ຮຽກຮ້ອງ ໃຫ້ສືບຫາສາຍເຫດ ລູກເສັຍຊີວິດ ຢູ່ໂຮງໝໍ
2022.03.21

ຍານາງ ມະນີວອນ ແພງໄຊບູນ ຜູ້ເປັນເອື້ອຍ ໄດ້ອອກມາເປີດເຜີຍ ແລະ ຂໍຄວາມເປັນທັມພາຍຫລັງທີ່ ນ້ອງສາວຊື່ວ່າ ຍານາງ ວິໄລສອນ ແພງໄຊບູນ ໄດ້ເສັຍຊີວິດຢູ່ໂຮງໝໍ ແຂວງສວັນນະເຂດ ພາຍຫລັງທີ່ເກີດລູກ ໂດຍລູກທີ່ເກີດມານັ້ນປອດພັຍ ແຂງແຮງສ່ວນແມ່ ຂອງຍານາງ ວິໄລສອນ ແພງໄຊບູນ ໄດ້ເສຍຊີວິດ. ຕາມໃບແຈ້ງມໍຣະນະກັມ-ເສຍຊີວິດ ໃນວັນທີ 10 ເດືອນ ມີນາ 2022 ຮວມອາຍຸໄດ້ 28 ປີ. ສົບໄດ້ບຳເພັນກຸສົນທີ່ ບ້ານດົງດຳດວນ ໜ່ວຍ 6 ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ. ມາເຖິງປັດຈຸບັນ ສົບຂອງຜູ້ກ່ຽວໄດ້ທຳພິທີສາສນາ ແລະຊາປະນະກິດສົບແລ້ວ ເມື່ອວັນທີ 12 ມີນາ 2022 ຜ່ານມາ.
ຕໍ່ກັບເຫດການທີ່ເກີດຂຶ້ນ ຄົນຢູ່ໃນຄອບຄົວອີກທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງກໍໄດ້ເລົ່າເຫດການເມື່ອວັນທີ 14 ມີນາ ຕໍ່ RFA ເພື່ອເປັນການຢັ້ງຢືນ ເຖິງເຫດການທີ່ເກີດຂຶ້ນຕໍ່ການປີ່ນປົວ ຂອງແພດ-ໝໍ ໃນຊົ່ວໂມງນັ້ນ. ໂດຍມີຄົນໃນຄອບຄົວ ຢູ່ໃນເຫດການທີ່ໄປເຝົ້າລູກສາວ ຕອນເກີດລູກໃນເວລາ 19:07 ນາທີ ຂອງວັນທີ 09 ມີນາ 2022.
ວັນທີ 09 ເດືອນ 3 ປີ 2022 ລາວກາເຈັບທ້ອງເກີດລູກ ຜົວລາວກາມາແຕ່ບ້ານ ແລະພາເມຍໄປໂຮງໝໍແຂວງສວັນນະເຂດ ໄປເກີດລູກຢູ່ຜແນກປະສູດ ຮອດເວລາເຈັບທ້ອງເຂົ້າຫ້ອງ ຄອດເວລາ 07:07 ນາທີ ຄອດອອກມາເປັນເພດຍິງຫລັງນໍ້າໜັກ 3.2 Kg ແລ້ວຫລັງຈາກນັ້ນ ແພດກາເອົາອອກມາໃຫ້ແມ່. ແມ່ກາພັກຟື້ນ ຈັກນ່ອຍແມ່ກາຊິອອກມາ ຊຶ່ງເກີດທັມຊາດບໍ່ໄດ້ປາດ.
