ແມ່ຍິງລາວ ຖືກຂາຍຕໍ່ ໃຫ້ຂາຍບໍຣິການ ທາງເພດ
2022.02.15
ໃນໄລຍະທ້າຍເດືອນ ພຶສຈິກາ ປີ 2021 ເປັນຕົ້ນມາ ມີແມ່ຍິງລາວ ຈາກຫຼາຍແຂວງ ຫຼາຍຄົນ ອາຍຸລະຫວ່າງ 19 - 20 ປາຍປີ ຊຶ່ງສ່ວນໃຫຍ່ແມ່ນໄປຈາກ ຄອບຄົວທີ່ທຸກຍາກລໍາບາກ ການສຶກສາກໍມີພຽງເລັກໜ້ອຍ ໄປແບບສມັກໃຈ ຍ້ອນຖືກຕົວະວ່າ ໄປເຮັດວຽກຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວນັ້ນ ໄດ້ເຮັດວຽກດີ ແລະ ມີເງິນເດືອນຫຼາຍ ຮວມທັງຄົນທີ່ຊັກຊວນນັ້ນ ກໍບອກວ່າມີທີ່ພັກເຊົາ ແລະ ການຢູ່ກິນຟຣີ ລ້ຽງເຂົ້າ 3 ຄາບຕໍ່ມື້ນໍາດ້ວຍ ແຕ່ເມື່ອໄປຮອດພຸ້ນແລ້ວ ພັດບໍ່ເປັນຄືແນວນັ້ນ ບາງຄົນ ກໍໄດ້ເຮັດວຽກຕາມທີ່ຕົກລົງກັນໄວ້ ແຕ່ຫຼາຍຄົນ ພັດຖືກຕົວະວ່າມາເຮັດວຽກຕອບແຊັດ ຫຼັງຈາກນັ້ນກໍພັດ ຖືກນາຍໜ້າຂາຍຕໍ່ໃຫ້ຄົນຈີນ ເພື່ອໄປເຮັດວຽກເປັນສາວຂາຍບໍຣິການທາງເພດ ສ່ວນເຣື່ອງອາຫານ 3 ຄາບທີ່ວ່ານັ້ນ ກໍບໍ່ໄດ້ລ້ຽງເລີຍ ທຸກຢ່າງຕ້ອງຈ່າຍເອງໝົດ.
ດັ່ງແມ່ຍິງ ຈາກແຂວງຄໍາມ່ວນ ນາງນຶ່ງ ທີ່ເຈົ້າໜ້າທີ່ຊ່ອຍເຫຼືອອອກມາໄດ້ ໃນທ້າຍເດືອນມົກກະຣາ ທີ່ຜ່ານມາ ເລົ່າເຫດຜົລທີ່ນາງຕັດສິນໃຈໄປເຮັດວຽກ ຢູ່ບ່ອນດັ່ງກ່າວ ໃຫ້ວິທຍຸເອເຊັຽເສຣີຟັງວ່າ:
“ເປັນຄົນລາວຄືກັນນີ້ແຫຼະ ຕິດຕໍ່ມາວ່າຊິ ໄປເຮັດວຽກຢູ່ ສາມຫຼ່ຽມທອງຄໍາ ວ່າເງິນເດືອນ 30-40 ລ້ານ ແລະເບິ່ງຄືເຫັນຫຼາຍຄົນໄປ ແບບໄດ້ເງິນຈັ່ງຊີ້ນ່າ ລະກະເລີຍຢາກໄປເບິ່ງ ກະເລີຍແບບວ່າຕັດສິນໃຈວ່າໄປ ໄປຕັ້ງແຕ່ວັນທີ່ 27 ເດືອນ 11 ໄປຮອດຕົ້ນເຜິ້ງ ກະກັກໂຕຢູ່ຕົ້ນເຜິ້ງຫັ້ນ ຕັ້ງແຕ່ວັນທີ່ 30 ເດືອນ 11 ຮອດວັນທີ່ 27 ເດືອນ 12 ປີ 2021 ຢູ່ຫັ້ນຮອດວັນທີ່ 27 ແລ້ວເຂົ້າໄປໃນຄາຊິໂນ ກະກັກໂຕອີກ ແຕ່ວັນທີ່ 27 ຈົນຮອດວັນທີ່ 4 ວັນທີ່ 5 ຈັ່ງໄດ້ລົງເຮັດວຽກ ປະມານນີ້ແຫຼະ ຕອນແລກເຂົາກະວ່າ ຕອບແຊັດຊິນ່າ ໄປຕອບແຊັດ ພາສາໄທຍ ອັງກິດ ອິຫຍັງແບບນີ້ເນາະ ແລ້ວອັນນີ້ ກະຕົກລົງວ່າໄປ.”
