ທາງຣົຖໄຟ ລາວ-ວຽດນາມ ໄດ້ຮັບອະນຸມັດກໍ່ສ້າງ ໃນຕົ້ນປີ 2024

ສຸພັດຕາ
2023.10.23
ທາງຣົຖໄຟ ລາວ-ວຽດນາມ ໄດ້ຮັບອະນຸມັດກໍ່ສ້າງ ໃນຕົ້ນປີ 2024 ການເຜີຍແຜ່ ຄວາມຄືບໜ້າໂຄງການພັທນາເສັ້ນທາງຣົຖລາວ-ວຽດນາມ. ແຂວງຄຳມ່ວນ ວັນທີ 29 ສິງຫາ 2023.
ຮູບພາບ: ໂທລະພາບ ແຂວງຄຳມ່ວນ

ຣັຖບານວຽດນາມ ອະນຸມັດໃຫ້ກຸ່ມບໍຣິສັດ ເເດ່ວ ກາ (Deo Ca Group) ຂອງວຽດນາມ ຮ່ວມລົງທຶນກໍ່ສ້າງເສັ້ນທາງ ຣົຖໄຟ ວຸງອ໋າງ -ເຕິນເອີບ-ໝູ໊ຢາ (ເບື້ອງວຽດນາມ) ກັບບໍຣິສັດ ປີໂຕຣລ້ຽມ ເທຣດດິ້ງລາວ ມະຫາຊົນ (Petroleum Trading Lao Public) ຂອງລາວ ພາຍໃຕ້ໂຄງການ ເສັ້ນທາງຣົຖໄຟລາວ-ວຽດນາມ ມີໄລຍະຄວາມຍາວ 103 ກິໂລແມັດ ມູນຄ່າການລົງທຶນ ປະມານ 1.12 ຕື້ໂດລ້າຣ໌ ສະຫະຣັຖ.

ຂະນະທີ່ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ປີໂຕຣລ້ຽມ ເທຣດດິ້ງລາວ ມະຫາຊົນ ກ່າວຕໍ່ ໂທລະພາບ ລາວສະຕາຣ໌ ໃນມື້ວັນທີ 31 ສິງຫາ 2023 ທີ່ຜ່ານມາວ່າ ສະເພາະເບື້ອງລາວ ບໍຣິສັດ ປີໂຕຣລ້ຽມ ເທຣດດິ້ງລາວ ໄດ້ເຊັນສັນຍາ ກັບບໍຣິສັດ ຢູຊິນ ເອັນຈິເນັຍລິ້ງ (Yooshin Engineering Corporation) ແລະບໍຣິສັດ ວິສາຫະກິຈ ຣົຖໄຟ ສ.ເກົາຫຼີ (Korea National Railway) ເພື່ອສຶກສາ, ສໍາຣວດ, ອອກແບບລະອຽດ ແລະກໍ່ການສ້າງ. ປັດຈຸບັນ ສໍາເຣັດໝົດແລ້ວ ແລະພ້ອມທີ່ຈະເຣີ່ມດໍາເນີນການກໍ່ສ້າງ ໃນຕົ້ນປີ 2024 ນີ້.

ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

“ກະຄາດວ່າ ໃນປີ 2024 ຫັ້ນ ພວກເຮົາຊິເຣີ່ມການກໍ່ສ້າງ ຊ່ວງທໍາອິດນີ້ແມ່ນວ່າ ພວກເຮົາຈະສ້າງ ຈາກບ່ອນສົ້ນຂົວມິຕພາບ 3 ແຂວງຄໍາມ່ວນເຮົານີ້ເນາະ ຈົນຮອດຊາຍແດນລາວເຮົານີ້ ລະແມ່ນ 150 ກິໂລແມັດ ຄາດຄະເນການກໍ່ສ້າງ ຢູ່ໃນໄລຍະ ຢູ່ປະມານ 2 ປີ ກວ່າໆນີ້ແຫຼະ.

ສ່ວນບົດຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ຫຼື EIA ແລະບົດຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຫຼື ESIA ໂຄງເສັ້ນທາງຣົຖໄຟລາວ-ວຽດນາມ ໄລຍະທໍາອິດ ປັດຈຸບັນ ປະເມີນສໍາເຣັດໝົດແລ້ວ ແຕ່ຍັງບໍ່ມີການເປີດເຜີຍໃຫ້ສັງຄົມຮັບຮູ້ເທື່ອ.

ທາງດ້ານເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຄໍາມ່ວນ ກ່າວວ່າ ເຫັນແຕ່ທາງບໍຣິສັດ ຜູ້ພັທນາໂຄງການ ລົງມາສໍາຣວດ ແລະອອກແບບເສັ້ນທາງຣົຖໄຟ ແຕ່ຍັງບໍ່ເຫັນການປະເມີນ ຜົລກະທົບດ້ານສິ່ງແວດລ້ອມ ຫຼື EIA ແລະການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຫຼື ESIA ເທື່ອ.

