ພະນັກງານ ສະຖານີຣົຖໄຟ ລາວ-ຈີນ ຊື້ປີ້ຣົຖໄຟ ຂາຍຕໍ່

0:00 / 0:00

ພະນັກງານຈໍານວນນຶ່ງ ທີ່ເຮັດວຽກຢູ່ໃນສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ຊື້ປີ້ຣົຖໄຟ ໃຫ້ຄົນຮູ້ຈັກກັນ ຫລືໃຫ້ຜູ້ທີ່ຢາກໄດ້ ປີ້ຣົຖໄຟດ່ວນ ໂດຍຄິດຄ່າບໍຣິການແຕ່ 30 ​ພັນກີບຫາ 50 ພັນກີບຕໍ່ຄົນ, ເຮັດໃຫ້ຜູ້ໂດຍສານຫລາຍຄົນ ທີ່ລຽນແຖວລໍຖ້າຊື້ ບາງມື້ກໍບໍ່ໄດ້ປີ້ຣົຖໄຟ ຍ້ອນປີ້ໝົດກ່ອນ, ອີງຕາມຄໍາເວົ້າຂອງປະຊາຊົນລາວນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກຸມພານີ້.

" ແມ່ລະທີ່ວ່າຂະເຈົ້າກັກປີ້ໄວ້ ກະມີ ເຈົ້າກະເຫັນ ກະເຫັນມີ ຊ່ວງນີ້ກະຍັງຢູ່ຣົຖໄຟ. "

ຊາວລາວອີກຄົນນຶ່ງ ທີ່ເຄີຍໄປຊື້ປີ້ຢູ່ສະຖານຣົຖໄຟລາວ-ຈີນ ກໍເວົ້າວ່າ ຕົນເອງກໍເຄີຍໄດ້ຊື້ປີ້ຣົຖໄຟ ນໍາພະນັກງານ ທີ່ເຮັດວຽກຢູ່ສະຖານີຣົຖໄຟລາວ-ຈີນ ໂດຍໄດ້ເສັຍຄ່າບໍຣິການເພີ່ມ ເທື່ອລະປະມານ 30 ພັນກີບຫາ 50 ພັນກີບຕໍ່ຄົນ ແລະກໍເຫັນພະນັກງານຣົຖໄຟ ຫລາຍຄົນ ທີ່ເຮັດຄືແນວນັ້ນ.

" ເຮົາຊື້ຕໍ່ນ່າ ເກັບບວກຂຶ້ນ 260 ພັນກີບ ກະບໍ່ໄດ້ລຽນແຖວ ສົ່ງໃຫ້ເລີຍສົ່ງເຖິງທີ່ເລີຍ. "

ໃນຂະນະດຽວກັນ ປະຊາຊົນລາວອີກນາງນຶ່ງ ກໍເວົ້າໃນມື້ດຽວກັນນັ້ນວ່າ ຢູ່ຕາມສະຖານີຣົຖໄຟລາວ-ຈີນຫລາຍແຫ່ງ ກໍມີກົດລະບຽບກ່ຽວກັບການຊື້ປີ້ຣົຖໄຟລ່ວງໜ້າ ໂດຍຫ້າມບໍ່ໃຫ້ພະນັກງານ ພາຍໃນສະຖານີ ຊື້ປີ້ຣົຖໄຟ ເພື່ອເອົາໄປຂາຍຕໍ່ ຫາເງິນເຂົ້າຖົງໂຕເອງ ຊຶ່ງຕົນກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດສອບເຣື່ອງນີ້ ເພື່ອຄວາມເປັນລະບຽບ.

" ເຮັດບໍ່ໄດ້ ຂະເຈົ້າມີກົດລະບຽບ ສຸກ-ເສົາ ແຮງໝົດໄວ ມື້ທັມດາຫັ້ນບໍ່ຄ່ອຍປານໃດ ມັນໝົດໄວຫຍູ້ງຍາກຫັ້ນແຫລະ ດົນເປັນຊົ່ວໂມງ. "

ແລະຊາວລາວອີກນາງນຶ່ງ ທີ່ເຄີຍໄປຊື້ປີ້ຣົຖໄຟນັ້ນກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ກ່ຽວກັບເຣື່ອງພະນັກງານສວຍໂອກາດຊື້ປີ້ຣົຖໄຟໄປຂາຍຕໍ່ນັ້ນວ່າ ຕົນກໍບໍ່ທັນເຫັນຕົວຈິງ ຖ້າເປັນຄືແນວນັ້ນແທ້ ຕົນເຊື່ອວ່າ ເປັນສາເຫດນຶ່ງ ທີ່ເຮັດໃຫ້ປີ້ຣົຖໄຟລາວ-ຈີນ ມັກຂາຍໝົດໄວໃນບາງມື້ ຊຶ່ງທາງທີ່ດີແລ້ວ ຄິດວ່າ ຄວນແກ້ໄຂບັນຫານີ້ ດ້ວຍການຂາຍປີ້ຣົຖໄຟ ຜ່ານທາງລະບົບອອນລາຍນ໌.

