ມາຮອດປັດຈຸບັນ ສັດປ່າຫຼາຍຊະນິດພາຍໃນປະເທດລາວ ແມ່ນຕົກຢູ່ໃນສະພາບຫຼຸດໜ້ອຍລົງ ແລະຈໍານວນນຶ່ງ ກໍໄດ້ສູນພັນໄປແລ້ວ ຍ້ອນການລ່າສັດ ເພື່ອຂາຍໃຫ້ແກ່ນັກທຸຣະກິຈຊາວຈີນ ແລະວຽດນາມ ໂດຍສະເພາະຊິ້ນສ່ວນສັດປ່າ ເປັນຕົ້ນ: ເຂົາກວາງ, ເຂົາຄວາຍເຜືອກ ແລະເກັດຫຼິ່ນ ໂດຍໃນເບື້ອງຕົ້ນ ການຊື້-ຂາຍນີ້ ແມ່ນຈະຂາຍພາຍໃນປະເທດ ລະຫວ່າງຄົນລາວ ກັບຄົນລາວ, ຄົນລາວກັບຄົນວຽດນາມ ແລະຄົນລາວກັບຄົນຈີນ ທີ່ອາສັຍຢູ່ໃນປະເທດລາວ ເປັນຕົ້ນນະຄອນຫຼວງວຽງຈັນ ແລະຫຼວງພຣະບາງ ຈາກນັ້ນ ນັກທຸຣະກິຈຕ່າງປະເທດ ກໍຈະເປັນຜູ້ດໍາເນີນການ ລັກລອບນໍາອອກຈາກປະເທດລາວໄປ.
ດັ່ງຜູ້ຮັບຊື້-ຂາຍ ຊາກສັດປ່າ ຢູ່ແຂວງຫຼວງນໍ້າທາ ຜູ້ນຶ່ງ ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 22 ມິນາ 2022 ນີ້ວ່າ:
“ສົ່ງໄດ້ສະເພາະປະເທດລາວເຮົາ ສົ່ງໄດ້ເບິດ ອັນນີ້ແມ່ນວ່າ ຂ້ອຍສົ່ງໃຫ້ຄົນວຽດນາມຢູ່ ປະເທດລາວເຮົາ ແລ້ວກໍຄົນຈີນ ຄົນຈີນຢູ່ປະເທດລາວເຮົາແນວນັ້ນຫັ້ນນ່າສົ່ງໄດ້ ຄັນວ່າເຮົາຈະຝາກໄປຂ້າມແດນຂ້າມປະເທດ ໂຕນັ້ນສຸດເຂົາ ແຕ່ວ່າເຂົາລົມກັນເຣື່ອງລາຄາ ຢູ່ປະເທດລາວຕໍ່ປະເທດລາວຄັນວ່າມີກໍາໄລນໍາ ແລ້ວກໍພາໄປເລີຍ.”
ຜູ້ຮັບຊື້-ຂາຍ ຊາກສັດປ່າຜູ້ນີ້ ກ່າວອີກວ່າ ຊາວຈີນ ແລະຊາວວຽດນາມ ນິຍົມນໍາຊາກສັດປ່າດັ່ງກ່າວນີ້ ໄປໃຊ້ ໃນການສະກັດເປັນຢາປິ່ນປົວພຍາດ ແລະສ່ວນເຫຼືອ ກໍຈະນໍາໃຊ້ໃນການຕົບແຕ່ງເຮືອນຊານ ເຊິ່ງໃນແຕ່ລະຄັ້ງ ພວກຂະເຈົ້າຈະມີຄວາມຕ້ອງການ ຊື້ຊາກສັດປ່າເປັນຈໍານວນຫຼາຍ ເຊິ່ງພໍ່ຄ້າຄົນກາງຈະເປັນຜູ້ໄປຊອກຫາຊື້ ຊາກສັດປ່າມາຈາກຊາວບ້ານໃນເຂດນອກ ບາງສ່ວນກໍສອບຖາມນໍາຄົນໃນພື້ນທີ່ ແລະບາງສ່ວນ ກໍໂພສຂໍ້ຄວາມຮັບຊື້ຜ່ານທາງເຟສບຸຄ໌.
