ກອງທຶນການເງິນ ລະຫວ່າງປະເທດ ຄາດການເສຖກິຈລາວ ເຕີບໂຕ 4%

ໄຊຍາ
2023.10.20
ກອງທຶນການເງິນ ລະຫວ່າງປະເທດ ຄາດການເສຖກິຈລາວ ເຕີບໂຕ 4% ສະກຸນເງິນກີບ ວັນທີ່ 31 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ກອງທຶນການເງິນ ລະຫວ່າງປະເທດ ຫຼື IMF ໄດ້ຣາຍງານ ສະພາບເສຖກິຈ ໂດຍລວມ ຂົງເຂດເອເຊັຽ-ແປຊີຟິກ ຢູ່ປະເທດສິງກະໂປ ໃນວັນທີ 18 ຕຸລາ 2023 ທີ່ຜ່ານມາເຊິ່ງຄາດການວ່າ ການເຕີບໂຕທາງເສຖກິຈ ຈະຢູ່ທີ່ລະດັບ 4.6% ໃນປີ 2023 ສ່ວນປີ 2024 ຈະຢູ່ໃນລະດັບ 4.2% ເນື່ອງຈາກການຊະລໍໂຕລົງ ໃນຂແນງຊັບສິນຂອງປະເທດຈີນ ຈະສົ່ງຜົລໃຫ້ເກີດຄວາມຕ້ອງການຫຼາຍຂຶ້ນ ໃນທົ່ວຂົງເຂດ.

ສ່ວນອັດຕຣາການເຕີບໂຕ ທາງເສຖກິຈ ຂອງລາວຍັງປະເຊີນກັບຄວາມທ້າທາຍ ນັບແຕ່ອັດຕຣາເງິນເຟີ້ ທີ່ສູງ, ການອ່ອນຄ່າລົງຢ່າງຕໍ່ເນື່ອງ ຂອງອັດຕຣາເງິນກີບ ແລະ ໜີ້ສິນສາທາຣະນະ ກັບຕ່າງປະເທດ, ແຕ່ IMF ຍັງຄົງຮັກສາການເຕີບໂຕ ທາງເສຖກິຈ ຂອງລາວ ຢູ່ທີ່ 4% ໃນປີ 2024.

ດັ່ງເຈົ້າໜ້າທີ່ ກອງທຶນການເງິນ ລະຫວ່າງປະເທດ ຫຼື IMF ປະຈຳລາວກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ຕຸລານີ້ວ່າ:

“ສຳລັບລາວເຮົາ ຍັງບໍ່ທັນໄດ້ອັບເດດ ຈະຍັງຮັກສາໂຕເລຂເກົ່າຢູ່ ທີມເຮົາຈະເຮັດປະເມີນຄືນ ຕົ້ນເດືອນພຶສຈິການີ້ ເຈົ້າ, ເບິ່ງໃນແງ່ຂອງການສົ່ງອອກ ເຣື່ອງການທ່ອງທ່ຽວ ແມ່ນຫຍັງ ກາກຳລັງຢູ່ໃນຊ່ວງຟື້ນໂຕເນາະ ແຕ່ວ່າສິ່ງທ້າທາຍກາຄື ເຣື່ອງສະຖຽນ ລະພາບເບື້ອງຣັຖ ເຣື່ອງຄ່າເງິນ ມັນກາຍັງເຄື່ອນໄຫວຢູ່ສິ່ງທ້າທາຍ ທີ່ວ່າຕ້ອງໄດ້ແກ້ໄຂດ່ວນ ຖ້າວ້າຢາກຮັກສາສະຖຽນລະພາບ ຂອງ Macro ລະດັບມະຫາພາກ.”

