ປະທານປະເທດລາວ ພົບປະກັບຜູ້ນຳຕ່າງປະເທດ ຂຍາຍຄວາມຮ່ວມ

ຈຳປາທອງ
2023.10.20
ປະທານປະເທດລາວ ພົບປະກັບຜູ້ນຳຕ່າງປະເທດ ຂຍາຍຄວາມຮ່ວມ ເລຂາທິການໃຫຍ່ ອົງການສະຫະປະຊາຊາຕ, ທ່ານ ແອນໂຕນິໂອ ກູ່ເຕຣ໌ເຣສ (ເຫັນດ້ານຫຼັງ) ແລະປະທານປະເທດລາວ, ທ່ານ ທອງລຸນ ສີສຸລິດ ໂອ້ລົມກັນ ໃນລະຫວ່າງເວທີກອງປະຊຸມ ນຶ່ງແລວ ນຶ່ງເສັ້ນທາງ ທີ່ນະຄອນຫຼວງປັກກິ່ງ ໃນວັນພຸດ. ວັນພຸດ ທີ 18 ຕຸລາ 2023.
(Grigory Sysoyev, Sputnik, Kremlin Pool Photo via AP)

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍຣິຫານງານສູນກາງພັກປະ ຊາຊົນປະຕິວັດລາວ, ປະທານປະເທດ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມ ນຶ່ງແລວ ນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ຢູ່ກຸງປັກກິ່ງ ປະເທດຈີນ ໃນມື້ວັນທີ 17 ແລະ 18 ຕຸລານີ້.

ຂໍ້ລິເຣີ່ມ ນຶ່ງແລວ ນຶ່ງສັ້ນທາງ, ທາງການລາວ ຖືວ່າມີບົດບາດສຳຄັນ ໃນການສົ່ງເສີມການຮ່ວມມື ດ້ານການພັດທະນາ. ສະເພາະ ສປປລາວ ກໍແມ່ນ ໂຄງ ການທາງຣົຖໄຟ ລາວ-ຈີນ, ໂຄງການທາງດ່ວນ, ໂຄງການພັທນາແລວເສຖກິຈ ລາວ-ຈີນ, ການຄ້າໃນຂົງເຂດກະສິກັມ, ພະລັງງານສະອາດ ແລະ ອື່ນໆ ແລະທັງມີການຂຍາຍ ການຮ່ວມມື ດ້ານເສຖກິຈ, ການຄ້າ, ການລົງທຶນ, ການແລກປ່ຽນວັທນະທັມ, ການໄປມາຫາສູ່ກັນ ລະຫວ່າງປະຊາຊົນ, ການສົ່ງເສີມການທ່ອງທ່ຽວ.

ກອງປະຊຸມດັ່ງກ່າວ ທີ່ໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້ “ການຮ່ວມມືທີ່ມີຄຸນນະພາບສູງ ນຶ່ງແລວ ນຶ່ງເສັ້ນທາງ ຮ່ວມກັນເພື່ອພັທນາ ແລະຄວາມຈເຣີນຮຸ່ງເຮືອງ ຮ່ວມກັນ” ນັ້ນ ໄດ້ຈັດຂຶ້ນໃນໂອກາດຄົບຮອບ 10 ປີ ຂອງຂໍ້ລິເຣີ່ມດັ່ງກ່າວຂອງຈີນ ຊຶ່ງທ່ານ ທອງລຸນ ສີສຸລິດ ໄດ້ກ່າວສນັບສູນ 8 ມາຕການ ທີ່ທ່ານ ສີຈີ້ນຜິງ ປະທານປະເທດ ໄດ້ສເນີຕໍ່ກອງປະຊຸມ ໃນຕອນເຊົ້າຂອງວັນທີ 18 ຕຸລານີ້ວ່າ:

“ສປປ ລາວ ຍິນດີສນັບສນູນ 8 ມາຕການ ທີ່ປະທານ ສີ ຈິ້ນຜິງ ໄດ້ນຳສເນີ ໃນຕອນເຊົ້າມື້ນີ້ ເພື່ອຊຸກຍູ້ການຮ່ວມມື ນຶ່ງແລວ ນຶ່ງເສັ້ນທາງ ໃນມີຄຸນນະພາບ ສູງຂຶ້ນ.”

