ວັນຄົບຮອບ ສິບປີ ແຫ່ງການປະທ້ວງ ເພື່ອປະຊາທິປະໄຕ ຂອງຂະບວນນັກສຶກສາ 26 ຕຸລາ 1999
2009.10.23
ຍັງອີກບໍ່ພໍ ເທົ່າໃດມື້ ກໍຈະຮອດ ວັນຄົບຮອບ10ປີ ທີ່ຂະບວນ ນັກສຶກສາ, ຄູອາຈານ, ພະນັກງານຣັດ ແລະ ປະຊາຊົນລາວ ໄດ້ພະຍາຍາມ ທໍາການປະທ້ວງ ຢ່າງສັນຕິ ເພື່ອຮຽກຮ້ອງເອົາ ສິດ, ເສຣີພາບ ແລະຄວາມເປັນທັມ ຢູ່ ນະຄອນຫລວງວຽງຈັນ ໃນວັນທີ 26 ຕຸລາ 1999 ຊຶ່ງເປັນ ວັນບຸນຊ່ວງເຮືອ ອອກພັນສາ. ກຸ່ມປະທ້ວງ ໄດ້ຖືກທາງການ ສປປ ລາວ ປາບປາມ ດ້ວຍການຈັບ ຄນະນຳພາ ແລະຜູ້ປະທ້ວງ ຮວມທັງຍຶດເອົາ ອຸປກອນການ ປະທ້ວງ ເຊັ່ນ ເຄື່ອງກະຈາຍສຽງ ແລະປ້າຍຄຳຂວັນ.
ຍານາງ ນວມຄໍາ ຄຳພິລາວົງ ປະທານ ຂະບວນ ນັກສຶກສາ 26 ຕຸລາ ຊຶ່ງ ໃນເວລານັ້ນ ເປັນນຶ່ງ ໃນແກນນໍາ ຂະບວນນັກສຶກສາ ແລະເວລານີ້ ລີ້ໄພການເມືອງ ຢູ່ ສະຫະຣັດ ອະເມຣິກາ ກ່າວທົບທວນ ກ່ຽວກັບເຫດການ ທີ່ເກີດຂຶ້ນນັ້ນວ່າ …. ສຽງ …..
ການຕໍ່ສູ້ເພື່ອ ປະຊາທິປະໄຕ ຂອງ ນັກສຶກສາລາວ ເປັນການຕໍ່ສູ້ ທີ່ມີເປົ້າໝາຍ ແຫ່ງ ປະຊາທິປະໄຕ; ເຣັດໃຫ້ລາວ ເປັນປະເທດ ອິສຣະ-ເສຣີ; ມີການປະຕິບັດ ສິດທິ ພື້ນຖານຂອງ ມະນຸດຕາມກົດບັດ ສະຫະປະຊາຊາດ; ເຮັດໃຫ້ ປະເທດລາວ ມີຣະບອບ ການປົກຄອງ ດ້ວຍການໄຊ້ ຣະບົບ ຫລາຍພັກການເມືອງ; ແກ້ໄຂບັນຫາ ເສຖກິດ ທີ່ຝືດເຄືອງ ແລະ ພັທນາປະເທດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ຈະເຣີນຮຸ່ງເຮືອງ ເໝືອນດັ່ງນາໆ ຊາດ.
ພ້ອມກັນນັ້ນ ກໍຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ລົບລ້າງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປ ລາວ ແລະ ສສວຽດນາມ ສະບັບລົງວັນທີ 18 ກໍຣະກະດາ 1977 ທີ່ມີ 2ເປົ້າໝາຍໃຫຍ່ ຄື: ເຮັດໃຫ້ການມີໜ້າ ຂອງ ກໍາລັງ ປະກອບອາວຸດ ຂອງວຽດນາມ ຢູ່ລາວ ແບບຜິດກົດໝາຍ ໃຫ້ ເປັນການຖືກຕ້ອງ ຕາມກົດໝາຍ ແລະ ຄວບຄຸມລາວ ເຂົ້າຢູ່ໃຕ້ ອິດທິພົນຂອງຕົນ ເປັນຕົ້ນໃນສມັຍ ສົງຄາມໃຫ້ບົດຮຽນ ວຽດນາມຂອງ ຈີນ ປີ 1979.
