ຈໍານວນນັກຮຽນ ເພີ້ມໃນຊົນນະບົດ
2010.10.22

ກົດຟັງສຽງ
ທຸກມື້ນີ້ ຈໍານວນນັກຮຽນ ທີ່ເຂົ້າຮຽນໜັງສື ຢູ່ໃນໂຕເມືອງໃຫຍ່ ຫລຸດຫນ້ອຍລົງ ຖ້າທຽບກັບ ຈໍານວນນັກຮຽນ ຢູ່ໃນເຂດ ຊົນນະບົດ. ສາເຫດຂອງຄວາມ ແຕກຕ່າງກັນນັ້ນ ຍ້ອນວ່າ ຄົນຢູ່ໃນເມືອງໃຫ່ຍ ມັກຈະມີລູກຫ່າງ ແລະ ບໍ່ເອົາລູກຫລາຍຄົນ. ຕາມທີ່ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງ ສືກສາທິການລາວ ໄດດ້ກ່າວ:
"ສາເຫດ ທີ່ສໍາຄັນກໍຄືວ່າ ເຮົາສົ່ງເສີມໃຫ້ຄົນ ຕ້ອງມີລູກຫ່າງ. ໃນໂຕເມືອງຄົນ ບໍ່ຄ່ອຍຢາກເອົາລູກ ຫລາຍຄົນ ບໍ່ຄືກັບຢູ່ ຊົນນະບົດ ທີ່ບໍ່ເອົາໃຈໃສ່ວ່າ ມີລູກມາຈະຕ້ອງ ມີເງິນໃຫ້ລູກ ໄປຮຽນ ອັນນັ້ນເປັນ ສາເຫດຫລັກ ທີ່ຢູ່ໂຕເມືອງ ອັດຕຣາເຂົ້າຮຽນ ຫລຸດລົງ".
ຢູ່ໃນເຂດ ຊົນນະບົດ ຂອງລາວ ໃນລະຍະຜ່ານມາ ການມີລູກຫລາຍ ເປັນສິ່ງຈໍາເປັນ ເພາະວ່າຕ້ອງການ ແຮງງານຊ່ວຍເຫລືອ ຄອບຄົວ ໃຫ້ມີຜລິດຜົນ ບໍ່ໄດ້ຄິດວ່າ ລູກເກີດມາ ຈະຕ້ອງລ້ຽງດູ ແບບໃດ ແລະຈະສົ່ງໄປ ໂຮງຮຽນໃດ. ປັດຈຸບັນນີ້ ຄົນຢູ່ໃນເຂດ ຊົນນະບົດ ຍັງມີລູກຖີ່ ແລະ ຫລາຍຄົນຢູ່ຄືເກົ່າ ແລະຜູ້ເປັນພໍ່ເປັນແມ່ ກໍເຫັນຄວາມສໍາຄັນ ຂອງການສືກສາ ຫລາຍຂື້ນ ດັ່ງນັ້ນຈື່ງເຮັດ ໃຫ້ຈໍານວນ
ການເຂົ້າຮຽນໜັງສື ຂອງເດັກນ້ອຍ ໃນເຂດ ຊົນນະບົດ ມີສູງກ່ວາຢູ່ ໃນໂຕເມືອງ.
ທ່ານ ລີຕູ ວ່າ ທາງການລາວໄດ້ ພຍາຍາມເຕົ້າໂຮມ ບ້ານນ້ອຍທີ່ຕັ້ງ ຢູ່ແບບ ກະແຈກກະຈາຍ ໃນເຂດສອກຫລີກ ຫ່າງໄກ ໃຫ້ເປັນບ້ານໃຫຍ່ ເພື່ອສ້າງເງື່ອນໄຂ ໃຫ້ເດັກນ້ອຍ ຊົນຊາດຊົນເຜົ່າ ໄດ້ຮັບ ການສືກສາ ທົ່ວເຖິງກັນ.