ບໍຣິສັດ ທ່ອງທ່ຽວ ຫຼາຍແຫ່ງ ຂາດເຂີນພະນັກງານ ນໍາທ່ຽວ

ຈຳປາທອງ
2023.06.08
ບໍຣິສັດ ທ່ອງທ່ຽວ ຫຼາຍແຫ່ງ ຂາດເຂີນພະນັກງານ ນໍາທ່ຽວ ນັກທ່ອງທ່ຽວ ຢູ່ຕໍ່ໜ້າພຣະຣາຊວັງເກົາ (ຫໍພິພິດຕະພັນ) ນະຄອນຫຼວງພຣະບາງ ສະຖານທີ່ສຳຄັນ ທາງປວັດສາດ ຂອງແຂວງຫຼວງພຣະບາງ, ເດືອນມີນາ 2023.
Courtesy Photo

ປັດຈຸບັນ ຫຼາຍບໍຣິສັດທ່ອງທ່ຽວ ຢູ່ແຂວງຕ່າງໆຂອງລາວ ໂດຍສະເພາະ ຢູ່ແຂວງຫຼວງພຣະບາງ ແລະເມືອງວັງວຽງ ແຂວງວຽງຈັນ ປະສົບບັນຫາຂາດ ເຂີນພະນັກງານນໍາທ່ຽວ ຍ້ອນຫຼາຍສາເຫດ. ໃນນັ້ນຮວມທັງບັນຫາ ພະນັກງານນໍາທ່ຽວ ຈໍານວນນຶ່ງ ອອກໄປປະກອບອາຊີບອື່ນ ທີ່ມີລາຍໄດ້ດີກວ່າ ແລະສ່ວນນຶ່ງ ກໍອອກໄປເຮັດວຽກນໍາທ່ຽວ ແບບອິສຣະ, ເຮັດໃຫ້ບໍຣິສັດທ່ອງທ່ຽວ ຫຼາຍແຫ່ງ ບໍ່ສາມາດໃຫ້ບໍຣິການ ນໍາທ່ຽວໄດ້ດີເທົ່າທີ່ຄວນ, ອີງຕາມຄໍາເວົ້າ ຂອງພະນັກງານ ບໍຣິສັດທ່ອງທ່ຽວຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ມິຖຸນານີ້.

“ແມ່ນລະວະ ກ່ອນໜ້ານັ້ນເຂົາກະບໍ່ໄດ້ອອກຫຼາຍປານໃດເນາະ ແຕ່ວ່າມັນກະປ່ຽນໄປຕາມສະພາບໂຄວິດແດ່ ຍ້ອນນັ້ນແດ່ຊອກວຽກໃໝ່ແດ່ ຖືກຊ່ວງໂລແດ່ ແຂກມາທ່ຽວບໍ່ໄດ້ແລ້ວເພິ່ນກະບໍ່ອັນນັ້ນ.”

ພະນັກງານບໍຣິສັດທ່ອງທ່ຽວ ອີກແຫ່ງນຶ່ງ ຢູ່ແຂວງຫຼວງພຣະບາງ ຄືກັນນີ້ກໍເວົ້າວ່າ ສາເຫດທີ່ເຮັດໃຫ້ຈໍານວນພະນັກງານ ນໍາທ່ຽວຫລຸດໜ້ອຍລົງນີ້ ກໍຍ້ອນຫຼາຍຄົນໄດ້ອອກໄປເຮັດວຽກອື່ນ ເປັນຕົ້ນວ່າ ໄປອອກແຮງງານ ຢູ່ປະເທດໄທຍ ທີ່ມີລາຍໄດ້ດີກວ່າ, ເຮັດໃຫ້ຫຼາຍບໍຣິສັດທ່ອງທ່ຽວ ບາງຄັ້ງບໍ່ສາມາດຕອບສນອງ ຄວາມຕ້ອງການ ຂອງນັກທ່ອງທ່ຽວໄດ້.