ທ່ານກ່າວຕື່ມວ່າ ຖ້າຣັຖບານລາວ ຢາກໃຫ້ໂຕເລຂການເຕີບໂຕ ທາງເສຖກິຈ ຂອງລາວຄົງທີ່ ຫຼືເພີ່ມຂຶ້ນ ຣັຖຕ້ອງພະຍາຍາມຄວບຄຸມ ເຣື່ອງອັດຕຣາເງິນເຟີ້ ບໍ່ໃຫ້ສູງເກີນ 5%, ຄວບຄຸມບໍ່ໃຫ້ເງິນກີບອ່ອນຄ່າລົງ, ຄວບຄຸມອັດຕຣາແລກປ່ຽນ, ດຶງດູດການລົງທຶນ ໃນໂຄງການຂນາດໃຫຍ່ ແລະສົ່ງເສີມ ປະຊາຊົນລາວໃຫ້ຜລິດສິນຄ້າ ແລະສະບຽງອາຫານ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.

 ທ່ານ Krishna Srinivasan ຜູ້ອຳນວຍການກົມເອເຊັຽ-ແປຊີຟິກ ຂອງກອງທຶນການເງິນ ລະຫວ່າງປະເທດ ໄດ້ຣາຍງານວ່າ ການເພີ່ມຂຶ້ນ 10% ຂອງລາຄານໍ້າມັນ ຈະສົ່ງຜົລໃຫ້ຜົລຜລິດ ໃນທົ່ວໂລກຫຼຸດລົງ 2.15% ໃນປີຕໍ່ໄປ ແລະເຮັດໃຫ້ເກີດການເພີ່ມຂຶ້ນ ຂອງອັດຕຣາເງິນເຟີ້ທີ່ 0.4% ເນື່ອງຈາກປະເທດລາວ ເປັນປະເທດນຳເຂົ້ານໍ້າມັນ ເປັນຫຼັກ ຜົລກະທົບຄາດວ່າຈະມີສູງ.

ໃນເດືອນກັນຍາ 2023 ຜ່ານມານີ້ ທະນາຄາພັທນາເອເຊັຽ ຫຼື ADB ກໍໄດ້ຣາຍງານວ່າ ການຈະເຣີນເຕີບໂຕທາງເສຖກິຈ ຂອງ ສປປ ລາວ ຈະຊັກຊ້າລົງ ບໍ່ເປັນໄປຕາມເປົ້າ ເນື່ອງຈາກຫຼາຍສາເຫດ ເຊັ່ນການຈະເຣີນເຕີບໂຕ ທາງເສກຖິຈ ຂອງປະເທດຈີນ ຊ້າລົງ ເພາະລາວເພີ່ງພາ ເສຖກິຈ-ການເງິນ ຈາກຈີນເປັນຫຼັກ, ໄດ້ຮັບຜົລະທົບ ຈາກການປ່ຽນແປງດິນຟ້າອາກາດ, ເສຖກິຈມະຫາພາກອ່ອນແອ ທີ່ເກີດຈາກການເພີ່ມຂຶ້ນ ຂອງໜີ້ສິນສາທາຣະນະ ແລະ ການອ່ອນຄ່າ ຂອງເງິນກີບ.

ADB ຍັງຄາດການອີກວ່າ ການຈະເຣີນເຕີບໂຕທາງເສຖກິຈ ຂອງປະເທດລາວ ໃນປີ 2024 ຈະຢູ່ທີ່ 4%. ອັດຕຣາເງິນເຟີ້ຂອງລາວ ຄາດວ່າຈະຍັງສືບຕໍ່ສູງຂຶ້ນ ໄປຈົນຮອດທ້າຍປີ 2023 ນີ້ ໂດຍມີອັດຕຣາເງິນເຟີ້ ສະເລັ່ຽຕໍ່ປີ 28%.

ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ປະຈໍາລາວກ່າວວ່າ ທິດທາງການເຕີບໂຕ ທາງເສຖກິຈລາວ ຖືວ່າມີທ່າທີ່ດີຂຶ້ນເລື້ອຍໆ ໂດຍສະເພາະ ໃນຂແນງການສົ່ງອອກສິນຄ້າ ຂແນງການທ່ອງທ່ຽວ ແລະ ການບໍຣິການ ເນື່ອງຈາກ ລາວໄດ້ຮັບແຮງສນັບສນູນ ຈາກປະເທດອ້ອມຂ້າງ ເຊັ່ນ ໄທຍ, ຈີນ ແລະ ວຽດນາມ.