ນາງເວົ້າອີກວ່າ ນາງເຮັດວຽກຕອບແຊັດ ໄດ້ພຽງນຶ່ງອາທິດ ແລ້ວກໍຖືກຂາຍຕໍ່ ໃຫ້ຄົນຈີນ ໃນລາຄາ 14,000 ຢວນ ຫຼື ປະມານ 24 ລ້ານປາຍກີບ ແລ້ວໄປເຮັດວຽກຢູ່ຮ້ານສາວຂາຍບໍຣິການທາງເພດ.
“ໄປຕອບແຊັດໄດ້ປະມານທິດນຶ່ງນີ້ແຫຼະ ເຂົາກະວ່າໂອ້ຍພວກເຈົ້າເຮັດວຽກບໍ່ຜ່ານ ວ່າແບບນີ້ແຫຼະ ລະກະເລີຍບອກວ່າ ຊິຫາວຽກໃໝ່ໃຫ້ເຮັດເດີ້ ຮ້ານອາຫານອິຫຍັງແບບນີ້ ບາດແລ້ວມີຄົນຈີນມາຊື້ເນາະ ເຂົາກະຄັດເລືອກອອກ ແບບຄົນງາມເຂົາກະເອົາໄປບ່ອນນຶ່ງ ລະເຂົາຂາຍຂ້ອຍ 14,000 ຢວນ ຂາຍໃຫ້ຄົນຈີນຫັ້ນ ແລ້ວຄົນຈີນຫັ້ນເອົາໄປແບບວ່າ ໄປຢູ່ຮ້ານ ເປັນຜູ້ສາວຮ້ານ ຮ້ານແບບວ່າເວົ້າບ່ອນມັນເໝິດ ກະຄືຮ້ານກະຫຼີ່ນີ້ແຫຼະ ກະເລີຍວ່າຮູ້ແບບຫັ້ນ ລະກະເລີຍບໍ່ຢາກເຮັດວຽກ.”
ແມ່ຍິງລາວ ຈາກແຂວງຫຼວງພຣະບາງ ທີ່ເຈົ້າໜ້າທີ່ຊ່ອຍໄດ້ ໃນມື້ດຽວກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໃນມື້ດຽວກັນນີ້ວ່າ ກ່ອນທີ່ນາງ ຈະຕັດສິນໃຈໄປເຮັດວຽກຢູ່ທີ່ນັ້ນ ກໍຍ້ອນວ່າ ທາງຄອບຄົວມີຖານະທຸກຍາກ ກໍເລີຍຕັດສິນໃຈໄປນໍາໝູ່.
“ມີໝູ່ນ້ອງຜູ້ນຶ່ງຫັ້ນ ລາວຕິດຕໍ່ມາ ວ່າ ໄປເຮັດວຽກຢູ່ສາມຫຼ່ຽມທອງຄໍາບໍ່ ແລ້ວຕອນນັ້ນນ້ອງກະບໍ່ຮູ້ອິຫຍັງ ໄປວ່າມັນຊິສະບາຍຊິ ເຫັນເຂົາລົງ ວ່າໄດ້ເງິນ 20-30 ລ້ານ ຫັ້ນແມ່ນເງິນຕໍ່ເດືອນ ກະຄຶດວ່າຢາກໄປ ເພາະວ່າຄອບຄົວມັນກະລໍາບາກແດ່ ແລ້ວນ້ອງກະຕັດສິນໃຈ ໄປນໍາໝູ່ 3 ຄົນນີ້ແຫຼະ ໄປຕອນທໍາອິດເຂົາວ່າ ແບບເປັນຮ້ານ ຮ້ານຜູ້ສາວຊິແຫຼະ ລ້ຽງເຂົ້າລ້ຽງນໍ້າ ອັນນີ້ມີບ່ອນ ມີຮ້ານໃຫ້ຢູ່ ໄປຮອດພຸ້ນລະມັນບໍ່ແມ່ນແລ້ວ ໄປຮອດຕົ້ນເຜິ້ງຫັ້ນ ກັກໂຕຢູ່ນອກ 18 ມື້ ແລ້ວເຂົ້າໄປໃນຫັ້ນ ກັກໂຕອີກ 21 ມື້ ແລ້ວຍັງບໍ່ໄດ້ເຮັດວຽກເທື່ອ ໄປຮອດບ່ອນອັນເຮັດວຽກຫັ້ນ ຍັງກັກອີກ 7 ມື້ ແລ້ວຈຸນ້ອງ ຍັງບໍ່ໄດ້ໄປເຮັດວຽກເທື່ອ ແລ້ວກັກຢູ່ຫັ້ນ ໄດ້ອົດເຂົ້າ 3 ມື້ ບໍ່ໄດ້ກິນເຂົ້າ 3 ມື້ ກິນນໍ້າ ກະກິນຢູ່ກ໊ອກຢູ່ຫ້ອງນໍ້າ ເອົາມາຕົ້ມກິນ ບໍ່ມີນໍ້າກິນ ບໍ່ມີເງິນຊື້.”
