ເຣື້ອງທີ່ເກັບບັນທຶກໄວ້
2022-03-24
ເຄື່ອງອຸປໂພກ ແລ ບໍຣິໂພກ ໃນຊີວິດປະຈຳວັນ ມີລາຄາແພງຂຶ້ນ ຢ່າງຕໍ່ເນື່ອງ ໃນຂະນະທີ່ ເງິນເດືອນ ຍັງບໍ່ມີການປັບຂຶ້ນ ເພາະສະນັ້ນ ພະນັກງານ ກໍຕ້ອງໄດ້ໃຊ້ຈ່າຍ ຢ່າງປະຢັດ ເພື່ອໃຫ້ມີຊີວິດລອດ ຄື ບໍ່ຊື້ກິນຕາມ ຮ້ານອາຫານ ທີ່ມີລາຄາແພງ.
2022-03-24
ທ່ານ ໂຈເຊຟ ອັກຄະຣະວົງ ນັກເຂື່ອນໄຫວ ດ້ານສິທທິມະນຸດລາວ ທີ່ໄດ້ລີ້ພັຍຢູ່ບາງກອກ ປະເທດໄທຍ ພາຍຫລັງທີ່ໄດ້ເຜີຍແພ່ ຂ່າວກ່ຽວກັບຜົລກະທົບ ຂອງເຂື່ອນເຊປຽນ-ເຊນໍ້ານອ້ຍ ຕໍ່ປະຊາຊົນນັ້ນ ໄດ້ໄປລີ້ພັຍການເມືອງ ຢູ່ຝຣັ່ງເສດແລ້ວ ໃນມື້ວັນທີ 24 ມິນານີ້.
2022-03-23
ຄົນລາວ ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ຂອງຈີນ ໃນຂະນະທີ່ ຣັຖບານລາວ ຍັງບໍ່ມີມາຕການຊ່ວຍເຫຼືອ ຄົນງານລາວ ທີ່ຖືກກັກຂັງ ໜ່ວງໜ່ຽວ ໃຫ້ອອກມາໄດ້ໝົດ.
2022-03-23
ທາງການລາວ ໃຫ້ສັມປະທານ ເນື້ອທີ່ປ່າຜລິຕແຫ່ງຊາດ ແກ່ບໍຣິສັດເອກຊົນ ຈຳນວນ 60 ພັນເຮັກຕ້າຣ ເພື່ອປູກໄມ້ອຸດສາຫະກັມ ສົ່ງໂຮງງານຜລິຕໄມ້ອັດ ຂະນະທີ່ ນັກອະນຸຮັກສິ່ງແວດລ້ອມ ກໍຢາກໃຫ້ມີການ ກວດກາຕິດຕາມ ເພື່ອໃຫ້ທຸກຢ່າງ ດຳເນີນໄປຢ່າງຖືກຕ້ອງ.
2022-03-23
ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ສົ່ງຖແລງການ ເຖິງສະຫະປະຊາຊາດ ກ່ຽວກັບການຂົ່ມເຫງ ຊາວຄຣິສຕຽນລາວ ຢູ່ເມືອງພະລານໄຊ ແຂວງສວັນນະເຂດ ພ້ອມທັງຮຽກຮ້ອງ ໃຫ້ມີການແກ້ໄຂ ທີ່ເປັນທັມ.
2022-03-23
ຣົຖຂົນສົ່ງສິນຄ້າ ທີ່ຈະເຂົ້າໄປຈີນ ຕິດຄ້າງຢູ່ໜ້າດ່ານ ບໍ່ເຕັນ ນັບແຕ່ຕົ້ນເດືອນຕຸລາ 2021 ຈົນຮອດປັດຈຸບັນ ຜ່ານມາເກືອບເຄິ່ງປີແລ້ວ ແຕ່ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂ ບັນຫານີ້ໄດ້ ຍ້ອນວ່າ ທາງການຈີນ ເປັນຜູ້ຄວບຄຸມ ການໃຫ້ຣົຖເຂົ້າ ຫຼືບໍ່ໃຫ້ເຂົ້າໄປຈີນ.
2022-03-23
ມາເຖິງປັດຈຸບັນ ລາວຍັງພົບຜູ້ຕິດ ເຊື້ອໂຄວິດ-19 ສາຍພັນໃໝ່ ເພີ່ມຂຶ້ນເລື້ອຍໆ ບາງແຂວງປະກາດ ເຕືອນປະຊາຊົນ ໃຫ້ເອົາໃຈໃສ່ປ້ອງກັນ ແລະບາງແຂວງ ນຳເອົາມາຕການ ປ້ອງໂຄວິດ-19 ກັບມາໃຊ້ຄືນໃໝ່ ແລະບາງແຂວງ ຕອ້ງປະກາດປິດດ່ານ, ປິດສະຖານບັນເທີງ ເປັນຕົ້ນ.
