ການປະຕິຮູບ ການສຶກສາໃນລາວ
2010.10.29

ກົດຟັງສຽງ
ເຖິງແມ່ນວ່າ ໃນລະຍະຜ່ານມາ ມີການປະຕິຮູບ ການສືກສາໃນລາວ ເພື່ອຄວາມກ້າວໜ້າ ແຕ່ວ່າການປະຕິຮູບ ນີ້ຈະບໍ່ຢຸດຢັ້ງ ໂດຍສະເພາະ ດ້ານນິຕິກັມ ແລະໜ້າທີ່ຂອງ ຜູ້ບໍຣິຫານໂຮງຮຽນ ຜູ້ບໍຣິຫານ ວິທຍາໄລ ໃນແຕ່ລະເມືອງ ແຕ່ລະແຂວງ ເພື່ອໃຫ້ນັກຮຽນ ທີ່ຈົບອອກໄປ ມີມາຕຖານການສືກສາ ທຽບເທົ້າກັບປະເທດ ເພື່ອບ້ານ ດັ່ງທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງສືກສາທິການ ໄດ້ກ່າວເມື່ອ ບໍ່ນານມານີ້:
"ຜ່ານມານີ້ເຮົາ ຍັງຢູໃນຈຸດເລີ້ມຕົ້ນ ຂອງການປະຕິຮູບ ການສືກສາ. ເຮົາເລີ້ມຕົນຈາກ ການປະຕິຮູບ ນິຕິກັມ ເຮົາຕ້ອງກໍານົດ ບົດບາດຂອງກະຊວງ ຫລືວ່າເລີ້ມຈາກ ການປະຕິຮູບ ກົດໝາຍ ການສືກສາ ແລ້ວເຮົາຕ້ອງມາເບິ່ງ ຜູ້ບໍຣິຫານວ່າ ຄວນຈະປັບປຸງ ແນວໃດ ເພື່ອໃຫ້ວຽກງານ ເດີນດີ ເພາະວ່າ ຜູ້ບໍຣິຫານ ແມ່ນຫົວໃຈ".
ໃນດ້ານການ ບໍຣິຫານນີ້ ທ່ານວ່າ ກະຊວງສືກສາ ໄດ້ນໍາເອົາຜູ້ບໍຣິຫານ ໂຮງຮຽນ ໃນແຕ່ລະແຂວງ ແຕ່ລະເມືອງ ເຂົ້າຝືກອົບຮົມ ຢູ່ເລື້ອຍໆເພື່ອຍົກ ຄຸນນະພາບ ການບໍຣິຫານ. ທ່ານ ລີຕູຮັບຮູ້ວ່າ ການສືກສາ ຢູ່ໃນລາວ ເຖິງວ່າຈະມີ ການປະຕິຮູບ ຢູ່ເລື້ອຍໆ ຖ້າທຽບໃສ່ປະເທດ ເພື່ອນບ້ານ ແລ້ວກໍຍັງຕໍ່າກ່ວາ ເຂົາເຈົ້າຢູ່:
"ເມື່ອທຽບໃສ່ເມື່ອກ່ອນ ກໍມີການພັທນາຫລາຍ ການພັທນາຄຣູ ຂອງພວກເຮົາກໍໄດ້ ຮັບການພັທນາ ໄດ້ຮັບການຍົກລະດັບ ຫລາຍຂື້ນ ອັນທີສອງ ຫລັກສູດ ເຮົາມີການພົວພັນ ຮ່ວມມື ແລກປ່ຽນບົດຮຽນ ປະສົພການກັບ ປະເທດອ້ອມຂ້າງ ແລະກໍມີອົງການ ຈັດຕັ້ງສາກົນມາຊ່ວຍ ມາເປັນທີ່ປືກສາ ເຮົາກໍຄ່ອຍໆປັບປຸງ ມັນດີຂື້ນເປັນກ້າວໆມາ".
ການສືກສາໃນລາວ ໃນລະຍະ 30 ປີມານີ້ ມີການຂຍາຍໂຕ ຫລາຍຂື້ນ. ຈໍານວນໂຮງຮຽນ ກໍເພີ້ມຂື້ນ ທັງໂຮງຮຽນ ເອກກະຊົນ ແລະໂຮງຮຽນຣັຖ. ການສ້າງສາໂຮງຮຽນ ໃນລະດັບບ້ານ ໃນຫລາຍບ້ານໃນທົ່ວ ປະເທດ ໄດ້ຮັບການປະກອບ ສ່ວນດ້ານການເງິນ ແລະ ວັດຖຸຈາກ ປະຊາຊົນໃນບ້ານ ຕລອດມາ.