ນາງເວົ້າຕື່ມອີກວ່າ ຕອນໄປຮອດທໍາອິດ ນາຍໜ້າກໍໃຫ້ເຊັນສັນຍາເລີຍ ໂດຍທີ່ພວກນາງ ບໍ່ຮູ້ວ່າ ສັນຍາທີ່ຕ້ອງເຊັນນັ້ນແມ່ນກ່ຽວຫຍັງ ເພາະສັນຍາທີ່ຕ້ອງເຊັນ ແມ່ນເປັນພາສາຈີນ ໝົດເລີຍ.
“ທໍາອິດຫັ້ນໄປແລ້ວ ເຂົາໃຫ້ເຊັນສັນຍາ ວ່າເຊັນສັນຍາຫັ້ນ ກະແມ່ນແຕ່ພາສາຈີນ ຈຸນ້ອງກະບໍ່ຮູ້ວ່າ ແມ່ນສັນຍາກ່ຽວກັບຫຍັງ ແລ້ວຜູ້ເຊັນສັນຍາຫັ້ນ ຜູ້ຕິດຕໍ່ມາຫັ້ນ ແນວລາວຂາຍຕໍ່ໃຫ້ຄົນຈີນຫັ້ນ ຜູ້ລະ 14,000, 14,000 ຢວນ ຂາຍຕໍ່ໃຫ້ຄົນຈີນຫັັ້ນ ແລ້ວໃຫ້ເຊັນສັນຍາ ແລ້ວຈຸນ້ອງກະເຊັນ ເພາະວ່າຈຸນ້ອງກະບໍ່ຮູ້ວ່າ ສັນຍາຫັ້ນມັນເວົ້າກ່ຽວກັບຫຍັງ ເພາະວ່າສັນຍາຫັ້ນ ມັນມີແຕ່ພາສາຈີນເໝິດ.”
ແລະແມ່ຍິງລາວ ອີກນາງນຶ່ງ ຈາກແຂວງອຸດົມໄຊ ທີ່ເຈົ້າໜ້າທີ່ຊ່ອຍເຫຼືອໄດ້ ໃນມື້ດຽວກັນນັ້ນ ກໍເລົ່າໃຫ້ວິທຍຸເອເຊັຽເສຣີຟັງວ່າ:
“ກະຄິວ່າ ເຮັດວຽກດີ ລະກະໄດ້ເງິນດີແທ້ຫັ້ນນ່າກະເລີຍໄປ ທໍາອິດກະບໍ່ໝັ້ນໃຈປານໃດ ໄປຮອດຫັ້ນກະມີແຕ່ກັກໂຕ ກັກໂຕຫັ້ນ ປະມານເດືອນປາຍນີ້ແຫຼະ ລະໄປເຮັດວຽກຫັ້ນນ່າ ເຣື່ອງທຸບຕີກະບໍ່ມີ ມີແຕ່ຂະເຈົ້າບໍ່ໄດ້ລ້ຽງເຂົ້າລ້ຽງນໍ້ານະ ເຂົ້ານໍ້າເຂົາບໍ່ໄດ້ລ້ຽງອິຫຍັງເລີຍ ເຮົາຊື້ເອງເຮົາຫາກິນເອງ ໃຊ້ເງິນຂອງໂຕເອງ.”
