ເຣື້ອງທີ່ເກັບບັນທຶກໄວ້
2010-09-14
ໂຮງຮຽນຫລາຍແຫ່ງ ໃນແຂວງຕ່າງໆ ຂອງລາວ ບໍ່ສາມາດ ເປີດສອນ ມ.7 ໄດ້ ຍ້ອນບໍ່ມີ ຄວາມພ້ອມ.
2010-09-14
ຊາວເມືອງ ກາລະສິນ ຂອງໄທ ລະດົມ ປ່າວເຕືອນກັນ ບໍ່ໃຫ້ກິນ ປາດິບ ເພື່ອຫລີກລ່ຽງ ການສ່ຽງຕໍ່ ພຍາດໃນຕັບ.
2010-09-14
ເປົ້າໝາຍຕໍ່ຕ້ານ ຄວາມທຸກຍາກ ຂອງໂລກ ເປັນໂຄງການ ທີ່ ທະເຍີທະຍານ ແຕ່ເປັນໄປໄດ້, ທ່ານ ບານ ກີມູນ ກ່າວກ່ອນກອງ ປະຊຸມ ໂຄງການເປົ້າໝາຍ ການພັທນາ ສະຫັດສວັດ ສະຫະ ປະຊາຊາດ.
2010-09-14
ແຂວງຊຽງຣາຍ ປະເທດໄທ ຢາກເປີດດ່ານ ສາກົນ ຕື່ມອີກ ໃນເຂດຊາຍແດນ ສາມຫລ່ຽມຄໍາ
2010-09-14
ບໍຣິສັດ ທີ່ໄດ້ຮັບ ສັມປະທານ ທີ່ດິນ ບາງ ບໍຣິສັດ ຍັງທັບຊ້ອນ ເອົາພື້ນທີ່ ປ່າສງວນ ຂອງຣັຖຢູ່.
2010-09-13
ຣາຍການ ໝໍລໍາ ແຕ່ເໜືອ ຕລອດໃຕ້ ຈັດມາສເນີທ່ານ ໂດຍ ໄມໂຊລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-13
ເຊີນທ່ານຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາສັປດາ ຕອນທີ 57. ໃນມື້ນີ້ ຈະເລົ່າເຖິງ ການສິດສອນ ວິທີຂຽນ ແລະ ແຕ່ງກາບກອນ ໃຫ້ແກ່ນັກໂທດ ມາຈາກ ສູນສັມມະນາ ”ເຊທະມວກ”. ສເນີໂດຍ: ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-13
ພວກກໍ່ການຮ້າຍ Al Qaeda ບຸກໂຈມຕີ ສະຫະຣັຖ ເມື່ອວັນທີ 11 ກັນຍາ 2001. ມື້ນີ້ເປັນ ວັນຄົບຮອບ ເກົ້າປີ ຂອງເຫດການ ດັ່ງກ່າວ ຊາວອາເມຣິກັນ ແລະທາງການ ສະຫະຣັຖ ຈະຈັດພິທີ ໄວ້ອາລັຍ ແດ່ດວງວິນຍານ ຂອງຜູ້ເສັຍ ຊີວິດ ຢ່າງສົມກຽດ. ອາວະຣີ ມີຣາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-13
ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນຂອງ madame Hillary Clinton ຣັຖມົນຕຣີການ ຕ່າງປະເທດ ສະຫະຣັຖ. ນັບວ່າການ ຢ້ຽມຢາມ ເທື່ອນີ້ ມີຄວາມໝາຍ ສໍາຄັນ ໂດຍສະເພາະ ວ່າມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບ ມາມບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມປີ 1970. ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບການ ເດີນທາງໄປ ສະຫະຣັຖ ຂອງ ທ່ານເທື່ອນີ້ ວ່າຈະນຳ ການປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ທ່າທີຂອງ ທາງການ ສປປລາວ ກ່ຽວກັບຊາວລາວ ໂພ້ນທະເລ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-13
ທາງການໄທ ບໍ່ອະນຸຍາດ ໃຫ້ນັກເຄື່ອນໄຫວ ດ້ານສິດທິ ມະນຸດ ວຽດນາມ 2 ຄົນ ທີ່ຈະມາຮ່ວມ ກອງປະຊຸມ ນັກຂ່າວ ທີ່ຈັດຂຶ້ນ ໃນມື້ວັນຈັນ ທີ 13 ກັນຍາ 2010 ນີ້ ຢູ່ບາງກອກ.
2010-09-13
ອົງການ ອະນາໄມໂລກ ເຕືອນ ກ່ຽວກັບ ການຣະບາດ ຂອງໄຂ້ ເລືອດອອກ.
2010-09-13
ຣັຖບານ ຍີ່ປຸ່ນ ໃຫ້ການ ຊ່ວຍເຫລືອດ້ານ ການສຶກສາ ແກ່ລາວ ເພີ້ມຂຶ້ນອີກ.
2010-09-13
ກະຊວງການຄ້າ ແລະ ການລົງທຶນ ຢືນຢັນ ວ່າ ສາມາດ ອະນຸມັດ ສັມປະທານ ການລົງທຶນ ໃຫ້ແກ່ ຕ່າງຊາດ ໃຫ້ແລ້ວ ພາຍໃນ 13 ມື້.
2010-09-13
ເຈົ້າໜ້າທີ່ ສິ່ງແວດລ້ອມ ຄວນເຂົ້າໃຈ ການເຮັດ ບົດວິພາກ ສິ່ງແວດລ້ອມ ໃຫ້ຫລາຍຂຶ້ນ ເພື່ອຫລີກລ້ຽງ ຜົນກະທົບ ໜ້ອຍທີ່ສຸດ.
2010-09-13
ນັກວິຊາການໄທ ເຊື່ອວ່າ ຈະມີການ ປ່ຽນແປງ ຫລາຍຢ່າງ ໃນກອງ ປະຊຸມໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ໃນປີໜ້ານີ້.