ຊຽງຂວາງ ຕ້ອງກາຣທຶນ ປຸກໂຮງຮຽນ

ທາງກາຣແຂວງ ຊຽງຂວາງ ຍັງຕ້ອງກາຣທຶນ ເພື່ອປຸກສ້າງ ໂຮງຮຽນໃຫ້ ໄດ້ຕາມໂຄງ ການພັທນາ ກາຣສຶກສາ ຕາມເຂຕຊົນນະບົທ
ຫວາດ ສີມູນ
2009.04.23

ເຖີງແມ່ນທາງກາຣ ສປປລາວ ໄດ້ພະຍາຍາມ ປັບປຸງແລະ ສົ່ງເສີມດ້ານ ກາຣສຶກສາ ດ້ວຍກາຣເພີ່ມ ດ້ານອະນຸມັດ ງົບປະມານ ເພື່ອປຸກສ້າງ ໂຮງຮຽນ ໃຫ້ມີຫລາຍ ເພີ້ມຂື້ນຢູ່ ຕາມເຂຕ ຊົນນະບົທ ທົ່ວປະເທສ ໃນຣະຍະຜ່ານ ມານັ້ນກໍຕາມ ແຕ່ກໍຍັງ ປາກົດບໍ່ ມີພຽງພໍກັບ ຄວາມຕ້ອງກາຣ ໂດຽສະເພາະ ຕາມເຂຕທີ່ ຫ່າງໄກສອກຫລີກ ໃນຫລາຍແຂວງ ທົ່ວປະເທສ.

ສະເພາະຢູ່ ແຂວງຊຽງຂວາງ ນັ້ນທາງແຜນກ ກາຣສຶກສາ ປະຈຳແຂວງ ກໍໄດ້ຮັບ ກາຣຊ່ວຍເຫລືອ ຈາກຕ່າງປະເທສ ຫລືອົງກາຣ ຈັດຕັ້ງສາກົລ ມາຢ່າງຕໍ່ ເນື່ອງເຊັ່ນກັນ ຈື່ງສາມາດ ຂຍາຍໂຮງຮຽນ ເພື່ອຮັບເອົາ ນັກຮຽນໄດ້ ຫລາຍເພີ່ມຂື້ນ ດັ່ງເຈົ້າໜ້າທີ່ ກາຣສຶກສາ ປະຈຳແຂວງ ໄດ້ກ່າວເຖີງ ຜົລສຳເຣັຈວ່າ:

“ປັຈຈຸບັນນີ້ ອັຕຣາກາຣ ເຂົ້າໂຮງຮຽນ ຂອງນັກຮຽນ ທີ່ຮຽນຈົບ ຊັ້ນມັທຍົມ ຕອນປາຍ ຖືວ່າຢູ່ (ຂັ້ນທີ່) ສູງຄືວ່າ ນັກຮຽນຫລື ວ່າເດັກທີ່ ຢູ່ວັຍອາຍຸ 14-18 ປີ ທີ່ຮຽນຈົບ ມັທຍົມປາຍ ຖືວ່າບັນລຸ ຢູ່ໃນປະມານ 67% ຂອງວັຍຮຽນ ອັນນີ້ຄື ບັນຫາທີ່ ພົ້ນເດັ່ນເນາະ”

ເຈົ້າໜ້າທີ່ ລາວທ່ານນີ້ ໄດ້ເນັ້ນວ່າ: ຕລອດຣະຍະ 2-3 ປີຜ່ານມາ ນີ້ຈຳນວນ ເດັກນ້ອຍລາວ ທີ່ສາມາດ ເຂົ້າຮຽນຂັ້ນ ປະຖົມສຶກສາ ກໍມີຈຳນວນ ເພີ່ມຂື້ນເລື້ອຽໆ ດັ່ງທີ່ທ່ານ ໄດ້ກ່າວຢ້ຳ ວ່າ:

“ແຂວງຊຽງຂວາງ ຂອງພວກເຮົາ ເປັນແຂວງເຂຕ ພູດອຍ ແຕ່ວ່າມີ ຫລາຍສີ່ງຫລາຍ ຢ່າງທີ່ພວກເຮົາ ໄດ້ເອົາໃຈ ໃສ່ປັບປຸງ ໂດຽສະເພາະ ແມ່ນເດັກໃນ ເກນອາຍຸ (ແຕ່) 6–10 ປີ ອັຕຣາເຂົ້າ ຮຽນສຸທທິໂຕນີ້ ນີ໋ພວກເຮົາ ພະຍາຍາມ ສນອງຄຣູແລະ ຂຍາຍໂຮງຮຽນ ໃຫ້ໄປເຖີງ ເຂຕທີ່ຫ່າງ ໄກສອກຫລີກ ແລະເດັກກໍ ໄດ້ເຂົ້າຮຽນ ໃນປີນີ້ ບັນລຸເຖີງ 95.4%”

ໃນຂະນະ ດຽວກັນນີ້ ທ່ານກໍວ່າ ເຖີງຈະບັນລຸ ເປົ້າໝາຍບາງຢ່າງ ແຕ່ກໍຍັງມີ ສີ່ງທີ່ທ້າທາຍ ຫລາຍໆຢ່າງທີ່ ທາງກາຣສຶກສາ ແຂວງຈະຕ້ອງ ໄດ້ເອົາໃຈ ໃສ່ແກ້ໄຂ ໃນຂັ້ນຕໍ່ໄປ ໂດຽສະເພາະ ດ້ານກາຣຫາທຶນ ຮອນສຳຫລັບ ກາຣສ້າງໂຄງ ຮ່າງພື້ນຖານຕ່າງໆ ເພື່ອຮອງຮັບ ຈຳນວນ ນັກຮຽນຕາມໂຄງ ກາຣປະຣິຮູບ ຣະບົບກາຣ ສຶກສາ ສາມັນຈາກ 11 ປີໄປເປັນ 12 ປີນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.