ນອກນັ້ນ ກໍຮຽກຮ້ອງໃຫ້ ແກ້ໄຂບັນຫາ ສັງຄົມ ທີ່ກໍາລັງ ສັບສົນວຸ້ນວາຍ, ປາບປາມ ການສໍ້ຣາສບັງຫລວງ, ຊ່ວຍໃຫ້ ປະຊາຊົນ ຜູ້ທຸກຍາກ ສາມາດໄດ້ຮັບ ການສຶກສາ ແລະ ປີ່ນປົວສຸຂພາບ ເວລາເຈັບປ່ວຍ.
ທ່ານອຸດົງ ໄຊຊະນະ ທີ່ປຶກສາ ຮອບດ້ານຂອງ ຂະບວນນັກສຶກສາ 26 ຕຸລາ ກ່າວເຖິງຂະບວນ ການນັ້ນວ່າ ມີຄວາມສໍາຄັນຫລາຍ ຍ້ອນວ່າ ເປັນການເຄື່ອນໄຫວ ເພື່ອຜົນປະໂຫຍດ ຂອງຊາດ ແລະຂອງ ປະຊາຊົນລາວ … ສຽງ …
ເມື່ອວິເຄາະເບິ່ງ ຄວາມມຸ້ງໝາຍ ແລະຄໍາຮຽກຮ້ອງ ຂອງຂະບວນການ ນັກສຶກສາເພື່ອ ປະຊາທິປະໄຕ ຢູ່ລາວນັ້ນແລ້ວ ເຫັນວ່າ ບໍ່ຂັດກັບ ຣະບຽບກົດໝາຍ ຂອງ ສປປລາວ ຖ້າເບິ່ງໃສ່ ຣັຖທັມມະນູນ ແຫ່ງສປປ ລາວ ໝວດທີ່ເວົ້າເຖິງ ສິດ ແລະ ພັນທະພື້ນຖານ ຂອງພົລເມືອງ ແລະຖ້າເວົ້າເຖິງ ກົດໝາຍອາຍາ ຂອງສປປລາວ ສະບັບປັບປຸງ ແລະ ເມື່ອມາວິຈັຍເບິ່ງ ໃນແງ່ ກົດໝາຍແລ້ວ ເຫັນວ່າ ການກະທຳຂອງ ຂະບວນການ 26 ຕຸລາ ບໍ່ຂັດກັບ ກົດໝາຍນັ້ນ. ແມ້ກະທັ້ງ ຢູ່ໃນມະຕິ ກອງປະຊຸມໃຫຍ່ ຄັ້ງຫລ້າສຸດຂອງ ພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນພັກ ຜູກຂາດອໍານາດ ຢູ່ ສປປລາວ ກໍຮັບຮູ້ວ່າ ຣັດປະຊາທິປະໄຕ ປະຊາຊົນ ແມ່ຣັດຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາ ຊົນ. ສິດອໍານາດ ທັງໝົດຂອງຣັດ ແມ່ນສິດອໍານາດ ຂອງປະຊາຊົນ. ພ້ອມທັງວ່າ ພັກ ມີແຜນ ນະໂຍບາຍ ດໍາເນີນການ ສ້າງຣັດແຫ່ງກົດໝາຍ ເປັນກ້າວໆ… ເພື່ອໃຫ້ພົລເມືອງ ສາມາດ ປະຕິບັດສິດ ແລະ ພັນທະຂອງຕົນໄດ້ ຢ່າງເຕັມສ່ວນ … ແຕ່ໃນພາກ ປະຕິບັດຕົວຈິງ ພໍພຽງແຕ່ ບັນດາ ນັກສຶກສາ ຄູ ອາຈານ ແລະ ປະຊາຊົນລາວ ທໍາການປະທ້ວງ ແບບສັນຕິ ເພື່ອຮຽກຮ້ອງ ເອົາສິດ ເສຣີພາບ ແລະຄວາມເປັນທັມ ບົນພື້ນຖານ ຂອງຄວາມມຸ້ງໝາຍ ແລະຄໍາຮຽກຮ້ອງ ທີ່ກ່າວມານັ້ນ ກໍຍັງຖືກ ປາບປາມ.
