ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ
2009.10.26
ແຂວງຫລວງພຣະບາງ, ຊຶ່ງເປັນເມືອງ ມໍຣະດົກໂລກ ແຫ່ງທໍາອິດ ຂອງລາວ, ຈະເຣີ່ມໂຄງການ ຫ້າມນັກຮຽນ ຊັ້ນມັທຍົມ ຂັບຣົຖຈັກໄປ ໂຮງຮຽນ ເປັນແຫ່ງທີ 2 ໃນປະເທດລາວ ພາຍຫຍັງ ທີ່ໄດ້ເຣີ້ມໂຄງການ ດັ່ງກ່າວ ໃນແຂວງ ໄຊຍະບູຣີ ດ້ວຍຜົນສໍາເຣັດ ເປັນຢ່າງດີ, ອີງຕາມຣາຍງານ ຂອງໜັງສືພິມ ຜູ້ຈັດການ ຂອງໄທ ໃນມື້ວັນທີ 25 ຕຸລານີ້, ໂດຍອີງຕາມ ໜັງສືພິມ ວຽງຈັນ ທາມ ຂອງລາວ.
ການຫ້າມ ນັກຮຽນ ມັທຍົມ ບໍ່ໃຫ້ຂັບຣົຖຈັກ ໄປໂຮງຮຽນ ຈະຊ່ວຍຫລຸດຜ່ອນ ອຸບັດຕິເຫດ ທີ່ເກີດຂຶ້ນ ຈາກການຂັບຣົຖ ຕາມທ້ອງຖນົນ ແລະ ຫລຸດຜ່ອນ ບັນຫາ ການຈຣາຈອນ ໃນຕົວເມືອງ. ພ້ອມກັນນັ້ນ, ຍັງເປັນການຊ່ອຍຄອບຄົວ ປຍັດ ຄ່າໃຊ້ຈ່າຍ ແລະ ຮັກສາ ສະພາບແວດລ້ອມ ຈາກອາກາດເສັຍ ທີ່ເກີດຂຶ້ນ ຈາກຄວນຣົຖ ອີກດ້ວຍ.
ໂຄງການດັ່ງກ່າວ ເກີດຂຶ້ນ ພາຍຫລັງ ທີ່ແຂວງໄຊຍະບູຣີ ໄດ້ເຣີ້ມ ປະຕິບັດມາ ເມື່ອປີ 2005, ຊຶ່ງ ທ່ານ ຈັນເພງ ຫລວງວັນນາ, ຮອງຜູ້ອໍານວຍການ ສໍານັກງານສຶກສາ ແຂວງຫລວງພຣະບາງ, ກ່າວ່າ ສໍາລັບ ຫລວງພຣະບາງ ໄດ້ເຣີ້ມໂຄງການ ໃນໂຮງຮຽນ ມັທຍົມ ພາຍໃນແຂວງ ເຖິງ 7 ແຫ່ງ.
ແລະ ວ່າ ໃນວັນທີ 31 ຕຸລານີ້, ພວກທ່ານ ຈະຈັດກອງປະຊຸມ ເພື່ອປະເມີນ ຜົນຂໍ້ສລຸບ ແລະ ປະເມີນ ຮູບແບບ ການນໍາໄປປັບໃຊ້ ໃນໂຮງຮຽນ ດັ່ງກ່າວ, ຊຶ່ງຈາກການເຣີ້ມ ໃຊ້ຣະບຽບໃໝ່ນີ້ ພວກທ່ານ ຫວັງວ່າ ຈະໄດ້ຜົນ ທີ່ໜ້າພໍໃຈ.
ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງມີເປົ້າໝາຍ ທີ່ຈະຊ່ອຍ ບັນດານັກຮຽນ ຫລີກລ້ຽງ ໝູ່ເພື່ອນ ຫລື ກຸ່ມ ທີ່ກົດດັນ ໃຫ້ແຂ່ງຣົຖຈັກ ຫລື ພຶດຕິກັມສ່ຽງ ຕ່າງໆ ແລະ ເຮັດໃຫ້ ພວກຂະເຈົ້າ ບໍ່ສາມາດ ຂັບຣົຖຈັກ ໄປນອກເມືອງໄກໆອີກດ້ວຍ, ຊຶ່ງການຂີ່ຣົຖຖີບນັ້ນ ເປັນເຣື້ອງງ່າຍກ່ວາ ແລະ ໂຮງຮຽນ ກໍມີພື້ນນທີ່ ສໍາລັບ ຈອດຣົຖຖີບ ມີຢ່າງກ້ວາງຂວາງ.
ນັກຮຽນ ສ່ວນໃຫຍ່ ທີ່ຮຽນ ໃນ ຊັ້ນມັທຍົມ ມີອາຍຸ ຕໍ່າກ່ວາ 18 ປີ, ດັ່ງນັ້ນ ການຂັບຣັຖຈັກ ໄປໂຮງຮຽນ ເປັນການກະທໍາ ທີ່ຜິດກົດຈຣາຈອນ ທີ່ຫ້າມຂັບຂີ່ ຍານພາຫະນະ ໂດຍບໍ່ມີໃບ ອະນຸຍາດ, ຊຶ່ງໃບຂັບຂີ່ນັ້ນ ຈະອອກໃຫ້ກັບ ຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ເທົ່ານັ້ນ.