ທາງການ ໂຄສນາ ໃຫ້ປູກປ່າ

ທາງການລາວ ໂຄສນາ ໃຫ້ມີການປູກປ່າ ຂະນະທີ່ ການຕັດໄມ້ ທໍາລາຍປ່າ ຍັງມີຢູ່ຕໍ່ໄປ ໃນລາວ

0:00 / 0:00

ຜົນກະທົບ ຈາກການໃຫ້ ສັມປະທານ ທີ່ດິນ ໂດຍບໍ່ມີການ ສຶກສາກ່ຽວກັບ ສະພາບທີ່ດິນ ແລະສະພາບ ແວດລ້ອມ ໃນບໍຣິເວນ ນັ້ນສົ່ງຜົນໃຫ້ ຊັພຍາກອນ ທັມມະຊາດ ທີ່ມີຢູ່ນັ້ນ ສູນຫາຍ ໄປເຖິງແມ່ນວ່າ ຈະມີການ ໂຄສນາ ຂົນຂວາຍໃຫ້ ປູກປ່າ ເພື່ອທົດແທນປ່າ ທີ່ຖືກຕັດ ທໍາຣາຍໄປນັ້ນ.

ເຈົ້າໜ້າທີ່ຈາກ ຫ້ອງການ ສີ່ງແວດລ້ອມ ແຂວງສວັນນະເຂດ ກ່າວກ່ຽວກັບ ສະພາບປ່າໄມ້ ໃນແຂວງວ່າ:

ລຸດຫລາຍ ດຽວນີ້ກໍາລັງ ຣົນຣົງ ວ່າໃຫ້ປູກປ່າ ແຕ່ວ່າອັນນັ້ນ ກໍເປັນຮູບການ ການຣົນຣົງ ທົ່ວໄປແຕ່ວ່າ ເນື້ອແທ້ ຂອງການ ທໍາຣາຍ ປ່າກໍຍັງມີ ເກີດຈາກການ ປູກພວກ ຢູກາລິບຕັສ ກໍຈະຕ້ອງຖືກ ຕັດແນ່ນອນ ເຂົາວ່າຈະຕັດ ມີແຜນການ ແນວນັ້ນແນວນີ້ ຕາມແຜນ ຂຽນອອກມາ.

ຕົ້ນໄມ້ທີ່ ຖືກຕັດສ່ວນໃຫຍ່ ຈະຢູ່ໃນ ເຂດພື້ນທີ່ ຫ່າງໄກສອກຫລີກ ຊຶ່ງການຕັດນັ້ນ ມີຫລາຍບັນຫາ ເປັນຕົ້ນວ່າ ບໍ່ໄດ້ມີການ ສໍາຣວດ ບໍ່ມີການຕີ ຣາຄາສະພາບ ປ່າໄມ້ ປະເພດໃດເລີຍ ຢ່າງລະອຽດ ແລະບາງຄັ້ງເຮັດ ໃຫ້ປະຊາຊົນ ໃນເຂດນັ້ນໆ ເກີດຄວາມບໍ່ພໍ ໃຈແຕ່ກໍເຮັດ ຫຍັງບໍ່ໄດ້ຫລາຍ ເນື່ອງຈາກທາງ ຣັຖບານ ຕ້ອງການໃຫ້ ຕ່າງປະເທດ ເຂົ້າມາລົງທຶນ ໃນພື້ນທີ່ ດັ່ງກ່າວ. ແຕ່ເຖິງແນວໃດ ບາງເທື່ອ ກໍຍັງມີກຸ່ມ ປະຊາຊົນ ໃນບໍຣິເວນ ທີ່ໄດ້ຮັບຄວາມ ເດືອດຮ້ອນ ອອກມາຮຽກຮ້ອງ ໃຫ້ມີການ ແກ້ໃຂ.

ເຈົ້າໜ້າທີ່ຈາກ ຫ້ອງການ ສີ່ງແວດລ້ອມ ແຂວງສວັນນະເຂດ ກ່າວຕໍ່ໄປວ່າ:

ພວກຮ້ອງ ຫລືວ່າພວກ ຮຽກຮ້ອງຕ່າງໆ ໃຫ້ມີການ ແກ້ໃຂຊົດເຊີຍ ຫລືອຶ່ນໆມັນ ກໍແກ້ບໍ່ຕົກ ຈາກນັ້ນກໍມີ ອົງກອນ ມາເວົ້າແນວນີ້ ອົງກອນນັ້ນ ມາເວົ້າ ແນວນັ້ນ ແຕ່ ເນື້ອແທ້ ຂອງບັນຫາ ມັນກໍເບິ່ງລວມ ແລ້ວຍັງ ເປັນສະພາບແກ້ ຍັງບໍ່ທັນໄດ້.

ແລະໃນຕອນທ້າຍ ເຈົ້າໜ້າທີ່ລາວ ຍັງກ່າວ ສລຸບວ່າ ຣັຖບານລາວ ມີໂຄງການ ທີ່ຈະປັບປຸງ ປ່າສງວນໃຫ້ ເປັນສວນອຸທຍານ ໃນຮູບແບບ ເສຖກິດ ທີ່ຈະສາມາດ ນໍາຣາຍໄດ້ ເຂົ້າແຂວງ ແລະບໍ່ທໍາລາຍ ຊັພຍາກອນ ປ່າໄມ້.

ແຕ່ສ່ວນຫລາຍແລ້ວ ຈະບໍ່ມີການ ທໍາໂຄງການ ດັ່ງກ່າວ ເນື່ອງຈາກວ່າ ຫາກມີການຂໍ ສັມປະທານ ທີ່ດິນໂດຍກຸ່ມ ນັກລົງທຶນ ຕ່າງປະເທດ ນັ້ນທາງ ຣັຖບານລາວ ກໍຈໍາຕ້ອງ ໄດ້ຮື້ຖອນ ຕົ້ນໄມ້ໃນ ບໍຣິເວນນັ້ນ ອອກເພື່ອຈັດສັນ ພື້ນທີ່ໃຫ້ແກ່ ຜູ້ຂໍ ສັມປະທານ.