ໄມ້ເຖື່ອນ

ສປປລາວ ບໍ່ສາມາດ ຄວບຄຸມການ ລັກລອບຕັດ ໄມ້ເຖື່ອນ ໃນແຂວງ ທີ່ປົກຫຸ້ມໄປ ດ້ວຍພູຜາ ແລະປ່າດົງ ແຂວງສາຣະວັນ ກໍ່ເປັນແຂວງ ນື່ງທີ່ເຕັມ ໄປດ້ວຍປ່າ ໄມ້ໃນຫລາຍ ພື້ນທີ່ດັ່ງນັ້ນ ບັນຫາການ ລັກຕັດໄມ້ເຖື່ອນ ໃນແຂວງດັ່ງກ່າວ ກໍບໍ່ສາມາດ ຫລີກລ້ຽງໄດ້.
ສິດນີ
2009.04.23

ເຈົ້າຫນ້າທີ່ ປ່າໄມ້ທີ່ ແຂວງສາຣະວັນ ທ່ານນື່ງເວົ້າວ່າ ການລັກຕັດ ໄມ້ທຳລາຍ ປ່າໃນແຂວງ ສາຣະວັນ ໃນທຸກມື້ນີ້ ຍັງມີການ ປະຕິບັດ ກັນຢູ່ໃນ ຫລາຍເຂດແລະ ຫລາຍພື້ນທີ່ ເປັນເພາະວ່າ ແຂວງ ສາຣະວັນ ເປັນແຂວງທີ່ ຫຸ້ມຫໍ່ໄປ ດ້ວຍພູຜາ ປ່າໄມ້ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

ສີ່ງແວດລ້ອມ ມັນກໍ່ຍັງ ເປັນບັນຫາ ຢູ່ເຫມືອນກັນ ແຕ່ບັນຫາ ທີ່ບໍ່ສາມາດ ແກ້ໃຂໄດ້ ນັ້ນກໍ່ແມ່ນ ເຮື້ອງການຕັດໃມ້ ໂດຍສະເພາະ ທີ່ແຂວງ ສາຣະວັນ ເປັນແຂວງພູ ດອຍສ່ວນໃຫຍ່ ທີ່ປະກອບ ດ້ວຍ 3 ເຂດ.

ທ່ານວ່າ 3 ເຂດທີ່ກ່າວ ມານັ້ນກໍ່ ປະກອບດ້ວຍ ທົ່ງພຽງ 40% ແລະເຂດພູດອຍ 40% ສ່ວນເຫລືອ 20% ກໍ່ແມ່ນເຂດ ພູພຽງຊື່ງ ພື້ນທີ່ຂອງ ແຂວງສ່ວນໃຫຍ່ ກໍ່ເຕັມໄປ ດ້ວຍພູຜາ ປ່າໄມ້ເປັນ ໂອກາດຂອງ ກຸ່ມຄ້າໄມ້ເຖື່ອນ ເຂົ້າມາລັກ ຕັດໄມ້ໃນ ເຂດດັ່ງ ກ່າວໄດ້ຢ່າງ ສະດວກສະບາຍ ດ້ວຍການຈ້າງ ຊາວບ້ານເປັນ ຫູເປັນຕາ ໃນການຕັດໄມ້ ໃຫ້ແກ່ຂະເຈົ້າ. ໃນແຕ່ລະປີ ພື້ນທີ່ປ່າໄມ້ ໃນແຂວງ ສາຣະວັນ ຣະຫວ່າງ 300-400 ເຮັກຕາ ຈະຖືກບຸກຣຸກ ແລະຖືກທຳລາຍ ໃນກໍຣະນີ ຕ່າງໆເຖີງຈະ ມີກົດຫມາຍ ເຄັ່ງຄັດປານ ໃດກໍ່ຕາມ. ທ່ານກ່າວ ເພີ້ມອີກວ່າ:

ກົດຫມາຍກໍ່ມີ ແຕ່ກົດຫມາຍ ປົກປ້ອງສະພາບ ແວດລ້ອມ ຊາວເຂົາຜູ້ ໃດກໍ່ຕາມ ທີ່ຖາງປ່າ ເກີນຂອບເຂດ ລັກສະນະ ທຳລາຍມັນ ເຮັດບໍ່ໄດ້ ຖາງເພື່ອຈະ ເອົາເປັນຂອງ ຕົນເອງບໍ່ ເສັຽພາສີ ບໍ່ປູກບໍ່ຝັງ ຫຍັງໝົດ.

ການຕັດໄມ້ ທຳລາຍປ່າ ເປັນບັນຫາ ໃຫຍ່ໃນລາວ ບໍ່ວ່າແຕ່ ໃນແຂວງ ສາຣະວັນ ແຂວງອື່ນກໍ່ ມີບັນຫາ ເຫມືອນກັນຍ້ອນ ການບັງຄັບ ໃຊ້ກົດຫມາຍ ບໍ່ເຄັ່ງຄັດ ແລະການສົມຮູ້ ຮ່ວມຄິດກັບ ເຈົ້າຫນ້າທີ່ ທ້ອງຖີ່ນ ຈື່ງມີການ ລັກລອບຕັດໄມ້ ຫລາຍຂື້ນໃນລາວ. ໄມ້ທີ່ຕັດ ໃນລາວສ່ວນ ຫລາຍສົ່ງໄປ ຂາຍທີ່ວຽດນາມ ຈີນແລະ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.