ລາວຢືມເງິນ ບໍ່ໄດ້ຕາມເປົ້າ ຍ້ອນເຈົ້າໜີ້ ບໍ່ເຊື່ອໝັ້ນ

ອຸ່ນແກ້ວ
2022.02.16
ລາວຢືມເງິນ ບໍ່ໄດ້ຕາມເປົ້າ ຍ້ອນເຈົ້າໜີ້ ບໍ່ເຊື່ອໝັ້ນ ຊາວລາວ ທີ່ພວມຈະໃຊ້ຣົຖໄຟລາວ-ຈີນ ເພື່ອເດີນທາງໄປຍັງພາກເໜືອ
RFA

ທະ​ນາ​ຄານ​ແຫ່ງ ສ​ປ​ປ​ລາວ ສາ​ມາດ​ຣະ​ດົ​ມ​ທຶນ​ການ​ຂາຍພັນ​ທະ​ບັດຢູ່​ຕ​ລາດ​ສາ​ກົນ​ໄດ້​ພຽງ​ແຕ່ 50 ລ້ານ ໂດ​ລາ​ເທົ່າ​ນັ້ນ ເຖິງວ່າ ຢາກ​ຣະ​ດົມ​ໃຫ້ໄດ້​ຫຼາຍກວ່າ​ນັ້ນ​ກໍ​ຕາມ ຍ້ອນ​ວ່າ ຜູ້​ໃຫ້ເງິນກູ້​ຢືມ ຫຼື ຜູ້​ທີ່​ຈະ​ຊື້​ພັນ​ທະ​ບັດ ເຫັນ​ວ່າ ປະ​ເທດ​ລາວ ເປັນ​ນີ້​ຫຼາຍຈົນ​ເກີນ​ເພ​ດານ​ໜີ້.

ມີ​ພຽງ​ທະ​ນາ​ຄານ ຢູ່​ຕ່າງ​ປະ​ເທດ 6 ແຫ່ງ​ເທົ່າ​ນັ້ນ ທີ່​ຕົກ​ລົງ​ໃຫ້​ເງິນ​ກູ້​ຢືມ ດ້ວຍ​ການ​ຊື້​ພັນ​ທະ​ບັດຂອງ​ລາວ ຫຼັງ​ຈາກທີ່ ຜູ້​ທີ່​ເຄີຍ​ໃຫ້​ເງິນ​ກູ້​ຢືມ​ແກ່​ລາວຫຼາຍ​ເຈົ້າ ບໍ່​ສົນ​ໃຈ​ທີ່​ຈະ​ໃຫ້​ລາວ​ກູ້​ຢືມ​ອີກ ຍ້ອນ​ວ່າ ຣັ​ຖ​ບານລາວ ມີ​ບັນ​ການ​ຈ່າຍ​ໜີ້​ຄືນ​ຕາມ​ກຳ​ນົດ​ເວ​ລາ ອີ​ງ​ຕາມ​ການ​ຣາຍ​ງານ ຂອງ IFR ເຊິ່ງ​ເປັນ ເວບ​ໄຊຂ່າວທີ່ ຣາຍ​ງານ​ການ​ວິ​ເຄາະ​ເຣື່ອງ​ການ​ເງິນ​ການ​ຕ​ລາດ.

Fitch ເຊິ່ງ​ເປັນ​ສ​ຖາ​ບັນ​ທີ່​ຈັດ​ຄວາ​ມ​ໜ້າ​ເຊື່ອ​ກ່ຽວ​ກັບ​ໃຊ້​ໜີ້ ໄດ້​ຣາຍ​ງານ​ວ່າ ແຕ່​ປີ 2022 ຫາ ປີ 2025 ປະ​ເທດ​ລາວ ຈະ​ຕ້ອງ​ໄດ້​ໃຊ້​ໜີ້​ຕ່າງ​ປະ​ເທດໂດຍ​ສ​ເລັ່ຽປະ​ມານ 1 ຕື້​ໂດ​ລາ ຕໍ່​ປີ ໃນ​ຂະ​ນະ​ທີ່​ເສ​ຖ​ກິ​ຈ ປະ​ເທດ​ລາວ ກຳ​ລັງ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກການ​ຣະ​ບາດ​ຂອງ​ໂຄວິດ-19 ​ສ່ວນ​ວ່າ ໃນ​ປີ 2020 ປະ​ເທດ​ລາວ ຖືກ​ຈັດ​ຢູ່​ໃນ​ອັນ​ດັບ C ຫຼື Tripple C ເຊິ່ງ​ເປັນ​ອັນ​ດັບ​ທີ່​ຍັງ​ບໍ່​ມີ​ຄວາມ​ສາ​ມາດ​ໃຊ້​ໜີ້​ຄືນ​ໄດ້​ໝົດ.

ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ຊາວ​ໃຕ້​ຫວັນ ເຊິ່ງ​ເຮັດ​ວຽກ​ທະ​ນາ​ຄານ​ແຫ່ງ​ນຶ່ງ​ທີ່ ຢຸດ​ໃຫ້​ເງິນ​ກູ້​ຢືມ​ແກ່​ລາວ ໄດ້​ກ່າວ​ວ່າ: ພວກ​ເຮົາ​ໄດ້ລະ​ມັດ​ລະ​ວັງ​ທີ່​ສຸດ​ ໃນ​ການ​ເອົາ​ເງິນ​ໃຫ້ປະ​ເທດ​ລາວ ຢືມ ນັບ​ຕັ້ງ​ແຕ່​ປະ​ເທດ​ລາວ ຖືກ​ຈັດ​ອັນ​ດັບ​ຢູ່​ໃນ​ປະ​ເທດ​ທີ່ບໍ່​ມີ​ຄວາມ​ສາ​ມາດ​ໃນ​ການ​ຈ່າຍ​ໜີ້​ສິນ​ຄືນ​ໄດ້ ໃນ​ປີ 2020. ພວກ​ເຮົາ​ຍັງ​ຄົງ​ຈຳ​ກັດ​ໃນ​ການ​ໃຫ້​ເງິນ​ກູ້​ຢືມ​ແກ່​ລາວ ຕາມ​ຄວາມ​ສາ​ມາດ​ຂອງ​ລາວ ທີ່ບໍ່​ສາ​ມາດ​ຈ່າຍ​ໜີ້​ຄືນ​ໄດ້ ຍ້ອນ​ວ່າ ພວກ​ເຮົາ​ເປັນ​ຫ່ວງ​ໃນ​ຄວາມ​ສ່ຽງ​ທາງ​ດ້ານ​ໜີ້​ໃນ​ປະ​ເທດ​ນັ້ນ.”

ໃນ​ເດືອນ ສິງ​ຫາ 2021 ທີ່​ຜ່ານ​ມາ, ສຖາ​ບັນ Fitch ທີ່​ເປັນ​ສ​ຖາ​ບັນ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ໃຊ້​ໜີ້ ທີ່​ມີ​ຫ້ອງ​ການ​ຢູ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ແຈ້ງ​ເດືອນ ເຖິງ​ຄວາມ​ສ່ຽງຈາກ​ພາຍ​ນອກ​ທີ່​ເພີ່ມ​ຂຶ້ນຈາກ​ປະ​ເທດ​ມີ​ໜີ້​ສິນຫຼາຍ ບວກ​ກັບ ເງິນ​ຕາ​ຕ່າງ​ປະ​ເທດຢູ່​ໃນ​ຄັງ​ສໍາ​ຮອງ​ມີ​ໜ້ອຍ ແລະ ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ທີ່​ຈຳ​ກັດ ເຊິ່ງ​ປະ​ເທດ​ລາວ ກໍ​ເປັນ​ນຶ່ງ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ແບບນັ້ນ.  

