ປື້ມຮຽນ ມ.7 ຍັງບໍ່ທົ່ວເຖິງ

ການສົ່ງປຶ້ມຮຽນ ໃຫ້ຊັ້ນມັທຍົມ ປີທີ 7 ມີການຊັກຊ້າ ໃນບາງເຂດ ຍ້ອນການ ຄົມມະນາຄົມ ບໍ່ສະດວກ.

ພໍ່ແມ່ທີ່ມີຖານະດີ ສາມາດສົ່ງລູກ ເຂົ້າຮຽນໃນໂຮງຮຽນ ເອກກະຊົນໄດ້ ຄືຢູ່ໃນຮູປນີ້ ກໍບໍ່ມີບັນຫາ ແຕ່ນັກຮຽນໃນເຂດ ຊົນນະບົດນັ້ນ ຍັງຂາດເຂີນ ໃນທຸກຮອບດ້ານ.
ພໍ່ແມ່ທີ່ມີຖານະດີ ສາມາດສົ່ງລູກ ເຂົ້າຮຽນໃນໂຮງຮຽນ ເອກກະຊົນໄດ້ ຄືຢູ່ໃນຮູປນີ້ ກໍບໍ່ມີບັນຫາ ແຕ່ນັກຮຽນໃນເຂດ ຊົນນະບົດນັ້ນ ຍັງຂາດເຂີນ ໃນທຸກຮອບດ້ານ. (Tyler/Chapman)

0:00 / 0:00

ກົດຟັງສຽງ

ບັນຫາເສັ້ນທາງ ການຄົມມະນາຄົມ ທີ່ບໍ່ສດວກ ໃນບາງພື້ນທີ່ ຂອງປະເທດ ເປັນສາເຫດສຳຄັນ ເຮັດໃຫ້ການ ຂົນສົ່ງປຶ້ມຮຽນ ມັທຍົມ ປີທີ 7 ຫລ້າຊ້າກວ່າ ກຳນົດ ໂດຍສະເພາະ ໃນຍາມຝົນ ເພາະມີເຫດ ດິນເຈື່ອນ ແລະ ຖນົນຫົນທາງ ກໍເພພັງ ຈົນເຮັດໃຫ້ຣົດ ທີ່ໄປສົ່ງປື້ມຮຽນ ໄປບໍ່ຮອດ. ທ່ານ ລີຕູ ບົວປາວ ຣັຖມົນຕຣີ ຊ່ວຍວ່າການ ກະຊວງສຶກສາທິການ ໄດ້ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ເວລາສົ່ງໄປ ອາດຊັກຊ້າ ໃນບ່ອນທີ່ສົ່ງ ລະຫວ່າງສູນກາງ ໄປຮອດແຂວງ ຈາກແຂວງ ໄປຮອດເມືອງ ເພາະວ່າບາງບ່ອນ ເສັ້ນທາງ ກໍບໍ່ສະດວກ ມັນອາດຈະມີການ ກະທົບກະເທືອນ ເລັກທນ້ອຍໆ ຢ່າງໃນຍາມຝົນ ເຂົາເອີ້ນວ່າດິນເຈື່ອນ ມາຕັດທາງ ແລ້ວເຮົາບໍ່ສາມາດ ໄປໄດ້ ສະນັ້ນເຮົາຕ້ອງ ໃຊ້ເວລາ ການສົ່ງອາດຈະບໍ່ ທັນກັບເວລາ ຄວາມຕ້ອງການ".

ທ່ານ ລີຕູ ກ່າວຕໍ່ໄປວ່າ ຕາມແຜນການ ທີ່ໄດ້ກຳນົດໄວ້ ທາງກະຊວງສຶກສາ ຈະແຈກຢາຍ ປື້ມຮຽນຊັ້ນ ມ.7 ໃຫ້ນັກຮຽນທຸກໆຄົນ ໃນທຸກໆແຂວງ ແຕ່ກໍມີບັນຫາ ເພາະປຶ້ມ ບໍ່ມີພຽງພໍ ສຳລັບນັກຮຽນ ເພາະ ເປັນປີທຳອິດ ການພິມກໍຊັກຊ້າ ແລະການສົ່ງກໍບໍ່ ທ່ວງທັນ ຊ້ຳບໍ່ພໍລະດູຝົນ ຍັງສ້າງບັນຫາ ໃຫ້ການສົ່ງ ອີກດ້ວຍ, ແຕ່ທາງກະຊວງ ສຶກສາທິການ ກໍຈະພຍາຍາມ ສົ່ງໄປເທື່ອ ລະເລັກລະນ້ອຍ ຈົນຄົບ ຈຳນວນ.

ເຖິງຢ່າງໃດກໍຕາມ ສຳລັບປື້ມຮຽນ ຊັ້ນ ມ.7 ນີ້ຍັງເປັນ ສະບັບທົດລອງ ດັ່ງນັ້ນທາງ ກະຊວງສຶກສາທິການ ຈຶ່ງຍັງບໍ່ທັນ ມີແຜນການຈະພິມ ອອກມາຂາຍເທື່ອ ຈົນກວ່າຈະມີ ການເກັບກຳຂໍ້ມູນ ເພີ້ມຕື່ມ ແລະ ທົດລອງຢ່າງຮອບຄອບ ແລະ ຖືກຕ້ອງ. ທ່ານ ລີຕູ ກ່າວວ່າ:

"ເຣື້ອງຂາຍໂດຍທົ່ວໄປ ແລ້ວພວກເຮົາຈະ ບໍ່ຂາຍ ຍັງບໍ່ທັນໄດ້ ເປີດໂອກາດ ໃຫ້ຂະເຈົ້າພິມເທື່ອ ເພາະວ່າມັນເປັນ ສະບັບທີ່ທົດລອງ ສະນັ້ນເຮົາຈຶ່ງ ທົດລອງກ່ອນ ເພື່ອຈະຮັບປະກັນ ວ່າຫລັກສູດ ທີ່ເຮົາ ສ້າງຂຶ້ນມັນສອດຄ່ອງ ແລ້ວສະນັ້ນ ເຮົາຈຶ່ງຕ້ອງມີ ການທົດລອງ ມີການປັບປຸງ ເບິ່ງກ່ອນ".

ສຳລັບປື້ມຮຽນ ຊັ້ນ ມ.7 ນີ້ຍັງມີນັກຮຽນ ຫລາຍຄົນທີ່ ຍັງບໍ່ທັນໄດ້ ຄົບເຖິງວ່າ ສົກການສຶກສາ ໄດ້ເປີດຮຽນເປີດສອນ ໄປແລ້ວກໍຕາມ, ແຕ່ບັນຫາດັ່ງກ່າວ ທາງກະຊວງ ສຶກສາທິການ ກໍກຳລັງແກ້ ໄຂຢູ່.