ເຣື້ອງທີ່ເກັບບັນທຶກໄວ້
2023-10-23
ການເຂົ້າຮ່ວມເອຊ້ຽນເກມ ຄັ້ງທີ 19 ຂອງຄະນະນັກກິລາ ແມ່ນເປັນນະໂຍບາຍນຶ່ງ ຂອງຣັຖບານລາວ ທີ່ຖືເອົາຄວາມສາມັກຄີ ມິຕພາບ ລາວ-ຈີນ ເປັນຄວາມສຳຄັນ, ສ່ວນຜົລການແຂ່ງຂັນ ໄດ້ຊໍ່າໃດກໍເອົາຊໍ່ານັ້ນ ອີງຕາມສະພາບຂອງນັກກິລາ.
2023-10-23
ແຂວງອັດຕະປື ອອກແຈ້ງການສອງຄັ້ງ ໃນການຫ້າມປະຊາຊົນ ເກັບຂີ້ກະເດືອນທັມມະຊາຕ ແບບດັບສູນ ພາຍຫຼັງ ມີພໍ່ຄ້າຊາວຈີນ ສັ່ງຊື້ຜ່ານມານາຍໜ້າ ເປັນຈໍານວນຫຼາຍ.
2023-10-23
ຊາວສວນມັນຕົ້ນ ບໍ່ພໍໃຈ ທີ່ເຈົ້າເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ອອກແຈ້ງການ ຫ້າມປະຊາຊົນ ຂາຍມັນຕົ້ນ ໃຫ້ກັບຜູ້ຮັບຊື້ ທີ່ຢູ່ນອກເໜືອຈາກເມືອງຍົມມະລາດ, ເຊິ່ງຊາວສວນມັນຕົ້ນຖືກບັງຄັບຂາຍມັນຕົ້ນໃຫ້ ບໍຣິສັດ ທີ່ເຈົ້າເມືອງ ອອກໃບອະນຸຍາດໃຫ້ ເທົ່ານັ້ນ.
2023-10-23
ຣັຖບານວຽດນາມ ອະນຸມັດໃຫ້ກຸ່ມບໍຣິສັດ (Deo Ca) ຂອງວຽດນາມ ຮ່ວມລົງທຶນ ກໍ່ສ້າງເສັ້ນທາງຣົຖໄຟ ວຸງອ໋າງ-ເຕິນເອີບ-ໝູ໊ຢາ (ເບື້ອງວຽດນາມ) ກັບບໍຣິສັດ ປີໂຕຣລ້ຽມ ເທຣດດິ້ງລາວ ມະຫາຊົນ ໃນຕົ້ນປີ 2024 ນີ້.
2023-10-23
ພິທີກັມ ການເສນເຮືອນ, ຊຶ່ງເຖິງແມ່ນວ່າ ຈະປະຕິບັດກັນມາ ຢ່າງເຄັ່ງຄັດແລ້ວ ກໍຕາມ, ແຕ່ກໍຍັງ ບໍ່ສາມາດຫລີກລ້ຽງ ຈາກການແຊກຊຶມ ຂອງສິ່ງແວດລ້ອມ ໄປໄດ້.
2023-10-23
ບັນຫາຢາເສບຕິດ ຂະນະທີ່ ຍັງມີຊາວໜຸ່ມ ຈຳນວນຫຼາຍ ມົ້ວສຸມ ແລະ ເສບສິ່ງເສບຕິດ, ໄທຍ ເປິດເວທີ ຮັບຟັງຄຳເຫັນ ແລະ ຂໍ້ກັງວົນ ກ່ຽວກັບໂຄງການ ເຂື່ອນຊະນະຄາມ, 5 ບ້ານ ໃນເມືອງໄຊທານີ ໄດ້ຮັບຜົລກະທົບ ຈາກຄວັນພິດ ໂຮງງານອຸດສາຫະກັມ.
2023-10-22
ທະຫານພະມ້າ ຝັງລະເບີດໄວ້ດິນ ແລະ ລະເບີດແຕກ ເຮັດໃຫ້ປະຊາຊົນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 8 ຄົນ.
2023-10-21
ສໍາພາດ ນັກຂ່າວ ທີ່ຕິດຕາມ ເຈາະເລິກ ຂ່າວ ຊາວບ້ານຫຼາຍສິບຄົນ ຢູ່ເຂດເມືອງປາກອູ ແຂວງຫຼວງພະບາງ ຖືກບໍລິສັດບໍ່ແຮ່ຈີນ ຈັບຂັງຄຸກ-ຂູ່ເອົາເງິນຄ່າໄຖ່ ຈາກຍາດພີ່ນ້ອງ.
