ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຮັບຮູ້ວ່າ ຍັງມີ ປາກົດການ ບໍຣິສັດ ສັມປະທານ ທີ່ດິນ ບາງບໍຣິສັດ ທັບຊ້ອນກັບພື້ນທີ່ ປ່າສງວນ ຂອງຣັຖ. ທ່ານວ່າ ທາງ ກະຊວງ ກະສິກັມ ແລະປ່າໄມ້ ໄດ້ຮັບລາຍງານ ເຣື້ອງນີ້ຢູ່ ເລື້ອຍໆດັ່ງທ່ານ ໄດ້ກ່າວ:
"ບໍຣິສັດ ກ່ຽວຂ້ອງ ໄປຫາ ໂຂງເຂດ ປ່າໄມ້ ຂອງພວກເຂົາເຈົ້າ ແນ່ນອນເຂົາເຈົ້າ ກໍຈະອີງ ຕາມລະບຽບ. ຖ້າໄປຕ້ອງ ປ່າສງວນ ເຂົາເຈົ້າ ກໍວ່າບໍ່ໄດ້ ແຕ່ສ່ວນວ່າຈະ ໄດ້ຫລືບໍ່ ມັນກໍຂື້ນກັບ ຜູ້ຕັດສີນ ບັນຫາ ອີກເທື່ອນື່ງ ສ່ວນຫລາຍ ມີແຕ່ວ່າ ເມື່ອມີບັນຫາມາ ຈື່ງຄ່ອຍມາເຖິງ ຝ່າຍກະສິກັມ ອັນນີ້ກໍມີ ປາກົດການຢູ່".
ປ່າສງວນ ແຫ່ງຊາດ ຫລາຍແຫ່ງໃນລາວ ຖືກບໍຣິສັດ ສັມປະທານ ທີ່ດິນ ບຸກລຸກເຂົ້າໄປ ສໍາຣວດ ຊັພຍາກອນ ທັມມະຊາດ ແລະ ນໍາໃຊ້ທີ່ດິນ ຢ່າງກ້ວາງຂວາງ ໃນທົ່ວ ປະເທດ ເປັນຕົ້ນເຂດ ປ່າສງວນ ພູເຂົາຄວາຍ ແຂວງວຽງຈັນ ປ່າສງວນ ແຫ່ງຊາດເຊປ່ຽນ ໃນແຂວງ ຈໍາປາສັກ ແລະ ປ່າສງວນ ດົງອໍາພາມ ໃນແຂວງ ອັດຕະປື ທີ່ຖືກ ບໍຣິສັດ ຂຸດຄົ້ນບໍ່ແຮ່ ແລະ ບໍຣິສັດ ສ້າງເຂື່ອນໄຟຟ້າ ເຂົ້າໄປບຸກລຸກ.
ສປປ ລາວ ມີກົດໝາຍ ກ່ຽວກັບການ ປົກປັກຣັກສາ ແລະ ຄຸ້ມຄອງປ່າໄມ້ ທັງປ່າສງວນ ແລະປ່າຜລິດ ແຕ່ໃນ ສະພາບໂຕຈິງ ການປະຕິບັດງານ ຂອງຫນ່ວຍງານ ປ່າໄມ້ ຍັງບໍ່ສາມາດ ຢັບຢັ້ງ ການບຸກລຸກ ນີ້ໄດ້ ເທົ່າທີ່ຄວນ ເພາະຕ້ອງລໍຖ້າ ການຕັດສີນ ໃຈຂອງຫນ່ວຍ ງານອື່ນໆອີກ.
ເມື່ອບໍ່ດົນມານີ້ ຣັຖບານລາວ ກໍອອກ ນະໂຍບາຍ ການໃຫ້ ສັມປະທານ ທີ່ດິນໃໝ່ ໂດຍສັ່ງໃຫ້ ກວດກາການໃຫ້ ສັມປະທານ ທີ່ດິນ ສໍາລັບການ ຂຸດຄົ້ນບໍ່ແຮ່ ແລະ ພຍາຍາມ ໃຫ້ອົງການ ຄຸ້ມຄອງທີ່ດິນ ເຂົ້າມາ ມີບົດບາດ ໃນການ ອະນຸມັດ ການໃຫ້ ສັມປະທານ.