ມີການບຸກລຸກ ປ່າສງວນ ຢູ່ເມືອງລະຄອນເພັງ

ອຸ່ນແກ້ວ
2022.03.22
ມີການບຸກລຸກ ປ່າສງວນ ຢູ່ເມືອງລະຄອນເພັງ ເຂດປ່າສງວນແຫ່ງຊາດ ພູຊຽງທອງ ເມືອງລະຄອນເພັງ ແຂວງສາຣະວັນ.
ຮູບພາບ: Google Earth

ປ່າ​ສ​ງວນ​ແຫ່ງ​ຊາດ​ເຊບັ້ງ​ນວນ ແລະ ປ່າ​ສງວນ​ແຫ່ງ​ຊາດ​ພູ​ຊຽງ​ທອງ ຢູ່ ເມືອງ​ລະ​ຄອນ​ເພັງ ແຂວງ​ສະ​ຣະ​ວັນ ຖືກບຸກ​ລຸກ ເພື່ອ​ຂ​ຍາຍ​ເນື້ອ​ທີ່​ປູກ​ມັນຕົ້ນ​ ແລະ ໝາກ​ມ່ວງ​ຫິມະ​ພານ ຫຼາຍກວ່າ 600 ເຮັກ​ຕ້າຣ໌, ແລະ ໃນ​ປີ 2022 ກໍ​ມີ​ປະ​ຊາ​ຊົນ 16 ຄອບ​ຄົວ ບຸກ​ລຸກ​ເນື້ອ​ທີ່​ປ່າ​ສງວນ ເພື່ອ​ປູກ​ມັນ​ຕົ້ນ 10 ອີກ ປາຍ​ເຮັກ​ຕ້າຣ໌.

ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ເຮັດບົດບັນທຶກ ສຶກສາອົບຮົມ ກັບ ປະຊາຊົນ ກຸ່ມດັ່ງກ່າວ ເພື່ອບໍ່ໃຫ້ເຂົເຈົ້າບຸກລຸກປ່າສງວນແຫ່ງຊາດຕື່ມ ຫຼັງຈາກທີ່ເຈົ້າໜ້າທີ່ເຫັນປະຊາຊົນກຸ່ມໃໝ່ ຈະປູກມັນຕົ້ນຕື່ມ ໃນປີນີ້ ຍ້ອນວ່າ ລາຄາມັນຕົ້ນໄດ້ລາຄາສູງ.

ເຈົ້າ​ໜ້າ​ທີ່ ປ່າ​ສງວນ​ແຫ່ງ​ຊາດ ປະ​ຈຳ​ແຂວງ​ສາ​ຣະ​ວັນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ມີ​ນາ ວ່າ:

ກຳລັງເລີ່ມແລ້ວໄທເຮົາ ກໍເຮັດໜ້າທີ່ປ້ອງກັນ ຍ້ອນວ່າ ພວກຈຳນວນນຶ່ງ ເຂົາບໍ່ປະຕິບັດຕາມຣະບຽບກົດໝາຍ ອີງໃສ່ພັກ-ຣັຖ ເຮົາ ເຂົາໃນການຄຸ້ມຄອງຫັ້ນແຫຼະ ໃນການປຸກລຸກຫັ້ນນ່າ.”

ທ່ານ ກ່າວ​ຕື່ມ​ວ່າ ເນື້ອ​ທີ່​ປ່າ​ສງວນ ຖືກ​ບຸກ​ລຸກ ຍ້ອນ​ມັນ​ຕົ້ນ ມີ​ລາ​ຄາ​ສູງ ຈຶ່ງ​ເຮັດ​ໃຫ້ ປະ​ຊາ​ຊົນ ທ້ອງ​ຖິ່ນ ທີ່ບໍ່​ເຄີຍ​ມີ​ເນື້ອ​ທີ່ ໃນ​ການ​ທຳ​ມາ​ຫາ​ກິນ ບຸກ​ເບີກເຂ​ດ​ປ່າ​ສງວນ ຈຳ​ນວນ 600 ເຮັກ​ຕ້າຣ໌ ນັ້ນ ໃຊ້​ເປັນ​ບ່ອນ​ປູກ​ມັນ​ຕົ້ນ.  