ມາຮອດປັດຈຸບັນ ຈຶ່ງຍັງບໍ່ຮູ້ວ່າ ການກໍ່ສ້າງໂຄງການເສັ້ນທາງຣົຖໄຟ ລາວ-ວຽດນາມ ໄລຍະທໍາອິດ ຈາກເມືອງທ່າແຂກ ແຂວງຄໍາມ່ວນ ໄປຫາຊາຍແດນວຽດນາມ ລວມໄລຍະທາງ ປະມານ 150 ກິໂລແມັດ ຈະມີປະຊາຊົນໄດ້ຮັບຜົລກະທົບ ຫຼາຍໜ້ອຍເທົ່າໃດ ເພາະບໍຣິສັດຜູ້ລົງທຶນ ບໍ່ໄດ້ແບ່ງປັນຂໍ້ມູນ ແລະແຈ້ງໃຫ້ຊາບເທື່ອ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ຕຸລາ ນີ້ວ່າ:

“ຍັງໃດ໋ໂຕນີ້ໃດ໋ ເພາະວ່າ ເພິ່ນກະອີງໃສ່ບໍຣິສັດ ຫຼືວ່າ ໂຄງການທີ່ຮັບເໝົາກໍ່ສ້າງຫັ້ນ ຍັງບໍ່ແຈ້ງຕອບມາ ມັນຖືກຜົລກະທົບ ຈັກຫຼັງຄາເຮືອນ ຈັກບ້ານ ອັນນີ້ ເພິ່ນຍັງບໍ່ແຈ້ງມາຫາທາງເມືອງ.

ເຈົ້າໜ້າທີ່ຫ້ອງການສະພາປະຊາຊົນ ແຂວງຄໍາມ່ວນ ກ່າວວ່າ ໄດ້ຍິນຂ່າວແຕ່ວ່າ ບໍຣິສັດຜູ້ພັທນາໂຄງການເສັ້ນທາງຣົຖໄຟ ລາວ-ວຽດນາມ ຈະເຂົ້າມາດໍາເນີນການກໍ່ສ້າງ ໃນຕົ້ນປີ 2024 ນີ້ ແຕ່ປັດຈຸບັນ ກໍຍັງບໍ່ເຫັນບົດຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະບົດຣາຍງານ ການປະເມີນຜົລກະທົບດ້ານສິ່ງແວດ ແລະສັງຄົມ ຂອງໂຄງການເທື່ອ ວ່າຈະມີຊາວບ້ານສູນເສັຍທີ່ດິນ ແລະຖືກໂຍກ ຫຼາຍໜ້ອຍເທົ່າໃດ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືບໍ່ໄດ້ຍິນຂະເຈົ້າ ມາຍື່ນຫັ້ນນ່າ ຜົລກະທົບຫັ້ນນ່າ ສະພາກະຍັງບໍ່ໄດ້ເຫັ້ນຫັ້ນນ່າ ຜົລກະທົບມັນແນວໃດ ຈັ່ງໃດຫັ້ນນ່າເຈົ້າ.

ສ່ວນປະຊາຊົນລາວ ຢູ່ແຂວງຄໍາມ່ວນ ທີ່ອາຈໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ແລະຖືກໂຍກຍ້າຍ ເພື່ອຫຼີກທາງໃຫ້ກັບໂຄງການດັ່ງກ່າວ ລະບຸວ່າ ຕອນນີ້ ຍັງບໍ່ທັນໄດ້ຮັບຮູ້ຂໍ້ມູນຣາຍລະອຽດ ກ່ຽວກັບໂຄງການກໍ່ສ້າງທາງຣົຖໄຟ ລາວ-ວຽດນາມ ເທື່ອ ແລະບໍ່ເຫັນມີພາກສ່ວນໃດ ມາແຈ້ງຂ່າວສານ ເຣື່ອງຜົລກະທົບ ໃຫ້ກັບຊາວບ້ານໄດ້ຮັບຮູ້ ຫຼືຕຣຽມຄວາມພ້ອມທີ່ຈະຮັບມື ກັບຜົລກະທົບທີ່ອາຈເກີດຂຶ້ນ.

