ພໍ່ຄ້າລາວ ຊື້-ຂາຍ ແຕ່ສິ່ງຈຳເປັນ
2009.04.22

ທ້າວຊັຍພອນ ແກ້ວດາຣາ ນັກທຸຣະກິດ ນຳເຂົ້າສົ່ງອອກ ສີນຄ້າຈີນ ໃນເຂດ ບໍຣິເວນ ຊາຍແດນລາວ-ຈີນ ບໍ່ເຕັນ ບໍ່ຫານ ໃຫ້ການວ່າ ປັດຈຸບັນ ກຸ່ມພໍ່ຄ້າ ຜູ້ທີ່ຈະນຳ ເຂົ້າສີນຄ້າ ຈາກຈີນໄປຂາຍ ໃນລາວ ນັ້ນພາກັນ ຄັດເລືອກສີນຄ້າ ສີ່ງທີ່ຈຳເປັນ ຫລາຍກວ່າ ແຕ່ກ່ອນ ເພາະສະພາບ ເສຖກິດໃນ ລາວຝືດເຄືອງ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
ອັນໃດທີ່ຂາຍໄດ້ ພວກເຮົາ ກໍ່ຈະຂາຍ ແຕ່ຕົວນີ້ ຂື້ນກັບເຈົ້າ ຫນ້າທີ່ລາວ ເຂົາກວດກາວ່າ ສຸຂພາບ ມັນດີບໍ? ວ່າຮັບໄດ້ບໍ? ພວກເຮົາກໍ່ເອົາ ເຂົ້າມາ ຫາກຮັບບໍ່ໄດ້ ພວກເຮົາກໍ ກຳຈັດ ແດ່ແຕ່ວ່າ ສີນຄ້າບາງອັນ ຕອ້ງໂຈະກ່ອນ ພວກເຮົາກໍໂຈະ.
ທ່ານວ່າສີນຄ້າ ປະເພດຂນົມ ແລະອາຫານ ບາງຊະນີດ ກໍ່ຕ້ອງມີການ ພິຈາຣະນາ ກັນໃຫມ່ເພາະ ຢ້ານສານເຄມີ ປະປົນແລະ ຄວາມບໍ່ສອາດ ໃນການຜລິດ ນອກຈາກນັ້ນ ສີນຄ້າທີ່ ຈຳເປັນ ກໍ່ອາດຈະນຳ ເຂົ້າມາຕາມເຄີຍ ແຕ່ຕ້ອງມີການ ຄັດເລືອກກ່ອນ ກ່ອນຈະນຳເຂົ້າ ເພາະຕລາດທີ່ ເຮົາມີຢູ່ນັ້ນ ມີຂອບເຂດ ຈຳກັດໃນ ສີນຄ້າຈາກຈີນ ສີນຄ້າທີ່ ນຳເຂົ້າ ສ່ວນໃຫຍ່ນັ້ນແມ່ນ ປະເພດເຄື່ອງ ນຸ່ງຫົ່ມແລະເຄື່ອງ ໃຊ້ໄຟຟ້າ ທ່ານກ່າວ ເພີ້ມອີກວ່າ:
ສີນຄ້າຈີນ ທີ່ມີການ ນຳເຂົ້າຫລາຍ ສ່ວນໃຫຍ່ແມ່ນ ເຄື່ອງນຸ່ງຫົ່ມ ແຜ່ນແພເຄື່ອງ ໃຊ້ໄຟຟ້າ ສ່ວນຫລາຍກໍ່ເອົາ ເຂົ້າມາຕາມເຄີຍ ບໍ່ມີຫຍັງ ຜີດປົກກະຕິ ໃນສີນຄ້າ ປະເພດນີ້.
ສຳລັບສີນຄ້າ ທີ່ຟຸມເຟືອຍນັ້ນ ຈະບໍ່ມີການ ນຳເຂົ້າຫລາຍ ປານໃດເພາະ ສະພາບເສຖກິດ ໃນປັດຈຸບັນ ຈະເຮັດໃຫ້ຄວາມ ຕ້ອງການໜ້ອຍລົງ. ລາວຂາດດຸນການ ຄ້າກັບຈີນເປັນ ຈຳນວນຫລວງຫລາຍ ໃນແຕ່ລະປີ ສີນຄ້າລາວທີ່ ສົ່ງໄປຂາຍໃຫ້ ຈີນກໍ່ບໍ່ມີ ຫລາຍປານໃດ ສ່ວນໃຫຍ່ກໍ່ແມ່ນ ຜລີຕພັນທາງ ດ້ານການກະເສຖ.