ຊາວ​ບ້ານພູ​ກາ​ສີ ເມືອງ​ລະ​ຄອນ​ເພັງ ທີ່ເປັນ​ນຶ່ງ​ໃນ​ບ້ານ ທີ່​ປູກ​ມັນ​ຕົ້ນ ຢູ່​ເຂດ​ປ່າ​ສງວນ ເນື່ອງ​ຈາກ ມັນ​ຕົ້ນ ໃນ​ໄລ​ຍະ​ນີ້ ໄດ້​ລາ​ຄາ​ດີ ກວ່າ​ການ​ປູກ​ເຂົ້າ ຄື ປັດ​ຈຸ​ບັນ ລາ​ຄາ​ມັນ​ຕົ້ນ ຂາຍ​ໄດ້​ກິ​ໂລ​ກຼາມລະ 2,200 ກີບ ໃນ​ຂະ​ນະ​ທີ່ ລາ​ຄາ​ເຂົ້າ​ຂາຍ​ໄດ້ກິ​ໂລກຼາມ ລະ 1,800 ກີບ ເຊິ່ງ​ຖື​ວ່າ ເປັນ​ລາ​ຄາ​ມັນ​ຕົ້ນ ທີ່​ສູງ ຍ້ອນ​ວ່າ ລາ​ຄາ​ມັນ​ຕົ້ນຖີບ​ໂຕຂຶ້ນກວ່າ​ແຕ່​ກ່ອນ ທີ່​ກິ​ໂລກຼາມ 500 ກີບ ມາ​ເປັນ 2,200 ກີບ.

ໃນ​ການ​ບຸກ​ເບີກ​ເນື້ອ​ທີ່​ປູກ​ມັນ​ຕົ້ນ ຊາວ​ບ້ານ​ໄດ້​ຈ່າຍ​ຄ່າ​ເຊົ່າ ຫຼື ສັມ​ປະ​ທານ ທີ່​ດິນ​ໃຫ້​ແກ່​ຣັ​ຖ​ບານ ທຸກ​ປີ ແລະ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກໍ​ໃຫ້​ຊາວ​ບ້ານ ສືບ​ຕໍ່​ປູກ​ມັນ​ຕົ້ນ​ຕໍ່​ໄປ ແຕ່ບໍ່​ໃຫ້​ຂຍາຍ​ເນື້ອ​ທີ່ ແລະ ໃຫ້​ຢູ່​ໃນ​ເນື້ອ​ທີ່​ເກົ່າ​ທີ່​ເຂົາ​ເຈົ້າ​ເຄີຍ​ປູກ​ຢູ່​ເທົ່າ​ນັ້ນ.

ຊາວ​ບ້ານ​ພູກ​າ​ສີ ເມືອງ​ລະ​ຄອນ​ເພັງ ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

ປູກຫຼາຍຢູ່ປີນີ້ ລາຄາດີ ບໍ່ມີຫັ້ນແຫຼະ ເນື້ອທີ່ ເພາະວ່າ ບ້ານຢູ່ຕາມປ່າ ຕາມດົງຫັ້ນນ່າ ເພາະວ່າ ໃກ້ປ່າສງວນ ກໍໄດ້ເຮັດ ໄປກໍເສີຍຄ່າ ສັມປະທານ ເຮັດຫັ້ນນ່າ ທາງເມືອງ ເພິ່ນກໍໄປເກັບພາສີທີ່ດິນນຳປະຊາຊົນຫັ້ນ ແຕ່ບໍ່ໄດ້ອອກໃບຕາດິນ ໃຫ້ຍັງປູກຢູ່ ປີນີ້ ກໍໄດ້ປູກບ່ອນເກົ່າແດ່ ປູກຢູ່ຫົວໄຮ່ປາຍນານຳ.”

ນອກ​ຈາກນີ້ ປະ​ຊາ​ຊົນບ້ານທ່າ ເມືອງ​ລະ​ຄອນ​ເພັງ ກໍ​ເປັນ​ບ້ານ​ນຶ່ງ ທີ່​ຕິດ​ກັບ​ເຂດ​ປ່າ​ສງວນແຫ່ງ​ຊາດ ໄດ້​ພາ​ກັນ​ບຸກ​ລຸກ ເນື້ອ​ທີ່​ປ່າ​ສງວນປູກ​ມັນ​ຕົ້ນ ແລະ ປູກ​ໝາກ​ມ່ວງ​ຫິ​ມ​ມະ​ພານ ເພື່ອ​ແກ້​ໄຂ​ຊີ​ວິດ​ກາ​ນ​ເປັນ​ຢູ່ ຍ້ອນບໍ່​ມີ​ທີ່​ດິນ​ເຂດ​ອື່ນໆ ທີ່​ຈະ​ເຮັດ​ການ​ຜ​ລິດ​ໄດ້, ແຕ່​ຖ້າ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຍັງ​ບໍ່​ມີ​ງົ​ບ​ປະ​ມານ ໃນ​ການ​ຊ່ອຍ​ເຫຼືອ ຫຼື ບໍ່​ມີ​ໂຄງ​ການ​ສົ່ງ​ເສີມ​ການ​ລ້ຽງ​ສັດ ແລະ ອື່ນໆ ເພື່ອ​ສ້າງ​ລາຍ​ໄດ້ໃຫ້​ປະ​ຊາ​ຊົນ.

ຊາວ​ບ້ານທ່າ ເມືອງ​ລະ​ຄອນ​ເພັງ ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

ຄັນວ່າ ປ່າສງວນ ແຕ່ລະປ່າສງວມີງົບປະມານ ມີເງິນ ບໍຣິຫານຕ່າງໆ ນີ້ ກໍຊິດີຂຶ້ນ ຈ່າຍຄ່າຕອບແທນ ຫຼື້ວ່າ ໃນການສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ໃນເຂດປ່າສງວນ ຫູ ອ້ອມປ່າສງວນ ຢັບຢັ້ງໄດ້ ກໍບໍ່ປູກອີກ ມີສ່ວນສົ່ງເສີມ.”

ການ​ບຸກ​ລຸກ​ເນື້ອ​ທີ່​ປ່າ​ສງວນ​ແຫ່ງ​ຊາດ ເຊ​ບັ້ງ​ນວນ ແລະ ປ່າ​ສງວນ ແຫ່ງ​ຊາດ​ພູ​ຊຽງ​ທອງ ເນື້ອ​ທີ່ 600 ເຮັກ​ຕ້າຣ໌ ນີ້ ໄດ້​ເກີດ​ຂຶ້ນ​ມາ​ດົນ​ແລ້ວ ຈົນ​ມາ​ຮອດ​ປັດ​ຈຸ​ບັນ ອີງ​ຕາມ​ຜູ້​ຊ່ຽວ​ຊານ​ດ້ານ​ປ່າ​ສງວນ.

ຜູ້​ຊ່ຽວ​ຊານ ດ້ານ​ປ່າ​ສງວນ ເວົ້າ​ວ່າ ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ອະ​ນຸ​ຍາດ​ໃຫ້​ບຸກ​ເບີກ​ເນື້ອ​ທີ່​ປ່​າ​ສງວນເພື່ອ​ເຮັດ​ການ​ຜ​ລິດ ຫາ​ລາຍ​ໄດ້​ລ້ຽງ​ຄອບ​ຄົວ ແຕ່ ບໍ່​ອະ​ນຸ​ຍາດ​ໃຫ້ຂ​ຍາຍ​ເນື້ອ​ທີ່​ເພີ່ມ ນອກ​ຈາກ​ເຂດ​ທີ່​ມີ​ການ​ກຳ​ນົດ​ໄວ້ໃນ​ເນື້ອ​ທີ່ 600 ເຮັກ​ຕ້າຣ໌ເທົ່າ​ນັ້ນ ເຊິ່ງ​ເປັນ​ເຂດ​ບໍ​ຣິ​ເວນ​ປົກ​ຫຸ້ມ​ດ້ານນອກ​ປ່າ​ສງວນ ທີ່​ຍັງ​ບໍ່​ທັນ​ເຂົ້າ​ໄປ​ບຸກ​ລຸກເຂດ​ດ້ານ​ໃນ​ປ່າ​ສງວນ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ເມືອງ​ລະ​ຄອນ​ເພັງ ແຂວ​ງ​ສາ​ຣະ​ວັນ ໄດ້​ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

