ໂຮງຮຽນຊັ້ນປະຖົມ ເມືອງຕະໂອ້ຍຊຸດໂຊມ

ໂຮງຮຽນ ປະຖົມສົມບູນ ເມືອງຕະໂອ້ຍ ແຂວງສາຣະວັນ ຍັງຂາດເຂີນ ອຸປກອນ ການຮຽນການສອນ ທັງອາຄານ ແລະຫ້ອງຮຽນ ກໍຊຸດໂຊມ ເພພັງ.

0:00 / 0:00

ກົດຟັງສຽງ

ໂຮງຮຽນ ປະຖົມສົມບູນ ໃນເຂດເທສບານ ເມືອງຕະໂອ້ຍ ແຂວງສາລະວັນ ປະສົບກັບຄວາມ ຫຍຸ້ງຍາກ ກ່ຽວກັບການຮຽນການສອນ ຍ້ອນວ່ານັກຮຽນ ມີຈຳນວນຫລາຍ, ອຸປກອນ ການຮຽນການສອນ ກໍບໍ່ພຽງພໍ ທັງຕຶກອາຄານ ກໍຊຸດໂຊມ. ສໍາລັບບັນຫາ ດັ່ງກ່າວນີ້ ທາງໂຮງຮຽນກໍຕ້ອງການ ຄວາມຊ່ວຍເຫລືອ ຈາກໜ່ວຍງານທີ່ກ່ຽວຂ້ອງ. ດັ່ງນາຍຄຣູຜູ້ນຶ່ງ ຂອງໂຮງຮຽນນີ້ ໄດ້ອະທິບາຍ ກ່ຽວກັບບັນຫາ ນັ້ນວ່າ:

"ຜ່ານການສອນມາ ມີບັນຫາຫຍຸ້ງຍາກ ນຶ່ງ ອຸປກອນຮັບໃຊ້ ການສອນບໍ່ພຽງພໍ ເປັນຕົ້ນແມ່ນ ສອນວິຊາຄະນິດສາດ ບັນທັດກໍບໍ່ມີ ໂຕ໋ະຕັ່ງບໍ່ພຽງພໍ ເປັນຕົ້ນ ນັກຮຽນ ປໍ 1 ນັ່ງ 3 ນັ່ງ 4 ບາງຄົນກໍບໍ່ມີ ໂຕ໋ະ ຝົນຕົກແຮງ ກໍແມ່ນຮົ່ວ ລົມແຮງກໍຮຽນ ບໍ່ໄດ້".

ນາງເວົ້າຕໍ່ໄປວ່າ ໃນຍາມໜາວຈະມີ ລົມພັດແຮງ ເຮັດໃຫ້ມີຂີ້ຝຸ່ນ ເຂົ້າມາໃນຫ້ອງຮຽນ, ສ່ວນຍາມຝົນຫລັງຄາ ກໍຮົ່ວ ເພາະສັງກະສີ ມຸງຫລັງຄາເກົ່າແກ່ມີຮູ, ນ້ຳຍ້ອຍລົງມາ ເຮັດໃຫ້ຫ້ອງຮຽນ ປຽກເປິເປື້ອນ. ນອກຈາກນັ້ນ ບາງເທື່ອກໍມີງົວຄວາຍ ເຂົ້າມາສ້າງຄວາມ ເປິເປື້ອນ ເພາະວ່າແຕ່ລະຫ້ອງ ບໍ່ມີປະຕູອັດ.

ທ່ານ ທົງໄຊ ສິດທິຈັກ ຜູ້ອໍານວຍການ ຂອງໂຮງຮຽນນີ້ ຕ້ອງການຢາກໃຫ້ ເຈົ້າໜ້າທີ່ຮັບຜິດຊອບ ເຂົ້າມາຊ່ວຍເຫລືອ ສ້ອມແປງໂຮງຮຽນ. ທ່ານເວົ້າວ່າ:

"ໃນນາມຂ້າພະເຈົ້າ ເປັນຜູ້ອຳນວຍການ ໂຮງຮຽນ ຂໍຮຽກຮ້ອງມາຍັງ ທາງຂັ້ນເທິງ ລົງມາຕິດຕາມກວດກາ ສະພາບໂຮງຮຽນ ອາຄານຂອງໂຮງຮຽນ ສິ່ງທີ່ມັນເປ້ເພ ໂຕ໋ະຕັ່ງ ບໍ່ທັນພຽງພໍ ໃຫ້ຊອກຫາ ແລະ ຊ້ອມແປງຊ່ວຍຕື່ມ".

ສຳລັບໂຮງຮຽນ ປະຖົມສົມບູນ ເມືອງຕະໂອ້ຍ ແຂວງສາລະວັນ ມີຕຶກຮຽນ 3 ຫລັງ, ຫລັງ 1 ຍັງໃຊ້ການໄດ້ດີ, ຫລັງ 1 ຊຸດໂຊມເກົ່າເພພັງ ແຕ່ຍັງໃຊ້ເປັນ ບ່ອນຮຽນບ່ອນສອນຢູ່, ແລະອີກຫລັງນຶ່ງ ຊຸດໂຊມເສັຍຫາຍຫລາຍ ໃຊ້ການບໍ່ໄດ້ເລີຍ. ສຳລັບໂຮງຮຽນນີ້ມີ ລູກສິດທັງໝົດ 247 ຄົນ, ນາຍຄຣູສອນ 12 ຄົນ. ຕາມປົກກະຕິແລ້ວ ຫ້ອງຮຽນ 1 ຈະມີລູກສິດ 35 ຄົນ, ແຕ່ກໍຣະນີນີ້ ຕ້ອງໄດ້ຈັດລູກສິດ ໃສ່ຫ້ອງ 1 ປະມານ 50 ຫາ 60 ຄົນ ຊຶ່ງເປັນເກືອບສອງເທົ່າ ຂອງຈຳນວນປົກກະຕິ.