ທາງການລາວ ມີໜີ້ສິນ ມະຫາສານ ຕ້ອງໃຊ້ຄືນ

ອຸ່ນແກ້ວ
2021.11.15
ທາງການລາວ ມີໜີ້ສິນ ມະຫາສານ ຕ້ອງໃຊ້ຄືນ ຣັຖບານລາວ ຕິດໜີ້ ທັງພາຍໃນ ແລະ ຕ່າງປະເທດໃນປີ 2020 ມູນຄ່າ ປະມານ 13 ຕື້ໂດລາ ພຶສຈິກາ 2021
Photo: RFA

ກະ​ຊວງການເງິນໄດ້ອອກວາລະສານຊື່ວ່າ ວາລະສານໜີ້ສິນສາທາລະນະສະບັບປີ 2020 ທີ່ລະບຸວ່າ ປະເທດລາວຕິດໜີ້ທັງພາຍໃນ ແລະ ຕ່າງປະເທດວາສານດັ່ງກ່າວ ໄດ້ຣາຍງານວ່າ ສເພາະປີ 2020 ປະເທດລາວມີໜີ້ສິນທັງພາຍໃນ ແລະ ຕ່າງປະເທດທັງໝົດປະມານ 13 ຕື້ ໂດລາ. ໃນຈຳນວນໜີ້ສິນ 13 ຕື້ ຣັບານລາວ ຈະຕ້ອງໄດ້ຈ່າຍດອກເບ້ຍອີກ 11 ເປີເຊີ ເມື່ອຄົບຮອບ 1 ປີ. ດອກເບ້ຍ 11 ເປີເຊັນ ຂອງ 13 ຕື້ ໂດລາ ມີມູນຄ່າປະມານ 1,4 ຕ໋ື້ໂດລາ ຫຼື 1,400 ລ້ານໂດລາ ຊຶ່ງເປັນມູນຄ່າດອກເບ້ຍທີ່ຣັບານລາວ ຈະຕ້ອງຈ່າຍໃນປີ 2020. ປັດຈຸບັນ ພົລະເມືອງລາວມີປະມານ 7 ລ້ານ ຄົນ,  ແຕ່ຈຳນວນໜີ້ສິນປະມານ 13 ຕື້ໂດລາ ມາຫານໃສ່ຫົວຄົນລາວ ຜົທີ່ອອກມາ ກໍຄື ຄົນລາວ 1 ຄົນ ຈະຕິດໜີ້ຢູ່ປະມານ 1,800 ໂດລາ ຫຼື ປະມານ 18 ລ້ານ ກີບ. ການຣາຍງານ ແລະ ການເຜີຍແຜ່ຂໍ້ມູນໜີ້ສິນສາທາລະນະ ແມ່ນກຳນົດຕາມກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ສບັບເລກທີ 46/ຊ ລົງວັນທີ 18 ມິຖຸນາ 2019. ແຕ່ບັນຫາ ທີ່ຈະເກີດຂຶ້ນກໍຄື ຖ້າຣັບານ ບໍ່ສາມາດຈ່າຍໜີ້ຄືນໄດ້ ເຈົ້າໜີ້ຈະຕ້ອງເຂົ້າມາເອົາຊັບສິນໃດນຶ່ງທົດແທນ ຢ່າງຫຼີກລ້ຽງບໍ່ໄດ້ ຕ່າງແຕ່ເຈົ້າໜີ້ຈະເອົາແບບໃດ ແລະ ເມື່ອໃດ. ນັກຂ່າວອາວຸໂສຕ່າງປະເທດທ່ານນຶ່ງ ຜູ້ທີ່ຂຽນລົງເລິກກ່ຽວກັບເສກິລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຄຳຖາມທຳອິດ ກໍຄື ແມ່ນໃຜເປັນເຈົ້າໜີ້. ຖ້າວ່າ ເຈົ້າໜີ້ແມ່ນຈີນ, ຣັບານຈີນ ຫຼື ທະນາຄານຈີນ ຈະຕ້ອງຖາມເອົາໜີ້ຄືນ ໃນຮູບແບບເອົາຊັບສິນໃດນຶ່ງຂອງລາວ ຫຼື ທີ່ດິນ ແລະ ມັນກໍຂຶ້ກັບສິ່ງທີ່ເຈົ້າໜີ້ ຈະຮຽກຮ້ອງເອົາ ຖ້າວ່າ ລາວບໍ່ສາມາດໃຊ້ໜີ້ໄດ້.”