ສ່ວນການເຕີບໂຕ ທາງເສຖກິຈ ຂອງລາວໃນລະດັບມະຫາພາກ ຈະຍັງສະລໍໂຕ ເນື່ອງຈາກການລົງທຶນຂອງຣັຖບານລາວ ເອງດ້ວຍ ຂໍ້ຈຳກັດຂອງເງິນລົງທຶນມີໜ້ອຍ ແລະ ໜີ້ສິນຫຼາຍສ່ວນການລົງທຶນ ພາກເອກະຊົນ ໃນໂຄງການຂນາດໃຫຍ່ ຍັງບໍ່ທັນມີຫຼາຍ ເຮັດໃຫ້ຣາຍໄດ້ຂອງຣັຖບານລາວ ຫຼຸດລົງຕາມໄປນຳ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທິດທາງບວກນີ້ກາຖືວ່າ ເສຖກິຈຈະດີຂຶ້ນຢູ່ ຄວາມໝັ້ນໃຈ ຂອງພາກເອກະຊົນກາສູງຂຶ້ນ ຄວາມກັງວົນເຂົາກາຫຼຸດລົງ ຫຼາຍກ່ວາຜ່ານມາ ໃນແງ່ຂອງໂຕເລຂຍັງມີໜີ້ສຳລະ ຫຼືລະດັບໜີ້ສິນສູງ ມັນຈຶ່ງມີຂໍ້ຈຳກັດຫຼາຍ ນຶ່ງຄືການຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຣັຖບານເນາະ ການລົງທຶນຂອງຣັຖບານ ຫຼຸດລົງ.”

ກ່ຽວກັບເຣື່ອງນີ້ ຄົນລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການເຕີບໂຕທາງເສຖກິຈ ຂອງລາວໃນນະຄອນຫຼວງວຽງຈັນ ມີທ່າທີດີຂຶ້ນແຕ່ຍັງບໍ່ທັນຟື້ນໂຕໄດ້ດີ, ສ່ວນການລົງທຶນເພື່ອເຮັດທຸຣະກິຈ ຫຼື ການຈັບຈ່າຍຊື້ສິນຄ້າ ຂນາດໃຫຍ່ແຕ່ສ່ວນໂຕລາວເອງ ຍັງບໍ່ກ້າເອົາເງິນກ້ອນໃຫຍ່ ໄປລົງທຶນຫຍັງ ເພາະຍັງບໍ່ເຊື່ອໝັ້ນ ໃນສະຖຽນລະພາບ ຂອງເສຖກິຈລາວ.

ດັ່ງທ່ານໄດ້ກ່າວວ່າ:

“ບໍ່ກ້າຈ່າຍກ້າຫຍັງແລ້ວ ມັນຍາກ (ເງິນ) ສຳຮອງກາເອົາໄວ້ກິນແລ້ວເນາະ. ອື ບໍ່ກ້າທຶນ ບໍ່ກ້າຈົກນີ້ແລ້ວ ຜູ້ໃດກາຄືກັນແລ້ວ ໂອ້ຍອີກຫຼາຍປີຢູ່ ຊິຟື້ນໂຕຄືເກົ່າ.

ປະຊາຊົນລາວ ໃນແຂວງສາລະວັນກ່າວວ່າ ຖ້າເບິ່ງສະພາບເສຖກິຈ ຂອງລາວ ຕາມສັງເກດ ຍັງເຫັນວ່າບໍ່ທັນຟື້ນໄດ້ປານໃດ, ການຈັບ-ຈ່າຍຊື້ສິນຄ້າ ຂອງຊາວບ້ານ ຂ້ອນຂ້າງມິດງຽບ ເພາະລາຄາສິນຄ້າແພງຂຶ້ນຫຼາຍ ຂະນະທີ່ຊາວບ້ານທີ່ຢູ່ເຂດຫ່າງໄກ ສອກຫຼີກ ຫາກິນຕາມທັມມະຊາຕ ຫາກບໍ່ຈຳເປັນ ຈະບໍ່ໄດ້ໃຊ້ຈ່າຍຟຸ່ມເຟືອຍ.

