ໂຄງການຕໍ່ຕ້ານ ຄວາມຍາກຈົນໃນໂລກ

ເປົ້າໝາຍຕໍ່ຕ້ານ ຄວາມທຸກຍາກ ຂອງໂລກ ເປັນໂຄງການ ທີ່ ທະເຍີທະຍານ ແຕ່ເປັນໄປໄດ້, ທ່ານ ບານ ກີມູນ ກ່າວກ່ອນກອງ ປະຊຸມ ໂຄງການເປົ້າໝາຍ ການພັທນາ ສະຫັດສວັດ ສະຫະ ປະຊາຊາດ.
ໂພໄຊສວັດ
2010.09.14

ໂຄງການ ເປົ້າໝາຍການ ພັທນາ ສະຫັດສວັດ ສະຫະ ປະຊາຊາດ ຫລື MDG ເປັນໂຄງການ ທີ່ຍິ່ງໃຫຍ່ ທະເຍີທະຍານ, ແຕ່ກໍຍັງ ສາມາດ ຈະໄດ້ຮັບ ຄວາມສຳເຣັດ. ເລຂາທິການ ສະຫະ ປະຊາຊາດ ທ່ານ ບານ ກີມູນ ກ່າວໃນມື້ ວັນທີ 13 ກັນຍາ 2010, ທັງໄດ້ຮຽກຮ້ອງ ໃຫ້ຜູ້ນຳ ຂອງໂລກ ເຄື່ອນຍ້າຍ  ຊັພຍາກອນ ພາຍໃນປະເທດ ໄປບ່ອນທີ່ມີ ຄວາມຕ້ອງການ ຫລາຍທີ່ສຸດ ເພື່ອຕໍ່ສູ້ກັບ ຄວາມທຸກຍາກ, ຄວາມອຶດຫິວ ແລະ ພຍາດຕິດຕໍ່.

ທ່ານ ບານ ກີມູນ ບອກກັບ ຜູ້ສື່ຂ່າວວ່າ ເປົ້າໝາຍຍັງ ສາມາດ ເປັນໄປໄດ້ ຕາມກຳນົດ ເວລາ ປີ 2015 ນີ້ຢູ່ ຫາກໄດ້ຮັບຄວາມ ເອົາໃຈໃສ່ ແລະຄວາມ ພຍາຍາມ. ທ່ານກ່າວກ່ອນ ກອງປະຊຸມ ສຸດຍອດ ເພື່ອກວດກາ ຄວາມກ້າວໜ້າ ຂອງ MDG ຂອງຜູ້ນຳຈາກ 140 ປະເທດຢູ່ ສູນກາງ ສະຫະ ປະຊາຊາດ ນະຄອນນິວຢອກ        ສະຫະຣັຖ ອະເມຣິກາ.

ທ່ານກ່າວວ່າ: ໂຄງການ MDG ມີຄວາມຍຸ້ງຍາກ ແລະ ທະເຍີທະຍານ, ແຕ່ເຮັດໄດ້, ຫລາຍປະເທດ ທີ່ທຸກຍາກ ມີຄວາມກ້າວໜ້າ ຢ່າງຫລວງຫລາຍ. ເຖິງຢ່າງໃດ ກໍຕາມ ທ່ານກໍຮັບຮູ້ ແລະກ່າວ ໃນຕອນນຶ່ງວ່າ:

"ຫລາຍປະເທດ ໂດຍສະເພາະ ໃນເຂດ ທະເລຊາຍ ຊາຮາຣາ ທະວີບ ອາຝຣິກກາ ຍັງຫລ້າຫລັງ ບໍ່ສາມາດ ໄປເຖິງເປົ້າໝາຍ ໄດ້ເທື່ອ".

ກອງປະຊຸມ ສຸດຍອດ 3 ມື້ ກ່ຽວກັບ MDG ເລີ້ມຕັ້ງແຕ່ ວັນຈັນ ທີ 13 ກັນຍາ 2010 ຊຶ່ງສມັດຊາໃຫຍ່ ສະຫະ ປະຊາຊາດ ເປັນເຈົ້າພາບ ນອກຈາກມີ ຜູ້ນຳຂອງ ປະເທດ ຕ່າງໆ ແລະຝ່າຍ ຣັຖບານແລ້ວ ຍັງມີອົງການ ກຸ່ມຊຸມຊົນ ມູລນິທິ ແລະ ພາກເອກກະຊົນ ອີກຢ່າງ ຫລວງຫລາຍ ເຂົ້າຮ່ວມ.
ທ່ານ ບານ ຈະໃຊ້ເວທີ ນີ້ສເນີ ນະໂຍບາຍ ດ້ານສຸຂພາບ ແມ່ຍິງແລະ ເດັກນ້ອຍ ຊຶ່ງເປັນ ເປົ້າໝາຍນຶ່ງ ໃນໂຄງການ ເປົ້າໝາຍການພັທນາ ສະຫັດສວັດ ສະຫະ ປະຊາຊາດ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.