ສັດປ່າ ຖືກລ້າຢ່າງໄຮ້ ກົດໝາຍ

ການລັກລອບ ລ້າສັດປ່າໃນ ສປປລາວ ມີມາຕລອດ ໂດຍສະເພາະ ເຂດປ່າສງວນ ນໍ້າແອັດ-ພູຫລວຽ ແຂວງຫົວພັນ ຕໍ່ກັບຊາຍ ແດນວຽດນາມ ເຮັດໃຫ້ພົລເມືອງ ສັດປ່າໜ້ອຍລົງ ບາງຊະໜິດກໍ ໄກ້ຈະສູນພັນ
ສົມເນ
2009.04.23
F-Tiger ເສືອເປັນສັດປ່າທີ່ໃກ້ຈະສູນຫາຍເພາະຣາຄາສູງ
Photo: RFA

ຕາມລາຍງານ ຂອງອົງການ ອານຸຣັກ ສັດປ່າ WCS ໂຄງການ ສປປລາວ ລາຍງານວ່າ ເມື່ອປະມານ 25 ປີກ່ອນ ເສືອໂຄ່ງຢູ່ ໃນປ່າດົງຂອງ ປະເທດລາວ ມີປະມານ ຫລາຍໆຮ້ອຍໂຕ ແຕ່ວ່າດຽວ ນີ້ຄົງເຫລືອ ພຽງປະມານ 50 ໂຕເທົ່ານັ້ນ. ລາຍງານແຈ້ງວ່າ ນັກລ້າສັດປ່າ ບໍ່ໄດ້ສົນໃຈ ນໍາໜັງຂອງເສືອ ປ່າເທົ່າໃດແຕ່ ເຂົາເຈົ້າສົນໃຈ ນໍາກະດູກຂອງ ເສືອຍ້ອນວ່າ ໜັງເສືອບໍ່ໄດ້ ຣາຄາສູງຄື ກັນກັບກະດູກ ເມື່ອເວລາ ເຂົາຂ້າເສືອໄດ້ ໂຕນື່ງເຂົາກໍ ພາກັນຄົວ ໃນທັນທີໂລດ ເພື່ອເອົາກະ ດູກໄປຂາຍ.

ກະດູກເສືອ ທີ່ແກ່ແລ້ວ ລະຫ່ວາງ 10-15 kg ຣາຄາປະມານ $12,000 - $15,000 ເຖິງແມ່ນວ່າ ເຈົ້າໜ້າທີ່ ປົກປ້ອງສິ່ງ ແວດລ້ອມຮູ້ ຢູ່ວ່າແມ່ນ ຄົນຈໍາພວກໃດ ເປັນຜູ້ລັກລອບ ລ້າເສືອ ແຕ່ກໍບໍ່ ສາມາດເອົາ ຜິດຄົນກຸ່ມ ນັ້ນໄດ້. ເຈົ້າໜ້າທີ່ WCS ວ່າ ການທີ່ຄົນ ລັກລອບລ້າ ສັດປ່າເພື່ອ ນໍາໄປຂາຍນີ້ ແມ່ນຍ້ອນວ່າ ຄວາມຕ້ອງການ ສັດປ່າໃນ ພູມີພາກ ເອເຊັຽນີ້ ມີສູງຫລາຍ ພ້ອມນັ້ນລາຍໄດ້ ຂອງຄົນຢູ່ໃນ ເຂດຊົນນະບົດ ກໍເກືອບບໍ່ມີ. ນອກນັ້ນເຄືອຄ່າຍ ການຄ້າສັດປ່າ ລະຫ່ວາງປະເທດ ມີເພີ້ມຂື້ນ ມີການ ລັກລອບນໍາ ເອົາເຄື່ອງມື ລ້າສັດປ່າທີ່ ທັນສະໃໝ ເຂົ້າມາໃຊ້ ຕລອດຮອດອາວຸດ ສົງຄາມທີ່ ທາງການລາວ ນໍາໃຊ້ປາບປາມ ຊົນເຜົ້າທີ່ລຸກ ຂື້ນຕໍ່ຕ້ານ ຣັຖບານລາວ ຢູ່ຕາມເຂດ ຊາຍແດນລາວ ວຽດນາມ ການເຂົ້າໄປ ເຖິງປ່າດົງ ບ່ອນທີ່ມີ ສັດປ່າກໍ ສະດວກ
ສະບາຍຍ້ອນ ມີການຖາກ ຖາງປ່າເພື່ອ ເປັນຫົນທາງ ໂດຍບໍ່ໄດ້ ຮັບອານຸຍາດ.

ລາຍງານຍັງ ແຈ້ງຕໍ່ໄປວ່າ ນັບແຕ່ ສປປລາວ ໄດ້ເປີດໃຫ້ ຕ່າງປະເທດ ເຂົ້າໄປລົງທືນ ສັດປ່າທຸກໆ ຊະຫນິດກາຍ ເປັນສິນຄ້າ ທີ່ມີຣາຄາ ສູງໝົດ ນັບຕັ້ງແຕ່ ໂຕກົບຢູ່ໃນ ທົ່ງໄຮ່ທົ່ງນາ ໄປຮອດໂຕ ເສືອຢູ່ໃນປ່າດົງ ລ້ວນແລ້ວແຕ່ມີ ຣາຄາດີທັງນັ້ນ.

ປະເທດໄທ ວຽດນາມ ແລະປະເທດຈີນ ຊື່ງເປັນຕລາດ ການຄ້າຂາຍ ສັດປ່າຢູ່ໃນ ພູມີພາກ ກໍແມ່ນສ່ວນ ນືງທີ່ຊັກຈູງ ໃຫ້ຄົນຢູ່ໃນ ເຂດຊົນນະບົດ ກ້າສ່ຽງໃນ ການລັກລອບ ລ້າສັດປ່າ. ນີ້ເປັນພຽງ ສ່ວນນື່ງຂອງ ລາຍງານການ ລັກລອບລ້າ ສັດປ່າຢູ່ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.