ໂອງການ ອະນາມັຍໂລກ ຊ່ວຍ ສປປ ລາວ ປ້ອງກັນ ໄຂ້ຫວັດໝູ
2009.10.23
ສປປ ລາວ ຈະໄດ້ຮັບ ຢາວັກຊີນ ປ້ອງກັນ ເຊື້ອໂຣກໄຂ້ຫວັດໝູ 7ແສນ ໂດສ ຈາກອົງການ ອະນາໄມໂລກ WHO ຕາມນະໂຍບາຍ ຂອງ ສະຫະຣັຖ ອະເມຣິກາ ທີ່ຕ້ອງການ ບໍຣິຈາກ ວັກຊີນ ໃຫ້ແກ່ປະເທດ ກໍາລັງພັທນາ ເພື່ອສະກັດກັ້ນ ການແຜ່ຣະບາດ ໄປໃນທົ່ວໂລກ ຂອງ ເຊື້ອໄຂ້ຫວັດໝູ. ເຈົ້າໜ້າທີ່ ຫ້ອງການ ປະສານງານ ດ້ານການຄວບຄຸມ ພຍາດຕິດຕໍ່ ແຫ່ງຊາດ ຂອງລາວ ກ່າວກ່ຽວກັບ ເລື່ອງນີ້ວ່າ:
"ອະນາມັຍໂລກ ໄດ້ແບ່ງໃຫ້ ປະເທດລາວ 7ແສນໂດສ ແຕ່ request ໄດ້ສົ່ງໄປແລ້ວ ແຕ່ວ່າ request ຮອບທໍາອິດນີ້ ເຮົາrequest 2ແສນ50ພັນໂດສກ່ອນ 250,000ໂດສ ກໍາລັງຂໍຢູ່ ແຕ່ຍັງບໍ່ໄດ້ເທື່ອ ກໍາລັງສເນີຫາ ອະນາໄມໂລກຢູ່."
ທ່ານວ່າ ຂນະນີ້ ຍັງບໍ່ສາມາດ ໃຫ້ຄໍາຕອບໄດ້ ວ່າຈະໄດ້ຮັບ ວັກຊີນ ຈໍານວນນີ້ເມື່ອໃດ ແລະ ເລື່ອງການນໍາໃຊ້ ວັກຊີນ ແນວໃດນັ້ນ ທາງຣັຖບານ ຍັງບໍ່ໄດ້ປະຊຸມ ຫລືຕົກລົງກັນເທື່ອ. ພ້ອມດຽວກັນນີ້ ເຈົ້າໜ້າທີ່ລາວ ອີກທ່ານນຶ່ງ ກໍກ່າວເຖິງ ສະພາບການ ແຜ່ຣະບາດ ຂອງເຊື້ອໂຣກ ໄຂ້ຫວັດໝູ ໃນລາວວ່າ ຜ່ອນຄາຍລົງແລ້ວ ຊຶ່ງທີ່ຜ່ານມາ ມີຜູ້ເສັຽຊີວິດ 2ຄົນ ຈາກແຂວງບໍຣິຄໍາໄຊ ແລະ ຫລວງນໍ້າທາ:
"ແຕ່ຊ່ວງນີ້ ບໍ່ມີຫຍັງເນາະ ປົກກະຕິເນາະ ຕົວເລກນີ້ ແມ່ນ 268 ອາທິດແລ້ວ ນີ້ນະ ກໍມີຢູ່ໃນ ນະຄອນຫລວງ ກໍມີຕ່າງ ແຂວງນໍາ ເຈົ້າ."
ເມື່ອວັນທີ 18 ກັນຍາ 2009 ທໍານຽບຂາວ ໃນນະຄອນຫລວງ Washington DC ໄດ້ອອກຖແລງການ ວ່າຣັຖບານ ສະຫະຣັຖ ຈະຈັດຫາ ວັກຊີນ ປ້ອງກັນເຊື້ອໂຣກ ໄຂ້ຫວັດໝູ ໃຫ້ແກ່ປະເທດ ອຶ່ນໆ 10ເປີເຊັນ ຂອງ ວັກຊີນທີ່ມີ ຢູ່ໃນປະເທດ ໂດຍຈະສົ່ງຜ່ານ ອົງການ ອະນາໄມໂລກ ເພື່ອປ້ອງກັນ ການແຜ່ຣະບາດ ໄປທົ່ວໂລກຂອງ ໄຂ້ຫວັດໝູ.
ນອກຈາກ ສະຫະຣັຖແລ້ວ ຍັງມີຜູ້ຮ່ວມ ສນັບສນູນ ໃຫ້ການ ບໍຣິຈາກ ອີກ 8ປະເທດ ຄື Australia Brazil ຝຣັ່ງເສຕ Italy Newzealand Norway Switzerland ແລະອັງກິດ. ຕາມຣາຍງານ ຂອງ website ອົງການ ອະນາມັຍໂລກ WHO.