“ແມ່ນໆ ຂ້ອຍແມ່ນວ່າຜູ້ຮັບຊື້ແລ້ວ ຜູ້ຮັບຊື້ນໍາເຂົາຫັ້ນນ່າ ລະກະມີເຂົາຂາຍ ຂ້ອຍກະຂາຍຕໍ່ຫັ້ນນ່າ ກໍຂາຍຄືກັນ ຄັນວ່າມີ ມີຄົນແບບວ່າເອົາມາຂາຍ ແຕ່ວ່າ ດຽວນີ້ເຂົາກວາງມີຈໍານວນຫຼາຍ ຈໍານວນຫຼາຍເພາະວ່າ ເຂົາມັນຍັງຕິດກັບຫົວ ເຂົາຈະຂາຍຍົກເລີຍ ເຂົາຈະບໍ່ຂາຍສະເພາະເຂົາຫັ້ນນ່າ ຂ້ອຍຮັບຊື້ສະເພາະເຂົາມັນດຽວນີ້ຫັ້ນນ່າ ເປັນກິໂລ ຂາຍນໍາໆ ຊື້ຕໍ່ຈາກບ້ານນອກ ແລ້ວກໍໄປຂາຍໃຫ້ສາຂາຂ້ອຍຜູ້ຊື້ ວຽດນາມບໍ ຫຼືຕ່າງປະເທດບໍ ວ່າຈັ່ງຊັ້ນຫັ້ນນ່າ.”
ສໍາລັບລາຄາຊາກສັດປ່ານັ້ນ ສ່ວນຫຼາຍຈະມີລາຄາກາງຢູ່ແລ້ວ ເປັນຕົ້ນ: ເຂົາກວາງ ຂ້າງລະ 5 ແສນກີບ, ເກັດຫຼິ່ນ ລາຄາ 4 ແສນ ຫາ 5 ແສນກີບຕໍ່ກິໂລກຣາມ, ແຕ່ຢ່າງໃດກໍຕາມ ລາຄາຊາກສັດດັ່ງກ່າວນີ້ ກໍອາຈຂຶ້ນລົງ ຕາມການຕົກລົງກັນ ລະຫວ່າງຜູ້ຂາຍ ແລະຜູ້ຊືຶ້ ແລະຂຶ້ນຢູ່ກັບລັກສະນະ ຂອງຊາກສັດດັ່ງກ່າວນັ້ນນໍາ ເປັນຕົ້ນ: ຂນາດ, ຄວາມນິຍົມ, ຄວາມສວຍງາມ ແລະປໂຍດ ໃນການນໍາໃຊ້.
ດັ່ງຜູ້ຮັບຊື້ຊາກສັດປ່າ ອີກຜູ້ນຶ່ງ ຢູ່ແຂວງອັດຕະປື ກ່າວວ່າ:
" (ເຂົາກວາງ) ໂຕງາມໆກໍປະມານ 18,000 ຫາ 20,000 (ບາດ) ຢູ່ບ້ານນີ້ ມີຢູ່ປະມານ 2 ຫົວ ແຕ່ວ່າ ລາຄາມັນແພງເກີນ ຍັງບໍ່ໄດ້ຊື້ນໍາເຂົາ ກວາງ ນີ້ກະ ມັນຂຶ້ນຕາມໂຕໃຫຍ່ ໂຕນ້ອຍໃດ ຄັນວ່າເຂົາຄວາຍເຜືອກນີ້ກະຄືກັນ ໂຕມັນລາຄາຂ້ອນຂ້າງຈະຖືກກ່ອນ ມັນໃຫຍ່ຢູ່ ເຂົາເອົາໄປເຮັດຢາຫັ້ນນ່າ ມັນບໍ່ຄ່ອຍມີຢາຫັ້ນນ່າ ບໍ່ ໂຕນີ້ກໍບໍ່ແພງ ປະມານ 3,000 ຫາ 4,000 (ບາດ)."