ສ່ວນທາງການແຂວງຄໍາມ່ວນ ຍັງມິດງຽບ ບໍ່ມີການແຈ້ງຂ່າວສານໃດໆ ໃຫ້ກັບຊາວບ້ານ ໃນພື້ນທີ່ໄດ້ຮັບຮູ້ຂໍ້ມູນຈັກເທື່ອ ຫຼືບໍ່ຢາກແຈ້ງຂໍ້ມູນ ໃຫ້ຊາວບ້ານໄດ້ຮັບຮູ້ ກໍຍ້ອນກັງວົນວ່າ ຊາວບ້ານຈະຄັດຄ້ານໂຄງການ ແລະຮຽກຮ້ອງເອົາເງິນຊົດເຊີຽ ເພາະໄລຍະທີ່ຜ່ານມາ ກໍມີຫຼາຍໂຄງການພັທນາ ທີ່ຈ່າຍເງິນຊົດເຊີຍໃຫ້ຊາວບ້ານ ແບບບໍ່ສົມເຫດສົມຜົນ ຫຼືຕໍ່າຈົນເກີນໄປ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຣື່ອງຊົດເຊີຍເບາະ ເຣື່ອງໄກ່ເກັ່ຍນໍາປະຊາຊົນແນວໃດນີ້ ບໍ່ໆ ທາງລາວນີ້ ເພິ່ນຈະບໍ່ຄ່ອຍອອກຂ່າວແບບນີ້ໃດ໋ ປະຊາຊົນຂະເຈົ້າ ກະເນາະບໍ່ພໍໃຈ ອັນເງິນຊົດເຊີຍມັນຕໍ່າກວ່າຊັ້ນສາ ບາງຄົນຂະເຈົ້າກະບໍ່ພໍໃຈ ຣັຖບານລາວ ເພິ່ນກະບໍ່ຄ່ອຍ ອອກຂ່າວແບບນີ້ປານໃດ.

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງມະຫາໄຊ ແຂວງຄໍາມ່ວນ ກ່າວວ່າ ຮັບຮູ້ຂໍ້ມູນ ແລະຂ່າວສານ ຕາມສື່ສັງຄົມອ໋ອນລາຍນ໌ ແຕ່ຜົລກະທົບໂຕຈິງ ທີ່ຊາວບ້ານໃນພື້ນທີ່ຈະໄດ້ຮັບນັ້ນ ຍັງບໍ່ມີພາກສ່ວນໃດ ມາແບ່ງປັນຂໍ້ມູນ ແລະແຈ້ງການໃຫ້ຊາວບ້ານໄດ້ຮັບຮູ້ຈັັກເທື່ອ ເຊິ່ງກະຂ້ອນຂ້າງເປັນກັງວົນ ຫາກເຮືອນລາວເອງ ຖືກຜົລກະທົບ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ຮູ້ນ່າ ບໍ່ເຫັນໃຜມາແຈ້ງຫຍັງນ່າ ແຕ່ບໍ່ຮູ້ມັນມາເບື້ອງໃດ ເປັນເບື້ອງເທິງເບາະ ເບື້ອງລຸ່ມ ນ້ອງກະບໍ່ຮູ້ນ່າ ເພາະວ່າບໍ່ໄດ້ຍິນເພິ່ນແຈ້ງແນວໃດ.

ສໍາລັບໂຄງການເສັ້ນທາງຣົຖໄຟ ລາວ-ວຽດນາມ ມີມູນຄ່າລົງທຶນທັງໝົດ ປະມານ 6.3 ຕື້ ໂດລ້າຣ໌ສະຫະຣັຖ ມີໄລຍະທາງຍາວ ທັງໝົດ 544 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ໄປຫາທ່າເຮືອ ວຸງອ໋າງ (Vung Ang) ປະເທດວຽດນາມ, ແຕ່ສະເພາະເບື້ອງລາວ ຈະແຍກການກໍ່ສ້າງອອກເປັນ 2 ໄລຍະ ຄື:

  • ໄລຍະທີ 1 ໂຄງການຈະເຣີ່ມຈາກ ເມືອງທ່າແຂກ ແຂວງຄໍາມ່ວນ ອອກໄປຫາຊາຍແດນວຽດນາມ ໄລຍະທາງປະມານ 150 ກິໂລແມັດ ຄາດວ່າ ຈະເຣີ່ມກໍ່ສ້າງ ໃນຕົ້ນປີ 2024 ນີ້.
  • ໄລຍະທີ 2 ໂຄງການຈະເຣີ່ມຈາກ ນະຄອນຫຼວງວຽງຈັນ ໄປຫາເມືອງທ່າແຂກ ແຂວງຄໍາມ່ວນ ລວມໄລຍະທາງ 312.81 ກິໂລແມັດ ປັດຈຸບັນ ຢູ່ລະຫວ່າງ ການສຶກສາສໍາຣວດ ແລະ ອອກແບບ.

ສ່ວນການກໍ່ສ້າງ ຈາກຊາຍແດນວຽດນາມ ໄປຫາທ່າເຮືອ ວຸງອ໋າງ (Vung Ang) ແຂວງຮາຕິນ ປະເທດວຽດນາມ ເຊິ່ງມີໄລຍະທາງ 103 ກິໂລແມັດ ຝ່າຍວຽດນາມ ຈະເປັນຜູ້ດໍາເນີນການກໍ່ສ້າງດ້ວຍໂຕເອງ ທັງໝົດ ປັດຈຸບັນ ໄດ້ຮັບການອະນຸມັດແລ້ວ. ຫາກໂຄງການເສັ້ນທາງຣົຖໄຟ ລາວ-ວຽດນາມ ກໍ່ສ້າງສໍາເຣັດຕາມແຜນ ຈະເປີດໃຫ້ບໍຣິການ ຢ່າງເປັນທາງການ ໃນປີ 2028 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.