ປະທານ ອົງການກວດກາ ໄປເບິ່ງການຂຸດຄົ້ນເກືອກາລີ ຢູ່ແຂວງຄໍາມ່ວນ

ອຸ່ນແກ້ວ
2024.01.19
ປະທານ ອົງການກວດກາ ໄປເບິ່ງການຂຸດຄົ້ນເກືອກາລີ ຢູ່ແຂວງຄໍາມ່ວນ ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງຣັຖ (ຮູບຂວາມື) ລົງໄປຢ້ຽມຢາມ ບໍຣິສັດ ຊີໂນ-ອາກຣີໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ວັນທີ 17 ມົກກະຣາ 2024.
ຂໍຂອບໃຈຮູບພາບຈາກວິດີໂອ ສະຖານີວິທຍຸກະຈາຍສຽງ ແຂວງຄຳມ່ວນ

ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງຣັຖ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເບິ່ງການຂຸດຄົ້ນເກືອບກາລີ ຂອງບໍຣິສັດຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກແຂວງຄໍາມ່ວນ ຫຼັງຈາກ ການຂຸດຄົ້ນດັ່ງກ່າວ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ.

ທ່ານ ຄໍາພັນ ໄດ້ລົງໄປເບິ່ງການຂຸດຄົ້ນເກືອກາລີ ໃນວັນທີ 17 ມົກກະຣາ ທີ່ຜ່ານມາ ແລະ ໄດ້ພົບກັບ ເຈົ້າໜ້າທີ່ບໍຮິສັດ ຊີໂນ-ອາກຣີ ໂປຕາສ ເພື່ອຮັບຟັງການຣາຍງານ ແລະ ຂໍ້ສເນີຕ່າງໆ.   

ເຈົ້າໜ້າທີ່ແຂວງຄໍາມ່ວນນາງນຶ່ງ ໄດ້ກ່າວວ່າ:

ໄປຮ່ວມຫັ້ນແຫຼະ! ໂອ ໄປພົບປະຊື່ໆ ນ່າ ແມ່ນລົງໄປຢ້າມຢາມນ່າ. ມັນມີຫົວຂໍ້ຂ່າວຢູ່ແຂວງຄໍາມ່ວນ.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ໄດ້ຂຸດຄົ້ນເກືອກາລີ ຢູ່ເມືອງໜອງບົກ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປ່ອຍນໍ້າເສັຽທີ່ບໍ່ມີການບໍາບັດ ລົງໃສ່ແມ່ນ້ໍາຂອງ.

ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ບໍຣິສັດຈີນ ທີ່ຂຸດຄົ້ນເກືອກາລີ ຢູ່ເຂດເມືອງໜອງບົກ ໄດ້ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ ໂດຍ ບໍ່ມີການບໍາບັດ ຈົນເຮັດໃຫ້ຊາວບ້ານເຂດໃກ້ຄຽງລົງຫາປາບໍ່ໄດ້.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມອີກວ່າ:

ໜ່ວຍງານດ້ານສິ່ງແວດລ້ອມ ຂອງແຂວງຄໍາມ່ວນ ໄດ້ລົງໄປແຈ້ງເຕືອນ ບໍຣິສັດດັ່ງກ່າວແລ້ວ, ແຕ່ ບໍຣິສັດ ກໍເມີນເສີຍ ໂດຍບໍ່ມີການດໍາເນີນການແກ້ໄຂຫຍັງ. 

ຈຸດທີ່ມີການຣາຍງານວ່າ ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ ແມ່ນຢູ່ເຂດເມືອງໜອງບົກ. ບໍຣິສັດ ດັ່ງກ່າວ ໄດ້ຕິດຕັ້ງທໍ່ລະບາຍນໍ້າ ລົງໃສ່ແມ່ນໍ້າຂອງຫຼາຍຈຸດ ແລະ ມີການປ່ອຍນໍ້າໃນຕອນກາງຄືນ.

ຊາວບ້ານ ເມືອງໜອງບົກ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເຂົາກະປ່ອຍລົງນໍ້າຂອງຫັ້ນແຫຼ ເຂົາເດີນທໍ່ໃຫຍ່ບັກໆ ເດີນທໍ່ໃຫຍ່ ໃຫຍ່ກວ່າຕີຣົຖ ປ່ອຍແບບວ່າ ປ່ອຍກາງຄືນ ຂ້ອຍເບິ່ງ ມັນກະຕ້ອງປ່ອຍຫັ້ນແຫຼຈັ່ງໃດ ຂັ້ນບໍ່ປ່ອຍ ມັນຊິໄດ້ ນໍ້າມັນມີນໍ້າເກືອເນາະ.

ນອກຈາກນີ້, ການຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານທີ່ໄດ້ຮັບຜົລກະທົບນັ້ນ ບໍ່ເປັນໄປຕາມລາຄາທ້ອງຕລາດ ຍ້ອນວ່າ ຣັຖບານບີບບັງຄັບໃຫ້ປະຊາຊົນ ຕ້ອງຮັບເອົາຄ່າຊົດເຊີຍພຽງແຕ່ 30,000 ກີບ ຕໍ່ແມັດມົນທົນ ຫຼື ແມັດກ່າເລ້.