2022-03-22
ຍຶດຢາບ້າໄດ້ 11,920,000 ເມັດ ໃນມື້ວັນທີ 17 ມິນານີ້ ຢູ່ໃນຣົຖຮຸນໄດ ທີ່ຈອດໄວ້ໃນຕລາດ ບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ບໍ່ສາມາດຈັບ ຜູ້ທີ່ຮັບຈ້າງຂົນຢາບ້າໄດ້ ແລະ ປັດຈຸບັນຍັງຢູ່ໃນລະຫວ່າງ ການສືບສວນ-ສອບສວນຢູ່.
2022-03-22
ມີການບຸກລຸກ ປ່າສງວນແຫ່ງຊາດ ເຊບັ້ງນວນ ແລະ ພູຊຽງທອງ ຢູ່ ເມືອງລະຄອນເພັງ ແຂວງສາຣະວັນ 600 ເຮັກຕ້າຣ໌ ເພື່ອຂຍາຍເນື້ອທີ່ປູກມັນຕົ້ນ ແລະ ໝາກມ່ວງຫິມະພານ.
2022-03-22
ສັດປ່າໃນລາວຫຼາຍຊະນິດ ກໍາລັງຕົກຢູ່ໃນສະພາບ ຫຼຸດໜ້ອຍລົງ ແລະບາງຊະນິດ ອາຈສູນພັນ ຍ້ອນການລັກລ່າ ເພື່ອນໍາໄປຂາຍ ໃຫ້ນັກທຸຣະກິຈ ຊາວຕ່າງປະເທດ ໂດຍສະເພາະ ຄົນຈີນ ແລະວຽດນາມ ແລະອີກສ່ວນນຶ່ງ ແມ່ນລ່າເພື່ອເປັນ ອາຫານ.
2022-03-22
ການຂົນສົ່ງສິນຄ້າກະເສດ ຂອງລາວໂດຍຜ່ານທາງ ຣົຖໄຟລາວ-ຈີນ ຍັງມີຂໍ້ຈຳກັດ ຢ່າງຫຼາຍ ທີ່ເຮັດໃຫ້ ລາວບໍ່ສາມາດສົ່ງ ສິນຄ້າ ພືຶດຜັກ, ໝາກໄມ້ ແລະອື່ນໆ ອອກໄປຈີນໄດ້, ສິນຄ້າທີ່ ສາມາດຂົນສົ່ງ ໂດຍຜ່ານທາງຣົຖໄຟໄດ້ ສ່ວນຫຼາຍແມ່ນແຮ່ທາດ.
2022-03-22
ພະນັກງານ-ຣັຖກອນ ຜັດປ່ຽນກັນໄປວຽກ ເນື່ອງຈາກເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ຣະບາດເພີ່ມຂຶ້ນ, ທາງການ ຈຶ່ງມີມາຕການ ປ້ອງກັນ ດັ່ງກ່າວນີ້ ຈົນກວ່າວ່າ ສະຖານະການ ຂອງເຊື້ອໂຄວິດ-19 ນີ້ຈະຫຼຸດຜ່ອນລົງ.
2022-03-22
ຍຶດໝັ້ນ ຢ່າງເຂັ້ມງວດ ຕໍ່ມາຕຖານ ສື່ມວນຊົນ ແມ່ນ ພາຣະໜ້າທີ່ ຂອງ ວິທຍຸ ເອເຊັຽ ເສຣີ. ຂ່າວ ທີ່ອອກອາກາດ ແລະ ອອກທາງເວັບໄຊທ໌ ຕ້ອງ ຖືກຕ້ອງ, ເປັນທັມ ແລະ ຍຸຕິທັມ.
2022-03-21
ຄອບຄົວ ຂອງຜູ່ທີ່ເສັຽຊີວິດ ພາຍຫຼັງອອກລູກ ຢູ່ໂຮງໝໍແຂວງສວັນນະເຂດ ໄດ້ຍື່ນໜັງສືຮ້ອງທຸກ ໄປຍັງຜແນກ ສາທາຣະນະສຸກແຂວງ ເພື່ອໃຫ້ສືບສວນຫາ ສາເຫດ ຂອງການເສັຽຊີວິ ຜູ່ທີ່ເປັນລູກສາວ.
2022-03-21
ມາຕການເຂົ້າ-ອອກ ປະເທດລາວ ຍັງສ້າງຄວາມສັບສົນ ແລະຫຍຸ້ງຍາກໃຫ້ແກ່ ຜູ້ທີ່ມີຄວາມປະສົງຈະເດີນທາງເຂົ້າ-ອອກປະເທດລາວ ໂດຍສະເພາະ ນັກທ່ອງທ່ຽວ, ຂັ້ນຕອນນີ້ ຈຶ່ງເຮັດໃຫ້ປັດຈຸບັນນີ້ ພາຍໃນປະເທດລາວ ຍັງບໍ່ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ.