ເມືອງຍົມມະລາດ ຫ້າມປະຊາຊົນ ຂາຍມັນຕົ້ນ ຢູ່ນອກເມືອງ

ອຸ່ນແກ້ວ
2023.10.23
ເມືອງຍົມມະລາດ ຫ້າມປະຊາຊົນ ຂາຍມັນຕົ້ນ ຢູ່ນອກເມືອງ ສວນມັນຕົ້ນ ເມືອງປາກຊັນ ແຂວງບໍຣິຄຳໄຊ. ວັນທີ 22 ຕຸລາ 2023.
ຂໍຂອບໃຈ ຮູບພາບມັນຕົ້ນ ຈາກຊາວສວນມັນຕົ້ນ ເມືອງປາກຊັນ ແຂວງບໍຣິຄຳໄຊ

ເຈົ້າເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ອອກແຈ້ງການຫ້າມປະຊາຊົນ ເອົາມັນຕົ້ນໄປຂາຍນອກເມືອງ ແຕ່ ຄືຕ້ອງຂາຍໃຫ້ໂຮງງານ ແລະ ບໍຣິສັດ ທີ່ເຈົ້າເມືອງ ອອກໃບອະນຸຍາດໃຫ້ເທົ່ານັ້ນ ເຮັດໃຫ້ຊາວບ້ານສ່ວນນຶ່ງບໍ່ພໍໃຈ.

ໃນວັນທີ 19 ຕຸລາ 2023 ສໍານັກງານ ເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ອອກແຈ້ງການເລກທີ 42 ເຖິງຜູ້ປະກອບການ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນ ທົ່ວເມືອງຍົມມະລາດ ວ່າ ນັບແຕ່ວັນທີ 20 ຕຸລາ 2023 ເປັນຕົ້ນໄປ ຫ້າມເກັບຊື້ມັນຕົ້ນສົ່ງຂາຍນອກເມືອງ ໂດຍກົງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກຣັຖ.

ແຈ້ງການຍັງລະບຸອີກວ່າ ແຕ່ ໃຫ້ [ຊາວສວນມັນຕົ້ນ] ຂາຍຢູ່ໂຮງງານແປ້ງມັນຕົ້ນ ຄໍາມ່ວນຈໍາກັດ ແລະ ບໍຣິສັດ ທ່ຽມທອງມີ ການຄ້າ ຂາຍອອກ-ຂາເຂົ້າ ຈໍາກັດຜູ້ດຽວ ທີ່ເຈົ້າເມືອງຍົມມະລາດ ອະນຸຍາດໃຫ້ເທົ່ານັ້ນ.​

ຊາວສ່ວນ ບໍ່ເຫັນດີກັບແຈ້ງການດັ່ງກ່າວ ຍ້ອນວ່າ ເປັນການຜູ້ຂາດຕລາດຊື້-ຂາຍ ມັນຕົ້ນ ແລະ ເຂົາເຈົ້າກໍບໍ່ໄດ້ກໍາໄລ ຖ້າຂາຍໃນລາຄາໂຮງງານທີ່ຮັບຊື້.

ຊາວສວນມັນຕົ້ນ ຜູ້ທີ 1 ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 23 ຕຸລາ ວ່າ:

ຖ້າມັນຊິມີ ບໍຣິສັດ ຜູກຂາດ ມັນກໍສົ່ງຜລກະທົບຫຼາຍເພາະວ່າ ຕົ້ນທຶນໃນການປູກມັນກໍຫຼາຍເນາະ ມັນຂຶ້ນທຸກຢ່າງເດ້ ຖ້າວ່າ ຊິຊື້ລາຄາເກົ່າ. ໂອ້ຍ ປະຊາຊົນຜູ້ເຮັດສວນນີ້​ຕາຍໝົດເລີຍ ຄັນນໍ້າມັນ ມັນກໍຂຶ້ນ 2 ເທົ່າແລ້ວເນາະ ດູຕົນປະຊາຊົນຫັ້ນແຫຼະ ເຂົາປົກຕິແລ້ວ ເຂົາກໍທຸກຍາກຢູ່ແລ້ວ ຍັງຊິມາກົດຂີ່ຈັ່ງຊີ້ ມັນບໍ່ໄດ້ ເຮົາຊິເຮັດຫຍັງກໍບໍ່ໄດ້້້ເດ້ ຄື ເຫັນແຈ້ງການເນາະ ໄປຂາຍຢູ່ເມືອງອື່ນກໍບໍ່ໄດ້. ຕ້ອງຂາຍໃຫ້ບໍຣິສັດນັ້ນ ມັນບໍ່ແມ່ນວ່າ ມັນສົ່ງເສີມປະຊາຊົນ ມັນສົ່ງເສີມແຕ່ນາຍທຶນ ເຮັດໃຫ້ນາຍທຶນມີແຕ່ລວຍຂຶ້ນ ປະຊາຊົນ ມີແຕ່ຊິຈົນລົງຈົນລົງ.