ຍານາງໄດ້ກ່າວຕື່ມວ່າຫລັງຈາກນັ້ນເວລາ 08 ໂມງກາຍັງບໍ່ເຫັນນ້ອງອອກມາ ຊຶ່ງທ່ານໝໍຜູ້ນຶ່ງອອກມາລະເວົ້າວ່າສິເອົານ້ອງໄປຫຍິບສາມເຂັມຈົນເວລາ 08 ໂມງແລ້ວຈຶ່ງບອກເອົາໄປ ຫຍິບສາມເຂັມ. ຕອນເອົານ້ອງອອກມາ ແມ່ກໍຖາມວ່າແຂງແຮງບໍ່ ລາວກໍຕອບວ່າແຂງແຮງ ພ້ອມບອກແມ່ເມື່ອປ້ອນເຂົ້າລູກຜູ້ນຶ່ງທີ່ເຮືອນພຸ້ນຈາກນັ້ນ ໝໍໄດ້ອອກມາບອກວ່າ ລາວເສັຍເລືອດຫລາຍ.
ດັ່ງຍານາງກ່າວຕື່ມວ່າ:
“ລາວໄດ້ເສຍເລືອດຫລາຍ ຕ້ອງການເລືອດດ່ວນກຣຸບໂອ ພໍກາໄປຫາເລືອດຢູ່ອົງການກາ ແດງເຂົາກາສນອງເລືອດໃຫ້ຕລອດເທື່ອລະຖົງ ທຸກຄົນແມ່ນນີ້ຊ່ອຍກັນຢູ່ບໍຣິຈາກເລືອດຫັ້ນ.”
ໃນຂະນະດຽວກັນ ທາງຄອບຄົວທີ່ບໍ່ປະສົງອອກຊື່ ແລະສຽງໄດ້ເວົ້າຕໍ່ RFA ເມື່ອວັນທີ 19 ມີນາ 2022 ວ່າ:
“ໄດ້ເຮັດໜັງສືຮ້ອງທຸກໄປຍັງຫົວໜ້າຜແນກສາທາຣະນະສຸກແຂວງ ສວັນນະເຂດເພື່ອຂໍຄວາມເປັນທັມໃຫ້ກວດກາກ່ຽວກັບການມາອອກລູກຂອງລູກສາວ ຍານາງ ວິໄລສອນ ແພງໄຊບູນເມື່ອວັນທີ 09 ມີນາ ປີ 2022 ເວລາມາອອກ 19:07 ນາທີ.
ໃນການອອກລູກດັ່ງກ່າວແພດໝໍບອກວ່າແມ່ແຂງແຮງ, ລູກແຂງແຮງເວລາເຂົ້າຫ້ອງອອກລູກຜູ້ກ່ຽວຍ່າງໄປມາເຂົ້າຫ້ອງເອັງ. ຈາກນັ້ນແພດໝໍບອກວ່າເຂົ້າໄປຫຍິບສາມເຂັມກໍເຊົາແລ້ວແຕ່ລໍຖ້າຈົນຮອດຫລາຍຊົ່ວໂມງຍັງບໍ່ອອກມາຈົນເຖິງເວລາ 22:00 ໂມງ ແພດໝໍ ບອກວ່າໃຫ້ຊອກເລືອດແຕ່ໃບສັ່ງເລືອດຍັງ 25% ທາງສູນກາແດງກໍໄດ້ໃຫ້ເລືອດມາສອງຖົງ ຈາກນັ້ນກໍສັ່ງຕໍ່ແຕ່ບໍ່ມີໃບສັ່ງຂອງທ່ານໝໍ ທາງສູນກາງກາແດງກໍຕອບສນອງເລືອດໃຫ້ ເຖິງ 7 ຖົງແຕ່ໃສ່ 6 ຖົງ ສຸດທ້າຍແລ້ວບອກວ່າຍົກມົດລູກເຂົ້າຫ້ອງປາດ.
ຈາກຄຳອະທິບາຍເຫດການທີ່ເກີດຂຶ້ນໃຫ້ທາງການຈັດຕັ້ງສືບສວນສອບສວນເບິ່ງຄວາມເປັນຈິງມົນສົມຄວນຢູ່ບໍ່ຈະຕາຍເກີດລູກແຕ່ 19:07 ນາທີ. ຄືມາຂາດຄວາມຮັບຜິດຊອບແທ້ຈັນຍາບັນຂອງແພດໝໍມີຢູ່ບໍ່. ສົມຄວນເຮັດແບບໃດກັບທ່ານໝໍທີ່ຮັບຜິດຊອບໜ້າທີ່ໃນ ວັນພຸດທີ 9 ມີນາ 2022.”
ໃນກໍຣະນີດັ່ງກ່າວ ເປັນຫຍັງຈຶ່ງວ່າຕ້ອງໄດ້ເຮັດໜັງສື ຮ້ອງທຸກຂໍຄວາມເປັນທັມໄປຍັງຜແນກ ສາທາຣະນະສຸກ ແຂວງສວັນນະເຂດ. ຄົນໃນຄອບຄົວໄດ້ໃຫ້ເຫດຜົລວ່າ ໃນເມື່ອແພດບອກ ວ່ານ້ອງສາວເສຍເລືອດຫລາຍເປັນຫຍັງຄືບໍ່ບອກ ແຕ່ຕອນເກີດເວລາຜ່ານໄປ 2 ຊົ່ວໂມງ ແລ້ວຈຶ່ງມາບອກເປັນຫຍັງບໍ່ຫຍິບລາວແຕ່ຕອນອອກໃໝ່ໆ ພຸ້ນ, ແພດໝໍໄປຊັກຊ້າເສັຍ ເວລາເຮັດຫຍັງຢູ່ຈົົນລາວເສັຍເລືອດ ແລະສົ່ງຜົລໃຫ້ນ້ອງສາວເສັຍຊີວິດ.
“ເປັນຫຍັງຕອນ 07:07 ໂມງຄືບໍ່ກວດສອບວ່າມັນຂາດເລືອດ ບໍ່ມັນເປັນຫັ້ນເປັນີ້ບໍ່ບໍ່ເວົ້າ ບໍ່ລຸລ່ວງພີ່ນ້ອງສອງມາມັນເປັນຫຍັງ ມັນບໍ່ມີພະຍາດປະຈຳໂຕ ແລະເປັນຫຍັງຄືເອົາໄປເຂົ້າຫ້ອງ ປາດແລະເປັນຫຍັງຄືບໍລຸລ່ວງ ພີ່ນ້ອງວ່າວ່າຄົນເຈັບເປັນຫ້ັນເປັນນີ້.”
ຍານາງໄດ້ກ່າວຕື່ມວ່າ ຕອນນີ້ທາງຄອບເອັງກຳລັງຍື່ນ ເອກະສານຮ້ອງທຸກໄປຍັງຜແນກ ສາທາຣະນະສຸກແຂວງສວັນນະເຂດ ເພື່ອຂໍຄວາມເປັນທັມໃນກໍຣະນີ ທີ່ເກີດເຫດດັ່ງກ່າວຕໍ່ແພດ-ໝໍ ທີ່ປະຈຳການໃນເວລານັ້ນ.
“ອັນນີ້ໄດ້ເຮັດຫນັງສືຮ້ອງທຸກ ໄປສະພາແລ້ວຫລືວ່າສາທາຣະນະສຸກ ທີ່ກ່ຽວຂ້ອງອັນນີ້ກາຢາກ ຂໍວອນໃຫ້ສັງຄົມເປັນກະບອກສຽງ ໃຫ້ທີ່ວ່າເປັນແພດເປັນໝໍປະສູດລູກໃນທ້ອງແທ້ໆ ເຂົາເກີດເອັງໄດ້ເຂົາກາເກີດແລ້ວແຕ່ວ່າ ເຂົາໄປຫາແພດໝໍເຖິງມືແພດໝໍ ເປັນຫຍັງແພດໝໍຄືມັກງ່າຍ ແພດໝໍຄືບໍ່ຊ່ອຍຄັນຊັ້ນຕັ້ງເຮັດຫຍັງໂຮງໝໍ.”