ມີຜູ້ເຂົ້າຮ່ວມ ທໍາການປະທ້ວງ ຫລາຍຄົນ ໄດ້ຖືກຈັບເຂົ້າຄຸກ ໂດຍບໍ່ມີການ ແຈ້ງຂໍ້ກ່າວຫາ ແລະບໍ່ມີການ ດໍາເນີນຄະດີ ຕັດສີນລົງໂທດ ຈາກສານ ມາເປັນເວລາ 10 ປີ. ໃນນັ້ນ ມີຄນະນຳ ຂະບວນການ 5 ຄົນ ຄືທ່ານ ທອງປະເສີດ ເກື້ອກູນ, ທ່ານ ແສງອາຣຸນ ແພງພັນ, ທ່ານ ຄໍາພູວຽງ ສີສະອາດ, ທ່ານ ບົວວັນ ຈັນມະນີວົງ ແລະ ທ່ານແກ້ວໃຈ, ແຕ່ຕໍ່ມາ ກໍມີຂ່າວວ່າ ທ່ານ ຄໍາພູວຽງ ສີສະອາດ ໄດ້ເສັຽຊີວິດ ຢູ່ໃນຄຸກ ດັ່ງທ່ານ ອຸດົງ ກ່າວວ່າ … ສຽງ…
ຄວາມເປັນຈິງ ທາງການລາວ ບໍ່ພຽງແຕ່ຈັບ ຜູ້ທີ່ເຄື່ອນໄຫວ ຮຽກຮ້ອງ ເພື່ອປະຊາທິປະໄຕ ເທົ່ານັ້ນ ແມ້ກະທັງ ຜູ້ເຖົ້າໃນຄອບຄົວ ຂອງຜູ້ທີ່ເຂົ້າຮ່ວມ ຂະບວນການ ທີ່ບໍ່ຮູ້ເລື້ອງນໍາ ກໍຍັງຖືກຈັບ ເອົາຕົວໄປ ກັກຂັງ ຕັ້ງເປັນເດືອນ ຈົນປ່ວຍໂຊ ແລະ ໄດ້ເສັຽເງິນຄ່າໄຖ່ ຕົວອອກ. ຍານາງ ນວມຄຳ ກ່າວເຖິງຕອນ ທີ່ຍັງຢູ່ ປະເທດທີ 2 ນັ້ນວ່າ … ສຽງ…
ຂ່າວການປະທ້ວງ ທີ່ເກີດຂຶ້ນນັ້ນ ໜັງສືພິມ THE NATION ຂອງໄທ ກໍໄດ້ອອກຂ່າວ ເປັນຜູ້ທໍາອິດ ຕໍ່ຊາວໂລກ ແຕ່ຖືກ ທາງການລາວ ປະທ້ວງວ່າ ສເນີຂ່າວທີ່ ບໍ່ມີມູນຄວາມຈິງ.
ບໍ່ພໍເທົ່າໃດ ຕໍ່ມາ ວິທຍຸເອເຊັຽເສຣີ ກໍໄດ້ອອກຂ່າວ ກ່ຽວກັບການ ສັມພາດພິເສດ ຄນະນໍາ ນັກສຶກສາລາວ 6ຄົນ ທີ່ໄດ້ລົບໜີ ຈາກການຈັບກຸມ ຂອງທາງການລາວ ເຂົ້າໄປປະເທດໄທ ໂດຍໃຫ້ການ ຢືນຢັນວ່າ ມີຄວາມ ພະຍາຍາມ ທຳການປະທ້ວງ ຣັຖບານ ສປປລາວ ເກີດຂຶ້ນແທ້ ແລະ ມີນັກສຶກສາລາວ ທີ່ຮ່ວມໃນ ຂະບວນການ ຫລາຍສິບຄົນ ຖືກຈັບ.
ຕໍ່ຂ່າວດັ່ງກ່າວ ທາງການລາວ ບໍ່ມີ ປະຕິກິຣິຍາ ຕອບໂຕ້ແນວໃດ ແຕ່ຫາກ ໄດ້ພະຍາຍາມ ອະທິບາຍວ່າ ມີການຈັບ ເກີດຂຶ້ນໃນ ວັນທີ 26ຕຸລາ 1999 ນັ້ນແທ້ ແຕ່ເປັນການຈັບຄົນ ເມົາເຫລົ້າ ທີ່ກໍ່ຄວາມ ວຸ້ນວາຍ ໃນບຸນຊ່ວງເຮືອ ອອກພັນສາ ເທົ່ານັ້ນ.
ຕໍ່ມາ ໃນເມື່ອ ຂ້າຫລວງໃຫຍ່ ສະຫະປະຊາຊາດ ຝ່າຍຜູ້ອົພຍົບ UNHCR ໄດ້ຕົກລົງຣັບຮອງ ນັກສຶກສາລາວ ທັງ 6ຄົນ ທີ່ໂຕນໜີໄດ້ນັ້ນ ໃຫ້ເດີນທາງໄປ ລີ້ໄພການເມືອງ ຢູ່ສະຫະຣັດ ອະເມຣິກາ ຢ່າງເປັນ ທາງການແລ້ວ ຈຶ່ງເຮັດໃຫ້ຄວາມຈິງ ກ່ຽວກັບ ເຫດການນັ້ນ ປາກົດສູ່ ປະຊາຄົມສາກົນ ວ່າ ມີຂຶ້ນແທ້.
ຕໍ່ມາໃນປີ 2001 ເນື່ອງໃນໂອກາດ ວັນຄົບຮອບ 2 ປີ ຂອງການປະທ້ວງນັ້ນ ກໍມີຊາວ ຕ່າງປະເທດ ຈໍານວນ 5 ຄົນ ຊຶ່ງໃນນັ້ນມີ ສະມາຊິກສະພາ ຢູໂຣບ 2 ຄົນ ແລະ ມີແມ່ຍິງຜູ້ນຶ່ງ ແຈກຢາຍໃບປິວ ທີ່ມີ2ໜ້າເຈັ້ຽ ໃຫ້ຜູ້ຄົນທີ່ຍ່າງ ໄປມາ ໃນນະຄອນ ຫລວງວຽງຈັນ ໂດຍໄດ້ ແບ່ງອອກເປັນ 2ຈຸ. ຈຸນຶ່ງຢູ່ຕໍ່ໜ້າ ຫໍຄໍາ ແລະ ອີກຈຸນຶ່ງ ຢູ່ແຖບ ສະໜາມກິລາ ແຫ່ງຊາດ, ຮຽກຮ້ອງໃຫ້ປ່ອຍ ທ່ານ ທອງປະເສີດ ເກື້ອກຸນ ແລະຄນະ ພ້ອມດ້ວຍ ພວກປະທ້ວງ ທີ່ຖືກຈັບຂັງຄຸກ ຢູ່ນັ້ນ. ການຮຽກຮ້ອງ ຂອງຊາວ ຕ່າງປະເທດ ທີ່ວ່ານັ້ນ ທາງການລາວ ກໍໂຕ້ຕອບ ດ້ວຍການຈັບຕົວ ພວກກ່ຽວໄປ ກັກຂັງໄວ້ ແລະ ໄດ້ປ່ອຍພາຍຫລັງ ທີ່ຊາວໂລກ ກ່າວປະນາມ.
ການປະທ້ວງ ຂອງຂະບວນນັກ ສຶກສາ ເພື່ອ ປະຊາທິປະໄຕ 26 ຕຸລາ ໃນລາວ ແລະການຈັບກຸມ ຄນະນຳພາ 5 ຄົນ ແລະບຸກຄົນອື່ນໆ ທີ່ເຂົ້າຮ່ວມ ຂະນວນການ ນັ້ນ ທາງການລາວ ໄດ້ປະຕິເສດວ່າ ບໍ່ມີ ຈົນມາຮອດມື້ ວັນທີ 19 ຕຸລາ 2009 ນີ້, ທາງວິທຍຸ ເອເຊັຽເສຣີ ກໍໄດ້ຖາມ ເຈົ້າໜ້າທີ່ສານ ປະຊາຊົນສູງສຸດ ຂອງ ສປປລາວ ຕື່ມອີກ ເຖິງສະພາບ ນັກສຶກສາ ຂອງຂະບວນປະທ້ວງ 26 ຕຸລາວ່າ ພວກເຂົາເຈົ້າ ຖືກກັກຂັງຢູ່ໃສ? ໃນຂໍ້ຫາອັນໃດ? ແລະ ເວລາໃດ ຈະຖືກປ່ອຍຕົວ? ແຕ່ຄຳຕອບ ທີ່ໄດ້ຮັບກໍຄື “ບໍ່ຮູ້ຈັກ ກ່ຽວກັບເລື້ອງນີ້” ສ່ວນ ທ່ານ ອຸດົງ ໃຫ້ຄໍາເຫັນວ່າ ທາງການລາວ ບໍ່ເຄີຍເປີດເຜີຍ ຄວາມຈິງ … ສຽງ …..