ຊາວສວນທ່ານນີ້ ກ່າວຕື່ມວ່າ ລາຄາທີ່ໂຮງງານມັນຕົ້ນ ຮັບຊື້ມັນຕົ້ນດິບ ຢູ່ທີ່ 1,600 ກີບ ຕໍ່ກິໂລກຣາມ ແລະ ມັນຕົ້ນແຫ້ງຮັບຊື້ໃນລາຄາ 3,900 ກີບ ຕໍ່ກິໂລກຣາມ ໃນຂະນະທີ່ ບໍຣິສັດ ທ່ຽມທອງມີ ການຄ້າ ຂາອອກ-ຂາເຂົ້າ ກໍານົດວ່າ ຈະເກັບຊື້ ມັນຕົ້ນແຫ້ງພຽງຢ່າງດຽວ ໃນລາຄາ 3,900 ກີບ ຕໍ່ກິໂລກຣາມ ເຊິ່ງເປັນລາຄາທີ່ບໍຣິສັດ ໄດ້ກໍານົດອອກໃນປີ 2022 ສ່ວນວ່າ ປີ 2023 ອັດຕຣາເງິນເຟີ້ສູງຂຶ້ນ ແລະ ຄ່າຄອງຊີບກໍສູງຂຶ້ນ ຄວນກໍານົດລາຄາເກັບຊື້ມັນຕົ້ນເພີ່ມຂຶ້ນກັບ 2 ເທົ່າ ເພື່ອໃຫ້ຊາວສວນມັນຕົ້ນຢູ່ລອດ.​

ຊາວສວນມັນຕົ້ນຜູ້ທີ 2 ໄດ້ກ່າວວ່າ:

ຕໍານິເຈົ້າເມືອງຫັ້ນນ່າ ມັນໃຫ້ເຈົ້າໜ້າທີ່ ຕໍາແໜ່ງ ບໍ່ຖືກຕ້ອງຫັ້ນນ່າ ມັນຕ້ອງຂຶ້ນລົງເນາະ ທັມມະດາ ມັນກໍຂຶ້ນແຫຼະໃ ມັນໄປຕາມອັດຕຣາເງິນເຟີຫັ້ນນ່າເນາະ ດັ່ງນັ້ນເຈົ້າຊິມາເຈາະຈົງມັນບໍ່ໄດ້ ຜົລກະທົບຂອງປະຊາຊົນລ້ວນໆໃ ແທນທີ່ມັນຊິແບບວ່າ ໄດ້ເຕັມເມັດເຕັມໜ່ວຍເນາະ ມັນກໍບໍ່ໄດ້ແຫຼະ ເຈົ້າເປັນພາກຣັຖຄວນທີ່ຊິສົ່ງເສີມ ພໍ່ແມ່ປະຊາຊົນເນາະ ຊິໃໝຈັ່ງໃດ ຄວາມພໍໃຈເນາະໃ ເຈົ້າລົງມາແບບຕັ້ງແຕ່ເລີ່ມຕົ້ນ ມາເສັຽຄ່າໄຖໃຫ້ເຮົາບໍ່. ເອີ ມາຊື້ແນວພັນໃຫ້ເຮົາ. ເອີ ມາຈ້າງຄົນປູກຊ່ວຍເຮົາ ມັນແມ່ນຫັ້ນນ່າ ເຮັດສັນຍາກັບເຂົາເຈົ້ານ່າ ອັນນີ້ ໝາຍຄວາມວ່າ ເຮົາເຮັດຂອງເຮົາເອງ ດໍາເນີນການດ້ວຍຕົ້ນເອງນ່າ ຊິໃໝຈັ່ງໃດ.

ທ່ານ ກ່າວຕື່ມວ່າ ຖ້າມີບໍຣິສັດ ແລະ ໂຮງງານ ມັນຕົ້ນ ຫຼາຍແຫ່ງ ມາເກັບຊື້ມັນຕົ້ນຢູ່ໃນເມືອງ ຈະເຮັດໃຫ້ຜູ້ປະກອບການບໍຣິສັດ ແລະ ໂຮງງານມັນຕົ້ນ ແຂ່ງຂັນຂຶ້ນລາຄາ ແລ້ວຊາວສວນມັນຕົ້ນ ຈະຂາຍມັນຕົ້ນໃນລາຄາທີ່ດີ ຍ້ອນຜູ້ປະກອບການຄົນໃດກໍຢາກໄດ້ມັນຕົ້ນ ຈໍານວນຫຼາຍ ເພື່ອສົ່ງອອກໄປຈີນ, ໄທຍ ແລະ ວຽດນາມ.

