ເຣື້ອງທີ່ເກັບບັນທຶກໄວ້
2009-04-23
ລາວເປັນປະເທດ ນຶ່ງທີ່ເປັນ ສະມາຊິກ ອົງການ ສະຫະປະຊາຊາດ ມາຕັ້ງແຕ່ ປີ 1955 ແລະ ເລຂາທິການໃຫຍ່ ສປຊ ກໍໄດ້ມາ ຢ້ຽມຢາມໃນປີ 1959 ປີ 1985 ເພື່ອຕິດຕາມ ການແກ້ໄຂ ບັນຫາເພື່ອ ສັນຕິພາບ ການຢຸດຍິງ ໃນລາວ ຕາມສັນຍາ ເຈນີວາ ປີ 1954 ການແກ້ໄຂ ຂໍ້ພິພາດ ຊາຍແດນລະຫວ່າງ ລາວ-ໄທ. ໃນຕົ້ນເດືອນ ເມສາ ທ່ານ ບັນ ກີມູນ ເລຂາທິການໃຫຍ່ ສປຊ ກໍໄດ້ມາ ຢ້ຽມຢາມ ລາວ. ການມາຢ້ຽມ ຢາມຄັ້ງນີ້ ມີຜົນຄື ແນວໃດນັ້ນ ຈຳປາທອງ ມີບົດຄວາມ ມາສເນີທ່ານ ເຊີນທ່ານ ຮັບຟັງໄດ້
2009-04-23
ທາງກາຣແຂວງ ຊຽງຂວາງ ຍັງຕ້ອງກາຣທຶນ ເພື່ອປຸກສ້າງ ໂຮງຮຽນໃຫ້ ໄດ້ຕາມໂຄງ ການພັທນາ ກາຣສຶກສາ ຕາມເຂຕຊົນນະບົທ
2009-04-23
ສະຕຣີ ທີ່ເຮັດວຽກ ໃນພາກອຸດສາຫະກັມ ໃນປະເທດລາວ ໄດ້ຮັບຜົນກະທົບ ຈາກວິກິຕການ ເສຖກິດ ຕົກຕໍ່າ ຫລາຍກ່ວາ ກຸ່ມອື່ນໆ ເພາະ ມີການຫລຸດຊົ່ວໂມງ ເຮັດວຽກ ໃນໂຮງງານລົງ
2009-04-23
ການລັກລອບ ລ້າສັດປ່າໃນ ສປປລາວ ມີມາຕລອດ ໂດຍສະເພາະ ເຂດປ່າສງວນ ນໍ້າແອັດ-ພູຫລວຽ ແຂວງຫົວພັນ ຕໍ່ກັບຊາຍ ແດນວຽດນາມ ເຮັດໃຫ້ພົລເມືອງ ສັດປ່າໜ້ອຍລົງ ບາງຊະໜິດກໍ ໄກ້ຈະສູນພັນ
2009-04-23
ສປປລາວ ບໍ່ສາມາດ ຄວບຄຸມການ ລັກລອບຕັດ ໄມ້ເຖື່ອນ ໃນແຂວງ ທີ່ປົກຫຸ້ມໄປ ດ້ວຍພູຜາ ແລະປ່າດົງ ແຂວງສາຣະວັນ ກໍ່ເປັນແຂວງ ນື່ງທີ່ເຕັມ ໄປດ້ວຍປ່າ ໄມ້ໃນຫລາຍ ພື້ນທີ່ດັ່ງນັ້ນ ບັນຫາການ ລັກຕັດໄມ້ເຖື່ອນ ໃນແຂວງດັ່ງກ່າວ ກໍບໍ່ສາມາດ ຫລີກລ້ຽງໄດ້.
2009-04-22
ນັບແຕ່ປຶ້ມຂອງ ດຣ. ບຸນສັງ ຄຳແກ້ວ ທີ່ຂຽນເປັນ ພາສາອັງກິດວ່າ “I Little slave” ຫລື “ຂ້ານ້ອຍ” ທີ່ເລົ່າເຖິງຊີວິຕ ໃນສູນສັມມະນາ ຖືກພິມ ອອກຈຳໜ່າຍ ໃນປີ 2006 ກໍ່ໄດ້ຮັບຄວາມ ສົນໃຈຈາກປວງ ຊົນຢ່າງຫລວງຫລາຍ ຈົນທ່ານໄດ້ຖືກ ເຊີນໃຫ້ໄປ ບັລຍາຍກ່ຽວກັບ ເຣື້ອງຕ່າງໆທີ່ ຂຽນໃນປຶ້ມ ຫົວດັ່ງກ່າວ. ໃນໂອກາດ ທີ່ທ່ານມາ ບັລຍາຍຢູ່ ທີ່ສະຖາບັນ SAIS ຂອງ ມະຫາວິທຍາລັຍ Johns Hopkins ໃນກຸງ Washington, ວຽງໄຊ ໄດ້ໂອ້ລົມກັບ ດຣ. ບຸນສັງ ກ່ຽວກັບການ ເດີນທາງຂອງ ທ່ານຄັງນີ້ ດັ່ງທ່ານຈະໄດ້ ຟັງໃນ ອັນດັບຕໍ່ໄປ...