ແຕ່ເຖິງຢ່າງໃດ ກໍຕາມ ທາງຂະບວນ ນັກສຶກສາ 26 ຕຸລາ ກໍວ່າ ຈະເຄື່ອນໄຫວ ຕໍ່ສູ້ເພື່ອ ປະຊາທິປະໄຕ ຢູ່ຕໍ່ໄປຈົນກວ່າ ຈະມີຜົລອອກມາ. ຍານາງ ນວມຄຳ ເວົ້າວ່າ..ສຽງ… ແລະ ອະຣິຍະພົນ ຈັນທະລາ ຄນະແກນນໍາ ຂອງຂະບວນ ການນີ້ເວົ້າວ່າ …. ສຽງ… ພ້ອມກັນນັ້ນ ທ່ານກໍເວົ້າ ຕື່ມອີກວ່າ … ສຽງ…
ການປະທ້ວງ ຄັ້ງວັນທີ 26 ຕຸລາ 1999 ເປັນການປະທ້ວງ ຄັ້ງທໍາອິດ ທີ່ສໍາຄັນ ຂອງຂະບວນ ນັກສຶກສາລາວ ພາຍຫລັງທີ່ໄດ້ ມີການປ່ຽນແປງ ຣະບອບ ການປົກຄອງ ຢູ່ປະເທດລາວ ມາແຕ່ປີ 1975.
ເຖິງແມ່ນວ່າ ທາງການລາວ ຈະບໍ່ຍອມຮັບວ່າ ມີເຫດການນັ້ນ ເກີດຂຶ້ນກໍຕາມ ຈະໜ້ອຍຫລືຫລາຍ ທາງການລາວ ກໍຄົງໄດ້ທົບທວນ ແນວທາງ ນະໂຍບາຍ ຂອງຕົນ ແລະ ມີຄວາມ ຣະມັດຣະວັງ ຫລາຍຂຶ້ນຕື່ມອີກ ເພື່ອບໍ່ໃຫ້ການ ປະທ້ວງ ຫລືການເດີນຂະບວນ ຂອງມວນຊົນ ເກີດຂຶ້ນໄດ້ ພ້ອມທັງພະຍາຍາມ ປົກປິດບໍ່ໃຫ້ ປະຊາຊົນ ທົ່ວໄປຮູ້ ກ່ຽວກັບເຫດການ ທີ່ເກີດຂື້ນນັ້ນ.
ໃນທຸກໆປີ ແລະໃນໂອກາດ ຄົບຮອບ 10 ປີ ຂອງການປະທ້ວງ ໃນວັນທີ 26 ຕຸລາ ອົງການເພື່ອ ສິດທິມະນຸດ ແລະ ປະຊາທິປະໄຕ ໃນລາວ ຢູ່ປະເທດຕ່າງໆ ກໍໄດ້ຈັດຕັ້ງ ພິທີຣະນຶກ ເຖິງເຫດການ ໃນວັນດັ່ງກ່າວ ດ້ວຍການຮຽກຮ້ອງ ໃຫ້ອໍານາດ ການປົກຄອງຢູ່ ສປປລາວ ນັບຖື ສິດທິມະນຸດ, ປ່ອຍຄນະນຳ ແລະ ຜູ້ປະທ້ວງ ໃນວັນທີ 26 ຕຸລາ 1999 ຕລອດເຖິງນັກໂທດ ການເມືອງ ທັງໝົດໃນລາວ ໃຫ້ເປັນອິສຣະ.
ໃນວັນທີ 26 ຕຸລາ 2009 ນີ້ ຂະບວນການ ເພື່ອ ປະຊາທິປະໄຕ ຂອງຄົນລາວຍຸກໃໝ່ ທີ່ສະຫະຣັດ ອະເມຣິກາ ກໍຈະໄດ້ຈັດ ກອງປະຊຸມຂ່າວ ຢູ່ຕຶກຣັຖສະພາ ສະຫະຣັດ ທີ່ກຸງວໍຊິງຕັນ ຊຶ່ງໃນນັ້ນ ຈະມີການທວງໃຫ້ ຣັຖບານ ສປປລາວ ປ່ອຍນັກສຶກສາລາວ ທີ່ເດີນຂະບວນ ປະທ້ວງ ໃນນະຄອນ ຫລວງວຽງຈັນ ເມື່ອວັນທີ 26 ຕຸລາ 1999 ແລະ ນັກໂທດການເມືອງ ຄົນອື່ນໆ ທີ່ຍັງ ຖືກຄຸມຄັງ ຢູ່ໃນຄຸກ ທີ່ປະເທດລາວ.