ມະຫາວິທຍາລັຍ ວິທຍາສາຕກາຣແພທ ໃນລາວ

ກາຣສຶກສາ ໃນມະຫາວິທຍາລັຍ ວິທຍາສາຕ ກາຣແພທ ຍັງບໍ່ມີ ຄຸນນະພາບ ເທົ່າທີ່ຄວນ.
ຫວາດ ສີມູນ
2010.10.21
F-hospital ໂຮງໝໍມະໂຫສົດ ໃນນະຄອນຫຼວງວຽງຈັນ
RFA/Tyler Chapman

ກົດຟັງສຽງ

ທາງກາຣ ສປປລາວ ຍອມຮັບວ່າ ຄຸນນະພາບ ກາຣສຶກສາ ໃນມະຫາວິທຍາລັຍ ວິທຍາສາຕ ສຸຂພາບ ຍັງບໍ່ທັນມີ ຄຸນນະພາບດີ ເທົ່າທີ່ຄວນເທື່ອ ໃນປັຈຈຸບັນນີ້ ຈຶ່ງບໍ່ສາມາດ ຕອບສນອງ ຄວາມຮຽກຮ້ອງ ຕ້ອງກາຣດ້ານແພທໝໍ ທີ່ມີຄຸນນະພາບ ຕໍ່ສັງຄົມໄດ້ ແຕ່ຢ່າງໃດ.

ດຣ. ສົມອົກ ກິ່ງສະດາ ອະທິກາຣບໍດີ ຂອງມະຫາວິທຍາລັຍ ວິທຍາສາຕ ສຸຂພາບ ໃຫ້ທັສນະດັ່ງກ່າວ ແລະຍອມຮັບ ໃນທີ່ປະຊຸມ ຂອງທ້າຍເດືອນ ກັນຍາ ຜ່ານມານີ້ວ່າ ສາເຫຕທີ່ ຄຸນນະພາບ ແພທໝໍ ຍັງຕໍ່າຫລາຍນັ້ນ ອາຈມາຈາກທາງ ມະຫາວິທຍາລັຍ ຍັງມີກາຣ ປະຕິບັຕ ຕາມນະໂຍບາຍ ພິເສດ ອະນຸຍາຕ ໃຫ້ລູກໆຫລານໆ ຂອງ ພະນັກງານ ເຂົ້າຮຽນ ໂດຽບໍ່ຄຳນຶງ ເຖິງຣະດັບ ຄວາມຮູ້ ແລະຄວາມສາມາດ ດ້ານກາຣສຶກສາ ຂອງເຂົາເຈົ້າ ແຕ່ຢ່າງໃດ. ພ້ອມກັນນັ້ນ ທາງມະຫາວິທຍາລັຍ ຍັງມີກາຣ ຮັບເອົານັກສຶກສາ ເຂົ້າຮຽນຫລາຍກວ່າ ກຳໜົດ.

ດຣ. ສົມອົກ ໄດ້ກ່າວເນັ້ນວ່າ ທາງສະຖາບັນ ກາຣແພທດັ່ງກ່າວ ຍັງຂາດເຂີນຫ້ອງຮຽນ ຫ້ອງທົດລອງ ແລະອຸປກອນ ກາຣສິຕສອນຕ່າງໆ ຕລອດຮອດຄຣູ-ອາຈາຣ ທີ່ມີ ຄຸນນະພາບ ແລະຮ້າຍໄປກວ່ານັ້ນ ໃນເມື່ອຮຽນຈົບ ຫລັກສູຕແລ້ວ ນັກສຶກສາສ່ວນໜຶ່ງ ກໍບໍ່ຢາກອອກໄປ ປະຕິບັຕ ວຽກງານຢູ່ຕາມ ເຂຕຊົນນະບົທ, ຍິ່ງເຮັດໃຫ້ທາງ ສະຖາບັນ ດັ່ງກ່າວ ບໍ່ສາມາດຂຍາຍ ຕາໜ່າງດ້ານ ສາທາຣະນະສຸຂ ອອກໄປໃນເຂຕ ນອກໄດ້ ທັ້ງໆທີ່ມີສຸຂສາລາ ແຕ່ຫາກບໍໍ່ມີ ພະນັກງານ ແພທໝໍ ໄປໃຫ້ບໍຣິກາຣ ຮັບໃຊ້ ປະຊາຊົນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.