ບົດວິພາກສິ່ງແວດລ້ອມ ຍັງຂາດຜູ້ຊ່ຽວຊານ

ເຈົ້າໜ້າທີ່ ສິ່ງແວດລ້ອມ ຄວນເຂົ້າໃຈ ການເຮັດ ບົດວິພາກ ສິ່ງແວດລ້ອມ ໃຫ້ຫລາຍຂຶ້ນ ເພື່ອຫລີກລ້ຽງ ຜົນກະທົບ ໜ້ອຍທີ່ສຸດ.
ຈະເຣີນສຸກ
2010.09.13

ເຈົ້າໜ້າທີ່ ໃນອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ຄວນມີຄວາມ ເຂົ້າໃຈ ກ່ຽວກັບ ການເຮັດ ບົດວິພາກ ສິ່ງແວດລ້ອມ ຫລື EIA ໃຫ້ຫລາຍຂຶ້ນ ກ່ວາເກົ່າ ເພາະຈະເປັນບ່ອນ ອີງສໍາຄັນຂອງ ການປະຕິບັດ ວຽກງານ ພາໃນໜ່ວຍງານ ດັ່ງກ່າວ ທີ່ມີໜ້າທີ່ ໃນການໃຫ້ ອະນຸຍາດ ພັທນາໂຮງການ, ອີງຕາມ ຄໍາເວົ້າ ຂອງນັກ ວິຊາການ ສິ່ງແວດລ້ອມ ຈາກຫ້ອງການ ຊັພຍາກອນ ນໍ້າ ແລະ ສິ່ງແວດລ້ອມ:

“ຣະດັບ ຂອງພວກເຮົາ ເຂົ້າໃຈວ່າ EIA ແມ່ນຫຍັງ ເຂົ້າໃຈຄວາມ ໝາຍວ່າ ມັນຕ້ອງເຮັດ ເລິກຊໍ່າໃດ ເຮັດລະອຽດ ຊໍາໃດ ຫລືວ່າ ເປັນໃບເບີກທາງ ໃນການເຮັດ ໂຄງການຊື່ໆບໍ່? ເຮົາໃນນາມ ວິຊາການ ກໍຕ້ອງເຂົ້າໃຈ ຕ້ອງຮູ້ສຶກ ແຕ່ວ່າ ໃນປັດຈຸບັນ ອີງໃສ່ຄວາມ ສາມາດຂອງເຮົາ ເຖິງໂຕນັ້ນ ບໍ່? ກໍຕອບຍາກ”

ປັດຈຸບັນ ການຕັ້ງໂຄງ ການພັທນາ ຕ່າງໆ ພາຍໃນ ສປປລາວ ຣັຖບານ ກໍານົດ ໃຫ້ເອກກະຊົນ ທີ່ຈະພັທນາ ໂຄງການ ຕ້ອງເຮັດການ ປະເມີນ ຜົນກະທົບ        ສິ່ງແວດລ້ອມ ເພື່ອຮັບປະກັນ ວ່າ ການພັທນາ ທີ່ຈັດຕັ້ງ ປະຕິບັດ ຈະມີຜົນ ກະທົບ ໃສ່ສິ່ງແວດລ້ອມ ໜ້ອຍທີ່ສຸດ ຈຶ່ງຈະຈັດຕັ້ງ ປະຕິບັດ ໂຄງການໄດ້. ເຖິງຢ່າງໃດ ກໍຕາມ ຄວາມເຂົ້າໃຈ ກ່ຽວກັບການ ເຮັດບົດວິພາກ ຂອງນັກ ວິຊາການ ໃນອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ຊຶ່ງເປັນໜ່ວຍງານ ທີ່ມີສິດ ອໍານາດໃນການ ກວດສອບ ແລະ ອະນຸມັດ ໃຫ້ບົດ ປະເມີນ ຜົນກະທົບ ສິ່ແວດລ້ອມ ຂອງແຕ່ລະ ໂຄງການຜ່ານ ແລະ ສາມາດ ຈັດຕັ້ງໂຕ ຈິງ ໄດ້ ກໍຍັງບໍ່ມີ ຄວາມເຂົ້າໃຈ ຢ່າງເລິກຊຶຶ່ງ ພໍເທົ່າໃດ.

ຍ້ອນປັດຈຸບັນ ການພັທນາ ໂຄງການ ມີຫລາຍ ຮູບແບບ ເປັນຕົ້ນແມ່ນ ໂຄງການ ປູກຝັງພືດ ອຸດສາຫະກັມ, ການຂຸດຄົ້ນແຮ່, ການສ້າງເຂື່ອນໄຟຟ້າ, ໂຮງງານ ອຸດສາຫະກັມ ຕ່າງໆ, ຊຶ່ງມີເງື່ອນໄຂ ການຮັກສາ ສິ່ງແວດລ້ອມ ໃນແຕ່ລະ ໂຄຕງການ ກໍມີເນື້ອຫາ ທີ່ແຕກຕ່າງກັນ. ດັ່ງນັ້ນ ເຈົ້າໜ້າທີ່ ວິຊາການ ທີ່ກວດສອບ ຈຶ່ງຕ້ອງມີ ການພັທນາ ຄວາມຮູ້ຄວາມ ສາມາດ ໃນການປະເມີນ ຜົນກະທົບ ທີ່ກ້ວາງຂວາງ ໄປພ້ອມໆ. ສະພາບດັ່ງກ່າວ ຖືວ່າ ມີຄວາມຈໍາເປັນ ຢ່າງຮີບດ່ວນ ທີ່ພາກສ່ວນ່ກຽວຂ້ອງ ຈະຕ້ອງ ໄດ້ຈັດໃຫມີ ການຍົກຣະດັບ ຄວາມຮູ້ຄວາມສາມາດ ຂອງນັກ ວິຊາການ ໃຫ້ສູງຂຶ້ນ ເພື່ອທີ່ຈະສາມາດ ກວດສອບ ແລະ ຕັດສິນ ອະນຸມັດ ບົດວິພາກ ສິ່ງແວດລ້ອມ ໄດ້ຢ່າງຖືກຕ້ອງ, ຈຶ່ງຈະຊ່ອຍ ຫລຸດຜ່ອນ ຜົນກະທົບ ຈາກໂຄງການພັທນາ ທີ່ເກີດຂຶ້ນ ຢ່າງກ້ວາງຂວາງ ໄດ້ຢ່າງທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.