ຣັ​ບານລາວ ໄດ້ວິ້ງເຕັ້ນຊອກຫາແຫຼ່ງທຶນມາໃຊ້ໜີ້ 13 ຕື້ ໂດລາ ແລະ ລວມທັງດອກເບ້ຍປະມານ 1.4 ຕື້ ໂດລາ ຊຶ່ງກວມເອົາ​ 72 ເປີເຊັນ ຂອງລວມຍອດລິດຕະພັນພາຍໃນປີ ຫຼື GDP.

ນັກ​ຂ່າວອາວຸໂສທ່ານນີ້ ກ່າວຕື່ມອີກວ່າ: ສິ່ງທີ່ປະເທດລາວ ຈະເຮັດໄດ້ກໍຄື ຊອກຫາແຫຼ່ງທຶນຈາກບ່ອນອື່ນມາໃຊ້ໜີ້ຈຳນວນດັ່ງກ່າວແທນ ໂດຍການຢືມເງິນຈາກຖາບັນການເງິນຕ່າງປະເທດ, ແຕ່ ມັນກໍຄົງບໍ່ງ່າຍ ຍ້ອນວ່າ ຕ່າງປະເທດບໍ່ເຊື່ອໝັ້ນວ່າ ລາວຈະສາມາດໃຊ້ໜີ້ແທນຄືນທັນເວລາໄດ້ ແຕ່ມັນກໍຂຶ້ນກັບ ຜູ້ທີ່ຈະໃຫ້ຢືມ.

ນອກ​ຈາກນີ້ ທາງເລືອກອີກທາງນຶ່ງ ທີ່ຣັບານຈະຫາເງິນມາໃຊ້ໜີ້ ກໍຄື ການເປີດໃຫ້ມີການລົງທຶນໃນແນງການເຂື່ອນໄຟຟ້າ ເພື່ອໃຫ້ມີເງິນທຶນໝູນວຽນໃນຕໍ່ໄປ. ການໃຊ້ໜີ້ມູນຄ່າ 13 ຕື້ ໂດລາ ບໍ່ລວມທັງດອກເບ້ຍ ມັນເປັນເລື່ອງທີ່ທ້າທາຍສຳລັບຣັບານລາວ ທີ່ຈະຕ້ອງຫາເງິນມາໃຊ້ໜີ້ຈຳນວນດັ່ງກ່າວ. ລາວຕິດໜີ້ 13 ຕື້ໂດລາ ເປັນໜີ້ທີ່ຣັບານລາວກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ ເພື່ອເອົາມາລົງທຶນໃສ່ໂຄງສ້າງພື້ນຖານ. ໃນນັ້ນ ປະມານ 5 ຕື້ໂດລາ ແມ່ນໜີ້ສິນທີ່ຣັບານລາວ ຢືມມາຈາກຈີນ.  

ນັກ​ຂ່າວອາວຸໂສ ທ່ານນີ້ ກ່າວ: ໃນນະດຽວກັນ ມັນມີຄວາມເປັນໄປໄດ້ ທີ່ ຈີນໃນຖານະປັນເຈົ້າໜ້າທີ່ລາຍໃຫຍ່ຂອງລາວ ເຂົ້າມາໃຊ້ໜີ້ໃຫ້ເຈົ້າໜີ້ ຄົນອື່ນໆ ແທນລາວ ແລ້ວຫຼັງຈາກນັ້ນ ຣັບານລາວຈຶ່ງໃຊ້ໜີ້ຈີນຄືນ ໃນຮູບແບບຕ່າງໆ.