ເມື່ອເຫດການເປັນແນວນີ້ແລ້ວ ນາງກໍເລີຍແຈ້ງໃຫ້ຄອບຄົວຮູ້ ເພື່ອຊ່ອຍຫາທາງ ໃຫ້ນາງໄດ້ກັບບ້ານ.
“ອັນນີ້ກະແຈ້ງໄປຫາຄອບຄົວກ່ອນ ຈຶ່ງແຈ້ງສະເພາະກິຈຫັ້ນນ່າ ແບບບໍ່ຮູ້ບ່ອນສິປຶກສາ ກະເລີຍແຈ້ງບອກຄອບຄົວກ່ອນວ່າ ຊິເຮັດຈັ່ງໃດດີ ເຮົາເຂົ້າມານີ້ເນາະ ເຮົາຖືກຕົວະຫັ້ນນ່າ ກະປຶກສາໄປ ເຫັນເບີສະເພາະກິຈຫັ້ນ ຂະເຈົ້າລົງຢູ່ທາງ TikTok ຫັ້ນ ກະເລີຍເອົາຈາກ TikTok ຫັ້ນກະເລີຍຕິດຕໍ່ ລະກະ ມີໝູ່ນໍາກັນ 2 ຄົນນີ້ແຫຼະ ຕິດຕໍ່ນໍາກັນ ລະກະເລີຍໄດ້ອອກ.”
ນາງເວົ້າອີກວ່າ ຕອນທີ່ໂທຫາເຈົ້າໜ້າທີ່ສະເພາະກິຈ ແມ່ນຕ້ອງບອກຄວາມຈິງທຸກຢ່າງ ວ່າເຣື່ອງເປັນມາຄືແນວໃດ.
“ເຮົາກະຕ້ອງບອກຄວາມຈິງເນາະ ຕອນເຮົາມາໃນນີ້ ເຮົາເຕັມໃຈມາບໍ່ ຫຼືວ່າອິຫຍັງຫັ້ນນ່າ ເຮົາກະວ່າເຮົາເຕັມໃຈມາ ອີກຢ່າງ ເຂົາກະບອກເດ້ວ່າ ວ່າເຮົາໄປນໍາບໍຣິສັດ ໄດ້ເງິນເດືອນຊໍ່ານີ້ຊໍ່ານີ້ ເຮົາກະຢາກໄດ້ ເຮົາກະຢາກເຮັດວຽກ ເຮົາກະເລີຍມາ ບາດມາມັນແມ່ນຄວາມຈິງເນາະ ເຂົ້ານໍ້າເຂົາກະວ່າຊິລ້ຽງ 3 ຄາບ ບາດເຮົາມາລະບໍ່ແມ່ນເລີຍ ອີກຢ່າງເຂົາຍັງໄປຂາຍຕໍ່ໃຫ້ຄົນຈີນອີກ ແລ້ວໃຫ້ເຮັດວຽກສາວບໍຣິການ ລະເຮົາເຮັດບໍ່ໄດ້.”
ຂະນະທີ່ ແມ່ຍິງລາວ ຈາກແຂວງຫຼວງພຣະບາງຜູ້ດຽວກັນນີ້ ກໍເວົ້າອີກວ່າ ຕອນທີ່ນາງຕິດຕໍ່ໄປຫາເຈົ້າໜ້າທີ່ສະເພະກິຈ ປະຈໍາເຂດດັ່ງກ່າວ ເພື່ອຂໍຄວາມຊ່ອຍເຫຼືອນັ້ນ ນາງກໍຕ້ອງບອກຣາຍລະອຽດທຸກຢ່າງ ໃຫ້ເຈົ້າໜ້າທີ່ຮູ້ເຊັ່ນກັນ.
“ແລ້ວນ້ອງກະວ່າ ດຽວນີ້ ນ້ອງຢູ່ໃນຄາຊິໂນ ສາມຫຼ່ຽມທອງຄໍາ ຢາກຂໍຄວາມຊ່ອຍເຫຼືອແດ່ວ່າຊິແຫຼະ ແລະເຂົາກະຕອບວ່າ ຢູ່ຫ້ອງເບີໃດ ລະກະຕຶກໃດ ສົ່ງເລຂຫ້ອງມາ ຈຸນ້ອງກະແຈ້ງປະມານ ເດືອນນຶ່ງນີ້ແຫຼະ ແລ້ວເຂົາຈຶ່ງມາຮັບ.”
