ທາງການ ສະຫະຣັດ ອະເມຣິກາ ຈະໄປພະມ້າ ເພື່ອ ເຈຣະຈາ ບັນຫາ ສິດທິມະນຸສ
2009.10.22
ໃນການໄປພະມ້າ ຄັ້ງນີ້ ທ່ານ Kurt Campbell ຜູ້ຊ່ວຍ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັດ ກ່າວໃນ ວັນພຸດ ນີ້ວ່າ: ທ່ານວ່າ ພວກທ່ານຈະໄດ້ ໂອ້ລົມກັບ ຣັຖບານພະມ້າ, ກັບຜູ້ຕາງໜ້າ ຊົນຊາດ ສ່ວນນ້ອຍຕ່າງໆ ແລະ ກັບຝ່າຍຄ້ານ ເພື່ອ ປະຊາທິປະໄຕ ຮວມທັງ ພັກສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ຂອງ ມາດາມ ອ໊ອງຊ໊ານ ຊູ໊ຈິ໊ ແລະ ອື່ນໆ.
ການທີ່ຈະເດີນທາງ ໄປພະມ້ານັ້ນ ເປັນພາກສ່ວນນຶ່ງ ຂອງນະໂຍບາຍ ທີ່ຕ່າງຈາກ ນະໂຍບາຍ ຂອງຣັຖບານ ຂອງທ່ານ George W. Bush ຊຶ່ງບໍ່ຍອມພົບ ປະເຈຣະຈາ ກັບຜູ້ນຳພະມ້າ ຄືເຫັນດີໃຫ້ ເຈົ້າໜ້າທີ່ ຣະດັບສູງ ຂອງສະຫະຣັດ ເຈຣະຈາ ໂດຍກົງກັບຣັຖບານ ທະຫານພະມ້າ. ສະຫະຣັດ ກ່າວວ່າ ການລົງໂທດ ຕ່າງໆນັ້ນ ຈະຍັງມີຢູ່ ໃນຂນະທີ່ມີ ການເຈຣະຈາ ກັບບັນດາ ນາຍພົນພະມ້າ.
ທ່ານ Kurt Campbell ວ່າ ສະຫະຣັດ ມີຄວາມຍິນດີ ທີ່ເຈົ້າໜ້າທີ່ ທາງການພະມ້າ ໄດ້ພົບກັບ ມາດາມ ອ໊ອງຊ໊ານ ຊູ໊ຈິ໊ ນັກເຂື່ອນໃຫວ ເພື່ອ ປະຊາທິປະໄຕ ທີ່ຍັງ ຖືກກັກຂັງຢູ່ 2 ຄັ້ງ ເມື່ອບໍ່ຫລາຍ ອາທິດມານີ້ ແລະ ໄດ້ອະນຸຍາດໃຫ້ ມາດາມ ພົບປະກັບ ນັກການທູດ ປະເທດຕ່າງໆ. ທ່ານ ກ່າວຕື່ມວ່າ ມາດາມ ອ໊ອງຊ໊ານ ຊູ໊ຈິ໊ ຄວນຈະມີ ອິສຣະພາບ ຫລາຍກວ່າທີ່ເປັນ ຢູ່ດຽວນີ້.