ມາຕການ 8 ຂໍ້ທີ່ວ່ານັ້ນ ເພື່ອຜົລປໂຍດຂອງ ນຶ່ງແລວ ນຶ່ງເສັ້ນທາງ ຄື:

  1. ກໍ່ສ້າງເຄືອຂ່າຍເຊື່ອມໂຍງ ເຊື່ອມຈອດກັນສາມມິຕິ ນຶ່ງແລວ ນຶ່ງເສັ້ນທາງ
  2. ສນັບສນູນ ສ້າງເສຖກິຈໂລກ ແບບເປີດກວ້າງ

3, ດຳເນີນການ ຮ່ວມມື ທີ່ຕິດແທດຕົວຈິງ

  1. ຊຸກຍູ້ການພັທນາສີຂຽວ
  2. ຊຸກຍູ້ການປະດິດສ້າງ ດ້ານວິທະຍາສາດ-ເຕັກໂນໂລຊີ
  3. ສນັບສນູນ ການໄປ-ມາ ຫາສູ່ກັນ ລະຫວ່າງປະຊາຊົນ
  4. ກໍ່ສ້າງເສັ້ນທາງ ທີ່ປອດໄສ ຂາວສະອາດ
  5. ບູຣະນະ ກົລໄກການຮ່ວມມືສາກົລ ນຶ່ງແລວ ນຶ່ງເສັ້ນທາງ

ເພື່ອຂໍຄວາມເຫັນກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ພາກສ່ວນທີ່ກ່ຽວຂ້ອງ ຂອງກະຊວງ ການຕ່າງປະເທດ ຮວມທັງກົມການຂ່າວ ທີ່ນະຄອນຫລວງວຽງຈັນ ແລະສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ທີ່ກຸງປັກກິ່ງ ໃນມື້ວັນທີ 19 ຕຸລານີ້ ແຕ່ບໍ່ສາມາດຕິດຕໍ່ໄດ້, ແຕ່ເຖິງຢາງໃດກໍຕາມ ການທີ່ຜູ້ນໍາສູງສຸດ ຂອງພັກປະຊາຊົນລາວ ປະຕິວັດລາວ

ສະແດງທັສນະ ຂອງຕົນອອກຢ່າງຈະແຈ້ງ ໃນການສນັບສນູນນະໂຍບາຍຂອງຈີນ ຄືທີ່ວ່ານັ້ນ ມັນແມ່ນທັສນະພື້ນຖານ ຂອງພວກເຂົາເຈົ້າ ທີ່ຍອມເວົ້າທຸກຢ່າງ ເຮັດທຸກຢ່າງນໍາຜູ້ທີ່ພວກເຂົາເຈົ້າຖືວ່າເປັນບ່ອນອີງ ໃນການຊ່ອຍເຫລືອໃຫ້ມີໂອ ກາດຢຶດອໍານາດ ແລະປົກປັກຮັກສາ ອໍານາດໃຫ້ຄົງຕົວຢູ່ໄດ້. ເມື່ອກ່ອນ ສໄມຍຶດອໍານາດໄດ້ໃໝ່ ແຕ່ຊຸມທ້າຍປີ 1970 ຫາຕົ້ນປີ 1980 ຜູ້ນໍາຄອມມູນິສວຽດນາມ ກໍໃຫ້ປະນາມຈີນສຸດຂີດ ຈົນຮອດວ່າ ຈີນເປັນປະຕິການສາກົນ ທີ່ປະຕິບັດນະໂຍບາຍ ຂຍາຍອານາເຂດ ແພ່ອໍານາດຊາຕໃຫຍ່ ໃນຂົງເຂດເຊັຍຕາ ເວັນອອກສ່ຽງໃຕ້ ດັ່ງຈະຮູ້ໄດ້ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 3 ຂອງພັກ ປີ 1982 ກ່ອນຈະຄືນມາຂໍດີ ແລະຂໍໄປຖອດຖອນບົດຮຽນ ໃນການພັທນາປະ ເທດກັບຈີນ ສມັຍສະຫະພາບໂຊວຽດ ແລະຄ້າຍສັງຄົມນິຍົມຢູໂຣບຕາເວັນອອກພັງທະລາຍ, ບໍ່ມີຜູ້ເພິ່ງ. ສມັຍສະຫະພາບໂຊວຽດເຮືອງອໍານາດ ກໍຖືວ່າເປັນກໍາແພງເພັດ. ໃນເບື້ອງຕົ້ນຂອງການໂງມາຂໍດີກັບຈີນ, ຂໍໃຫ້ຈີນຊ່ອຍເຫລືອ ກໍມີຮວມທັງຂໍສົ່ງຄະນະຜູ້ແທນຂັ້ນສູງ ໄປຖອດຖອນບົດຮຽນເຣື່ອງການພັທນາ ເສຖກິຈ ນໍາໂດຍທ່ານ ບຸນຍັງ ວໍລະຈິດ ກ່ອນທີ່ທ່ານຈະໄດ້ຂຶ້ນ ເປັນນາຍົກຣັຖມົນຕຣີ.

ກ່ຽວກັບເຣື່ອງການໄປເຂົ້າຮ່ວມ ກອງປະຊຸມ ຂອງທ່ານ ທອງລຸນ ສີສຸລິດ ຢູ່ຈີນຄັ້ງນີ້, ວິທຍຸ ເອເຊັຽເສຣີ ໄດ້ຖາມປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 19 ຕຸລານີ້, ທ່ານເວົ້າວ່າ ບໍ່ສົນໃຈໃນເຣື່ອງນີ້ພໍປານໃດ, ແຕ່ກໍຢາກໃຫ້ເພິ່ນໄປລົມກັບຜູ້ນໍາຈີນ ຂໍໃຫ້ຫລຸດໜີ້ໃຫ້.

ຢາກໃຫ້ເພິ່ນໄປລົມນຳຜູ້ນຳຈີນວ່າ ໃຫ້ຫຼຸດໜີ້ສີນທີ່ວ່າ ຄ້າງຢູ່ຫັ້ນນ່າ. ໃຫ້ປະເທດລາວເຮົານີ້ວ່າ ມີທຶນກ່ອນເນາະ. ມັນຈະໄດ້ແກ້ໄຂ ບັນຫາເສຖກິຈ ຢູ່ລາວກ່ອນຫັ້ນນ່າ. ຢາກໃຫ້ຈີນ ປັບໂຄງສ້າງໜີ້ໃຫ້ເຮົາ. 

ໃນຂະນະດຽວກັນ ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າວ່າ ເຫັນດີນໍາເພິ່ນ.

ເວົ້າສະເພາະເຣື່ອງການພົວພັນ ຮ່ວມມື ລາວ-ຈີນ ອາຈານ ອະດິສອນ ເສມແຍ້ມ ຜູ້ອຳນວຍການ ສູນແມ່ຂອງສຶກສາ, ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາໄລ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ  ການຂຍາຍໂຕ ຂອງເສຖກິຈຈີນ ຊ້າລົງ ໃນປັດຈຸບັນ ໄດ້ສົ່ງຜົລເຮັດໃຫ້ເສຖກິຈລາວ ຖົດຖອຍລົງນຳດ້ວຍ ຍ້ອນລາວນຳເອົາເສຖກິຈຂອງຕົນ ໄປຜູກພັນກັບເສຖກິຈຈີນ ຫລາຍເກີນໄປ, ຈະເຫັນໄດ້ຢ່າງຈະແຈ້ງ ຄືໂຄງການລົງທຶນ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ ຢູ່ລາວ ຊັກຊ້າລົງ.

ແລະຍານາງ ມໍຣະກົດວົງ ພູມພຼັບ ຜູ້ຊ່ອຍສາສດາຈານ ຈາກຄະນະສິລປະສາດ ມະຫາວິທຍາໄລທັມມະສາດ ຂອງໄທຍ ກໍກ່າວວ່າ ຈີນມີອິດທິພົລ ພົ້ນເດັ່ນຫລາຍຢູ່ລາວ, ລາວຄວນຈະຕ້ອງເຮັດໃຫ້ມີຄວາມດຸ່ນດ່ຽງ ອຳນາດ ບໍ່ໃຫ້ຈີນເຂົ້າມາມີອິດທິພົລ ຫລາຍເກີນໄປ ຈົນລາວບໍ່ມີພຶ້ນທີ່ ທີ່ຈະຕໍ່ລອງໄດ້.

(ໄທຍ) “ຈີນນີ້ ບໍ່ໄດ້ຫາກໍມີອິດທິພົລຢູ່ລາວ ແຕ່ວ່າເຂົ້າມາມີອິດທິພົລ ໄລຍະນຶ່ງແລ້ວ. ຈີນນີ້ ເຮົາຈະເຫັນໂດຍກົງວ່າ ເຂົ້າມາໃນແງ່ມູມຂອງການໃຫ້ຜົລປໂຍດ ທາງເສຖກິຈ. ແຕ່ວ່າ ທາງຣັຖບານລາວ ກໍຕ້ອງພະ ຍາຍາມ ຄືພະຍາຍາມທີ່ຈະດຸ່ນດ່ຽງອຳນາດ ບໍ່ໃຫ້ຈີນເຂົ້າມາ ຈົນຕົນເອງ ບໍ່ມີພື້ນທີ່ ໃນການຕໍ່ລອງ.