“ເນື່ອງຈາກວ່າແຮງງານລາວເຮົາ ກໍໄດ້ໂຍກຍ້າຍໄປປະກອບເອກະສານ ໄປເຮັດວຽກຢູ່ຕ່າງປະເທດ ຕົວຢ່າງກະຄືປະ ເທດໄທຍເນາະ ເຮັດວຽກຢູ່ໂຮງຈັກໂຮງງານ, ໝາກໄມ້ຮ້ານອາຫານ ກໍເລີຍພາໃຫ້ແຮງງານເຮົາຂາດໄປ  ບໍ່ສາມາດຕອບສນອງ ຄວາມຮຽກຮ້ອງຕ້ອງການ ຂອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ລາວເຮົາ ໄກ້ດ໌ນໍາທ່ຽວ ມີຜູ້ພາທ່ຽວມີໜ້ອຍ ຈໍານວນໜ້ອຍ.”

ທີ່ເມືອງວັງວຽງ ແຂວງວຽງຈັນ ພະນັກງານບໍຣິສັດທ່ອງທ່ຽວ ແຫ່ງນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ມິຖຸນານີ້ວ່າ ບໍຣິສັດທ່ອງທ່ຽວ ຫຼາຍແຫ່ງຢູ່ເມືອງວັງວຽງ ກໍຂາດເຂີນພະນັກງານ ນໍາທ່ຽວຄືກັນ ຍ້ອນຫຼາຍຄົນ ໄດ້ອອກໄປປະກອບທຸຣະກິຈ ສ່ວນຕົວ ນັບຕັ້ງແຕ່ມີການແຜ່ຣະບາດ ຂອງໂຄວິດ-19 ມາ.

“ຂາດຢູ່. ບໍ່! ບໍ່ກ່ຽວກັບເງິນເຟີ້ ເພາະວ່າສ່ວນຫຼາຍແມ່ນ ເຂົາໄປເຮັດວຽກສ່ວນຕົວເຂົາ. ບໍ່ມີຫຍັງນ່າ ລູກຄ້າ ພໍມີຢູ່ຕລອດ.”

ແຕ່ເຖິງຢ່າງໃດກໍຕາມ ພະນັກງານນໍາທ່ຽວ ອິສຣະທ່ານນຶ່ງ ກໍເວົ້າເຖິງສາເຫດ ທີ່ເຮັດໃຫ້ພະນັກງານນໍາທ່ຽວ ຈໍານວນນຶ່ງ ອອກຈາກບໍຣິສັດ ວ່າ ອອກໄປເປັນຄົນນໍາທ່ຽວແບບອິສຣະ ຍ້ອນມີລາຍໄດ້ດີກວ່າເຮັດຢູ່ນໍາບໍຣິສັດ.

“ບາງຄົນເຂົາເຈົ້າກະບໍ່ຢາກກິນເງິນເດືອນ ເພາະວ່າດຽວນີ້ມັນໂລຊີເຊິນເນາະ ແລ້ວເຂົາຢາກໃຫ້ພະນັກ ງານ ນໍາທ່ຽວຫັ້ນໄປກິນເງິນເດືອນເຂົາ 2-3 ລ້ານຊີ້ນ່າ ຟຣີແລັນສ ກະໝາຍຄວາມວ່າ ເຂົາບໍ່ຢາກຂຶ້ນກັບບໍຣິສັດ ເຂົາຮັບວຽກເປັນວຽກເນາະ ໄດ້ແລ້ວກະເຂົາໄດ້ຫຼາຍກວ່າ ຖ້າກິນເງິນເດືອນຊີ້ ບາງມື້ກະຕ້ອງ ໄດ້ທຽວ ໄປຫ້ອງການອິຫຍັງຕລອດ ມີວຽກກະເຂົ້າໄປ ບໍ່ມີວຽກກະຕ້ອງເຂົ້າໄປ.”

ພ້ອມດຽວກັນນັ້ນ ທ່ານກໍເວົ້າວ່າ ເຖິງຈະມີພະນັກງານນໍາທ່ຽວ ຈາກຕ່າງປະເທດ ເປັນຕົ້ນຈາກຈີນ ທີ່ພາລູກຄ້າເຂົ້າມາທ່ຽວລາວ ແຕ່ຕາມກົດລະບຽບຂອງລາວ ແລ້ວແມ່ນຈໍາເປັນຕ້ອງໄດ້ຈ້າງ ພະນັກງານນໍາທ່ຽວ ທີ່ເປັນຄົນລາວນໍາ ຊຶ່ງສ່ວນໃຫຍ່ ຈີນມັກຈ້າງຄົນນໍາທ່ຽວລາວ ທີ່ນໍາທ່ຽວແບບອິສຣະນັ້ນ.

