ຊາວບ້ານ ໃນເຂຕເມືອງສັງທອງ ຍັງບໍ່ຮູ້ ຣາຍລະອຽດ ໂຄງການສ້າງເຂື່ອນ ປາກຊົມ

ນັກສຶກສາໄທ ເວົ້າວ່າ ຊາວບ້ານໃນເຂດ ທີ່ຈະສ້າງເຂື່ອນ ປາກຊົມ ເມືອງສັງທອງ ເຂຕນະຄອນ ຫລວງວຽງຈັນ ຍັງບໍ່ທັນຮູ້ ຂໍ້ມູນກ່ຽວກັບ ໂຄງການນັ້ນ.
ຈຳປາທອງ
2009.10.22

ນັກສຶກສາຂອງໄທ ກ່ຽວກັບ ໂຄງການສຶກສາ ແມ່ນ້ຳຂອງ ເປີດເຜີຍວ່າ ຈາກການລົງພື້ນທີ່ ເພື່ອວິຈັຍ ກ່ຽວກັບ ໂຄງການເຂື່ອນ ປາກຊົມ ທີ່ກຳລັງສຶກສາ ຢູ່ບໍຣິເວນ ບ້ານຫ້ວຍຫາງ ເມືອງສັງທອງ ນະຄອນຫລວງວຽງຈັນ ເຫັນວ່າ ຊາວບ້ານ ໃນເຂດນັ້ນ ຍັງບໍ່ຄ່ອຍຈະມີ ຄວາມຮູ້ກ່ຽວກັບ ຜົນກະທົບ ທີ່ອາດຈະເກີດຂື້ນ ຈາກໂຄງການ ດັ່ງກ່າວ. ນາງເວົ້າວ່າ:

"ຖ້າເວົ້າເຖິງເຂື່ອນ ທາງຊາວລາວ ກໍຈະບອກວ່າ ທີ່ຈິງກໍບໍ່ ຄ່ອຍຮູ້ເພາະວ່າ ທາງຣັຖບານລາວ ເອງອາດຈະຍັງ ບໍ່ທັນໄດ້ບອກ ຂໍ້ມູນບໍ່ໄດ້ ປະກາດຂໍ້ມູນ
ໃຫ້ປະຊາຊົນຮູ້ ທາງຝັ່ງລາວ ຈະມີບັນຫາ ໃນເລື່ອງຂອງການ ມີສ່ວນຮ່ວມ ຂອງປະຊາຊົນ ໃນການທີ່ຈະ ອອກສຽງສເນີ ບັນຫາກັບທາງ ຣັຖບານ ກໍຍັງບໍ່ມີ ຫຍັງຫລາຍ."

ນາງເວົ້າວ່າ ໃນຝັ່ງລາວ ຢູ່ເຂດ ໂຄງການນັ້ນ ສ່ວນໃຫຍ່ ຈະເປັນປ່າໄມ້ ແລະພູ, ມີຊຸມຊົນຢູ່ ປະມານ 2-3 ຊຸມຊົນ ຊຶ່ງມີທັງຊຸມຊົນ ດັ້ງເດີມ ແລະຊຸມຊົນ ທີ່ຫາກໍ່ໄປ ຢູ່ໃຫມ່ບໍ່ເຖິງ 20ປີ.

ນາງວ່າບັນຫາ ສ່ວນໃຫຍ ທີ່ເກີດຂື້ນຄື ອຸປສັກທາງດ້ານ ການເມືອງ ການປົກຄອງ ທີ່ເຮັດໃຫ້ ປະຊາຊົນ ບໍ່ສາມາດ ທີ່ຈະຮຽກຮ້ອງ ຂໍຢູ່ໃນທີ່ດິນ ຂອງຕົນເອງ ດັ່ງທີ່ນາງໄດ້ ກ່າວວ່າ:

"ນາງວ່າ ປະຊາຊົນ ກໍບໍ່ມີໃບ ຕາດິນ ເລື້ອງກັມມະສິດ ທີ່ດິນ ກໍຈະຖືວ່າ ເປັນຂອງຣັດໄປ, ຖ້າສົມມຸດວ່າ ຣັຖບານຄິດຢາກ ຈະສ້າງໂຄງການ ອັນໃດ ທີ່ກ່ຽວກັບການ ພັທນາປະເທດ ປະຊາຊົນ ກໍຕ້ອງຍອມເປັນ ຜູ້ເສັຍສະລະ ເພື່ອການພັທນາ ແລະ ຖືກບັງຄັບໃຫ້ ອອກໄປຈາກ ພື້ນທີ່ນັ້ນ."

ນາງກ່າວຕື່ມອີກວ່າ ໂຄງການເຂື່ອນ ປາກຊົມ ເປັນໂຄງການທີ່ ໃຫ້ຊື່ວ່າ ຝາຍໄຟຟ້າ ພະລັງນ້ຳ ຂະໜາດ 1,000 MW, ຕັ້ງຢູ່ຣະຫວ່າງ ຊາຍແດນ ລາວ-ໄທ ຄືຣະຫວ່າງ ເມືອງສັງທອງ ຂອງລາວ ແລະ ເມືອງປາກຊົມ ແຂວງເລີຍ ຂອງໄທ.

ໂຄງການນີ້ມີ ຫລາຍຝ່າຍໃຫ້ຄວາມ ສົນໃຈ. ທີ່ຜ່ານມາໄດ້ ມີການປະເມີນ ເຖິງຜົນກະທົບ ທີ່ອາດຈະເກີດຂື້ນ ນັ້ນວ່າມີຫລາຍ, ນ້ຳຈະຖ້ວມທັງ ຝັ່ງລາວ ແລະຝັ່ງໄທ, ຈະສົ່ງຜົນກະທົບ ໃສ່ພື້ນທີ່ ການຜລິດ ແລະ ທີ່ຢູ່ອາໃສ ຂອງປະຊາຊົນ ແລະເຮັດໃຫ້ ພັນປາດັບໄປ, ການປະມົງກໍ ຈະໄດ້ຮັບຜົນ ກະທົບນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.