ໃນຕົ້ນ​ປີ 2020 ທີ່​ຜ່ານ​ມາ, ປະ​ເທດ​ລາວ ຖືກ​ຈັດ​ອັນ​ດັບທາງ​ກ້ານ​ການ​ເງິນ​ເປັນ​ຄັ້ງ​ທຳ​ອິດ ຈາກ​ຕ່າງ​ປະ​ເທດ. ສະ​ຖາ​ບັນ Fitch ແລະ Mody ເຊິ່​ງ​ເປັນ​ສະ​ຖາ​ບັນ​ດາ​ຈັດ​ອັນ​ດັບ​ການ​ຈ່າຍ​ໜີ້ ໃຫ້​ຄະ​ແນນແກ່​ປະ​ເທດ​ລາວ ຢູ່​ໃນ​ອັນ​ດັບ B3/B- ເຊຶ່ງ​ເປັນ​ອັນ​ດັບ​ທີ່ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ໃຊ້​ໜີ້​ຄືນ​ໄດ້.

ເຖີງ​ຢ່າງ​ໃດ​ກໍ​ຕາມ, ​ສ​ຖາ​ບັນ​ Fitch and Mody ກໍໄດ້​ຫຼຸດ​ອັນ​ດັບປະ​ເທດ​ລາວ​ລົງ​ອີກໃຫ້​ເຫຼືອ​ພຽງ​ແຕ່ Caa2 ແລະ CCC ໃນ​ເດືອນ​ສິງ​ຫາ ແລະ ກັນ​ຍາ ປີ 2020 ຕາມ​ລຳ​ລັບ​ ເຊິ່ງ​ເປັນ​ອັນ​ດັບ​ທີ່​ຫຼຸດ​ລົງ​ກວ່າ​ເກົ່າ ໃນ​ດ້ານ​ຄວາມ​ສາ​ມາດ​ການ​ໃຊ້​ໜີ້​ຄື​ນ​ຂອງ​ປະ​ເທດ​ລາວ ຍ້ອນ​ວ່າ ໜີ້​ສາ​ທາ​ລະ​ນະ​ເພີ່ມ​ຂຶ້ນ, ເງິນຕ​ຣາ​ຕ່າງ​ປະ​ເທດໃນ​ຄັງ​ສໍ​າ​ຮອງ​ຫຼຸດ​ລົງ ນັ້ນ​ເປັນ​ປັດ​ໃຈ​ຫຼັກທີ່​ເຮັດ​ໃຫ້ ຕ່າງ​ປະ​ເທດກັງ​ວົນວ່າ ປະ​ເທດ​ລາວບໍ່​ສາ​ມາດ​ໃຊ້​ໜີ້​ຄືນ​ໄດ້​.

ເຈົ້າ​ໜ້າ​ທີ່​ທະ​ນາ​ຄານຢູ່​ຕ່າງ​ປະ​ເທດ ອີກ​ທ່ານ​ນຶ່ງ ໄດ້​ກ່າ​ວວ່າ: ການ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ປະ​ເທດ​ລາວ ຫຼື ຣັ​ຖ​ບານ​ລາວ ພົບ​ຄວາມ​ຫຍຸ້ງ​ຍາກ ໃນ​ການລະ​ດົມ​ທຶນຄັ້ງ​ໃໝ່ ຢູ່ ຕ​ລາດ​ສາ​ກົນ​ໄດ້ ຍ້ອນ​ຄວາມ​ສ​າ​ມາດ​ໃນ​ການ​ຈ່າຍ​ໜີ້ງວດ​ທີ່​ຈະ​ມາ​ເຖິງນີ້, ແລະ ພວກ​ເຮົາ (ໝາຍ​ເຖິງ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ) ຢ້ານ​ວ່າ ໜີ້​ສິນ​ໂຕນີ້ມັນ​ຈະ​ເປັນ​ຣະ​ເບີດ​ເວ​ລາ ທີ່​ຈະ​ກໍ່​ໃຫ້​ເກີດ​ວິ​ກຼິດ​ການທາງ​ການ​ເງິນ ໃຫ້​ແກ່​ປະ​ເທດ​ທີ່​ກຳ​ລັງ​ພັ​ທ​ນາ ຄື (ປະ​ເທດ​ລາວ) ຖ່າມ​ກາງ​ບັນ​ຫາ​ການ​ຣະ​ບາດ​ຂອງ​ໂຄວິດ-19.”