ອີງຕາມຂໍ້ມູນ ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ຣາຍງານວ່າ ສາເຫດສໍາຄັນທີ່ເຮັດໃຫ້ຈໍານວນສັດປ່າ ໃນປະເທດລາວ ກໍາລັງຕົກ ຢູ່ໃນສະພາບຫຼຸດໜ້ອຍລົງ ແລະບາງຊະນິດ ອາຈສູນພັນໄປນັ້ນ ສ່ວນນຶ່ງແມ່ນຍ້ອນການລ່າສັດປ່າຂອງປະຊາຊົນ ທີ່ນິຍົມລ່າສັດ ເພື່ອນໍາມາເປັນອາຫານ ແລະໃນຂະນະດຽວກັນ ສັດປະເພດໃດທີ່ລາຄາແພງ ປະຊາຊົນກໍຈະນໍາໄປຂາຍ ໃຫ້ແກ່ພໍ່ຄ້າຄົນກາງ ເພື່ອສົ່ງຕໍ່ໃຫ້ນັກທຸຣະກິຈ ຊາວຕ່າງປະເທດອີກເທື່ອນຶ່ງ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການອະນຸຮັກສັດປ່າ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ສ່ວນຫຼາຍກໍແມ່ນ ສາເຫດກໍຢ້ານ ການໄປລ່າຫັ້ນແຫຼະ ຈໍານວນນຶ່ງ ລ່າໄດ້ສັດລາຄາແພງ ແລ້ວກໍນໍາມາລັກລອບຂາຍວ່າຊັ້ນວ່າ ເປັນສິນຄ້າວ່າຊັ້ນວ່າ ໃຊ້ແຮ້ວເບາະ ບາງເທື່ອກໍໃຊ້ແຮ້ວຕາມພື້ນເມືອງຫັ້ນ ໝີເບາະ ໝາໃນ ພວກເຮົາກໍເຄີຍດໍາເນີນຄະດີ ເວລາເຮົາເຫັນຫຼັກຖານຂໍ້ມູນ ກໍໂດຍສະເພາະທີ່ເຂົາໂຄສະນາ ທາງເນັສທາງອອນລາຍນ໌.”
ໃນຂະນະດຽວກັນ ພັດມີຊາວບ້ານຈໍານວນນຶ່ງ ໃນພື້ນທີ່ເຂດນອກເມືອງ ຫຼືເຂດຊົນນະບົດ ທີ່ນິຍົມລ່າສັດປ່າປະເພດທົ່ວໄປ ເພື່ອນໍາມາເປັນອາຫານ ແລະຂາຍ ເພື່ອຫາເງິນມາໃຊ້ຈ່າຍໃນຊີວິດປະຈໍາວັນ ເຊິ່ງການລ່າສັດນີ້ ກໍເຮັດໃຫ້ຈໍານວນສັດປ່າປະເພດທົ່ວໄປ ທີ່ທາງການອະນຸຍາດໃຫ້ລ່າໄດ້ ຫຼຸດຈໍານວນລົງເລື້ອຍໆ.
ດັ່ງຊາວບ້ານ ຢູ່ເມືອງນອງ ແຂວງສວັນນະເຂດ ຜູ້ນຶ່ງ ກ່າວວ່າ:
“ຄົນລ່າສັດບາງທີກໍ ຄົນທາງເຂດນອກເນາະ ຂະເຈົ້າ ບໍ່ມີອັນຢູ່ອັນກິນເນາະ ແລ້ວຂະເຈົ້າກໍ ອອກຕາມຫາລ່າສັດເປັນອາຫານ ເປັນສັດລ້ຽງ ເປັນແນວນັ້ນເນາະ ເປັນຂອງກິນ ຂອງຢູ່ຂອງກິນເນາະ ເພາະວ່າຄ່າຄອງຊີບ ມັນກໍແພງຂຶ້ນຊີ້ນ່າ ແລ້ວຂະເຈົ້າກໍ ເຂົ້າໄປຫາລ່າສັດປ່າ ມາກິນຕາມວິຖີຊາວບ້ານຂອງຂະເຈົ້າເນາະ.”
ທີ່ຜ່່ານມາ ທາງການລາວ ໄດ້ກວດພົບວ່າ ຊາວລາວແລະຊາວຕ່າງປະເທດ ໂດຍສະເພາະຊາວວຽດນາມ ຮ່ວມມືກັນ ລັກລອບນໍາຊາກສັດປ່າ ອອກນອກປະເທດ ເປັນຕົ້ນ ໃນປີ 2017 ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ຢູ່ດ່ານສາກົລ ນາເພົ້າ-ຈໍຫຼໍ ແຂວງຄໍາມ່ວນ ສາມາດສະກັດຈັບ ຊາວວຽດນາມ ທີ່ຢູ່ລະຫວ່າງ ການລັກລອບຂົນສົ່ງ ສັດປ່າຫວງຫ້າມອອກນອກປະເທດ ແລະໃນປີ 2018 ເຈົ້າໜ້າທີ່ດ່ານຄຸ້ມຄອງພາສີ ບໍຣິເວນດ່ານຊາຍແດນ ລາວ-ວຽດນາມ ສາມາດຍຶດສັດປ່າ ປະເພດຫວງຫ້າມ ເປັນຕົ້ນ: ງູຈົງອາງ ແລະເຕົ່າງັບ ທີ່ກໍາລັງຢູ່ລະຫວ່າງການລໍາລຽງຂົນສົ່ງ ອອກໄປຍັງປະເທດວຽດນາມ.