2009-04-22
ບູນປີໃໝ່ລາວ ພ.ສ 2552 ຫລວງພຣະບາງ ມີທັງຊາວລາວ ຊາວຕ່າງປະເທດ ເຂົ້າຮ່ວມພິທີ ຕ່າງໆເປັນຕົ້ນ ໂຫລະລາດ ທ່ຽວຕລາດນັດ ຕອນເຊົ້າ ແລ້ວກໍລົງຕົບ ພຣະທາດຊາຍ ທີ່ຫາດຊາຍຄູນ.
2009-04-22
ກຸ່ມພໍ່ຄ້າລາວ ໃນເຂດຊາຍ ແດນລາວ-ຈີນ ໃຫ້ການວ່າ ພວກຕົນເປັນຫວ່ງ ຕໍ່ສະພາບ ເສຖກິດ ໃນປັດຈຸບັນ ຈື່ງພາກັນຄັດ ເລືອກສີນຄ້າຈີນ ທີ່ມີຄວາມ ນິຍົມທີ່ ຈຳເປັນ ຫລາຍກວ່າ ທີ່ຈະເອົາມາ ຂາຍໃນລາວ.
2009-04-22
ແຂວງຜົ້ງສາລີ ຈະຍຸຕິການ ໃຫ້ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງຊາດ ພາຍໃນປີ 2012
2009-04-22
ຫລວງພຣະບາງ ສຳເຣັດ ການປະກວດ ນາງສັງຂານ ເພື່ອແຫ່ ໃນງານສລອງ ເທສການປີໃຫມ່ ປີນີ້.
2009-04-21
ວິກິດການ ການເງີນເສຖກິດ ທີ່ກຳລັງສ້າງ ບັນຫາໄປ ທົ່ວໂລກຢູ່ ໃນຂະນະນີ້ ມີຜົນສະທ້ອນ ຕໍ່ ສປປລາວ ໜ້ອຍຫລາຍປານໃດ? ເຊີນທ່ານຟັງ ການ ຊີ້ແຈງຂອງ ດຣ. ສີນລາວົງ ຂຸຕໄພທູນ ເຈົ້າໜ້າທີ່ ກະຊວງແຜນ ການແລະການ ລົງທືນ.... ສເນີໂດຍ ວຽງໄຊ
2009-04-21
ຖນົນສາຍ 16E ຈາກຈຳປາສັກ ເຊກອງຂອງລາວ ເຂົ້າໄປຍັງ ວຽຕນາມກຳລັງ ມີກາຣພັທນາ ເພື່ອຮອງຮັບກາຣ ເຈຣີນເຕີບໂຕ ດ້ານກາຣທ່ອງທ່ຽວ
2009-04-21
ທາງການລາວ ໂຄສນາ ໃຫ້ມີການປູກປ່າ ຂະນະທີ່ ການຕັດໄມ້ ທໍາລາຍປ່າ ຍັງມີຢູ່ຕໍ່ໄປ ໃນລາວ
2009-04-21
ຊາວໜຸ່ມໄວລຸ້ນລາວ ຍິ່ງຕົກເປັນ ເຫຍື່ອຂອງການ ຄ້າມະນຸດ ຫລາຍຂື້ນໃນເວລາ ໄປຊອກຫາ ວຽກການຢູ່ໄທ ໃນສະພາບ ເສຖກິດ ທີ່ກຳລັງ ຕົກຕ່ຳແລະການເມືອງກຳລັງວຸ້ນວາຍນີ້.
2009-04-21
ທາງການລາວວ່າ ຍັງມີຄອບຄົວ ທຸກຍາກຢູ່ ສ.ປ.ປ.ລາວ ປະມານ 23 ສ່ວນຮ້ອຍ ຂອງຈຳນວນ ຄອບຄົວລາວ ທັງໝົດ.