້ນ ຮ້ານທີ່ເຄີຍເປີດໃຫ້ບໍຣິການ ມາແຕ່ດົນແລ້ວເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ປັດຈຸບັນ ກໍຍັງມີຮ້ານກິນດື່ມ ແລະຮ້ານຂາຍເຄື່ອງ ຢູ່ແຄມນໍ້າຊອງອີກຈໍານວນນຶ່ງ ຍັງບໍ່ປະຕິບັດຕາມຂໍ້ຫ້າມດັ່ງກ່າວ ດ້ວຍການເປີດໃຫ້ບໍຣິການຕຽງນັ່ງ, ຕູບນັ່ງພັກຜ່ອນ ແລະສິ່ງກີດຂວາງອື່ນໆ ກາຍເຂົ້າໄປໃນແມ່ນໍ້າຊອງ ຈາກດິນຕາຝັ່ງຫຼາຍກວ່າ 5 ແມັດ ຊຶ່ງກະທົບຕໍ່ທັດສະນີຍະພາບ ແລະການລ່ອງເຮືອໃນແມ່ນໍ້າຊອງ.
ດັ່ງເຈົ້າຂອງຮ້ານອາຫານ ຢູ່ແຄມນໍ້າຊອງ ເມືອງວັງວຽງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ນໍ້າລົງ ແຕ່ວ່າເຮົາລ່ອງເຮືອກະໄດ້ ແຕ່ວ່າຄົນຂະເຈົ້າມານັ່ງຫຼີ້ນນໍ້າຫຼາຍ ກໍມີແຕ່ເປັນຕູບນ່າ ເອົາຕູບລົງນໍ້າຫັ້ນນ່າ ກໍກາຍໄປຫຼາຍເຕີບຢູ່ ຂະເຈົ້າກໍກໍານົດຫັ້ນແຫຼະ ຂະເຈົ້າບໍ່ໃຫ້ກາຍໜ້ານໍ້າ 5 ແມັດບໍ ບາງຮ້ານເຂົາກໍຈະກາຍໄປໜ້ອຍນຶ່ງ ກາຍໄປໜ້ອຍນຶ່ງ ກາຍຫຼາຍຢູ່ ຂະເຈົ້າກະບໍ່ໃຫ້ກາຍ.”
ທາງດ້ານຜູ້ປະກອບການທຸຣະກິຈຕ່າງໆ ພາຍໃນເມືອງວັງວຽງ ອີກຈໍານວນນຶ່ງ ກໍຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງກວດກາຄືນ ແລະປ້ອງກັນ ບໍ່ໃຫ້ຫົວໜ່ວຍທຸຣະກິຈຕ່າງໆ ສ້າງສິ່ງປຸກສ້າງຊະຊາຍໃນພື້ນທີ່ສາທາຣະນະ ແລະບົດບັງທັດສະນີຍະພາບ ທາງທັມມະຊາດຕາມແຄມນໍ້າຊອງ.
ດັ່ງເຈົ້າຂອງທຸຣະກິຈເຮືອກາຍັກ ຢູ່ເມືອງວັງວຽງ ອີກນາງນຶ່ງ ກ່າວວ່າ:
“ແມ່ນລະ ນຶ່ງມາລະບົບນໍ້າເສັຍເນາະ ຖ້າປຸກຕູບມາ ປຸກຕຶບຫຼາຍ ມັນກະສົ່ງຜົລກະທົບເຣື່ອງນໍ້າເສັຍ ກະບົດບັນທັມມະຊາດນໍາ ເປັນໄປໄດ້ ກໍບໍ່ຢາກໃຫ້ປຸກຂຶ້ນສູງອີກຫັ້ນແຫຼະ.”
ອີງຕາມແຈ້ງການຂອງຄະນະສະເພາະກິຈ ແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ສບັບເລຂທີ່ 050/ຈມ.ວວ ລົງວັນທີ່ 7 ກັນຍາ ປີ 2020 ຣະບຸວ່າ ໃຫ້ພໍ່ແມ່ປະຊາຊົນ, ຜູ້ປະກອບການທຸຣະກິຈ, ພໍ່ຄ້າຊາວຂາຍ ໃນເຂດເທສບານທົ່ວເມືອງວັງວຽງ ຕື່ນໂຕ ແລະເປັນເຈົ້າການ ໃນການກວດກາ ເບິ່ງສິ່ງປຸກສ້າງ ແລະຕໍ່ເທີບ ຕໍ່ເຕີມວັດສະດຸອຸປະກອນ ໃນທຸຣະກິຈ ແລະປ້າຍໂຄສະນາ ທີ່ກວມເອົາເຂດສງວນທາງຍ່າງ, ແຄມນໍ້າຊອງ ແລະບ່ອນອື່ນໆ ທີ່ເປັນເຂດສງວນສາທາຣະນະ ແມ່ນໃຫ້ຮື້ຖອນ, ໂຍກຍ້າຍອອກ ຫາກບໍ່ປະຕິບັດຕາມພາຍໃນໄລຍະເວລາ 15 ມື້ ຈະຖືກປັບໃໝເປັນເງິນ 10 ລ້ານກີບ.