ກໍທຳລາຍເປືອກນອກຊື່ໆ ຫັ້ນນ່າ ແຕ່ວ່າ ຖ້າທຽບໃສ່ເປີເຊັນ ຫຼືວ່າ ເບິ່າງຕາມພາບຖ່າຍດາວທຽມ ມັນກໍເບິ່ງ ຄື ທຳລາຍ ແຕ່ວ່າ ມາເບິ່ງ ຈໍ້ໆ ແລ້ວ ທຽບໃສ່ເປັນເປີເຊັນ ພຽງແຕ່ 2-3 ເປີເຊັນ ຂອງພື້ນທີ່ ພຽງແຕ່ເຮົາຢາກສະກັດກັ້ນ ບໍ່ຢາກແຜ່ລາມຮຸນແຮງກວ່າຫັ້ນ.”

ຈຳ​ນວນເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທີ່​ກວດ​ການ ການ​ບຸກ​ລຸກ​ປ່າ​ສງວນ ກໍ​ມີ​ຈຳ​ນວນ​ຈຳ​ກັດ ໃນ​ຂ​ນະ​ທີ່ ຍັງ​ມີ​ການ​ບຸກ​ເບີກ​ທີ່​ດິນ​ເຂດ​ປ່າ​ສງວນ​ຢ່າງ​ຕໍ່​ເນື່ອງ. 

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ເມືອ​ງ​ລະ​ຄອນ​ເພັງ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ​ວ່າ:

ອັນທີ 1 ກໍຄື ງົບປະມານ ດ້ານການກວດກາ ອັນທີ 2 ກໍຄື ໃນການກວດກາຂອງເຮົາ ພະນັກງານເຮົາ ມີໜ້ອຍ ສົມມຸດເຮົາ ໄປບ້ານນຶ່ງ ບາດເຮົາຊິໄປບ້ານຫັ້ນ ບ້ານຫັ້ນ ເຂົາກໍເຮັດແລ້ວຫັ້ນນ່າ ມັນເຮັດໃຫ້ໃນການຢຸດບາດດຽວ ມັນຢຸດບໍ່ໄດ້ ບໍ່ວ່າແຕ່ເມືອງເຮົາແຫຼະ ອາດເປັນເມືອງອື່ນ ກໍຄືກັນ.”

ເຖິງ​ຢ່າງໃດກໍຕາມ, ແຕ່ປີ 2005 ເປັນຕົ້ນມາ ພາກສ່ວນກ່ຽວຂ້ອງ ກໍໄດ້ ຟື້ນຟູປ່າສງວນແຫ່ງຊາດທີ່ຖືກບຸກລຸກ 600 ເຮັກຕ້າຣ໌ ໄປແລ້ວ ດ້ວຍການປູກໄມ້ທົດແທນຄືນ ຈຳນວນ 20,000 ຫາ 100,000 ເບັ້ຽ ເປັນຕົ້ນ ໄມ້ແດງ ໄມ້ຍາງ, ໄມ້ຄ່າ ໃຫ້ຜູ້ທີ່ບຸກລຸກປ່າສງວນ ເພື່ອໄປປູກສັບວ່າງໃສ່ສວນມັນຕົ້ນ ແລະ ໄລຍະເວລາ 3 ປີ ເມື່ອໄມ້ດັ່ງກ່າວໃຫຍ່ແລ້ວ ໃຫ້ຊາວບ້ານຢຸດເຊົາປູກມັນຕົ້ນ ເພື່ອໃຫ້ໄມ້ທີ່ປູກໄປນັ້ນ ກາຍເປັນປ່າໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.