ມັນ​ຈະເປັນການໃຊ້ໜີ້ໄລຍະຍາວ, ແຕ່ຣັບານລາວ ຄົງຈະບໍ່ສາມາດໃຊ້ນີ້ໄດ້ພາຍໃນ 5-10 ປີນີ້ ຊຶ່ງມັນຕ້ອງດົນກວ່ານັ້ນອີກ. ນັກທຸຣະກິດລາວ ທ່ານນຶ່ງ ໄດ້ໃຫ້ສຳພາດວ່າ:

ນັກ​ທຸລະກິດ: ຊິຜັກພາລະໃຫ້ຄົນລຸ້ນໃດ 30 ປີ 50 ປີ ແມ່ນຕົ່ວຫວະ ແຕ່ຄຳວ່າ ຊິໃຊ້ໄດ້ບໍ່ພາຍໃນ 5 ປີນີ້ ບໍ່ມີ ຢ່າໄປເວົ້າ ຢ່າໄປເຊື່ອ 10 ປີ ເຊື່ອຍາກ ແຕ່ສຳລັບຂ້າພະເຈົ້າບໍ່ເຊື່ອຄືເກົ່າ.

ນັກ​ຂ່າວ: ເປັນຫຍັງ?

ນັກ​ທຸຣະກິດ: ມັນບໍ່ມີທາງຊິໄດ້ເງິນມາແຕ່ໃສ 13 ຕື້ ພາຍໃນ 20 ປີ ເພາະລາຍຮັບ ລາຍຫຍັງຕ່າງໆ ທີ່ເຮົາເບິ່ງເປີເຊັນ ທີ່ມັນຂຶ້ນຫັ້ນນ່າ ກັບການແຍ່ງ ຍາດແຍ່ງກັນ ຜົລິດ ຫຼື ທຶນຂ້າມຜ່ານ ຫຼື ທຶນໄຫຼເຂົ້າ ຫຼື ເສສາດສຳລັບພູມິພາກໃຜກະຍາດພໍໃຜ ຄັນ 30 ປີ ຊິເຊື່ອຢູ່.

ພາຍ​ໃນ 10 ປີ ມີແຕ່ຄົນເອົາປາກເວົ້າຊື່ໆ ການເຕີບໂຕທາງເສກິຈ ບໍ່ແມ່ນເຈົ້າຊິໄດ້ຜູ້ດຽວ ມັນຕ້ອງເວົ້າບຸກຄລາກອນ ເຈົ້າເກັ່ງຊ່ຳໃດ ບໍ່ມີບຸກລາກອນ ຊິໄປສ້າງຢູນິຄອນ ເລີຍ ແລ້ວຈັ່ງໃດ ເຮົາຊິໄດ້ເງິນ 13 ຕື້ ມາໃຊ້ເຂົາ ບໍ່ເວົ້າດອກເບ້ຍໃດ. ເລື່ອງບົດຣາຍງານຕ່າງໆ ຄືວ່າລະ ຕິດຕາມສະພາເພິ່ນກະບໍ່ຄ່ອຍໄດ້ຖ່າຍທອດສົດ ຂ່າວ ກະບໍ່ປານໃດ.

ນັກ​ຂ່າວ: ແຕ່ວ່າ ຖ້າໃຊ້ເຂົາບໍ່ໄດ້ນີ້ ຄິດວ່າ ເຂົາຊິເອົາຫຍັງທົດແທນ ເຂົາຊິປະເລີຍເບາະ ຫຼືວ່າ?

ນັກ​ທຸຣະກິດ: ບໍ່ມີທາງເຂົາຊິປະ ເຂົາຊິບີບ ເຂົາທົດແທນເຂົາມາໃນລັກະນະໃດ ມາໃນບຸລິມະສິດໃນການລົງທຶນ. ລົງທຶນໃນປະເທດເຈົ້າລົງທຶນໂຕໃດ ເຂົາກະມາເບິ່ງວ່າ ໃຫ້ຕັ້ງເປັນຖານການລິດ.

ຂ້ອຍ​ມາຢູ່ໃນສັມທານ 90 ປີ ຂ້ອຍຈ່າຍໃຫ້ເຈົ້າໜ້ອຍໆນີ້ ແຕ່ຄົນບຸກລາກອນຫຼັກມີແຕ່ຄົນຂ້ອຍໝົດເຂົ້າຫັ້ນ ເຈົ້າມີແຕ່ແຮງງານ. ແຮງງານ ທັກສະ ເຈົ້າບໍ່ທັນມີຊ້ຳ ຄັນຊິເອົາຊັຍາກອນໄປໃຊ້ ຊັຍາກອນໃສຊິມີ ກະມີພໍແຕ່ຊ່ຳນັ້ນ.

ໃນ​ນະທີ່ ຣັບານລາວ ກໍມີການລະດົມທຶນໂດຍການຂາຍພັນທະບັດ ເພື່ອເອົາເງິນມາໃຊ້ໜີ້.  ທ່ານ ສອນໄຊ ສີພັນດອນ  ຮອງນາຍົກຣັມົນຕຣີ ແລະ ທັງເປັນ ຣັມົນຣີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຢູ່ໃນກອງປະຊຸມມັຍສາມັນເທື່ອ 2 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 1 ພຶຈິກາ ຕອນນຶ່ງວ່າ: ໄດ້ສືບຕໍ່ແກ້ໄຂໜີ້ສິນ ດ້ວຍຮູບແບບອ່ວຍໜີ້ສາມແຈ ແລະ ການອອກພັນທະບັດໃນງວດສອງ ຈຳນວນ 5 ພັນຕື້ [ກີບ].”

ນອກ​ຈາກນີ້ ປະເທດລາວຍັງປະສົບບັນຫາກັບເງິນເຟີ ເມື່ອທຽບໃສ່ອັດຣາເງິນໂດລາ ແລະ ການຂາດແຄນນ້ຳມັນ - ນັບແຕ່ເດືອນມົກກະຣາ ຫາເດືອນ ພຶຈິກາ 2021 ຣັບານລາວ ໄດ້ປະກາດຂຶ້ນລາຄານ້ຳມັນເຊື້ອໄຟໄປແລ້ວ 17 ຄັ້ງ. ທີ່ຜ່ານມາ, ອົງການ Fitch Rating ທີ່ເປັນອົງການຈັດອັນດັບຄວາມໜ້າເຊື່ອຖືດ້ານການຈ່າຍໜີ້ ທີ່ຕັ້ງຢູ່ ສຫະຣັອາເມຣິກາ ໄດ້ອອກບົດຣາຍງານ ໃນວັນທີ 9 ສິງຫາ 2021 ວ່າ: ປະເທດລາວຍັງຄ້າງຈ່າຍໜີ້ສິນໃຫ້ຕ່າງປະເທດ ປະມານ 400 ລ້ານ ໂດລາ ສະເພາະໃນປີ 2021, ໃນນະທີ່ຣັບານລາວ ໃຊ້ໜີ້ໄດ້ພຽງ 150 ລ້ານ ໂດລາ ໃນເດືອນ ມິຖຸນາ ທີ່ຜ່ານມາ.

ອົງການ Fitch Rating ຍັງຄາດການວ່າ: ຣັບານລາວ ຍັງຈະສືບຕໍ່ຂາຍຊັບສິນແລະ ຂາຍສຳປະທານເພີ່ມເຕີມອີກ ເພື່ອເອົາເງິນມາໃຊ້ໜີ້ຕ່າງປະເທດໃນອີກ 5 ປີ ຕໍ່ໜ້າ ໂດຍະເພາະ ຄນະຣັບານຊຸດໃໝ່ ທີ່ໄດ້ສຸມໃສ່ທຸກຄວາມຍາຍາມ ໃນການໃຊ້ໜີ້.