2023-10-20
ຜູ້ນໍາສູງສຸດພັກ-ຣັຖ ສປປ ລາວ ທີ່ເຂົ້າຮ່ວມກອງປະຊຸມ ນຶ່ງແລວ ນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ຢູ່ກຸງປັກກິ່ງ ປະເທດຈີນ ສນັບສນູນ 8 ມາຕການຂອງຈີນ ເພື່ອຫວັງໃຫ້ຂໍ້ລິເຣີ່ມນັ້ນ ມີຄຸນນະພາບສູງຂຶ້ນ.
2023-10-20
ວັນທີ 19 ຕຸລາ 2023 ທີ່ຜ່ານມາ ຕໍາຣວດໄທຍ ຈັບ ສອງຜົວເມັຍ ເຈົ້າຂອງຮ້ານ ຄາຣາໂອເກະ ແລະເອົາເດັກນ້ອຍແມ່ຍິງລາວ ຈາກແຂວງໄຊຍະບູຣີ ແລະແຂວງອື່ນໆ ທັງໝົດປະມານ 10 ຄົນ ໃນນັ້ນ ມີເດັກນ້ອຍແມ່ຍິງລາວ ອາຍຸຕໍ່າກວ່າ 18 ປີ ຈໍານວນ 3 ຄົນ ຂາຍບໍຣິການທາງເພດ.
2023-10-20
ໃນໄລຍະເດືອນຕຸລາ 2023 ນີ້ ຫ້ອງການຜແນກແຮງງານ ແລະ ສວັດດີການສັງຄົມ 6 ເມືອງໃນແຂວງວຽງຈັນ ໄດ້ເປີດຮັບສະມັກຄົນງານລາວ ທີ່ຕ້ອງການໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຕາມຣະດູການໃນໄລຍະ 5-6 ເດືອນ ໂດຍຜູ້ສະມັກ ສ່ວນຫຼາຍກຳລັງຫວ່າງງານ ໂດຍສະເພາະ ໝົດຣະດູເຮັດນາປີ.
2023-10-20
ສູນສະຖິຕິແຫ່ງຊາຕ ຮ່ວມກັບ ສະຫະພາບຢຸໂຣບ ແລະອົງການຢູນິເຊບ ເຜີຍຜົນສໍາຣວດຄົວເຮືອນ ແຂວງຜົ້ງສາລີ ລະບຸວ່າ ແຂວງຜົ້ງສາລີ ມີອັດຕຣາເດັກນ້ອຍອາຍຸ 6 ເດືອນ ຫາ 5 ປີ ຂາດສານອາຫານ ເຮັດໃຫ້ຮ່າງກາຍສູງ ບໍ່ໄດ້ມາຕຖານ 42.4% ແລະ ນໍ້າໜັກຫຼຸດມາຕຖານ 21%.
2023-10-20
ກອງທຶນການເງິນ ລະຫວ່າງປະເທດ ຫຼື IMF ໄດ້ຣາຍງານ ສະພາບເສຖກິຈ ໂດຍລວມ ຂົງເຂດເອເຊັຽ-ແປຊີຟິກ ແລະ ຄາດການວ່າ ການເຕີບໂຕທາງເສຖກິຈ ຈະຢູ່ທີ່ລະດັບ 4.6% ໃນປີ 2023 ສ່ວນປີ 2024 ຈະຢູ່ໃນລະດັບ 4.2% ເນື່ອງຈາກການຊະລໍໂຕລົງ.
2023-10-19
ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ນຶ່ງແລວ ນຶ່ງເສັ້ນທາງ ຄັ້ງທີ 3 ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ, ໃນການປະຊຸມຄັ້ງນີ້ ປະທານປະເທດ ລາວ ກ່າວສນັບສນູນມາຕການ 8 ຂໍ້ຂອງຈີນ ເພື່ອຊຸກຍູ້ການຮ່ວມມື ໃຫ້ມີຄຸນນະພາບສູງຂຶ້ນ.
2023-10-19
ການຂົນສົ່ງໂດຍສານ ທາງໄກ, ສາຍໃຕ້, ສາຍຕ່າງປະເທດ, ນະຄອນຫຼວງວຽງຈັນ ຕຣຽມປັບຂຶ້ນຄ່າໂດຍສານ ໃນສາຍທາງສາຍໃຕ້ ລະຫວ່າງ 10,000-80,000 ກີບ, ອີງຕາມການແຈ້ງການຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລຂທີ 28035/ຫກ., ລົງວັນທີ 13 ຕຸລາ 2023.