ນອກຈາກນີ້ ແມ່ຍິງລາວ ຈາກແຂວງຄໍາມ່ວນ ຜູ້ດຽວກັນນີ້ ກໍຢາກຝາກເຕືອນທຸກຄົນ ບໍ່ວ່າຈະເປັນເພດຍິງ ຫຼືເພດຊາຍ ທີ່ຄິດຢາກໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າ ຄວນຄິດໃຫ້ດີໆເສັຍກ່ອນ ເພາະຢ້ານຈະມີໜີ້ ຫຼາຍກວ່າມີເງິນກັບບ້ານ ແລະບໍ່ຢາກໃຫ້ຜູ້ໃດຖືກຕົວະ ຄືດັ່ງພວກນາງ.
“ຄືຊິຢາກບອກວ່າ ແຕ່ລະຄົນ ບໍ່ວ່າຜູ້ຍິງ ຫຼືວ່າຜູ້ຊາຍ ທີ່ວ່າຄິດ ຢາກເຂົ້າໄປໃນ ສາມຫຼ່ຽມທອງຄໍາ ໃຫ້ຄິດເບິ່ງດີໆ ບາງຄົນໂຊກດີກະດີໄປ ແຕ່ວ່າ ຄັນຜູ້ໃດບໍ່ມີເງິນ ບໍ່ມີອິຫຍັງອິຫຼີ ກະຫາຢູ່ແຖວບ້ານແຖວເມືອງເຮົາດີກ່ອນ ເພາະວ່າ ເຂົ້າໄປຫັ້ນ ກ່ອນເຈົ້າຊິໄດ້ເງິນ ເຈົ້າຊິເຂົ້າໄປເປັນໜີ້ເຂົາ ຫຼາຍກວ່າຊິໄດ້ເງິນ ຄືແບບບໍ່ມີຄວາມສາມາດພື້ນຖານອິຫຼີ ກະບໍ່ຈໍາເປັນຕ້ອງເຂົ້າໄປດອກ ໃນຄາຊິໂນ ທີ່ເຂົາປະກາດວ່າ ດີໆຊິມີເງິນ ຄົນທີ່ລວຍ ຄົນທີ່ໄດ້ເງິນ 10 ລ້ານ 20 ລ້ານ ຄືຄົນທີ່ຕິດຕໍ່ເອົາຄົນ ເຂົາຕົວະເອົາຄົນເຂົ້າໄປຂາຍແບບນີ້ຫັ້ນແຫຼະ ຄືແບບຕອບແຊັດ ເຂົາກະໃຫ້ຫາລູກຄ້າແບບຫັ້ນແຫຼະ ແຕ່ວ່າເຈົ້າຫາລູກຄ້າ ລູກຄ້າໄດ້ຄົນນຶ່ງ 1,000 ຢວນ 2,000 ຢວນ ອິຫຍັງແບບນີ້ ແຕ່ວ່າ ຄັນຄົນທີ່ຖືກຕົວະເຂົ້າໄປນິ່ ເຂົາກະບໍ່ໄດ້ໃຫ້ເຈົ້າກັບໃດ໋ ເຂົາບັງຄັບ ຕີບາງຄົນ ບາງຄົນຖືກຕີຖືກຂ້າ ບາງຄົນທີ່ແບບນ້ອຍໃຈ ທີ່ອອກມາບໍ່ໄດ້ ໜີບໍ່ໄດ້ຈາກຫັ້ນ ແລ້ວກະໂດດຕຶກຕາຍ ຂ້າໂຕເອງກະມີຫຼາຍຢູ່ໃນຫັ້ນ ແຕ່ວ່າເຂົາປິດຂ່າວ.”
