ໂຮງຮຽນຫຼາຍແຫ່ງ ຢູ່ລາວເປີດສອນ ມ.7 ບໍ່ໄດ້

ໂຮງຮຽນຫລາຍແຫ່ງ ໃນແຂວງຕ່າງໆ ຂອງລາວ ບໍ່ສາມາດ ເປີດສອນ ມ.7 ໄດ້ ຍ້ອນບໍ່ມີ ຄວາມພ້ອມ.
ຈໍາປາທອງ
2010.09.14

ສົກການສຶກສາ ປີ 2010-2011 ເປັນປີທີ່ ທາງການລາວ ເພີ້ມຊັ້ນຮຽນ ມັທຍົມ ປີທີ 7 ແຕ່ໂຮງຮຽນ ຫລາຍແຫ່ງ ໃນແຂວງຕ່າງໆ ທົ່ວປະເທດ ບໍ່ສາມາດ ເປີດສອນໄດ້ ຍ້ອນມີຫລາຍ ບັນຫາ ເປັນຕົ້ນແມ່ນ ຂາດຄຣູສອນ, ຫ້ອງຮຽນ ແລະອຸປກອນ ການຮຽນ-ການສອນ ບໍ່ພຽງພໍ ເນື່ອງຈາກວ່າ ຣັຖບານລາວ ບໍ່ໄດ້ສນອງ ງົບປະມານໃຫ້.

ການຂາດ ຄຣູສອນ ຢູ່ ສປປລາວ ມີມາ ຕັ້ງແຕ່ໃດໆ. ເມື່ອມີການ ເປີດສອນຊັ້ນ ມ.7 ກໍຍິ່ງເຮັດໃຫ້ ຂາດເຂີນຄຣູ ຫລາຍຂຶ້ນອີກ ແລະ ກາຍເປັນບັນຫາ ສຳຄັນທີ່ທາງ ການລາວ ຍັງບໍ່ສາມາດ ແກ້ໄຂໄດ້. ສະເລັ່ຍແລ້ວ ໃນທົ່ວປະເທດ ບໍ່ມີຄຣູພຽງພໍ ກັບຄວາມຕ້ອງການ ເຖິງ 30%.

ຢູ່ໃນຫລາຍແຂວງ ຄຣູຄົນນຶ່ງ ຕ້ອງໄດ້ສອນ ນັກຮຽນ ຫລາຍຫ້ອງ ແລະ ສອນຫລາຍວິຊາ ຄຣູຈຳນວນບໍ່ໜ້ອຍ ບໍ່ໄດ້ມາຕຖານ ສອນໄປ ໃນລັກສນະ “ເຂົ້າຈ້ຳເຂົ້າ" ຫລາຍກວ່າ ເຮັດໃຫ້ ຄຸນນະພາບ ການສອນການຮຽນ ຕົກຕ່ຳ. ເມື່ອເພີ້ມ ມ.7 ຂຶ້ນຕື່ມ ກໍຍິ່ງເຮັດໃຫ້ ບັນຫາດັ່ງກ່າວ ຫຍຸ້ງຍາກ ຂຶ້ນຕື່ມອີກ.

ອາຈານ ສີທົງ ວົງວິຈິດ ຜູ້ຮັບຜິດຊອບ ວຽກງານການຂ່າວ ຂອງກະຊວງ ສຶກສາທິການ ເວົ້າວ່າ ເພື່ອແກ້ໄຂ ບັນຫານີ້ ກະຊວງສຶກສາ ໄດ້ຈັດຕັ້ງການ ຝຶກອົບຮົມຄຣູ  ຊັ້ນ ມ.7 ໃນຣະຫວ່າງ ວັນທີ 27 ສິງຫາ ຫາ ວັນທີ 7 ກັນຍາ 2010 ທີ່ເມືອງວັງວຽງ ແຂວງວຽງຈັນ ຂນະທີ່ມື້ ເປີດສົກສຽນໃໝ່ ໃນທົ່ວປເທດ ໄດ້ເປີດຮຽນ ກ່ອນແລ້ວ ໃນວັນ ທີ່ 1 ກັນຍາ.

ສຳລັບແຂວງ ສາຣະວັນ ຜແນກສຶກສາ ແຂວງ ໄດ້ປະກາດວ່າ ໃນສົກຮຽນ ປີ 2010 -2011 ນີ້ ທົ່ວແຂວງ ມີນັກຮຽນ ຊັ້ນ ມ.7 1,538 ຄົນ ຊື່ງຕ້ອງການ ຫ້ອງຮຽນ 39 ຫ້ອງ. ແຕ່ມາຮອດ ປັດຈຸບັນນີ້ ມີພຽງ 17 ຫ້ອງ ອີກ 22 ຫ້ອງຕ້ອງໄດ້ ປຸກໃໝ່ ແຕ່ບໍ່ຮູ້ວ່າ ຈະເອົາທຶນ ມາຈາກໃສ ເພື່ອປຸກສ້າງ ຫ້ອງຮຽນໃໝ່ ໃຫ້ພຽງພໍ ກັບຄວາມ ຕ້ອງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 14, 2010 01:54 PM

ການເຮັດໃຫ້ຂາດຄູສອນນັ້ນຍ້ອນວ່າເມື່ອນັກຮຽນຜູ້ທີ່ຮຽນຈົບໃໝ່ ແລະ ສະໝັກເປັນຄູສອນນັ້ນຕ້ອງໄດ້ຈ້າງເປັນຈຳນວນເງິນບໍ່ໜ້ອຍ ແລະ ກ່ອນຈະໄດ້ເປັນຄູສອນທີ່ສົມບູນ ຫຼືໄດ້ເງິນເດືອນກິນນັ້ນ ຕ້ອງໄດັສອນຟີຣເປັນເວລາແກ່ຍາວເຖີງໜື່ງປີຫຼືອາດຫຼາຍກ່ວານັ້ນກໍ່ມີ. ເປັນຕົ້ນແມ່ນແຂວງວຽງຈັນ