ກາຣສັມປະທານ ທີ່ດິນ ໃນແຂວງວຽງຈັນ ສ້າງຜົລ ກະທົບ ຕໍ່ປະຊາຊົນ
2009.10.22

ການສັມປະທານ ທີ່ດິນເຮັດໃຫ້ ມີຜົລສະທ້ອນ ຕໍ່ສະພາບເສຖກິຈ ແລະ ສັງຄົມ ໃນປະເທດ ຢ່າງຫລວງຫລາຍ ສະນັ້ນທາງກາຣ ກ່ຽວຂ້ອງຕ້ອງຫາ ວິທີທາງແກ້ໄຂ ຊຶ່ງໃນຂັ້ນຕົ້ນ, ຖ້າຫາກເຫັນວ່າ ກາຣກວດກາມີ ກາຣສັມປະທານ ທີ່ສ້າງຄວາມເສັຽຫາຍ ໃຫ້ແກ່ ປະຊາຊົນ ທາງບໍຣິສັທ ຈະຕ້ອງເປັນຝ່າຍ ຮັບຜິດຊອບ ດັ່ງທ່ານວຽນຍ້ອຍ ຍ້ອຍເຂັມພອນ ຫົວໜ້າອົງກາຣ ຄຸ້ມຄອງທີ່ດິນ ແຂວງວຽງຈັນ ໄດ້ກ່າວວ່າ:
“ຜ່ານມາ ຖືວ່າມັນບໍ່ໄປ ຕາມຣະບົບ ເລີຽເກີດມີບັນຫາ ຄວາມຫຍຸ້ງຍາກ ເພາະວ່າບາງ ບໍຣິສັທ ໃຫ້ແລ້ວ ອັນນັ້ນກວ້າງໂພດ ຄັນກວ້າງໂພດແລ້ວ ເອີ້ນວ່າໄປກວມ ເອົາດິນຂອງ ປະຊາຊົນແດ່ ຫລືວ່າດິນ ຍອດນ້ຳແດ່ ດິນປ່າໄມ້ແດ່ ມັນມີຄວາມ ສັບສົນແນວນັ້ນ.”
ນອກຈາກນັ້ນທ່ານ ກໍວ່າມີບັນຫາ ອື່ນໆອີກທີ່ວ່າ ມີບາງບໍຣິສັທ ຈັບຈອງທີ່ດິນໄວ້ ແຕ່ບໍ່ລົງມື ສ້າງສາແຕ່ຢ່າງໃດ ແລະ ບາງຄັ້ງກໍມີ ກາຣອະນຸມັຕ ທີ່ດິນ ຊັບຊ້ອນກັນ ຫລືມີ ບໍຣິສັທດຽວ ແຕ່ຫາກ ໃຊ້ສອງຊື່ ເພື່ອຂໍ ສັມປະທານ ທີ່ດິນຕື່ມອີກ.
ບັນຫາທັ້ງໝົດ ດັ່ງກ່າວນີ້ ໄດ້ສົ່ງຜົລສະທ້ອນ ຕໍ່ປະຊາຊົນ ທີ່ສູນເສັຽທີ່ດິນ ຊຶ່ງເຄີຽໃຊ້ເປັນ ບ່ອນທຳມາຫາກິນ ມາກ່ອນ ແລະ ກໍມີບາງ ຄອບຄົວທີ່ໄດ້ ຮັບທີ່ດິນຈາກ ໂຄງກາຣມອບດິນ ມອບປ່າ ໃນຣະຍະ 10 ປີຜ່ານມາ ທີ່ວ່າໄດ້ຮັບ ຜົລກະທົບ ເຊັ່ນກັນ ຈຶ່ງມີກາຣກວດ ເພື່ອຫາວິທີທາງ ແກ້ໄຂ ດັ່ງທີ່ ທ່ານວຽນຍ້ອຍ ໄດ້ກ່າວ ເພີ່ມວ່າ:
“ໂຕນີ້ນີ໋ ຄັນວ່າໄປກວມ (ດິນ) ປະຊາຊົນ ຕ້ອງໄດ້ແກ້, ໃຫ້ບໍຣິສັທ ເປັນຜູ້ແກ້ ບາງເທື່ອ ຊິທົດແທນບໍ ຫລືວ່າແນວໃດ? ອັນນັ້ນແມ່ນວິທີ ຕ້ອງໄດ້ແກ້ ຫລືວ່າຄັນ ປະຊາຊົນ ບໍ່ໃຫ້ນີ້ ບາງເທື່ອ ກໍບໍ່ໄດ້ໄດ໋ ເພາະວ່າມັນ (ເປັນ) ບ່ອນ ທຳມາຫາກິນ ຂອງເຂົາເດ໋.”
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳວ່າ ທົ່ວແຂວງວຽງຈັນ ປັຈຈຸບັນ ມີກາຣໃຫ້ ສັມປະທານ ທີ່ດິນທັງໝົດ ບໍ່ຕໍ່າກວ່າ 237 ໂຄງກາຣ ທີ່ຄິດເປັນມູລຄ່າ ກາຣລົງທຶນ ທັງໝົດປະມານ 33 ຕື້ກີບ ແລະ ສ່ວນຫລາຍກໍແມ່ນ ໂຄງກາຣປູກຕົ້ນໄມ້ ອຸຕສາຫະກັມ ເຊັ່ນ: ຕົ້ນຢາງພາຣາ ຕົ້ນໝາກເຍົາ ແລະ ໄມ້ເກສນາ.