ຂາຍແຮງງານ ແລະການຄ້າມະນຸດ

ຊາວໜຸ່ມໄວລຸ້ນລາວ ຍິ່ງຕົກເປັນ ເຫຍື່ອຂອງການ ຄ້າມະນຸດ ຫລາຍຂື້ນໃນເວລາ ໄປຊອກຫາ ວຽກການຢູ່ໄທ ໃນສະພາບ ເສຖກິດ ທີ່ກຳລັງ ຕົກຕ່ຳແລະການເມືອງກຳລັງວຸ້ນວາຍນີ້.
ໂພໄຊສວັດ
2009.04.21

ສູນຕ້ານການ ຄ້າມະນຸດ ຂອງໄທລາຍງານ ວ່າໃນປີ 2009 ນີ້ການຄ້າ ມະນຸດຈາກ ປະເທດເພື່ອນ ບ້ານເຂົ້າໄທ ຍິ່ງຈະເພິ້ມຂື້ນ ເພາະປະເທດ ເພື່ອນບ້ານເຊັ່ນລາວ ກໍມີຄົນຫວ່າງ ງານຫລາຍ ຄົນລາວຈະຂ້າມ ມາຊອກຫາວຽກ ງານຢູ່ໄທ ຫລາຍຂື້ນ;

ໃນຂະນະ ດຽວກັນ ຢູ່ໄທ ກໍມີຄົນຫວ່າງ ງານຫລາຍຂື້ນ ເຊັ່ນກັນ. ເປັນເຫດໃຫ້ ນາຍໜ້າພວກ ຄ້າມະນຸດ ສວຍໂອກາດ ຊ່ອງຫວ່າງ ໂດຍບອກກັບ ຄົນງານລາວວ່າ ຖ້າຕ້ອງການ ວຽກເຮັດຢູ່ໄທ ໂດຍສະເພາະ ຢູ່ບາງກອກ ພວກຂະເຈົ້າ ຕ້ອງຈ້າງ ນາຍໜ້າ ໃຫ້ນາຍໜ້າ ພາໄປຊອກ ຫາວຽກງານ ຊາວລາວຫລາຍໆ ຄົນກໍຫລົງເຊື່ອ ເພາະໃນສະພາບ ເສຖກິດແລະ ການເມືອງ ກຳລັງຍຸ້ງຍາກ ພວກເຂົາກໍ ບໍ່ກ້າ ສ່ຽງໄປດ້ວຍ ຕົນເອງ ຈຶ່ງຍອມຕົກ ເປັນເຫຍື່ອຂອງ ພວກຄ້າມະນຸດ ແລະພວກຄ້າແຮງ ງານຢ່າງງ່າຍດາຍ. ສ່ວນຊາວລາວ ຜູ້ທີ່ບໍ່ຢາກ ໄປບາງກອກ ກໍຂ້າມໄປ ເຮັດວຽກຢູ່ ຝັ່ງໄທ ໃນບໍຣິເວນ ໃກ້ໆກັບເຂດ ຊາຍແດນຫລາຍ ຂື້ນເຊັ່ນກັນ.

ພວກເຂົາສວຍ ໂອກາດທີ່ທາງ ການລາວແລະໄທ ໄດ້ເປີດກວ້າງ ການໄປມາຫາ ສູ່ຣະຫວ່າງກັນ ເຊັ່ນປະຊາຊົນ ລາວທີ່ມີ ໜັງສືຜ່ານ ແດນຖາວອນ ຫລືປັສປໍ ສາມາດໄປ ຢ້ຽມຢາມແລະ ພັກເຊົາຢູ່ໄທ ໄດ້ເຖິງ 30 ມື້ ໂດຍທີ່ບໍ່ຈຳ ເປັນຂໍວິຊາ; ສ່ວນຜູ້ທີ່ມີ ບັດຜ່ານແດນ ຊົ່ວຄາວຫລື Border Pass ສາມາດໄປເຂດ ໃກ້ໆ ຊາຍແດນໄດ້ 3 ມື້ ແລະ 2 ຄືນ; ສະນັ້ນຊາວລາວ ຫລາຍໆຄົນຈຶ່ງ ມັກຂ້າມໄປ ເຮັດວຽກຊົ່ວຄາວ ຢູ່ໄທ ດັ່ງເຈົ້າໜ້າທີ່ ອົງການຊ່ວຍ ເຫລືອເດັກນ້ອຍ Save Children ປະຈຳ ປະເທດໄທ ເວົ້າວ່າ:

ທ່ານເວົ້າວ່າ ພວກທີ່ມາ ສ່ວນຫລາຍເປັນ ສາວລາວທີ່ ຂ້າມມາໂດຍ ໃຊ້ໜັງສືຜ່ານ ແດນຊົ່ວຄາວ Border Pass ຢູ່ 3 ມື້ 2 ຄືນ ຫລືກໍເຂົ້າມາ ແບບຜິດກົດໝາຍ ໂດຍໃຊ້ເຮືອນ້ອຍ ຂີ່ເຂົ້າມາຈາກ ຝັ່ງລາວ ເມື່ອມາເຮັດວຽກ ແລ້ວກໍຂີ່ກັບ.

ຄົນລາວທີ່ ຂ້າມມາເຮັດວຽກ ຢູ່ໄທຊົ່ວຄາວ ນັ້ນ ມັກເຮັດວຽກ ຢູ່ຕາມ ຮ້ານອາຫານ ຮ້ານຄາຣາໂອເຄ່ ຫລືໃນຍາມ ເຮັດນາ ກໍຮັບຈ້າງ ດຳນາ ແລະກ່ຽວເຂົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.