ມັນ​ກໍຄົງຈະເປັນເລື່ອງທີ່ບໍ່ສາມາດເຮັດໄດ້ໄວ ແລະ ທັນເວລາ ຍ້ອນວ່າ ປະເທດລາວຖືກຈັດຢູ່ໃນປະເທດທີ່ບໍ່ສາມາດໃຊ້ໜີ້ໄດ້ທັນເວລາ. ດຣ.​ Keith Barney ນັກປະຖະກາຖາອາວຸໂສ ຈາກມະຫາວິທຍາແຫ່ງຊາດອອສເຕຼເລັຍ ຜູ້ທີ່ຕິດຕາມເຣື່ອງສະພາບການໃນລາວ ມາຫຼາຍປີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:​ ຄວາມທ້າທາຍໃນການໃຊ້ໜີ້ຂອງລາວ ບໍ່ສາມາດຫຼີກລ້ຽງໄດ້ ແລະ ມັນໃກ້ຈະເກີນຂີດຈໍາກັດ, ການປະສານງານ ແລະ ການດໍາເນີນໂຄງການ ສ້າງເຂື່ອນ ແລະ ໂຄງການຂນາດໃຫຍ່ອື່ນໆ ທີ່ບໍ່ມີປະສິດທິພາບ. ມັນເປັນໂສກນາຕກັມທາງທັມຊາດ - ມີການສ້າງເຂື່ອນໃສ່ແມ່ນໍ້າຫຼາຍສາຍໃນລາວ ເຊັ່ນ ແມ່ນໍ້າອູ ກໍຖືກສັງເວີຍມາສ້າງເຂື່ອນ ເພື່ອໃຫ້ໄດ້ລາຍຮັບທີ່ບໍ່ແມ່ນຂອງຣັຖ ແລະ ບໍ່ແມ່ນການພັທນາທີ່ຍື່ນຍົງ ໃຫ້ແກ່ປະຊາຊົນລາວ, ແຕ່ມັນຍິ່ງເປັນການສ້າງໜີ້ສິນ ແລະ ບັນຫາທາງການເງິນ ເພີ່ມຂຶ້ນ.​

ດຣ.​Keith Barney ນັກປະຖະກາຖາອາວຸໂສ ກ່າວອີກວ່າ: ບັນຫາດັ່ງກ່າວ ຍິ່ງເຮັດປະເທດລາວມີຂໍ້ຈໍາກັດທາງການເງິນ ກະທົບຕໍ່ການສົ່ງເສີມຄົວເຮືອນ ແລະ ທຸຣະກິຈ ຂນາດນ້ອຍ ທີ່ກໍາລັງຕໍ່ສູ້ດິ້ນຮົນ ໃນໄລຍະໂຄວິດ-19​ ຣະບາດ.​ ສໍາລັບຫຼາຍປະເທດແລ້ວ, ການເສັຽສິດການເປັນເຈົ້າຂອງລະບົບສາຍສົ່ງໄຟຟ້າແຫ່ງຊາດແບບນີ້ [ລາວ] ຖືວ່າ ເປັນບັນຫາຮ້າຍແຮງ ທີ່ກະທົບອະທິປະໄຕ ແລະ ຄວາມໝັ້ນຄົງຂອງຊາດ.​

ສະນັ້ນ ຣັຖບານລາວ ກໍາລັງສືບຕໍ່ ລະດົບທຶນຈາກແຫຼ່ງທຶນຕ່າງໆ ເພື່ອແກ້ໄຂບັນຫາການດຸ່ນດ່ຽງ ແລະ ການໃຊ້ໜີ້.​ ປະເທດລາວໄດ້ຂາຍໂຄງການຣະບົບສາຍສົ່ງໄຟຟ້າສ່ວນນຶ່ງ ໃຫ້ແກ່ບໍຣິສັດຈີນ ທີ່ຊື່ວ່າ China Southern Power Grid, ຂາຍທນາຄານພັທນາລາວ ແລະ ທນາສົ່ງເສີມກສິກໍາ ໃຫ້ບໍຣິສັດ ຈະເລີນເຊກອງ ພາວເວີ ແລະ ບໍຣິສັດ ພົງທະວີຊັບ ກໍ່ສ້າງ.​ ປັດ​ຈຸບັນເສກິຂອງປະເທດລາວ ມີຄວາມບອບບາງ ຍ້ອນວ່າ ເງິນຕຣາ ຢູ່ໃນຄັງສະສົມ ມີໜ້ອຍ. ທ່ານ ພັນຄຳ ວິພາວັນ ນາຍົກຣັມົນຣີ ໄດ້ກ່າວຢູ່ໃນກອງຊຸມໄມວິສາກັນ ເທື່ອທີ 1 ຂອງພາແຫ່ງຊາດຊຸດທີ 9 ໃນວັນທີ 6 ສິງຫາ ຕອນນຶ່ງວ່າ: ເສກິມະຫາພາກບອບບາງທີ່ສຸດ ແລະ ຄັງສະສົມບໍ່ເງິນ ເຖິງມີກໍໜ້ອຍ​.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.