ຂະນະນີ້ ສປປລາວ ຮ່ວມມືກັບຈີນ ໃນໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ເປັນຕົ້ນໂຄງການທາງຣົຖໄຟລາວ-ຈີນ, ໂຄງການທາງດ່ວນລາວ-ຈີນ ທີ່ຖືວ່າເປັນໂຄງການສໍາຄັນ ທີ່ຈະເຊື່ອມຕໍ່ໃສ່ປະເທດເພື່ອນບ້ານ ແລະບັນດາປະ ເທດ ໃນຂົງເຂດເອເຊັຽຕາເວັນອອກສ່ຽງໃຕ້, ແຕ່ການພົວພັນຮ່ວມມື ກັບຈີນຄືທີ່ວ່ານັ້ນ ເຮັດໃຫ້ ສປປ ລາວ ກູ້ຢືມເງິນ ແລະຕິດໜີ້ຈີນ ເປັນຈໍານວນຫລວງຫລາຍ, ເຮັດໃຫ້ ສປປ ລາວ ມີໜີ້ສາທາຣະນະ ຕ່າງປະເທດ ແລະໜີ້ພາຍໃນ ເປັນຈໍານວນມະຫາສານ, ເປັນການຍາກທີ່ສຸດ ທີ່ຈະໃຊ້ແທນຄືນໄດ້.

ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ແລະຜູ້ວ່າການ ທະນາຄານພັທນາເອເຊັຽ ຫລື ADB ປະຈຳລາວ ເປີດເຜີຍຢູ່ໃນກອງປະຊຸມ ພາຍໃຕ້ຫົວຂໍ້ “ການປຶກສາຫາລືລະດັບສູງ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງໜີ້ສິນ ສາທາຣະນະ ຢູ່ ສປປ ລາວ” ໃນມື້ວັນທີ 4 ຕຸລານີ້ວ່າ ຈຳນວນໜີ້ສິນສາທາຣະນະ ແລະການຄ້ຳປະກັນຂອງຣັຖ ມີເຖິງ  112% ຂອງລວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP ໃນປີ 2022  ທີ່ມີປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ.

ເວົ້າສະເພາະ ລາວຕິດໜີ້ຈີນ, ອີ​ງ​ຕາມ​ຂໍ້​ມູນ ​ຈາກສູນ​ການ​ວິໄຈ ເອດດາຕາ (AidData) ​ວິ​ທະ​ຍາ​ໄລ ວິລລຽມ ແອນດ໌ ແມຣີ (William & Mary) ທີ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ຕາມ​ໂຕ​ເລກ​ທີ່​ເປັນ​ທາງ​ການ, ແຕ່​ປີ 2000-2017 ລາວ​ເປັນ​ໜີ້​ຈີນ 5.57 ຕື້ໂດ​ລ້າຣ໌ສະຫະຣັຖ, ແລະຍັງ​ມີ​ໜີ້ ທີ່ບໍ່​​ເປັນ​ທາງ​ການ ​ຕື່ມ​ອີກ ຮວມທັງໝົດເປັນ 6.69 ຕື້ໂດ​ລ້າຣ໌. ມາເຖິງປັດຈຸບັນ ເປັນໜີ້ຈີນ ອາຈສູງກວ່ານັ້ນ. 

ປະເທດເຈົ້າໜີ້ຣາຍໃຫຍ່ ທີ່ສຸດຂອງລາວ ແມ່ນຈີນ ທີ່ປ່ອຍເງິນກູ້ໃຫ້ລາວ ໃນໂຄງການພັທນາໂຄງຮ່າງພື້ນຖານ ເປັນຕົ້ນ ກໍແມ່ນທາງຣົຖໄຟ ລາວ-ຈີນ  ແລະທາງດ່ວນ ລາວ-ຈີນ ຕາມຂໍ້ລິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ.

