ບັນຫາ ສະພາບແວດລ້ອມ ໃນລາວ ເພີ້ມຂື້ນເລື້ອຍໆ
2009.10.22
ປັດຈຸບັນນີ້ ສະພາບແວດລ້ອມ ໄດ້ເຊື່ອມໂຊມ ລົງເລື້ອຍໆ ຈາກການອະນຸຍາດ ໃຫ້ສັມປະທານ ທີ່ດິນເພື່ອປູກພືດ ອຸດສາຫະກັມ ຍ້ອນວ່າ ບໍຣິສັດ ທີ່ໄດ້ ຮັບສັມປະທານ ຮູ້ຈັກກັບເຈົ້າ ໜ້າທີ່ຂັ້ນສູງ ແລະ ການສັມປະທານ ກໍຖືກຕ້ອງຕາມ ກົດໝາຍ ຈຶ່ງເຮັດໃຫ້ ບໍຣິສັດເຮັດ ການກະເສດ ບໍ່ຄຳນຶງເຖິງ ຜົນກະທົບ ຕໍ່ສິ່ງແວດລ້ອມ. ດັ່ງນັກວິຊາການ ລາວຜູ້ນຶ່ງໄດ້ ເວົ້າວ່າ:
"ມັນກໍຈະເລີ້ມ ເປັນບັນຫາຫລາຍ ອັນສິ່ງແວດລ້ອມ ຍ້ອນວ່າ ກໍແນ່ນອນ ຮູບແບບນາຍ ບໍຣິສັດຕ່າງໆ ເຂົາກໍຫາແຕ່ ຜູ້ໃຫຍ່ ຣັຖມົນຕຣີ ມັນກໍມີກ້ອງໂຕະ ມີຫຍັງໄປ ບັນຫາເກີດຂື້ນ ກໍມີແຕ່ວ່າໃຫ້ ໄປເບິ່ງໄປຊ່ອຍ ກັນແກ້ໄຂ ສະພາບຮວມມັນ ເປັນແນວນັ້ນ."
ທ່ານເວົ້າຕໍ່ໄປວ່າ ກຸ່ມບໍຣິສັດ ທີ່ໄດ້ຮັບ ສັມປະທານ ບໍ່ໄດ້ກວດກາ ແລະ ສຳຣວດຜົນກະທົບ ທີ່ເກີດຂື້ນກັບ ສິ່ງແວດລ້ອມ ຕາມຂັ້ນຕອນ ຊຶ່ງເມື່ອເກີດບັນຫາ ສະພາບແວດລ້ອມ ຂື້ນມາ, ໜ່ວຍງານທີ່ຮັບ ຜິດຊອບ ແຕ່ລະໜ່ວຍ ຈຳເປັນຕ້ອງໄດ້ ແກ້ໄຂ ເປັນຈຸດເປັນຈຸດໄປ ເຮັດໃຫ້ມີບັນຫາ ສະພາບແວດລ້ອມ ເກີດຂື້ນຢ່າງບໍ່ ສີ້ນສຸດ ເປັນຕົ້ນແມ່ນ ເຣື້ອງສານເຄມີ ທີ່ຕົກຄ້າງ ໂດຍສະເພາະແມ່ນ ຣະດູແລ້ງ. ດັ່ງນັກວິຊາການ ອະທິບາຍວ່າ:
"ກໍຕົກຍາມແລ້ງ ໃຜກໍສ່ຽງ ມັນມີຜົງ ສານເຄມີ ຕົກຄ້າງ ເຮົາກໍບໍ່ສາມາດ ໄປກວດເບິ່ງໄດ້ໝົດ ດ້ວຍຕາເປົ່າ ຕາມທົ່ງໄຮ່ທົ່ງນາ ບ່ອນທີ່ເຂົາປູກ ບ່ອນທີ່ ປະຊາຊົນໄປ ຫາຢູ່ຫາກິນ ມັນປູກແລ້ວແລ້ວ ກໍປົນໄປກັບສັດ ໄປກັບບ້ານ ໝູ່ບ້ານຕ່າງໆເຫລົ່ານັ້ນ."
ນັກວິຊາການ ໄດ້ເວົ້າໃນຕອນ ທ້າຍວ່າ ສຳລັບບັນຫາ ທີ່ເກີດຂື້ນຈາກ ໂຄງການພັທນາ ປູກພືດ ອຸດສາຫະກັມ ນີ້ ເຖິງແມ່ນວ່າ ປັດຈຸບັນນີ້ ຍັງເປັນບັນຫາ ທີ່ແກ້ໄຂໄດ້ຢູ່ ແຕ່ຖ້າຫາກທາງ ບໍຣິສັດ ທີ່ໄດ້ສັມປະທານ ພື້ນທີ່ດິນ ບໍ່ຄຳນຶງເຖິງ ຜົນກະທົບ ຕໍ່ສິ່ງແວດລ້ອມ ບັນຫາກໍຈະເພີ້ມ ທະວີຂື້ນ ຈົນກາຍເປັນ ບັນຫາໃຫຍ່ໂຕ ແລະອາດຈະບໍ່ ສາມາດແກ້ໄຂ ໄດ້ໃນ ອະນາຄົດ.