ໃນຂະນະທີ່ ຢູ່ແຂວງອື່ນ ຄື ແຂວງໄຊຍະບູຣີ, ທາງການແຂວງບໍ່ໄດ້ອະນຸຍາດໃຫ້ ບໍຣິສັດ ໃດມາຜູ້ຂາດຊື້ມັນຕົ້ນ ຍ້ອນວ່າ ພວກພໍ່ຄ້າ ມີລູກຄ້າທີ່ເປັນຊາວສວນມັນຕົ້ນ ເປັນຂອງໂຕເອງ.

ຜູ້ປະກອບການ ຮັບຊື້ມັນຕົ້ນ ຢູ່ແຂວງໄຊຍະບູລີ ໄດ້ກ່າວວ່າ:

ທາງໃດກໍໄດ້ ບໍ່ເປັນຫຍັງ ມັນບໍ່ໄດ້ຜູກຂາດກັບໃຜ ມີແຕ່ເຮົາສະດວກຮັບຊື້ທາງໃດ ເທົ່ານັ້ນແຫຼະ. ເພາະວ່າ ຄັນວ່າ ຕ່າງແຕ່ພຸ້ນມາ ຂຶ້ນສະຖານນີຣົຖໄຟ ມັນອາດຈະໄກ ຄ່າຂົນສົ່ງ ມັນຈະແພງຫັ້ນນ່າ. ເອື້ອຍມາ ຢູ່ທາງໄຊຍະພີ້ ເອື້ອຍນ່າ ມາເອົາ ແລ້ວມັນຂຶ້ນສຖານນີຣົຖໄຟຢູ່ທາງພລວງພຣະບາງ ມັນຢູ່ໄກກວ່າວ່າຊັ້ນເດ້.

ພະນັກງານຂອງໂຮງງານແປ້ງມັນຕົ້ນ ຄໍາມ່ວນ ຈໍາກັດ ຢືນຢັນ ຕາມແຈ້ງການຂອງ ທ່ານເຈົ້າເມືອງຍົມມະລາດ ວ່າ ການປັບລາຄາ ມັນຕົ້ນຂຶ້ນ ຫຼື ລົງ ອີງໃສ່ລາຄາຕາມທ້ອງຕລາດໂຕຈິງ ໃນແຕ່ລະໄລຍະ ແລະ ຍັງອ້າງວ່າ ໂຮງງານແປ້ງມັນຕົ້ນ ຄໍາມວນຈໍາກັດ ໄດ້ຊະນະການເຂົ້າຮ່ວມການແຂ່ງຂັນ ປະມູນສິດສັມປະທານ ເກັບຊື້ມັນຕົ້ນ ທົ່ວເມືອງຍົມມະລາດ ພ້ອມຈ່າຍພາສີ ແລະ ຈ່າຍຄ່າຊຸກຍູ້ຕ່າງໆ ໃຫ້ແກ່ເມືອງເປັນຈໍານວນຫຼາຍ ຈຶ່ງມີສິດເກັບຊື້ມັນ ຕົ້ນທົ່ວເມືອງຍົມມະລາດ.

ພະນັກງານ ໂຮງງານແປ້ງມັນຕົ້ນ ຄໍາມ່ວນ ຈໍາກັດ ໄດ້ກ່າວວ່າ:

ເມືອງເຂົາ ຕັ້ງດ່ານລັດ ບໍ່ໃຫ້ມັນອອກເຈົ້າ ເພາະວ່າ ເຮົາຈ່າຍຄ່າມິຫຍັງ ເຕັມອັດຕຣາ ເລີຍເດ້. ທຸກອັນເລີຍ ນັບແຕ່ພາສີ ມະຫຍັງມະຫຍັງ ຊຸກຍູ້ເມືອງ ມະຫຍັງ ມະຫຍັງ. ປະມູນໝົດເມືອງ ເຊັນສັນຍາບົດບັນທຶກກອງປະຊຸມແລ້ວເຈົ້າ ທາງເມືອງເຈົ້າ ເອົາອອກບ່ອນອື່ນບໍ່ໄດ້. ຖ້າເປັນພໍ່ຄ້າຫັ້ນນ່າ ຢຶດເຂົ້າເປັນຂອງຣັຖ ແລ້ວເຂົາກໍສົ່ງຂາຍເຂົ້າໂຮງງານຄືເກົ່າ ແຕ່ຖ້າ ອັນນ່າ ປະຊາຊົນແກ່ເອງກໍໄດ້ຢູ່ ຄັນແກ່ເອງ ມັນຊິບໍ່ກຸ້ມຕີ້ ໃຜຊິໄປແກ້້້ເປັນຣົຖພ້ວງມື້ໃດ ຈັກເທື່ອ ມັນ 3 ມື້ ກໍເນົ່າແລ້ວ ແມ່ນບໍ່ ມັນບໍ່ແມ່ນ. ນາຍທຶນເຮັດ ຄັນເຮັດເອງ ບໍ່ຄຸ້ມຄ່າອອກ ລາຄາ 1,800 ກີບ ຕໍ່ກິໂລກຼາມ ໄປພຸ້ນ.

 ອີງຕາມຂໍ້ມູນຈາກຊາວສວນມັນຕົ້ນ, ຜູ້ທີ່ຕ້ອງການຈະແກ່ມັນຕົ້ນດິບໄປຂາຍຢູ່ນອກເມືອງ ຍົມມະລາດ ຈະຂາຍໄດ້ໃນລາຄາ 2,000 ກີບຕໍ່ກິໂລກຼາມ ແຕ່ ກໍ ຖ້າເຈົ້າໜ້າທີ່ຮັບຮູ້ ຊາວສວນກໍຈະຖືກປັບໃໝ ແລະ ເຈົ້າໜ້າທີ່ຈະຍຶດເອົາມັນຕົ້ນ. 

ບໍຣິສັດ ຮັບຊື້ມັນຕົ້ນ ແລະ ເຈົ້າເມືອງຍົມມະລາດ ໄດ້ປຶກສາຫາລືກັນແລ້ວ ແລະ ຍັງຄົງໃຊ້ມາຕການດັ່ງກ່າວ.

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຍົມມະລາດ ໄດ້ກ່າວວ່າ:

ເພາະວ່າ ມັນມີບໍຣິສັດ ນຶ່ງອີກເນາະ ທີ່ເກັບຊື້ຫັ້ນນ່າ ແລ້ວກໍໂຮງງານມີ 2 ບໍຣິສັດ ເພາະວ່າ ໄດ້ປຶກສາຫາລືກັນແລ້ວ ຢູ່ໃນຂັ້ນ ເມືອງນີ້ນ່າ ທັງເຈົ້າເມືອງ ຮອງເຈົ້າເມືອງ ແລ້ວ ກໍບໍຣິສັດຫັ້ນ ໄດ້ມາປຶກສາຫາລືກັນແລ້ວຫັ້ນນ່າ.

ປັດຈຸບັນ ແຈ້ງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດແລ້ວ ໃນວັນທີ 23 ຕຸລາ 2023 ໂຮງງານແປ້ງມັນຕົ້ນ ຄໍາມ່ວນ ຈໍາກັດ ກໍໄດ້ລົງໄປເກັບຊື້ມັນຕົ້ນ ທັງແບບດິບ ແລະ ແບບແຫ້ງ ຢູ່ບ້ານນາກະຕັງ ເມືອງຍົມມະລາດແລ້ວ ໃນຂະນະທີ່ລະດູການເກັບຊື້ມັນຕົ້ນ ທົ່ວປະເທດລາວ ຈະລິເລີ່ມແຕ່ປາຍເດືອນຕຸລາ ເຖິງເດືອນກຸມພາ ຂອງແຕ່ລະປີ ອີງຕາມຂໍ້ມູນຈາກໂຮງງານແປ້ງມັນຕົ້ນ ຄໍາມ່ວນຈໍ າກັດ.​

ສໍາລັບປະເທດລາວ ມີມັນຕົ້ນ ເປັນສິນຄ້າສົ່ງອອກ ທີ່ສ້າງມູນຄ່າການສົ່ງອອກ ໃນປີ 2022 ທີ່ຜ່ານມາ ເຖິງ 46 ລ້ານ ໂດລ້າຣ໌ ໂດຍມີປະເທດວຽດນາມ ເປັນຫຼັກ ທີ່ຮັບຊື້ມັນຕົ້ນ ຈາກປະເທດລາວ ອີງຕາມ ຂໍ້ມູນຈາກສໍານັກຂ່າວສານ ປະເທດລາວ ໃນວັນທີ 20 ເມສາ 2022 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.