ໄຂ້ເລືອດອອກແພ່ຣະບາດ ຢູ່ໄທ

ອົງການ ອະນາໄມໂລກ ເຕືອນ ກ່ຽວກັບ ການຣະບາດ ຂອງໄຂ້ ເລືອດອອກ.
ຈະເຣີນສຸກ
2010.09.13


ອົງການ ອະນາໄມ ໂລກ ຫລືວ່າ WHO ເຕືອນວ່າ ປະເທດໄທ ຈໍາເປັນຕ້ອງ ເພີ້ມມາຕການ ກໍາຈັດ ການລະບາດ ຂອງໄຂ້ເລືອດອອກ, ໃນຂນະທີ່ ພຍາດດັ່ງກ່າວ ຍັງສືບຕໍ່ຣະບາດ ໃນທົ່ວປະເທດ.

ທ່ານ ສໍາລີ ພຽງບັງຈັງ, ອໍານວຍການ ອົງການ ອະນາໄມໂລກ ປະຈໍາຂົງເຂດ ເອເຊັຍຕາເວັນອອກສ່ຽງໃຕ້ ກ່າວວ່າ ການເອົາໃຈໃສ່ ໃນການປິ່ນປົວ ສາມາດ ຊ່ອຍຊີວິດ ຂອງຄົນເຈັບ ໄຂ້ເລືອດ ໄວ້ໄດ້, ແຕ່ວ່າ ມັນບໍ່ສາມາດ ຍັບຍັ້ງ ການແຜ່ລະບາດ ດ້ວຍຕົວຂອງ ມັນເອງ ຕາບໃດ ທີ່ຝ່າຍ ສາທາຣະນະສຸກ ບໍ່ເອົາມາຕການ ຢ່າງເດັດຂາດ ເພື່ອກໍາຈັດ ແຫລ່ງທີ່ນໍາ ເຊື້ອໂຣກ ດັ່ງກ່າວ.

ນັກວິຊາການ ດ້ານໂລກຕິດໍ່ ເຕືອນກ່ຽວກັບ ການຣະບາດ ຂອງເຊື້ອໄຂ້ ເລືອດອອກ ໃນປີນີ້ ໃນຂະນະມີ ຣາຍງານ ຜູ້ຕິດເຊື້ອ ໃນປະເທດໄທ ເກືອບເຖິງ 71 ພັນ ກໍຣະນີ, ໃນນັ້ນ 87 ກໍຣະນີ ເສັຍຊີວິດ, ຊຶ່ງອັດຕຣາການ ຕິດເຊື້ອໂຣກ ດັ່ງກ່າວ ເພີ້ມຂຶ້ນ ເຖິງ 117 ສ່ວນຮ້ອຍ ເມື່ອທຽບໃສ່ ລະຍະດຽວກັນ ຂອງປີກາຍນີ້.

ກໍຣະນີ ຜູ້ທີ່ຕິດເຊື້ອ ໄຂ້ເລືອດອອກ ມີຣາຍງານວ່າ ເກີດຂຶ້ນ ໃນທົ່ວປະເທດ, ແລະ ແຂວງທີ່ຕິດເຊື້ອ ຫລາຍທີ່ສຸດ, ຮວມທັງ ແຂວງປັດຕະນີ, ສົງຂາ, ກຣະບີ່, ນາຣາທິວາດ, ພັດຕະລຸງ, ຈັນທະບູຣີ, ພິສນຸໂລກ ແລະ ຕາກ.





 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.