ທະ​ນາ​ຄານ​ທີ່​ຊື່ວ່າ Cathay United Bank ໄດ້​ຮັບ​ສິດໃນການເປັນຜູ້​ຈັດ​ຫາ​ເງິນ​ທຶນ​ກູ້​ຢືມ​ໃຫ້​ແກ່​ລາວ ດ້ວຍ​ການ​ຊື້​ພັນ​ທະ​ບັດ, ແລະ ທະ​ນາຄານ​ໄທ​ຍ 1 ແຫ່ງ ແລະ ທະ​ນາ​ຄານ​ໃຕ້​ຫວັນ​ອີກ 5 ແຫ່ງ ທີ່​ຮ່ວມ​ກັນ: ໂດຍ ລວມ​ມີ ທະ​ນາ​ຄານ​ກຸງ​ເທບ ຫຼື Bangkok Bank, ທະ​ນາ​ຄານ First Commercial Bank, ທະ​ນາ​ຄານ Hua Nan Bank, ທະ​ນານ Sunny Bank, ທະ​ນາ​ຄານ Taichung Commercial Bank ແລະ ທະ​ນາ​ຄານ Taiwan Cooperative Bank.

ຜູ້​ໃຫ້​ເງິນ​ກູ້​ຢືມ ໄດ້​ວິ​ຈານ​ວ່າ: “[ການ​ທີ່ຣັບ​ຖານ​ລາວ] ມອບ​ສິດ​ໃຫ້​ທະ​ນາ​ຄານກາງ​ຂອງ​ຕົນ ​ໄປ​ຢືມ​ເງິນ ໃນ​ເວ​ລາ​ດຽວ​ກັນ ເຊິ່ງ​ມັນ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ດຳ​ເນີນ​ການ​ຢຸດ​ສ​ງັກ. ຜູ້​ທີ່​ເຂົ້າ​ຮ່ວມ​ຢູ່​ໃນ​ຕ​ລາດ ໄດ້​ກ່າວ​ວ່າ ຜູ້​ກູ້​ຢືມ​ເງິນ ບໍ່​ໄດ້​ໃສ່​ໃຈ​ເຣື່ອງ​ຕ​ລາດ​ຢ່າງ​ລະ​ອຽດ ໃນ​ເວ​ລາ​ທີ່ໃຫ້ອະ​ນຸ​ມັດ​ໃຫ້​ມີ​ການ​ລະ​ດົມ​ທຶນ ແລະ ມັນ​ສະ​ທ້ອນ​ເຖິງ ຄວາມ​ຂາດ​ປະ​ສົບ​ການໃນ​ການ​ຣະ​ດົມ​ທຶນຂອງ​ລາວ.”

ທີ່​ຜ່ານ​ມາ ປະ​ເທດ​ລາວ ກໍ​ເຄີຍ​ລະ​ດັບ​ທຶນ​ຈາກ​ການ​ຂາຍ​ພັນ​ທະ​ບັດ.

ປະ​ເທດ​ລາວ ຢືມ​ເງິນ​ດ້ວຍ​ການ​ຂາຍ​ພັນ​ທະ​ບັດ ມູນ​ຄ່າປະ​ມານ 100 ລ້ານ ໂດ​ລາ​ ທີ່​ໄດ້​ເຊັນ ໃນ​ເດືອນ​ມີ​ນາ 2019 ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເລີ່ມ​ລະ​ດົມ​ທຶນ​ໃນ​ເດືອນທັນ​ວາ 2018. ໃນ​ເວ​ລາ​ດຽວ​ກັນກັບ​ການ​ກູ້​ຢືມ​ເງິນ​ອີກ 100 ລ້ານ ໂດ​ລາ ໂດຍ ຜ່ານ ທະ​ນາ​ຄານ Thaipei Fubon Commercial Bank ແຕ່​ ການ​ຕົກ​ລົງ​ກູ້​ຢືມໄດ້​ມີ​ຂຶ້ນ​ຢູ່​ໃນ​ເດືອນເມ​ສາ 2019 ຍ້ອນ​ວ່າ ຂາດ​ເງິນ​ສົດ.

ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ ຢູ່​ໃຕ້​ຫວັນອີກ​ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ: ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ຜູ້​ກູ້​ຢືມ ຄື ປະ​ເທດ​ລາວ​ ຕ້ອງ​ການ​ຂ​ຍາຍຂອບ​ເຂດ​ການ​ລົງ​ທຶນ​ລະ​ດັບ​ສາ​ກົນ ແຕ່ວ່າ ພວກ​ເຮົາ​ບໍ່​ເຫັນ​ຄວາມ​ໂປ່ງ​ໃສ່​ໃນ​ປະ​ເທດ​ລາວ.”  

ປະ​ເທດ​ລາວ ມີ​ຄວາມ​ພະ​ຍາ​ຍາມຫຼາຍ​ຄັ້ງ ທີ່​ຈະ​ລະ​ດົ​ມ​ທຶນຢູ່​ຕ​ລາດ​ສາ​ກົນ. ໃນ​ເດືອນ​ມີ​ນາ 2021 ທີ່​ຜ່ານ​ມາ, ຣັ​ຖ​ບານລາວບໍ່​ປະ​ສົບ​ຜົ​ລ​ສຳ​ເລັດ​ເປັນ​ຄັ້ງ​ທີ 3 ໃນ​ການ​ຂາຍ​ພັ​ນ​ທະ​ບັດ.

ຣັ​ຖ​ບານ​ລາວ​ກໍ​ຍອມ​ຮັບ​ວ່າ ປະ​ເທດ​ລາວ ຍັງ​ຂາດ​ຄັງ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ.

ທ່ານ ພັນ​ຄຳ ວິພາວັນ ນາຍົກຣັມົນຣີ ໄດ້ກ່າວຢູ່ໃນກອງຊຸມໄມວິສາກັນ ເທື່ອທີ 1 ຂອງພາແຫ່ງຊາດຊຸດທີ 9 ໃນວັນທີ 6 ສິງຫາ 2021 ຕອນນຶ່ງວ່າ: ຕິກອງປະຊຸມໃຫຍ່ຄັ້ງທີ 11 ກະບໍ່ແມ່ນແຕ່ 11 ດອກ ກ່ອນຫັ້ນ ມະຕິ 7 ມະຕິ 8 ມະຕິ 9 ຂອງນະບໍຣິຫານງານສູນກາງໄມທີ 10 ກໍໄດ້ເວົ້າກັນ ເສກິຈມຫາພາກພວກເຮົາເປັນແນວໃດ ພວກຫາຍວ່າ ບອບບາງທີ່ສຸດ ຄວາມວ່າ ບອບບາງລະໂຕນີ້ແຫຼະ ຄັງສົມເປີະເລີຍ ຊຳເໜືອວ່າ ບໍ່ມີ ແໜ ມີກໍໜ້ອຍ.”  

ປັດ​ຈຸບັນ ກະຊວງການເງິນ ບໍ່ມີເງິນແຮຢູ່ໃນຄັງ ໃນເວລາຈ່າຍໜີ້ ຕ້ອງໃຫ້ນາຄານ ຈ່າຍໃຫ້ກ່ອນ.

ທ່ານ ພັນ​ຄຳ ວິພາວັນ ນາຍົກຣັມົນຕຣີ ກ່າວວ່າ: ການສ້າງຖານລິດໃໝ່ ຊິແມ່ນ ສົ່ງອອກນັ້ນ ສົ່ງອອກນີ້ ຫຼືວ່າ ການປະຢັດນີ້ ແລ້ວເຮົາຈຶ່ງຈະມີເງິນ ງົບປະມານຂອງເຮົາໄປຝາກໄວ້ນຳທະນາຄານ ຈັ່ງຊິເຫັນເງິນຕາສຳຮອງ ເງິນຕາຕ່າງປະເທດ ມັນເພີ່ມຂຶ້ນ ເພີ່ມຂຶ້ນ ມັນຈັ່ງຊິເຂັ້ແຂງ ອັນນີ້ລະບໍ່ມີ ກະຊວງການເງິນ ຍາມໃດກະໄປ ໃຫ້ນາຄານຈ່າຍລ່ວງໜ້າໃຫ້ກ່ອນ ເຮົາຊິເຮັດຈັ່ງຕໍ່ໄປບໍ່ໄດ້ໄດ໋ ພວກຫາຍ ບໍ່ໄດ້.”