ກ່ຽວກັບບັນຫາການຂາດເຂີນ ພະນັກງານນໍາທ່ຽວຢູ່ລາວ ໃນປັດຈຸບັນ, ໂດຍ ອະດີດ ເຈົ້າໜ້າທີ່ຂແນງການທ່ອງທ່ຽວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ມິຖຸ ນານີ້ວ່າ ຖ້າຫາກຂາດເຂີນ ຄົນນໍາທ່ຽວໄປເລື້ອຍໆ ກໍອາຈເຮັດໃຫ້ເກີດຄວາມຫຍຸ້ງຍາກ ສໍາລັບບໍຣິສັດທ່ອງທ່ຽວ ໃນການນໍາທ່ຽວ.

“ມັນເປັນແບບນີ້ຕໍ່ໄປ ມັນກະພົບຄວາມຫຍຸ້ງຍາກຫັ້ນແຫຼະ ຂອງການທ່ອງທ່ຽວຂອງການນໍາທ່ຽວເດ້ ເພາະວ່າ ກ່ອນຊິໄດ້ສ້າງພະນັກງານ ນໍາທ່ຽວຜູ້ນຶ່ງມັນກໍຕ້ອງໄດ້ຮຽນຮູ້ ສະຖານທີ່ ທ່ອງທ່ຽວຫຼາຍໆອັນ ດ້ານບຸກຄະລິກ, ເຣື່ອງວິທີການນໍາພາທ່ຽວ, ເຣື່ອງອັນອື່ນໆເດ້ ມັນຕາງໜ້າບໍຣິສັດ ຕາງໜ້າຣັຖ.”

ເມື່ອກ່ອນໜ້ານີ້ ໃນພິທີເປີດຊຸດຝຶກອົບຮົມ ພະນັກງານນໍາທ່ຽວ ລະດັບຊາຕ ຄັ້ງທີ 28 ເມື່ອວັນທີ 6 ມິຖຸນາ 2023 ຍານາງ ເພັນປະພາ ພົງສາ, ຮອງຫົວໜ້າສະຖາບັນ ສື່ມວນຊົນ ວັທນະທັມ ແລະທ່ອງທ່ຽວ ໄດ້ກ່າວເຖິງພາບລວມ ຂອງການບໍຣິການ ດ້ານການທ່ອງທ່ຽວ ຢູ່ລາວ ວ່າ ຍັງພົບຄວາມຫຍຸ້ງຍາກ, ຍັງຂາດເຂີນພະນັກງານ ນໍາທ່ຽວ, ເຮັດໃຫ້ຫຼາຍບໍຣິສັດ ບໍ່ສາມາດໃຫ້ບໍຣິການ ແບບຮັບປະ ກັນຄຸນນະພາບ ຂອງການບໍຣິການທ່ອງທ່ຽວໄດ້. ດັ່ງນັ້ນຈຶ່ງໄດ້ມີການຝຶກອົບຮົມ ພະນັກງານນໍາທ່ຽວຕື່ມອີກ ເພື່ອໃຫ້ມີຈໍານວນ ພຽງພໍກັບຄວາມຕ້ອງການຕົວຈິງ ຂອງການທ່ອງທ່ຽວລາວ.

ອີງຕາມຂໍ້ມູນຈາກເວັບໄຊຕ໌ ຂອງກົມຄຸ້ມຄອງ ທຸຣະກິຈທ່ອງທ່ຽວ, ຢູ່ລາວໄດ້ມີພະນັກງານ ນໍາທ່ຽວທັງໝົດ 1,684 ຄົນ, ແຕ່ບໍ່ມີຂໍ້ມູນວ່າ ປັດຈຸບັນຍັງເຫຼືອ ຢູ່ຈັກຄົນ.

ໃນມື້ວັນທີ 8 ມິຖຸນານີ້ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ເປີດກອງປະຊຸມ ປຶກສາຫາລືດ້ານການທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນ ເພື່ອຟື້ນຟູສະພາບການທ່ອງທ່ຽວໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.