ຊາວບ້ານ ເມືອງໜອງບົກ ທ່ານນຶ່ງ ໄດ້ກ່າວວ່າ:

ຜົລກະທົບຫຼາຍມັນກະຖືກດິນໄຮ່ດິນນ່າ ເຂົາກະຊົດເຊີຍ ຫາກແຕ່ວ່າ ຣັຖບານບີບຫຼາຍ ລະປະຊາຊົນຫັ້ນ ດຽວນີ້ເຂົາຫຼຸບນ່າ ວ່າຊັ້ນຊາ ຂາຍໄຮ່ ຂາຍນາເຂົາລະໄປຊື້ກະບໍ່ໄດ້ ມັນຖືກເດ້ແມັດກ່າເລ້ນຶ່ງ 30 ພັນກີບເນາະ. ໂອແມັດກ່າເຣ້ນຶ່ງ ໄຮ່ນາເຂົາເນາະ. ແມັດກ່າເຣ້ນຶ່ງ 50-60 ພັນກິີບພຸ້ນແຫຼເນາະ. ຖືກໂພດຫາກແຕ່ວ່າ ຣັຖບິີບບັງຄັບເຂົາ ເຂົາຈໍາເປັນຊື່ໆ ທຸກມື້ນີ້.

ອີກບັນຫານຶ່ງ ທີ່ເກີດຂຶ້ນກັບກໍາມະກອນ ກໍຄື ການຄິດໄລ່ຄ່າຈ້າງໃຫ້ແກ່ຄົນລາວ ໜ້ອຍກວ່າຄົນງານຈີນ. ຄົນງານລາວ ທ່ານນຶ່ງ ໄດ້ກ່າວວ່າ:

ປະມານນັ້ນ ຄົນວ່າ ເປັນເປັນຄົນຈີນ ຄັນວ່າ ເຂົເາຫາເຂົາ ໂດຍກົງ ກໍຊິໄດ້ເງິນຫຼາຍກ່ອນ ພວກເຮົາ ຫົວໜ້າເຂົາເປັນຄົນຈີນເນາະ ແຕ່ວ່າ ຜູ້ຮັບງານຄືຫົວໜ້າຂ້ອຍເປັນຄົນວຽດ. ໝາຍຄວາມວ່າ ຄົນວຽດ ຈະໄປຮັບຈາກຄົນຈີນ ຄັນວ່າ ລົງອຸໂມງຫັ້ນຂຶ້ນເງິນໃຫ້ຕື່ມ. ຄັນວ່າ ເຮົາຢູ່ໜ້າດິນເນາະ ກະໄລ່ຕາມມື້ລະ 150,000 ເລີຍ.

ການຂຸດຄົ້ນເກືອກາລີ ໄປກວມເອົາທີ່ດິນນາ ດິນສວນຂອງປະຊາຊົນຫຼາຍບ່ອນ ຍ້ອນວ່າ ເຈົ້າໜ້າທີ່ຣັຖບັງຄັບໃຫ້ປະຊາຊົນຕ້ອງຮັບເອົາ.

ຊາວເມືອງໜອງບົກ ອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຄັນວ່າ ມັນຖືກເຂົາເຈົ້າຍອມຈ່າຍ ຄັນວ່າ ໃຜບໍ່ຍອມໃຫ້ຫັ້ນນ່າ ກະບໍ່ໄດ້ເງິນເຂົາກະເອົາໄປເລີຍ ສົມມຸດວ່າ ຄືຂ້ອຍບໍ່ຍອມແບບນີ້ນ່າ ເຂົາກະຕ້ອງໄດ້ເອົາໄປເລີຍ ເພາະ ວ່າ ມັນຢູ່ໃນເຂດເຂົາ.

ການຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ເຈົ້າໜ້າທີ່ທາງການ ກໍມີແຕ່ລົງລະດົມໃຫ້ປະຊາຊົນ ຢູ່ຈຸດທີ່ມີການເວີນຄືນທີ່ດິນນັ້ນ ມອບດິນໃຫ້ແກ່ໂຄງການ.

ທີ່ຜ່ານມາ, ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຄໍາມ່ວນ ເຄີຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນເດືອນກໍຣະກະດາ 2023 ວ່າ:

ໂຕນີ້ໆ ດຽວນີ້ ຍັງບໍ່ທັນກໍານົດວ່າ ຊິລົງບ່ອນໃດ ເພາະວ່າ ເພິ່ນຍັງລົງເຄື່ອນໄຫວ ກ່ຽວກັບຊຸກຍູ້ບັນດາ ທີ່ວ່າ ມັນຕິດພັນກັບ ປະຊາຊົນຫັ້ນເນາະ ໝາຍຄວາມວ່າ ຕິດພັນກັບດິນໄຮ່, ດິນນາ ເພິ່ນຍັງລົງວຽກ ກ່ຽວກັບວຽກຊົດເຊີຍຢູ່.”

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຂໍອະນຸຍາດສັມປະທານ ແຮ່ເກືອກາລີ ຢູ່ບ້ານໜອງລົ່ມ ເມືອງໜອງບົກ ແຂວງຄຳມ່ວນ ໃນເນື້ອທີ່ເກືອບ 50 ກິໂລຕາແມັດ ໃນເດືອນເມສາປີ 2022.

ຕໍ່ມາ ບໍຣິສັດ ດັ່ງກ່າວ ໄດ້ຂຍາຍເນື້ອທີ່ ສຳຣວດເພີ່ມເຊິ່ງກວມເອົາເນື້ອທີ່ຫຼາຍບ້ານ ໃນເມືອງທ່າແຂກ ແລະ ເມືອງໜອງບົກ ເປັນຕົ້ນ ບ້ານດົງບູນ, ບ້ານນາຄຳ, ບ້ານນາຫລຸບ, ບ້ານປ່າຕີ້ວ, ບ້ານຊຽງຫວາງ ແລະ ບ້ານດົງໃຕ້ຈົນມາຮອດປັດຈຸບັນມີເນື້ອທີ່ ທັງໝົດປະມານ 200 ກິໂລຕາແມັດ ອີງຕາມຂໍ້ມູນຈາກຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.