ຕໍ່ກັບເຫດການທີ່ເກີດຂຶ້ນ ພວກເຮົາໄດ້ຕິດຕໍ່ສອບຖາມໄປຍັງ ຫ້ອງການໂຮງໝໍແຂວງສວັນນະເຂດ ໃນວັນທີ 17 ມີນາ ຜ່ານມາ ເພື່ອສອບຖາມເຣື່ອງທີ່ເກີດຂຶ້ນນັ້ນ. ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ພ້ອມທີ່ຈະຕອບ ຕ້ອງໄດ້ລໍຖ້າໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າມາຊີ້ແຈງກ່ອນເພື່ອໃຫ້ຄວາມເປັນທັມທັງສອງຝ່າຍ. ຖ້າເຫດການດັ່ງກ່າວມີຄວາມຄືບໜ້າ ທາງພາກສ່ວນທີ່ກ່ຽວຂ້ອງຈະແຈ້ງຕໍ່ສື່ມວນຊົນ ຮັບຊາບອີກເທື່ອນຶ່ງ. ໃນຂະນະທີ່ແພດຜູ້ຊ່ຽວຊານ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫລວງວຽງຈັນ ທີ່ເປັນທ່ານໝໍທາງ ດ້ານແມ່ແລະເດັກຂໍສງວນຊື່ ແລະສຽງໄດ້ໃຫ້ຄຳເຫັນວ່າກໍຣະນີນີ້ ມັນອາດຈະກ່ຽວກັບມົດລູກອັກເສບ ກໍເປັນໄປໄດ້. ເພາະຖ້າເກີດລູກແລ້ວ ເລືອດອອກຫລາຍນີ້ສາເຫດຫລັກ ແມ່ນມາຈາກມົດລູກອັກເສບ. ນີ້ເປັນການສັນນິຖານແຕ່ແນວໃດເຣື່ອງແບບນີ້ ຕ້ອງໄດ້ກວດກາ ຫລື ສັນນະສູດອີກ 2-3 ຂັ້ນຕອນ ຈຶ່ງຮູ້ຜົລແຕ່ສົບຂອງຜູ້ກ່ຽວກັບຊາປະນະກິດໄປແລ້ວ ກໍເປັນການຍາກຢູ່ວ່າຈະພິສູດໄດ້. ທີ່ຈິງຄອບຄົວຄວນອາຍັດສົບໄວ້້ເພື່ອສັນນະສູດກ່ອນ ແຕ່ເມື່ອສົບໄດ້ຊາປະນະກິດໄປແລ້ວ ມັນກໍເປັນການຍາກທີ່ຄົ້ນຫາສາເຫດ.
ເຖິງແນວໃດກໍຕາມ ເຖິງວ່າທາງຄອບຄົວຂອງ ຍານາງ ວິໄລສອນ ແພງໄຊບູນ ໄດ້ຍື່ນໜັງສືຮ້ອງທຸກໄປຍັງ ຜແນກສາທາຣະນະສຸກ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບນັບແຕ່ມື້ເກີດເຫດ ຈົນມາເຖິງປັດຈຸບັນ ກໍປະມານນຶ່ງສັປດາແລ້ວ. ເຖິງຈະບໍ່ມີຄຳຕອບ ທາງຄອບຄົວຢືນຢັນວ່າ ຈະຮ້ອງທຸກເຖິງທີ່ສຸດ ຈົນກ່ວາຈະຮູ້ຄວາມຈິງ. ທີ່ຜ່ານມາພາຍຫລັງເກີດເຫດ ບໍ່ມີການຈັດຕັ້ງຂອງໂຮງໝໍ ແຂວງສວັນນະເຂດ ມາໄກ່ເກັ່ຍບັນຫາທີ່ເກີດຂຶ້ນ ຊຶ່ງທາງຄອບຄົວກໍຫວັງວ່າ ຈະໄດ້ຮັບຄວາມເປັນທັມ. ຄຳເຫັນຂອງຫົວໜ້າຄອບຄົວ.