ສປປລາວ ຮ້ອງຂໍ ອົງກາຣສາກົລ ຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມ
2009.10.26
ໃນມື້ວັນສຸກທີ່ 23 ຕຸລານີ້ ທາງກາຣກ່ຽວຂ້ອງ ສປປລາວ ໂດຽກາຣຮ່ວມມື ຈາກອົງກາຣ UNICEF ແລະ ພາຄສ່ວນອື່ນໆ ຂອງອົງກາຣ ສະຫະປະຊາຊາຕ ໄດ້ຈັດ ກອງປະຊຸມຂຶ້ນ, ເປັນກາຣຮຽກຮ້ອງ ຂໍທຶນກາຣຊ່ວຍເຫລືອ ຈາກນາໆຊາຕ ເພື່ອສົມທົບເຂົ້າ ໃນໂຄງກາຣ ຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມໃນເຂຕ ແຂວງພາຄໃຕ້ ຂອງລາວທີ່ເກີດ ຈາກລົມພາຍຸ ໃຕ້ຝຸ່ນເກສນາ ໃນທ້າຍເດືອນກັນຍາ ຜ່ານມາ.
ຍານາງອ່ອນຈັນ ທັມວົງສ໌ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັສດີກາຣ ສັງຄົມ ໄດ້ກ່າວໃນພິທີ ທີ່ມີຮອງ ຣັຖມົນຕຣີ ກາຣຕ່າງ ປະເທສລາວ ພ້ອມດ້ວຍຍານາງ Sonam Yangchen Rana ຜູ້ປະສານງານ ສະຫະປະຊາຊາຕ ປະຈຳຂົງເຂຕ ແລະ ຜູ້ຕາງໜ້າ ອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລຫລື NGOs ພ້ອມກັບເຈົ້າໜ້າທີ່ ຈາກປະເທສໃຫ້ທຶນ ກາຣຊ່ວຍເຫລືອ ຕ່າງໆ ເຂົ້າຮ່ວມ ໃນຄັ້ງນີ້ວ່າ:
"ຍັງຕ້ອງກາຣທຶນ ກາຣຊ່ວຍເຫລືອຕື່ມ ອີກຫລາຍກວ່າ 10 ລ້ານດອລລາຣ໌ ສະຫະຣັຖ ເພື່ອໃຫ້ຄວາມ ຊ່ວຍເຫລືອແກ່ ປະຊາຊົນ ບໍ່ຕໍ່າກວ່າ 178,000 ຄົນ."
ໃນຂະນະດຽວກັນ ທາງອົງກາຣ UNICEF ກໍໄດ້ເນັ້ນວ່າ ຍັງຕ້ອງກາຣທຶນ ກາຣຊ່ວຍເຫລືອຕື່ມ ອີກປະມານ 1.5ລ້ານດອລລາຣ໌ ສຳຫລັບໂຄງກາຣ ຊ່ວຍເຫລືອດ້ານ ສາທາຣະນະສຸຂ ແກ່ບັນດາແມ່ຍິງ ແລະເດັກນ້ອຍ ຕລອດຮອດດ້ານ ອາຫາຣກາຣກິນ ກາຣສຶກສາ ແລະ ໂຄງກາຣຊ່ວຍເຫລືອ ເຂົາເຈົ້າ ໃນອະນາຄົຕ.
ຢ່າງໃດກໍຕາມ ເຂຕ 5 ແຂວງ ທີ່ໄດ້ຮັບຜົລ ກະທົບ ຢ່າງຫລວງຫລາຍ ຈາກພັຍພິບັຕ ຄັ້ງນີ້ ກໍຮ່ວມທັງແຂວງ: ອັຕປຶ ເຊກອງ ສາຣະວັນ ສວັນນະເຂຕ ແລະຈຳປາສັກ ຮວມເປັນບໍ່ຕໍ່າກວ່າ 25 ຕົວເມືອງດ້ວຍກັນ.