ບູນປີໃໝ່ລາວ
2009.04.22

ການຫລີ້ນບູນ ປີໃໝ່ ໃນເຂດແຂວງ ຫລວງພຣະບາງ ປີນີ້ ບັນຍາກາດ ທົ່ວໄປແລ້ວ ມີຄວາມຄຶກຄື້ນ ຊຶ່ງກໍອາດ ຫລາຍກວ່າທຸກໆ ປີທີ່ຜ່ານມາ. ແຕ່ຈໍານວນແຂກ ຄົນທີ່ເຂົ້າມາ ທ່ຽວຊຶ່ງມີທັງ ຊາວລາວຈາກ ເຂດແຂວງຕ່າງໆ ແລະຊາວຕ່າງ ປະເທດນັ້ນບໍ່ ເປັນທີ່ຮູ້ໄດ້ ເທື່ອຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຝ່າຍຂໍ້ມູນ ຂ່າວສານຜແນກ ທ່ອງທ່ຽວແຂວງ ຫລວງພຣະບາງ:
ປີນີ້ຍັງບໍ່ ທັນໄດ້ຮວບຮວມ ເລື້ອງຫລາຍຮູ້ວ່າ ຫລາຍກວ່າປີກາຍ ນີ້ຢູ່ແລ້ວແຕ່ ຕົວເລກບໍ່ ຊ່າງຊິກະ ປະມານທ້າຍເດືອນ ນີ້ກໍຊິໄດ້ແລ້ວ ວັນທີ 25 ຂະເຈົ້າກໍຈະ ສົ່ງສະຖິຕິ ເຂົ້າໂຮງ ແຮມເຮືອນພັກ ໃຫ້ເຮົາລະກະ ຊິມາບວກກັບ ຕົວເລກເຮົາເຮັດ ປີນີ້ແມ່ນຕ່າງ ປະເທດມາຫລາຍ ກວ່າຄົນລາວ ຫລືວ່າຄົນລາວ ມາຫລາຍກວ່າ ຕ່າງປະເທດ.
ການເດີນທາງ ເຂົ້າມາທ່ຽວ ຫລວງພະບາງ ຂອງແຂກຄົນໃນ ຊ່ວງບູນປີໃໝ່ ຕາມທັມມະດາ ແລ້ວກໍຫລາຍ ທຸກປີ, ທັງໂຮງແຮມ ບ້ານພັກ guess house ແມ່ນເຕັມໝົດ. ແຕ່ສໍາລັບ ປີນີ້ກໍຈະ ມີບ້ານ ເຮືອນຂອງຄອບຄົວ ປະຊາຊົນຫລື Homestay ຊຶ່ງແຂກຄົນ ສາມາດເຂົ້າພັກ ນໍາໄດ້ໂດຍໄດ້ ເສັຽພຽງແຕ່ ຄ່ານໍ້າຄ່າໄຟ ຕ່າງໆຊ່ວຍຄອບຄົວ ນັ້ນໆ.
ສ່ວນກິຈກັມ ທີ່ແຂກຕ່າງຖີ່ນ ແຂກຕ່າງປະເທດ ໃຫ້ຄວາມສົນໃຈນັ້ນ ທັດສະນີສອນ ບອກວ່າກໍມີ ພິທີສົງພຣະບາງ ແຫ່ວໍ່ພິທີ ຕົບພຣະທາດຊາຍ ໂຫລະລາດ ຮວມຢູ່ດ້ວຍ.
ຕົບພຣະຊາຍຢູ່ ຫາດຊາຍມຸງຄູນ ນີ້ກໍເປັນຈຸດ ເດັ່ນອີກຈຸດນຶ່ງ ແຕ່ພວກເຮົາຕົບ ກໍມີຄໍາເວົ້າ ຄໍາວ່າ ທາງສາສນາ ທີ່ພວກເຮົາ ເຄົາຣົບບູຊາ ມີການສູດ ການເທດມີ 12 ລາສີ ມີຕົ້ນເຜິ້ງ ລະກະມີເອົາ ແປ້ງໂຮຍລະກະ ໝົດທຸກຄົນ ຈູດທູບຈູດທຽນ ອະທິຖານ ຂໍພອນສິ່ງດີໆ ເກີດກັບເຮົາ.
ສໍາລັບ ທັດສະນິສອນ ເອງກໍໄດ້ລົງໄປ ຕົບທາດພຣະຊາຍ ອະທິຖານ ຂໍພອນຮ່ວມກັບ ເພື່ອນຮ່ວມງານ ຈາກຫ້ອງການ ຂອງນາງເຊັ່ນກັນ. ການໂຫລະລາດ ຊ່ວງບູນປີໃໝ່ ຢູ່ຫລວງພະບາງ ປີນີ້ຊຶ່ງຈັດຢູ່ ຖນົນເຈົ້າຟ້າງຸ່ມ ໃນມື້ເລີ່ມບູນ ປີໃໝ່ແທ້ໆ ຄືວັນທີ 14 ປົກກະຕິແລ້ວ ຈະເລີ່ມແຕ່ເຊົ້າໆ 11-12 ໂມງ ກໍເລີກກັນແລ້ວ ແຕ່ໂຫລະລາດ ປີນີ້ປາກົດ ວ່າຄົນຫລາຍແລະ ກໍນານເລີກອີກ. ການຫົດນໍ້າກໍ ມີຄວາມເປັນ ລະບຽບເພາະຈັດ ຢູ່ຖນົນ ສີສະວ່າງວົງ ເສັ້ນດຽວ....ທັດສະນິສອນ ກ່າວ.