ແຂວງຊຽງຣາຍຢາກເພີ້ມ ດ່ານຊາຍແດນສາກົນ

ແຂວງຊຽງຣາຍ ປະເທດໄທ ຢາກເປີດດ່ານ ສາກົນ ຕື່ມອີກ ໃນເຂດຊາຍແດນ ສາມຫລ່ຽມຄໍາ
ໂພໄຊສວັດ
2010.09.14

ແຂວງຊຽງຣາຍ ປະເທດໄທ ຈະສເນີ ໃຫ້ຣັຖບານ ຍົກລະດັບ ດ່ານ ໃຫ້ເປັນດ່ານ ສາກົນ ເພີ້ມອີກບ່ອນນຶ່ງ ເພື່ອຮອງຮັບ ການຈະເຣີນ ເຕີບໃຫຍ່ ຂອງເຂດ ສາມຫລ່ຽມຄຳ ຊຶ່ງຈະຮ່ວມ ລາວ ໄທ ພະມ້າ ແລະ ພາກໃຕ້ຂອງຈີນ. ຊຶ່ງການຍົກ ລະດັບ ດ່ານທັມມະດາ ໃຫ້ເປັນ ດ່ານສາກົນ ໃນເຂດ ສາມຫລ່ຽມຄຳ ຈະເປັນການ ເຊື່ອມຕໍ່ລະຫວ່າງ ປະເທດເພື່ອນບ້ານ ໃຫ້ສົມບູນ.

ໃນເວລາດຽວກັນ ກໍຈະສົ່ງເສີມ ໃຫ້ຄວາມ ສະດວກແກ່ ຊາວຈີນ ທີ່ມາຫລິ້ນ ກາຊີໂນ ໃນລາວ ສາມາດມາທ່ຽວ ຢ້ຽມຢາມໄທ ເພື່ອສົ່ງເສີມ ການຄ້າ ແລະ ການລົງທຶນ. ທ່ານ ສຸເມັກ ແສງນິ້ມນວນ ເຈົ້າແຂວງໆຊຽງຮາຍ ປະເທດໄທ ເວົ້າວ່າ:

"ກໍຕຣຽມການ ສເນີຕໍ່ ຣັຖບານ ຢູ່ໃນ ຂະນະນີ້ ເຂດສີ່ຫລ່ຽມ ເສຖກິດ ເໝາະສົມ ທີ່ຈະມີ ດ່ານຖາວອນ ຄື ປັດຈຸບັນນີ້ ດ່ານຢູ່ ເມືອງຊຽງແສນ ເປັນຄືກັບ ດ່ານຊົ່ວຄາວ ເພາະສະນັ້ນ ກໍບໍສດວກ ໃນການເດີນທາງ ຂ້າມໄປມາ ໂດຍສະເພາະ ຊາວຕ່າງປະເທດ ຈາກຈີນ".

ທ່ານເວົ້າ ຕໍ່ໄປວ່າ ຢາກໃຫ້ ຣັຖບານໄທ ເປີດດ່ານສາກົນ ຕື່ມອີກບ່ອນນຶ່ງ ເພື່ອເຊື່ອມຕໍ່ເຂດ ສີ່ຫລ່ຽມເສຖກິດ ລະຫວ່າງລາວ ໄທ ແລະ ພະມ້າ ຊຶ່ງເປັນ ບໍຣິເວນ ສາມຫລ່ຽມຄຳ ຍ້ອນວ່າຫລັງ ຈາກລາວເປີດ ກາຊີໂນ ຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວແລ້ວ ເຫັນວ່າໄດ້ຮັບ ຄວາມສຳເຣັດ ເພາະມີຊາວຈີນ ເຂົ້າມາລາວ ມື້ນຶ່ງຢ່າງຕໍ່າ 4,000 ຄົນ ແລະຄາດວ່າ ຊາວຈີນ ເຫລົ່ານີ້ອາດຈະ ຢາກເຂົ້າມາທ່ຽວ ໄທ ແລະກໍຍັງບໍ່ທັນ ມີຄວາມສະດວກ ພຽງພໍ ເພາະຊາວຈີນ ຕ້ອງຖືໜັງສື ຜ່ານແດນ passport ແລະ ຂໍວີຊາ ຈຶ່ງເຂົ້າໄທໄດ້ ບໍ່ຄືກັບ ເຂົ້າມາລາວ ຊຶ່ງ ອະນຸຍາດ ໃຫ້ເຂົ້າມາໄດ້ ພຽງແຕ່ມີ border pass.

ປັດຈຸບັນນີ້ ບໍຣິເວນ ສາມຫລ່ຽມຄຳ ທີ່ເປັນເຂດ ຊາຍແດນ ລາວ ໄທ ແລະ ພະມ້າ ເປັນຈຸດຍຸທສາດ ທີ່ສຳຄັນ ໂດດເດັ່ນ ທາງດ້ານການ ທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ຈະເຫັນໄດ້ ຈາກການເພີ້ມ ຈຳນວນຂຶ້ນ ຢ່າງຫລວງຫລາຍ ຂອງນັກລົງທຶນ ຊາວຈີນ ແລະ ນັກພະນັນຈີນ ທີ່ຢູ່ໃນ ລະດັບ ທີ່ມີເງິນ ທີ່ພາກັນ ມາຫລິ້ນ ການພະນັນ ໃນລາວ ເຮັດໃຫ້ເສຖກິດ ໃນພູມີພາກນີ້ ຈະເຣີນເຕີບໃຫຍ່ ຢ່າງວ່ອງໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.