ທີ່ຜ່ານມາ ນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ນິຍົມເດີນທາງມາທ່ອງທ່ຽວຢູ່ເມືອງວັງວຽງ ເຮັດໃຫ້ມີນັກລົງທຶນ ທັງພາຍໃນແລະຕ່າງປະເທດໃຫ້ຄວາມສົນໃຈ ມາລົງທຶນເຮັດທຸຣະກິຈເປັນຈໍານວນຫຼາຍ ໂດຍສະເພາະ ບໍຣິເວນແຄມນໍ້າຊອງ.
ດັ່ງເຈົ້າຂອງທຸຣະກິຈເຮືອນພັກ ຢູ່ແຄມນໍ້າຊອງ ທ່ານນຶ່ງ ກ່າວວ່າ:
“ແຄມຊອງ ແຄມຊອງສ່ວນຫຼາຍນະ ເຂົາຈະຂາຍອາຫານ ແລ້ວກໍເຄື່ອງດື່ມ ແລ້ວກໍວິວຊົມວິວຕ່າງໆຫັ້ນແຫຼະ ໂອ້ຫຼາຍໆ ເພາະວ່າເຂົາເປີດຮັບນັກທ່ອງທ່ຽວ ມາແຕ່ດຶກດໍາບັນແລ້ວ ແລະເຂົາກໍມາເປີດຕໍ່ເນື່ອງອີກ ເປີດໂຕໃໝ່ໂຕເກົ່າປົນກັນ ກໍຖືກວ່າພັທນາໄປອີກຫຼາຍເລີຍເນາະ.”
ໃນຂະນະດຽວກັນ ເມື່ອມີນັກທ່ອງທ່ຽວ ມາທ່ຽວເປັນຈໍານວນຫຼາຍ ກໍເຮັດໃຫ້ຈໍານວນຂີ້ເຫຍື້ອຕາມບ່ອນຕ່າງໆ ມີຈໍານວນຫຼາຍນໍາດ້ວຍ ໂດຍສະເພາະຮ້ານກິນດື່ມແລະຮ້ານຂາຍເຄື່ອງ ທີ່ຖິ້ມຂີ້ເຫຍື້ອຊະຊາຍຢູ່ຕາມແຄມນໍ້າຊອງ ຊຶ່ງຂີ້ເຫຍື້ອດັ່ງກ່າວນີ້ ເມື່ອໄຫຼລົງສູ່ແຫຼ່ງນໍ້າແລ້ວ ກໍຈະເຮັດໃຫ້ເກີດບັນຫານໍ້າເປື້ອນຕາມມາ ໂດຍປັດຈຸບັນ ພັດຍັງບໍ່ເຫັນໜ່ວຍງານທີ່ກ່ຽວຂ້ອງເຂົ້າມາແກ້ໄຂ.
ດັ່ງຜູ້ປະກອບການຮ້ານອາຫານ ຢູ່ແຄມນໍ້າຊອງ ອີກທ່ານນຶ່ງ ກ່າວວ່າ:
“ຍັງໆ ຍັງອັນພວກທ່ອງທ່ຽວ ພວກແມ່ນໍ້ານີ້ແຫຼະ ແຕ່ວ່າງົບປະມານ ທາງອັນນ່າເມືອງເຂົາຍັງບໍ່ໃຫ້ ຄັນໃຫ້ມາເຂົາກໍລົງໄປ ອັນເກັບຂີ້ເຫຍື້ອແມ່ນຫຍັງຫັ້ນນ່າ ແຕ່ວ່າຂີ້ເຫຍື້ອມັນຫຼາຍ ຢູ່ແຖວຮ້ານເຂົາຂາຍເຫຼົ້າຂາຍເບັຍ ແລ້ວເຂົາຖິ້ມລົງຫັ້ນນ່າ.”
ຢ່າງໃດກໍຕາມ ເຖິງແມ່ນວ່າເມືອງວັງວຽງ ແມ່ນເປັນນຶ່ງ ໃນຫຼາຍສະຖານທີ່ ທີ່ຣັຖບານກໍານົດໃຫ້ເປັນເຂດທ່ອງທ່ຽວສີຂຽວໄລຍະທີ່ 1 ແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ຕາມໂຄງການຂອງຣັຖບານເທື່ອ ສະນັ້ນ ທາງການເມືອງວັງວຽງ ຈຶ່ງໃຫ້ຄວາມສໍາຄັນ ກັບນະໂຍບາຍ ລາວທ່ຽວລາວຫຼາຍກວ່າ ພ້ອມທັງຮຽກຮ້ອງໃຫ້ຫົວໜ່ວຍທຸຣະກິຈ ບໍຣິການທ່ອງທ່ຽວພາຍໃນເມືອງ ເອົາໃຈໃສ່ປະຕິບັດຕາມ ມາຕການປ້ອງກັນເຊື້ອໂຄວິດ-19 ຢ່າງເຂັ້ມງວດ.