ເວົ້າເຣື່ອງການໃຊ້ໜີ້ ສະເພາະຈີນ ສ່ວນໃຫຍ່ກໍອາຈໃຫ້ຈີນ ເຂົ້າມາຂຸດຄົ້ນເອົາຊັພຍາກອນທັມມະຊາຕ ອັນລໍ້າຄ່າ ຂອງລາວໄປ ຊຶ່ງສ່ວນນຶ່ງຈະຮູ້ໄດ້ ຢູ່ໃນບົດຣາຍງານ ຂອງຣັຖບານ ຕໍ່ກອງປະຊຸມ ສໄມວິສາມັນ ຂອງສະພາແຫ່ງຊາຕ ຊຸດທີ 7 ໃນມື້ວັນທີ 18 ສິງຫາ 2012 ກ່ຽວກັບໂຄງການເຊື່ອມຕໍ່ ທາງຣົຖໄຟ ລາວ-ຈີນ ຊຶ່ງໃນນັ້ນໄດ້ເວົ້າເຖິງບໍ່ແຮ່ລາວ 2 ແຫ່ງ ເປັນສິ່ງຄໍ້າປະກັນ ເງິນກູ້ ແຕ່ໃນເອກກະສານນັ້ນ ບໍ່ໄດ້ບອກໃຫ້ຮູ້ວ່າ ເປັນບໍ່ແຮ່ຫຍັງ, ມີປະຣິມານເທົ່າໃດ ແລະຢູ່ແຂວງໃດ.

ຍ້ອນການພັທນາ ເສຖກິຈ-ສັງຄົມຜິດພາດ ເສຖກິຈລາວ ຈຶ່ງເກີດວິກິດການໜັກໜ່ວງ, ເງິນກີບອ່ອນຄ່າລົງເລື້ອຍໆ, ເງິນກີບເຟີ້ຕໍ່ເນື່ອງ, ສິນຄ້າທຸກຢ່າງແພງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ຝືດເຄືອງ ແລະການທໍາມາຫາກິນຫຍຸ້ງ ຍາກ ຄືດັ່ງທີ່ຜ່ານມາ ແລະໃນປັດຈຸບັນນີ້, ອີງຕາມຂ່າວທີ່ຮູ້ກັນທົ່ວໄປ.

ໃນໂອກາດ ໄປເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ໄດ້ພົບພໍ້ ກັບ ທ່ານ ວະລາດິເມັຍ ປູຕິນ ປະທານາທິບໍດີ ຣັສເຊັຍ. ຜູ້ນຳທັງສອງ ໄດ້ຕີລາຄາສູງ ຕໍ່ການຮ່ວມມືລະຫວ່າງ 2 ປະເທດ ໂດຍສະເພາະທາງດ້ານການ ເມືອງ, ການປ້ອງກັນຊາຕ-ປ້ອງກັນຄວາມສງົບ. ພ້ອມກັນນັ້ນ ທ່ານກໍໄດ້ເຊື້ອເຊີນທ່ານ ປູຕິນ ໄປຢ້ຽມຢາມລາວ ຢ່າງເປັນທາງການນໍາດ້ວຍ. 

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງ ແລະ ກາລະໂອກາດ ໃນການສົ່ງເສີມການຮ່ວມມື ເພື່ອຟື້ນຟູເສຖກິຈ ຂອງແຕ່ລະປະເທດ,  ຟື້ນຟູເສຖກິຈໂລກ ພາຍຫລັງການແຜ່ຣະບາດຂອງໂຄວິດ-19 ໄດ້ຜ່ອນຄາຍລົງ, ໄດ້ປຶກສາຫາລືກັນ ໃນ 3 ຫົວຂໍ້ ຄື:

  1. ການເຊື່ອມຈອດ ໃນເສຖກິຈໂລກ ແບບເປີດກ້ວາງ (Connectivity in an Open Global Economy),
  2. ເສັ້ນທາງສາຍໄໝສີຂຽວ ເພື່ອຄວາມກົມ ກຽວກັບທັມມະຊາຕ (Green Silk Road for Harmony with Nature), ແລະ
  3. ເສຖກິຈດີຈີຕອນ ເປັນແຫລ່ງຂອງການຂຍາຍຕົວໃໝ່ (Digital Economy as a New Source of Growth).

ກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຂັ້ນສູງ ຈາກ 150 ປາຍປະເທດ ແລະ 30 ອົງການຈັດຕັ້ງສາກົລ ທີ່ເປັນຄູ່ຮ່ວມມື ຂອງຂໍ້ລິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ເຂົ້າຮ່ວມ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.