ອີງຕາມຄວາມເວົ້າ ຂອງແມ່ຍິງລາວທັງ 3 ຄົນນີ້ ແລ້ວແມ່ນວ່າ ຍັງມີແມ່ຍິງອີກຫຼາຍຄົນ ທີ່ຕ້ອງການຄວາມຊ່ອຍເຫຼືອ ບາງຄົນ ໂທຫາເຈົ້າໜ້າທີ່ແລ້ວຫຼາຍໆຄັ້ງ ແຕ່ເພິ່ນບໍ່ຮັບສາຍ ແລະ ຫຼາຍຄົນ ພັດບໍ່ຮູ້ວ່າ ຈະຕິດຕໍ່ຂໍຄວາມຊ່ອຍເຫຼືອແນວໃດ ເພາະພວກເຂົາເຈົ້າ ການສຶກສາກໍມີພຽງເລັກໜ້ອຍ.
ກ່ຽວກັບເຣື່ອງນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດສະເພາະກິຈ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອສອບຖາມຣາຍລະອຽດ ແລະຂໍຄໍາແນະນໍາ ໃຫ້ແກ່ແມ່ຍິງລາວທີ່ຕ້ອງການຄວາມຊ່ອຍເຫຼືອນັ້ນ, ຕໍ່ກັບກໍຣະນີນີ້ ເຈົ້າໜ້າທີ່ ສະເພາະກິຈ ປະຈໍາເຂດດັ່ງກ່າວ ທ່ານນຶ່ງ ຕອບວ່າ: ແມ່ນໃຜນໍ ໂທຫາເຈົ້າ
ນັກຂ່າວຖາມ 1: ນ້ອງໂທຫາຂະເຈົ້າ ຂະເຈົ້າຕ້ອງການກັບບ້ານ ມີສອງນ້ອງເອື້ອຍ.
ເຈົ້າໜ້າທີ່ຕອບ 1: “ແມ່ນໃຜ ຊື່ຫຍັງ?
ນັກຂ່າວ 2: ລາວວ່າ ຊື່ຊຸ່ຍ ແຕ່ວ່າລາວ ບໍ່ຮູ້ຈັກຕິດຕໍ່ຫາເຈົ້າໜ້າທີ່ ເລີຍວານນ້ອງຊ່ອຍຖາມໃຫ້ແດ່ ວ່າຕ້ອງການຄວາມຊ່ອຍເຫຼືອວ່າຊັ້ນ ລະຕ້ອງເຮັດແນວໃດແດ່ຫັ້ນນ່າເຈົ້າ.
ເຈົ້າໜ້າທີ່ຕອບວ່າ 2: ຊ່ອຍເຫຼືອກ່ຽວກັບຫຍັງ? ບອກເບີເພິ່ນມາ ບອກເບີເພິ່ນມາໃຫ້ ເອົາເບີຂ້ອຍໃຫ້ເພິ່ນກະໄດ້ ເພິ່ນໂທມາຂໍຄວາມຊ່ວຍເຫຼືອຫຍັງ?
ນັກຂ່າວຖາມ 3: ຂໍຄວາມຊ່ອຍເຫຼືອຢາກກັບບ້ານ ເພາະເພິ່ນຖືກຕົວະມາ.
ເຈົ້າໜ້າທີ່ຕອບວ່າ 3: ໃຫ້ເພິ່ນໂທມາຫາຂ້ອຍເລີຍເດີ້ ເອົາເບີຂ້ອຍໃຫ້ເພິ່ນໂລດ ບອກເບີໂທມາໂລດ ຊ່ອຍເຫຼືອຫຍັງ?
ນັກຂ່າວຖາມ 4: ນ້ອງຂໍອະນຸຍາດຖາມຕື່ມແດ່ ກ່ຽວກັບກໍຣະນີທີ່ວ່າ ຖືກຊ່ອຍອອກໄປແລ້ວ ລະຂະເຈົ້າ ມີນາຍໜ້າທວງເງິນຢູ່ຫັ້ນນ່າເຈົ້າ.
ເຈົ້າໜ້າທີ່ຕອບວ່າ 4: ນາຍໜ້າທວງເງິນ ອັນນີ້ເຮົາກະບໍ່ຮູ້ເດີ້ ວ່າຂະເຈົ້າໄປຮັບຈ້າງກັນ ຂບວນການແບບໃດ ເຮົາບໍ່ມີນາຍໜ້ານ່າ ຊິທວງເງິນຢູ່ໃສ ເພາະວ່າ ເຂົາອອກໄປແລ້ວ ລະຜູ້ໃດ ແມ່ນໃຜ ເຂົາເວົ້າໃຫ້ໃສ່ຮ້າຍປ້າຍສີເຮົາຊື່ໆຕິເບາະ ເຮົາກະບໍ່ຮູ້ເດີ້ເຣື່ອງນີ້.