“ຖ້າວ່າຢູ່ແຖວເຂດນອກຈັ່ງຊີ້ ສ່ວນຫຼາຍເຂົາກໍຈະຫາກິນຕາມທັມມະຊາຕ ເຂົາກາຊື້ໄດ້ແຕ່ສິ່ງທີ່ຈຳເປັນ ຄັນຄືປັັດຈຸບັນນີ້ກາຖືວ່າ ລຳບາກຫັ້ນແຫຼະ.”

ຊາວບ້ານ ໃນແຂວງຊຽງຂວາງ ກ່າວວ່າ ຍັງບໍ່ເຫັນ ການເຕີບໂຕທາງເສຖກິຈ, ຊາວບ້ານມີແຕ່ທຸກລົງເພາະຫາວຽກເຮັດງານທຳ ຍາກຂຶ້ນ, ຄ່າແຮງຕໍ່າ, ລາຄາສິນຄ້າຕ່າງໆແພງຂຶ້ນຫຼາຍ ຈຶ່ງເຮັດໃຫ້ສະພາບການເຄື່ອນໄຫວເສຖກິຈ ບໍ່ຄ່ອຍຄຶກຄັກປານໃດ.

ດັ່ງຊາວບ້ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຂຶ້ນຈັ່ງໃດກາສູ່ໄປໂລດແຫຼະ ຢູ່ລອດໄປວັນໆ ຄືວ່າແຫຼະ ຂະເຈົ້າແຮງຫຼາຍເນາະ ຢູ່ລາວຄົນທຸກຄົນຍາກ ຫາເຊົ້າກິນຄໍ່າ ທຽບໃສ່ແຕ່ກີ້ເນາະ ຕອນນີ້ຫອມປ້ອມ, ຫອມບົ່ວ ກາລາຄາໂລນຶ່ງ ເຈັດແປດສິບພັນ.”

ຣັຖບານໄດ້ຕັ້ງເປົ້າໝາຍ ການເຕີບໂຕທາງເສຖກິຈ ຂອງລາວໃນປີ 2023 ໃຫ້ໄດ້ໃນລະດັບ 4.5% ຂຶ້ນໄປ ສ່ວນຂແນງການທີ່ຈະມີການເຕີບໂຕ ຫຼາຍທີ່ສຸດ ໃນປີ 2023 ແມ່ນຂແນງບໍຣິການ-ທ່ອງທ່ຽວ ທີ່ຄາດວ່າ ຈະເຕີບໂຕຢູ່ໃນລະດັບ 4.7% ກວມເອົາ 37.5% ຂອງ GDP, ຂແນງອຸດສາຫະກັມ ຈະເຕີບໂຕ ຢູ່ໃນລະດັບ 5% ກວມເອົາ 34.2% ຂອງ GDP, ຂແນງກະສິກັມ ຈະຂຍາຍໂຕ ຢູ່ໃນລະດັບ 2.5% ກວມເອົາ 17.2% ຂອງ GDP ແລະ ຂແນງການພາສີ-ອາກອນ ຜລິຕພັນສຸດທິ ຈະຂຍາຍໂຕຢູ່ໃນລະດັບ 4.3% ກວມເອົາ 11.1% ຂອງ GDP.

ກ່ອນໜ້ານີ້ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີໄດ້ກ່າວຍອມຮັບ ຢູ່ກອງປະຊຸມ ທຸຣະກິຈ ຂອງລາວຄັ້ງທີ 14 ໃນວັນທີ 27 ມີນາ 2023 ທີ່ຜ່ານມາວ່າ ເສຖກິຈໂດຍລວມຈະດີຂຶ້ນ ກໍຕາມ ແຕ່ຍັງເປັນໄປດ້ວຍຄວາມຫຍຸ້ງຍາກ, ຄວາມທ້າທາຍ ແລະ ຄວາມສ່ຽງຕ່າງໆ ທັງເຣື່ອງນິຕິກັມ, ການເງິນ, ໜີ້ສິນ, ລາຄາສິນຄ້າ-ນໍ້າມັນເຊື້ອເພີງ ການສົ່ງອອກ ຫຼຸດລົງພາໃຫ້ເສຖກິຈເຕີບໂຕຊັກຊ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.