ຄອບຄົວ ລາວ ຍັງທຸກຍາກ
2009.04.21
ດ້ວຍການຊ່ວຍເຫລືອ ຢ່າງຫລວງຫລາຍແລະ ການເອົາໃຈໃສ່ ຕິດຕາມການ ພັທນາ ເສຖກິດ-ສັງຄົມ ຈາກຫລາຍປະເທດ ແລະອົງການ ຈັດຕັ້ງສາກົນ ຕ່າງໆ ຣັຖບານລາວ ກຳລັງແກ້ໄຂ ບັນຫາຄວາມ ທຸກຍາກຂອງ ປະຊາຊົນລາວ ໃຫ້ມີຊີວິດ ການເປັນຢູ່ດີ ຂື້ນຊຶ່ງທາງການ ລາວວ່າໃນ ປັດຈຸບັນນີ້ ຍັງມີຄອບຄົວ ທຸກຍາກ ຢູ່ປະມານ 23 ສ່ວນຮ້ອຍ.
ກ່ຽວກັບເລື້ອງນີ້ ພະນັກງານ ຜແນກວາງແຜນ ລົບລ້າງຄວາມ ທຸກຍາກ ກົມແຜນການ ກະຊວງແຜນການ ແລະການລົງທຶນ ຂອງລາວກ່າວວ່າ:
ປີ 2010 ໃຫ້ໄດ້ໂດຍ ພື້ນຖານ ຈະພະຍາຍາມ ເຮັດໃຫ້ອັດຕຣາ ຄວາມທຸກຍາກຂອງ ຄອບຄົວລົດລົງ ເຖິງໜ້ອຍກວ່າ 15 ສ່ວນຮ້ອຍ ຕອນນີ້ມັນ ໄດ້ຕ່ຳກວ່າ 23 ສ່ວນຮ້ອຍ ຂອງຄົວເຮືອນ ທັງໝົດ.
ທ່ານວ່າ ຕົວເລກດັ່ງກ່າວ ໄດ້ມາຈາກ ຜົນຂອງການ ສຳຣວດຄົວເຮືອນ ຢູ່ 72 ໝູ່ບ້ານທີ່ ທຸກຍາກ ໃນທົ່ວປະເທດ ຊຶ່ງຂະນະນີ້ ກຳລັງມີການ ແກ້ໄຂ ທາງດ້ານພື້ນ ຖານໂຄງລ່າງ ແລະສົ່ງເສີມ ໃຫ້ປະຊາຊົນ ມີລາຍໄດ້ ເພີ່ມຂື້ນ ໂດຍການຊຸກຍູ້ ໃຫ້ປະຊາຊົນ ມີຄວາມຮູ້ທາງ ດ້ານເທັກນິກ ກ່ຽວກັບ ວິຊາການຕ່າງໆ ເພື່ອພັທນາສີມື ໃຫ້ສາມາດຜລິດ ເປັນສິນຄ້າ ດີຂື້ນ. ແຕ່ກໍຍັງມີ ທຶນທີ່ຈະ ຊຸກຍູ້ສົ່ງເສີມ ນັ້ນນ້ອຍຢູ່ ດັ່ງທີ່ທ່ານ ໄດ້ກ່າວໃນ ຕອນນຶ່ງວ່າ:
ເລື່ອງທຶນ ທຶນມັນນ້ອຍ ມັນກໍມີທຶນ ຈາກຣັຖບານ ທຶນຈາກອົງການ ຈັດຕັ້ງສາກົນ ແລະທຶນຈາກ ປະຊາຊົນເອງ ອັນອື່ນກໍເລື້ອງ ພື້ນຖານໂຄງລ່າງ ບ້ານຢູ່ຮ່າງໄກ ສອກຫລີກ ການເຂົ້າເຖິງ ກໍຍາກ.
ເວົ້າເຖິງການ ແກ້ໄຂ ຄວາມທຸກຍາກ ຢູ່ລາວ ທ່ານ ບັນກີມູນ ເລຂາທິການ ໃຫຍ່ ສະຫະ ປະຊາຊາດ ໃຫ້ທັສນະວ່າ ສ.ປ.ປ.ລາວ ຊຶ່ງເປັນປະເທດ ນຶ່ງທີ່ມີ ຖານະທຸກ ຍາກທີ່ສຸດຢູ່ ໃນໂລກນັ້ນຈະ ສາມາດບັນລຸ ເປົ້າໝາຍເພື່ອໃຫ້ ລຸດພົ້ນອອກຈາກ ການເປັນປະເທດ ທີ່ມີການ ພັທນານ້ອຍ ທີ່ສຸດ ໄດ້ພາຍໃນປີ 2020 ແຕ່ທີ່ສຳຄັນຄື ລາວຈະຕ້ອງ ເນັ້ນໃສ່ການ ເຕີບໂຕທີ່ມີ ລັກສະນະຍືນຍົງ ແລະມີ ຄຸນນະພາບ ແລະຕ້ອງມີ ການລົງທຶນ ພັທນາ.