ນັກຂ່າວຖາມ 5: ຕາມທີ່ໄດ້ລັມກັບຂະເຈົ້າເນາະ ຂະເຈົ້າວ່າ ໄດ້ອອກໄປແລ້ວ ທາງເຈົ້າໜ້າທີ່ຊ່່ອຍເຫຼືອອອກ ລະຜູ້ເປັນນາຍໜ້າທີ່ແນະນໍາໄປຫັ້ນ ຍັງໂທມາທວງເງິນ ມາຂູ່ ຢູ່ຫັ້ນແຫຼະວ່າ ຢ່າສຸຄຶດວ່າພວກເຈົ້າຊິສະບາຍເດີ້ ອອກໄປລະຊິລອດ ເພາະວ່າເຖິງຊິເອົາຕໍາຣວດມາ ພວກເຈົ້າກະບໍ່ລອດ ເພາະວ່າພວກເຈົ້າຍັງເປັນໜີ້ຂ້ອຍຢູ່ຫັ້ນນ່າ ອັນນີ້ ຕາມລາວລົມສູ່ຟັງເນາະ ໂຕນີ້ທ່ານຄິດວ່າຈັນໃດ ມີວິທີແນະນໍາ ໃຫ້ຂະເຈົ້າຕອບນາຍໜ້າຄືນໄປບໍ່ ວ່າຕ້ອງວ່າແນວໃດ?
ເຈົ້າໜ້າທີ່ຕອບວ່າ 5: ອ່າ ກະບໍ່ຮູ້ຈັກຊິວ່າເນາະ ອັນນີ້ເນາະ ເພິ່ນກະຕົກລົງກັນເອງຈັ່ງໃດກະບໍ່ຮູ້ເດີ້ ມັນບໍ່ມີໃຜນ່າ ມາຈ້າງຄ່ານາຍໜ້ານ່າ ຂບວນການອອກເມືອ ເພິ່ນກະເມືອລ້າໆ ກໍບໍ່ໄດ້ເສັຍເງິນເສັຍຄໍາ ບໍ່ໄດ້ຈ່າຍເງິນຈ່າຍຫຍັງນ່າ ກະໃຫ້ເມືອຊື່ໆ ເອົາເບີຜູ້ກ່ຽວມາ ຜູ້ໃດວ່າຖືກຂູ່ ຖືກຫຍັງຫັ້ນນ່າ ເຮົາຊິໂທໄປຖາມເບິ່ງ ວ່າເພິ່ນຖືກຂູ່ແທ້ຫວາ ເຮົາຢາກຮູ້ວ່າເພິ່ນໄປຈ້າງຜູ້ໃດ ໃຜໄປຂູ່ເອົາເງິນນໍາເພິ່ນ?
ນັກຂ່າວຖາມ 6 : ມື້ໜ້ານ້ອງ ຊິເອົາຊື່ເພິ່ນໃຫ້ ເພາະມີຫຼາຍຄົນຢູ່ ເພິ່ນຝາກຄວາມນ້ອງມາຖາມຫັ້ນນ່າ ລະອັນນ້ອງ ຢາກຂໍອະນຸຍາດຖາມທ່ານຕື່ມ ເວລາທີ່ໄປຊ່ອຍຜູ້ຍິງ ອອກຈາກບ່ອນຕ່າງໆຫັ້ນ ທາງເຈົ້າຂອງຮ້ານ ຫຼືວ່າທາງເຈົ້າໜ້າທີ່ ຢູ່ພາຍໃນຫັ້ນເພິ່ນກະໃຫ້ຄວາມສະດວກດີຢູ່ບໍເຈົ້າ ຫຼືຈັ່ງໃດ.”