" ເຮົາກະເວົ້າບໍ່ໄດ້ເນາະ ເພາະເຮົາບໍ່ເຫັນໂຕຈິງ ແຕ່ຊ່ວງນີ້ກະບາງມື້ເນາະ ເຮົາກະບໍ່ໄດ້ເນາະ ເພາະວ່າຍັງບໍ່ມີລະບົບບອອນລາຍນ໌ ຢ້ານຕ່າງຄົນຕ່າງໄປລຽນຄິວເນາະ ບາງມື້ກະລຽນໄປກະບໍ່ໄດ້. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດເພື່ອຂໍຮູ້ກ່ຽວກັບແນວທາງແກ້ໄຂບັນຫາທີ່ວ່ານັ້ນ ແລະມາຕການລົງໂທດພະນັກງານ ຜູ້ທີ່ກະທໍາຜິດກົດລະບຽບ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ຮູ້ເຣື່ອງນີ້ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກຸມພານີ້ວ່າ ໃນການແກ້ໄຂບັນຫາ ພະນັກງານປະຈໍາສະຖານີຣົຖໄຟ ແລະຄົນທີ່ຊື້ປີ້ໄວ້ຂາຍໃຫ້ຄົນຮູ້ຈັກກັນ ແລະຜູ້ທີ່ຕ້ອງການຂີ່ຣົຖໄຟດ່ວນນັ້ນ ທາງການກໍບໍ່ໄດ້ເມີນ ເສີຍ ແລະກໍມີບົດລົງໂທດພະນັກງານ ທີ່ສວຍໂອກາດເຮັດຄືແນວນັ້ນ ເພາະຖືວ່າ ເປັນການສ້າງຄວາມເຊື່ອມເສັຍ ໃຫ້ມີພາບພົດອັນບໍ່ດີ.

" ສິແມ່ນຢູ່ໃນໝູ່ພະນັກງານຂອງເຂົາ ໄປເລາະຫາຊື້ປີ້ໄວ້ແລ້ວຖ້າຜູ້ໃດຟ້າວຫັ້ນ ຂາຍໃຫ້ຜູ້ນັ້ນ ເພາະວ່າໃນຊ່ວງນີ້ຫັ້ນຊື້ປີ້ຍາກ ສວຍ ໂອກາດເດ້ ເພິ່ນກະປັບຫລືວ່າຖືກວິນັຍ ຖືກໂທດຫັ້ນແຫລ້ວ ກະທໍາຜິດທາງອາຍາແລ້ວໄດ໋ ທາງການເຮົາກະບໍ່ໄດ້ລົດລະດອກ ໂຕນີ້. "

ນອກຈາກບັນຫາທີ່ວ່ານັ້ນແລ້ວ ກໍຍັງມີຄົນຈໍານວນນຶ່ງ ໄປລຽນແຖວຊື້ປີ້ຣົຖໄຟ ຢູ່ຕາມສະ ຖານີຕ່າງໆ ເພື່ອນໍາໄປຂາຍຕໍ່ໃຫ້ຜູ້ໂດຍສານ ທີ່ບໍ່ຢາກໄປລຽນແຖວຊື້ປີ້ເອງ ໂດຍຄິດຄ່າບໍຣິການແຕ່ 20 ພັນກີບຫາ 30 ພັນກີບຕໍ່ຄົນ ຊຶ່ງເກີດມີບັນຫາ ເຣື່ອງການຂາຍປີ້ ໃຫ້ຜູ້ທີ່ໃຫ້ຄ່າບໍຣິການ ຫລາຍກວ່າຕາມມາ. ດັ່ງນັ້ນ ປະຊາຊົນລາວ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຫລາຍຄົນຈຶ່ງເຫັນວ່າ ນັ້ນເປັນບັນຫາສໍາຄັນ ທີ່ພາກ ສ່ວນກ່ຽວຂ້ອງ ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ກ່ອນທີ່ຈະເປີດປະເທດ ຕ້ອນຮັບນັກທ່ອງທ່ຽວນີ້.

ບໍຣິສັດທາງຣົຖໄຟ ລາວ-ຈີນຈໍາກັດ ໄດ້ອອກແຈ້ງການວ່າ ນັບຕັ້ງແຕ່ມື້ວັນທີ 14 ກຸມພາ 2022 ນີ້ເປັນຕົ້ນໄປ ຈະນໍາໃຊ້ຂະບວນຣົຖໄຟ RMU 1 ຂະບວນແລ່ນຈາກ ນະຄອນຫລວງວຽງຈັນ ຫາບໍ່ເຕັນ ດ້ວຍຖຽວຣົຖໄຟ C82/1 1 ຄູ່ ໂດຍໃຫ້ບໍຣິການ 7 ສະຖານີ ຄືສະຖານີ ນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພຣະບາງ, ເມືອງໄຊ, ນາເຕີຍ ແລະສະຖານີ ບໍ່ເຕັນ ແລະແລ່ນຈາກນະຄອນຫລວງວຽງຈັນ ຫາຫລວງພຣະບາງ ດ້ວຍຖ້ຽວຣົຖໄຟ C84/3 ອີກ 1 ຄູ່ ໂດຍໃຫ້ບໍຣິການພຽງ 3 ສະຖານີ ຄືສະຖານີ ນະຄອນຫລວງວຽງຈັນ, ວັງວຽງ ແລະສະຖານີຫລວງພຣະບາງ.