ຜູ້​ທີ່​ໃຫ້​ເງິນ​ກູ້​ຢືມ ທີ່​ເລືອກ​ເຂົ້າ​ມາ​ສ​ນັບ​ສ​ນູນ ການ​ໃຫ້​ເງິນ​ກູ້​ຂອງ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ນັ້ນ​ຄື ປະ​ເທດ​ຈີນ ຍ້ອນ​ມີ​ຄວາມ​ໃຊ້​ຊິດ​ກັບ​ລາວ ແລະ ມີ​ການ​ສົ່ງ​ເສີມ​ເສ​ຖກິ​ຈຮ່ວມ​ກັນ ຫຼັງ​ຈາກ ໄດ້​ມີ​ການເປີດ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ໃນ​ວັນ​ທີ 3 ທັນ​ວາ 2021. 

ສ​ຖານ​ບັນ Fitch ໄດ້​ກ່າວ​ວ່າ ຈີນ​ຍັງ​ຄົງ​ເປັນ​ແຫ່ງ​ກູ້​ຢືມ​ຫຼັກຂອງ​ລາວ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໂອນ​ໜີ້ໃຫ້​ຈີນ ແລ້ວ ລາວ​ຈຶ່ງ​ຈະ​ໃຊ້​ໜີ້​ຈີນ​ຕາມ​ພາຍ​ຫຼັງ ໃນ​ປີ​ຕໍ່​ໄປ.

ທະ​ຫານ​ແຫ່ງ ສ​ປ ຈີນ ໄດ້ຂ​ຍາຍການ​ຖ່າຍ​ໂອນ​ໜີ້ສິນ ກັບ ທະ​ນາ​ຄານ​ແຫ່ງ ສ​ປ​ປ​ລາວ ໃນ​ກາງປີ 2020 ຊຶ່ງ​ຈະ​ຊ່ວຍ​ກະ​ຕຸ້ນຄັງ​ສະ​ສົມ​ອັດ​ຕ​ຣາ​ແລກ​ປ່ຽນ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ. ຈະ​ມີ​ການ​ຂ​ຍາຍ​ອີກ​ຄັ້ງ​ນຶ່ງ ແລະ ນັ້ນ​ສາ​ມາດ​ເຮັດ​ໃຫ້​ເປັນ​ຈຸດ​ສຸມ ໃຫ້​ແກ່ຣະ​ບົບ​ການ​ເງິນ​ພາຍນອກ.  

ເວບ​ໄຊ​ຂ່າວ IFR ຍັງ​ຣາຍ​ງານ​ວ່າ: ການ​ຂຶ້ນ​ຕ​ຣົງ​ກັບ ຈີນ ໄດ້​ນຳ​ໄປ​ສູ່ ຂໍ້​ຜູ້​ມັດ​ທາງ​ດ້ານ​ໜີ້​ສິນ​ເພີ່ມ​ຂຶ້ນ. ໃນ​ເດືອນ ມີ​ນາ ປີ 2021 ທີ່​ຜ່ານ​ມາ, ຣັ​ຖ​ບານ​ລາວ ຕ້ອງ​ໄດ້ໃຫ້​ຈີນ​ເຂົ້າ​ມາ​ຖື​ຮຸ້ນຫຼັກ​ຢູ່​ໃນ​ໂຄງ​ການ​ສາຍ​ສົ່ງ​ໄຟ​ຟ້າ​ຂອງ​ລາວ ໂດຍ ອະ​ນຸ​ຍາດ​ໃຫ້ ບໍ​ຣິ​ສັດ China Southern Power Grid ເຂົ້າ​ມາ​ດຳ​ເນີນ​ການແທນ ຍ້ອນ​ວ່າ ລາວ ບໍ່​ສາ​ມາດ​ໃຊ້​ໜີ້​ຈີນ​ໄດ້.