ເຈົ້າໜ້າທີ່ຕອບວ່າ 6: ບໍ່ໄດ້ມີບັນຫາຫຍັງ ພວກເຮົາໄປຕາມລະບຽບ ໄປຕາມຂັ້ນຕອນ ຢູ່ໃສກະມີລະບຽບຂອງໃຜຂອງມັນເບິດເນາະ ເຈົ້າຊິໄປຫາຜູ້ໃດ ຢາກປຶກສາຫາລືເຣື່ອງຫຍັງ ໄປວຽກຫຍັງ ກະຕ້ອງຖາມເພິ່ນ ເພິ່ນກະອະນຸຍາດໃຫ້ໄປ ອັນຄັນຢູ່ບໍ່ຊື່ລະກະໄປນິ່ ເພິ່ນກະຖາມ ເຈົ້າມາຫຍັງແມ່ນບໍ່ ທຸກໆບໍຣິສັດ ທຸກໆຫ້າງຮ້ານເຂົາກະມີກົດລະບຽບຂອງເຂົາແມ່ນຕິ ເຈົ້າຊິມາຫາໃຜ ມາພົວພັນເຣື່ອງຫຍັງ ມາເວົ້າວຽກຫຍັງ ເຮົາກະຕ້ອງໄດ້ປະຕິບັດຕາມລະບຽບ ອີກຢ່າງນຶ່ງມັນກະອາດຊັກຊ້າເນາະ ເພາະວ່າບາງເທື່ອມັນກະ ເຈຣະຈາກັນ ບາງເທື່ອມັນ ບາງບໍຣິສັດ ມັນເຂດໃຫຍ່ ຄຸ້ມຄອງຄົນຫຼາຍ ມັນກະຕ້ອງໃຊ້ການລໍຖ້າໜ້ອຍນຶ່ງເນາະ ຊິໄປປຶກສາຫາລືນໍາເພິ່ນ ບາງເທື່ອຄັນບ່ອນໃດຄົນໜ້ອຍ ມັນກະອາດຊິເຂົ້າໄປໄດ້ສະດວກງ່າຍວ່ອງໄວ ມັນກະບໍ່ໄດ້ມີບັນຫາຫຍັງນ່າ ຕ່າງແຕ່ວ່າ ການໄປການມາ ມັນກະຕ້ອງຢູ່ໃນລະບຽບຂອງເຂົາຊື່ໆ ມັນບໍ່ແມ່ນຂະເຈົ້າ ບໍ່ໃຫ້ຄວາມຮ່ວມມື ຂະເຈົ້າກະໃຫ້ຄວາມຮ່ວມມືເບິດ ຕ່າງແຕ່ວ່າ ຂະເຈົ້າມັນຄຸ້ມຄອງຄົນໜ້ອຍຄົນຫຼາຍ ມັນກະຕ້ອງມີລະບຽບ ເຄັ່ງຄັດໜ້ອຍນຶ່ງຫັ້ນນ່າ.
ນັກຂ່າວຖາມ 7: ກັບມີອີກກໍຣະນີນຶ່ງເນາະ ນ້ອງໂທຫາ ເປັນສາວໄຊຍະບູຣີ ເພາະວ່າຂະເຈົ້າວ່າ ຕິດຕໍ່ໄປຫາເຈົ້າໜ້າທີ່ແລ້ວ ວ່າເພິ່ນບໍ່ຕອບຂໍ້ຄວາມ ວ່າຊັ້ນ ໂທໄປກະບໍ່ຮັບ ລາວກະຢາກັບບ້ານຄືກັນວ່າຊັ້ນ ອັນລາວຖືກຕົວະມາຫັ້ນແຫຼະ ລະລາວຢາກຕ້ອງການຄວາມຊ່ອຍເຫຼືອ ແຕ່ວ່າໂທໄປ ລະເຈົ້າໜ້າທີ່ບໍ່ຮັບສາຍ ແທັກໄປເພິ່ນກະບໍ່ຕອບວ່າຊັ້ນ ລະຊິເຮັດແນວໃດ.
ເຈົ້າໜ້າທີ່ຕອບວ່າ 7: ອ້າຍລົມ ອະອ້າຍລົມຕໍ່ຊະ ເດີ້ໆ ອ້າຍຄາວຽກໜ້ອຍນຶ່ງ ອ້າຍລົມວຽກກ່ອນເດີ້.
ນີ້ກໍເປັນສ່ວນນຶ່ງ ຂອງເຫດຜົລ ທີ່ເຮັດໃຫ້ການຊ່ອຍເຫຼືອແມ່ຍິງ ທີ່ຖືກເຄາະຮ້າຍ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊັກຊ້າ ຍ້ອນການຊ່ອຍເຫຼືອບໍ່ພຽງພໍ. ສະບາຍດີ