ເຣື້ອງທີ່ເກັບບັນທຶກໄວ້
2009-10-26
ແຂວງຫລວງພຣະບາງ ອອກກົດຣະບຽບ ຫ້າມ ບໍ່ໃຫ້ເດັກນ້ອຍ ນັກຮຽນ ຊັ້ນມັທຍົມ ຂັບຣົຖຈັກ ໄປໂຮງຮຽນ ເພື່ອຫລີກລ້ຽງ ອຸບັດຕິເຫດ.
2009-10-26
ທາງກາຣລາວ ຍັງຮຽກຮ້ອງ ຂໍຄວາມຊ່ວຍເຫລືອ ຈາກອົງກາຣ ຈັດຕັ້ງສາກົລ ເພື່ອສົມທົບເຂົ້າ ໃນທຶນກາຣຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມແຂວງ ພາກໃຕ້ຂອງລາວ.
2009-10-26
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 11 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ຂະບວນຣົຖບັນທຸກ ຂອງທະຫານ ລາວແດງ ນຳພວກນັກໂຫດ ສັມມະນາກອນ ມຸ້ງໜ້າໄປ ສູນສັມມະນາຕ່າງໆ. ເຊີນທ່ານຮັບຟັງໄດ້. ສເນີໂດຍ: ໂມທະນາ
2009-10-23
ນັກອະນຸຮັກ ສິ່ງແວດລ້ອມວ່າ ສປປລາວ ຍັງເປັນປະເທສ ທາງຜ່ານຂອງ ຂະບວນກາຣຄ້າ ສັຕປ່າ ທີ່ຫາຍາກ ມາຢ່າງຕໍ່ເນື່ອງ ເພື່ອສົ່ງໄປ ສປຈີນ ແລະ ວຽຕນາມ ຈຶ່ງຢາກໃຫ້ ທາງກາຣກ່ຽວຂ້ອງ ເອົາໃຈໃສ່ ປາບປາມ ຕາມມາຕກາຣ ຢ່າງເຂັ້ມງວດ ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບ ຕໍ່ໄປ.
2009-10-23
ບັນດາ ຜູ້ນໍາ ປະເທດເອເຊັຍ ຈະຫາລື ກ່ຽວກັບ ການແກ້ໄຂບັນຫາ ເສຖກິດ ແລະ ສິດທິມະນຸດ ໃນກອງປະຊຸມ ສຸດຍອດ ອາຊ໊ຽນ ທີ່ປະເທດໄທ
2009-10-23
ສປປລາວ ຈະໄດ້ຮັບການ ຊ່ວຍເຫລືອ ຢາວັກຊີນ ປ້ອງກັນ ເຊື້ອໂຣກ ໄຂ້ຫວັດໝູ 7ແສນ ໂດສ ຈາກໂອງການ ອະນາມັຍໂລກ.
2009-10-23
ສະຫະປະຊາຊາດ ຂົນຂວາຍ ການຊ່ວຍເຫລືອ ແກ່ລາວ ພາຍຫລັງທີ່ລາວ ໄດ້ຮັບຄວາມ ເສັຽຫາຍ ຢ່າງໜັກຈາກ ນໍ້າຖ້ວມ ຍ້ອນພະຍຸ ໃຕ້ຝຸ່ນເກສນາ ພ້ອມດຽວກັນ ລາວ ໄດ້ຕັດສີນໃຈ ຊ່ວຍວຽດນາມ ທີ່ປະເຊີນກັບ ພະຍຸເກສນາ ເປັນໄມ້ທ່ອນ 1ພັນແມັດກ້ອນ.
2009-10-23
ຍັງອີກບໍ່ພໍເທົ່າໃດມື້ ກໍຈະເຖິງ ວັນຄົບຮອບ 10ປີ ຂອງຂະບວນ ນັກສຶກສາເພື່ອ ປະຊາທິປະໄຕ 26 ຕຸລາ ຊຶ່ງຖືກ ທາງການລາວ ປາບປາມ... ຈໍາປາທອງ ຈະທົບທວນ ເຫດການ ແລະວິເຄາະ ກ່ຽວກັບເລື້ອງນີ້ວ່າ ເປັນຫຍັງຈຶ່ງ ເກີດມີ ຂະບວນນັກສຶກສາ 26 ຕຸລາ; ຂະບວນການນີ້ ມີຈຸດປະສົງ ແລະ ເປົ້າໝາຍແນວໃດ; ເປັນຫຍັງຈຶ່ງຖືກ ປາບປາມ ແລະ ຂະບວນການນີ້ ໄດ້ຖືກສະຫລາຍ ໄປແລ້ວ ຫລືວ່າ ຍັງເຄື່ອນໄຫວ ຕໍ່ສູ້ ເພື່ອຄວາມເປັນທັມ ໃນ ສປປ ລາວ.
2009-10-22
ບັນຫາ ສະພາບແວດລ້ອມ ມີຫລາຍຕື່ມ ຂື້ນເລື້ອຍໆ ຍ້ອນວ່າຜູ້ທີ່ໄດ້ ຮັບສັມປະທານ ບໍ່ສົນໃຈຕໍ່ ຜົນກະທົບ.
2009-10-22
ຣາຍການ ຕອບຈົດໝາຍ ປະຈຳສັປດາ ຈັດສເນີທ່ານໂດຍ : ໄມຊູລີ
2009-10-22
ສະພາບການເຣື້ອງ ໂສເພນີ ຢູ່ ສປປລາວ ໂດຍສະເພາະຢູ່ ຕາມຫົວເມືອງໃຫຍ່ ແລະ ຢູ່ຕາມເຂດແຂວງ ຊາຍແດນລາວ ທີ່ຕິດກັບປະເທດ ເພື່ອນບ້ານ ມີທ່າທີວ່າ ຮ້າຍແຮງ ແລະເປີດແປນ ນັບມື້ນັບ ທະວີຄູນ ຂື້ນເລື້ອຍໆ. ກ່ຽວກັບເຣື້ອງນີ້ ມະນີຈັນ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ.
2009-10-22
ຣັຖບານຂອງທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ກ່າວວ່າ ເຈົ້າໜ້າທີ່ທາງ ການສະຫະຣັດ ມີແຜນທີ່ຈະໄປ ພະມ້າ ໃນບໍ່ຫລາຍ ອາທິດຂ້າງໜ້າ.
2009-10-22
ນັກສຶກສາໄທ ເວົ້າວ່າ ຊາວບ້ານໃນເຂດ ທີ່ຈະສ້າງເຂື່ອນ ປາກຊົມ ເມືອງສັງທອງ ເຂຕນະຄອນ ຫລວງວຽງຈັນ ຍັງບໍ່ທັນຮູ້ ຂໍ້ມູນກ່ຽວກັບ ໂຄງການນັ້ນ.
2009-10-22
ກາຣໃຫ້ ສັມປະທານ ທີ່ດິນ ແກ່ບັນດາເອກຊົນ ຫລາຍໂຄງກາຣ ໃນຂົງເຂຕ ແຂວງວຽງຈັນ ຍັງມີຄວາມສັບສົນ ຫລາຍດ້ານ.