ເຈົ້າ​ໜ້າ​ທີ່​ທະ​ນາຄານຂອງ​ໃຕ້​ຫວັນ ອີກ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ: ພວກ​ເຮົາບໍ່​ກັງວົນ ເຣື່ອງ​ໜີ້​ສິນ​ຂອງ​ລາວ ຍ້ອນ​ວ່າ ພວກ​ເຮົາ​ເຊື່ອ​ວ່າ ຣັ​ຖ​ບານ​ລາວ​ຈະ​ພະ​ຍາ​ຍາມ ໄປ​ຂໍ​ໃຫ້​ຈີນ​ຊ່ວຍ​ເຫຼືອ ໂດຍ​ທີ່ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ຂໍ້​ກຳ​ນົດ​ດ້ານ​ຄວາມ​ໂປ່ງ​ໄສ ຫຼາຍ​ເກີນ​ໄປ ຄື​ກັບ ສ​ຖາ​ບັນ​ການ​ເງິນ​ອື່​ນໆ.  

ໃນ​ເດືອນ​ທັນ​ວາ ປີ 2021 ທີ່​ຜ່ານ​ມາ, ຣັ​ຖ​ບານລາວ ແລະ ຈີ​ນ ໄດ້​ປະ​ກາດ​ເປີດ​ໂຄງ​ການ​ທາງ​ຣົຖ​ໄຟ​ລາວ-ຈີນ ທີ່​ເຊື່ອ​ມ​ຕໍ່​ຈາກຊາຍ​ແດນ​ຈີນ ມາ​ຫາ ແຂວງ​ຫລວງ​ນ້ຳ​ທາ ​ພາກ​ເໜືອ​ຂອງ​ລາວ ຜ່ານ​ ແຂວງ ​ອຸ​ດົມ​ໄຊ, ແຂວງ ຫລວງ​ພ​ຣະ​ບາງ, ແຂ​ວງ ວຽງ​ຈັນ ແລະ ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ເປັນ​ສ່ວນ​ນຶ່ງ​ໂຄງ​ການນຶ່ງ​ແຖບນຶ່​ງເສັ້ນ​ທາງ ຫຼື one Belt one Road.

ເຈົ້າ​ໜ້າ​ທີ່​ທະ​ນານ​ຄານ​ໃຕ້​ຫວັນ ທ່ານນີ້ ກ່າວ​ວ່າ: ພວກ​ກຳ​ລັງ​ລໍ​ເບິ່ງວ່າ ໂຄງ​ການ​ຣົ​ຖ​ໄຟ​ລາວ-ຈີນ ຈະສາ​ມາດ​ກະ​ຕຸ້ນ​ເສ​ຖ​ກິ​ຈລາວ ດ້ວຍ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ​ກັບປະ​ເທດ​ຈີນ.  

ເສ​ກິຈປະເທດລາວ ມີການຍາຍໂຕໃນປີ 2021  ເຊິ່ງໃນເດືອນ ສິງຫາ ປີ 2021 ທີ່ຜ່ານມາ, ທະນາຄານໂລກໄດ້ປະເມີນວ່າ ລວມຍອດລິດຕະພັນພາຍໃນ ຫຼື GDP ຂອງລາວຂຍາຍໂຕ 3.6 ເປີເຊັນໃນປີ 2021 ທຽບໃສ່ປີ 2020 ຍາຍໂຕ 0.3 ເປີເຊັນ.

ກະ​ຊວງການເງິນໄດ້ອອກວາລະສານຊື່ວ່າ ວາລະສານໜີ້ສິນສາທາລະນະ ສະບັບປີ 2020 ໄດ້ຣາຍງານວ່າ: ໃນ 2020 ປະເທດລາວມີໜີ້ສິນທັງພາຍໃນ ແລະ ຕ່າງປະເທດທັງໝົດປະມານ 13 ຕື້ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.