ອາຈມີການປ່ຽນແປງ ຜູ້ນໍາລາວໃນມໍ່ໆນີ້

ນັກວິຊາການໄທ ເຊື່ອວ່າ ຈະມີການ ປ່ຽນແປງ ຫລາຍຢ່າງ ໃນກອງ ປະຊຸມໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ໃນປີໜ້ານີ້.
ໂພໄຊສວັດ
2010.09.13

ກົດຟັງສຽງ

ນັກວິຊາການ ໄທ ຈາກ ມະຫາວິທຍາໄລ ອຸບົນ ຣາຊທານີ ໄດ້ເປີຍເຜີຍ ຕໍ່ຜູ້ສື່ຂ່າວ ວ່າ ການປະຊຸມໃຫຍ່ ຂອງຄນະພັກ ປະຊາຊົນ ປະຕິວັດລາວ ປະຈຳສົກປີ 2011 ເຊື່ອວ່າຈະມີ ການປ່ຽນແປງ ຫລາຍຕຳແໜ່ງ ໃນຄນະ ຣັຖບານ ເຖິງຂັ້ນ ນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ປະຈຳ ກະຊວງຕ່າງໆ ທີ່ກ່ຽວກັບ ຕ່າງປະເທດ ການຄ້າ ການລົງທຶນ ແລະການເງິນ. ນັກວິຊາການ ຜູ້ນີ້ ຄາດວ່າ ເຈົ້າແຂວງຫລາຍຄົນ ອາດຈະໄດ້ ຮັບຕຳແໜ່ງ ໃນລະດັບ ຣັຖບານ ເຊັ່ນເຈົ້າແຂວງ ຫລວງພຣະບາງ ແລະ ຈຳປາສັກ ອາດຈະໄດ້ຕຳແໜ່ງ ໃນອຳນາດ ປົກຄອງ ໃນສູນກາງ ຂອງປະເທດ.

ສຳລັບຕຳແໜ່ງ ນາຍົກຮັຖມົນຕຣີ ທ່ານເວົ້າວ່າ ມີຄວາມເປັນ ໄປໄດ້ສູງ ທີ່ ດຣ ທອງລຸນ ສີສຸລິດ ຣັຖມົນຕຣີ ວ່າການ ກະຊວງການ ຕ່າງປະເທດ ແລະທ່ານ ສົມສະຫວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ອາດຈະໄດ້ເປັນ ນາຍົກຣັຖມົນຕຣີ ຄົນໃໝ່ ຂອງລາວ. ສໍາລັບ ນາຍົກຣັຖມົນຕຣີ ຄົນປັດຈຸບັນ ກໍອາດຍ້າຍໄປ ເຮັດໜ້າທີ່ ໃນຄນະພັກ ປະຊາຊົນ ປະຕິວັດລາວ ຕໍ່ໄປ.

ນອກຈາກນີ້ ເອກອັຄຣາຊທູດ ໄທ ປະຈຳລາວ ທ່ານ ວິທວັດ ສີວິຫົກ ກໍເຄີຍເວົ້າເຖິງ ການອາດມີ ປ່ຽນແປງໃນລາວ ຫລັງຈາກການ ປະຊຸມໃຫຍ່ ຂອງຄນະພັກ ປະຊາຊົນ ປະຕິວັດລາວ ວ່າ:

"ປີໜ້າມີການ ປະຊຸມພັກ ກໍນັກວິເຄາະ ທັງຫລາຍພາກັນ ຄອຍເບິ່ງຕຳແໜ່ງ ສຳຄັນສຳຄັນ ຕໍ່ໄປ ໃນການ ບໍລິຫານ ປະເທດ ຈະມີການ ສັບປ່ຽນ ໂຍກຍ້າຍ ຫລາຍ ປານໃດ ອັນນີ້ຕ້ອງໄດ້ ຕິດຕາມເບິ່ງ ຕໍ່ໄປ".

ປັດຈຸບັນນີ້ ກໍມີການ ປ່ຽນແປງ ຕຳແໜ່ງຕ່າງໆ ແດ່ແລ້ວ ເລີ້ມຈາກການ ປ່ຽນແປງເຈົ້າ ແຂວງ ປ່ຽນຣັຖມົນຕຣີ ບາງກະຊວງ ການປະຊຸມ ສມັດຊາໃຫຍ່ ພັກປະຊາຊົນ ປະຕິວັດລາວ ຈະມີຂຶ້ນ ພາຍໃນ ປີ 2011 ຫລາຍໆຝ່າຍທັງ ນັກວິຊາການ ແລະ ນັກການເມືອງ ທັງພາຍໃນ ແລະ ຕ່າງປະເທດ ພາກັນໃຫ້ຄວາມ ສົນໃຈການ ປະຊຸມນີ້ ເປັນພິເສດ ເພາະເຊື່ອວ່າ ຈະມີການ ປ່ຽນແປງ ລະດັບຜູ້ ບໍລິຫານ ໃນຕຳແໜ່ງ ສຳຄັນ ຫລາຍຕຳແໜ່ງ ທີ່ຈະສົ່ງຜົນ ຕໍ່ນະໂຍບາຍ ການພັທນາ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.